ຂ່າວດີທີ່ຂຽນໂດຍລູກາ 3:1-38

  • ປີ​ທີ່​ໂຢຮັນ​ເລີ່ມ​ເຮັດ​ວຽກ (1, 2)

  • ໂຢຮັນ​ປະກາດ​ເລື່ອງ​ບັບເຕມາ (3-20)

  • ພະ​ເຢຊູ​ຮັບ​ບັບເຕມາ (21, 22)

  • ລາຍຊື່​ລຳດັບ​ເຊື້ອສາຍ​ຂອງ​ພະ​ເຢຊູ​ຄລິດ (23-38)

3  ໃນ​ປີ​ທີ 15 ກາຍຊາ*​ຕີເບຣີໂອ​ປົກຄອງ ປົນຕີໂອ​ປີລາດ​ເປັນ​ເຈົ້າແຂວງ​ຢູດາຍ; ເຮໂຣດ*+​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ; ຟີລິບ​ອ້າຍ​ຂອງ​ເຮໂຣດ​ເປັນ​ຜູ້​ປົກຄອງ​ແຂວງ​ອີຕູຣາຍ​ກັບ​ທາໂຄນິດ; ລີຊາເນຍ​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ;  ອັນນາ​ເປັນ​ຫົວໜ້າ​ປະໂລຫິດ; ແລະ​ກາຢະຟາ​ເປັນ​ປະໂລຫິດ​ໃຫຍ່.+ ໃນ​ປີ​ນັ້ນ ພະເຈົ້າ​ສົ່ງ​ຂ່າວ​ໃຫ້​ໂຢຮັນ+​ລູກ​ຊາຍ​ຂອງ​ເຊຄາຣີຢາ​ຕອນ​ທີ່​ລາວ​ຢູ່​ໃນ​ບ່ອນ​ກັນດານ.+  ໂຢຮັນ​ຈຶ່ງ​ໄປ​ທົ່ວ​ເຂດ​ແມ່​ນ້ຳ​ຈໍແດນ​ແລະ​ປະກາດ​ໃຫ້​ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ ແລ້ວ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+  ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ທີ່​ວ່າ: “ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.+  ຮ່ອມພູ​ທຸກ​ບ່ອນ​ຕ້ອງ​ຖົມ​ໃຫ້​ເຕັມ ພູ​ແລະ​ໂນນ​ພູ​ທຸກ​ໜ່ວຍ​ຕ້ອງ​ເຮັດ​ໃຫ້​ພຽງ ທາງ​ຄົດ​ລ້ຽວ​ຕ້ອງ​ເຮັດ​ໃຫ້​ຊື່ ແລະ​ບ່ອນ​ທີ່​ມີ​ຂຸມ​ຕ້ອງ​ປັບ​ໃຫ້​ລຽບ.  ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຈົ້າ.’”+  ໂຢຮັນ​ເວົ້າ​ກັບ​ປະຊາຊົນ​ທີ່​ມາ​ຮັບ​ບັບເຕມາ​ວ່າ: “ພວກ​ເຈົ້າ​ທີ່​ເປັນ​ຄື​ກັບ​ງູ​ພິດ ໃຜ​ບອກ​ວ່າ​ພວກ​ເຈົ້າ​ຈະ​ລອດ​ຈາກ​ການ​ລົງໂທດ​ຂອງ​ພະເຈົ້າ​ໄດ້?+  ເຮັດ​ໃຫ້​ເຫັນ​ແມ້​ວ່າ​ພວກ​ເຈົ້າ​ກັບໃຈ​ແທ້​ໆ​.* ຢ່າ​ຄິດ​ເອົາ​ເອງ​ວ່າ ‘ພວກ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ໄດ໋.’ ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພະເຈົ້າ​ຈະ​ໃຫ້​ອັບຣາຮາມ​ມີ​ລູກ​ຫຼານ​ຈາກ​ກ້ອນ​ຫີນ​ເຫຼົ່ານີ້​ກໍ​ໄດ້.  ຂວານ​ກໍ​ວາງ​ໄວ້​ຢູ່​ກ້ອງ​ຕົ້ນ​ໄມ້​ແລ້ວ. ຕົ້ນ​ໄມ້​ທຸກ​ຕົ້ນ​ທີ່​ໝາກ​ບໍ່​ງາມ​ຈະ​ຖືກ​ຟັນ​ແລະ​ຈູດ​ຖິ້ມ.”+ 10  ປະຊາຊົນ​ຈຶ່ງ​ຖາມ​ໂຢຮັນ​ວ່າ: “ຄັນຊັ້ນ ພວກ​ເຮົາ​ຄວນ​ເຮັດ​ແນວໃດ?” 11  ໂຢຮັນ​ຕອບ​ເຂົາເຈົ້າ​ວ່າ: “ໃຫ້​ຄົນ​ທີ່​ມີ​ເສື້ອ 2 ໂຕ​ແບ່ງ​ໃຫ້​ຄົນ​ທີ່​ບໍ່​ມີ ແລະ​ໃຫ້​ຄົນ​ທີ່​ມີ​ຂອງກິນ​ແບ່ງ​ໃຫ້​ຄົນ​ທີ່​ບໍ່​ມີ.”+ 12  ແມ່ນ​ແຕ່​ຄົນ​ເກັບ​ພາສີ​ກໍ​ມາ​ຂໍ​ຮັບ​ບັບເຕມາ​ຄື​ກັນ.+ ເຂົາເຈົ້າ​ຖາມ​ວ່າ: “ອາຈານ ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ?” 13  ໂຢຮັນ​ຕອບ​ວ່າ: “ຢ່າ​ເກັບ​ພາສີ​ກາຍ​ກຳນົດ.”+ 14  ພວກ​ທະຫານ​ກໍ​ມາ​ຖາມ​ຄື​ກັນ​ວ່າ: “ພວກ​ເຮົາ​ເດ້​ຄວນ​ເຮັດ​ແນວໃດ?” ໂຢຮັນ​ຕອບ​ວ່າ: “ຢ່າ​ຂູດ​ຮີດ*​ຫຼື​ໃສ່​ຮ້າຍຜູ້​ໃດ​ແບບ​ຜິດ​ໆ​+ ແຕ່​ໃຫ້​ພໍໃຈ​ກັບ​ຄ່າ​ຈ້າງ​ທີ່​ໄດ້​ຮັບ.” 15  ຕອນນັ້ນ ຄົນ​ກຳລັງ​ລໍ​ຖ້າ​ພະຄລິດ​ຢູ່​ແລະ​ສົງໄສ​ກ່ຽວກັບ​ໂຢຮັນ​ວ່າ: “ລາວ​ຈະ​ແມ່ນ​ພະຄລິດ​ບໍ?”+ 16  ແຕ່​ໂຢຮັນ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ນ້ຳ ແຕ່​ຈະ​ມີ​ຜູ້​ໜຶ່ງ​ທີ່​ມາ​ພາຍ​ຫຼັງ​ຂ້ອຍ. ເພິ່ນ​ຍິ່ງໃຫຍ່​ກວ່າ​ຂ້ອຍ​ຫຼາຍ. ຂ້ອຍ​ບໍ່​ເໝາະສົມ​ທີ່​ຈະ​ແກ້​ສາຍ​ມັດ​ເກີບ​ຂອງ​ເພິ່ນ​ຊ້ຳ.+ ເພິ່ນ​ຈະ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ດ້ວຍ​ໄຟ.*+ 17  ເພິ່ນ​ຖື​ເຄື່ອງ​ມື​ທີ່​ໃຊ້​ແຍກ​ຂີ້​ແກບ* ແລະ​ຈະ​ເກັບ​ມ້ຽນ​ລານ​ຟາດ​ເຂົ້າ​ຂອງ​ເພິ່ນ​ໃຫ້​ກ້ຽງ. ເພິ່ນ​ຈະ​ລວບລວມ​ເຂົ້າ​ໄວ້​ໃນ​ເລົ້າ ສ່ວນ​ຂີ້​ແກບ​ເພິ່ນ​ຈະ​ຈູດ​ມັນ​ຖິ້ມ​ດ້ວຍ​ໄຟທີ່​ບໍ່​ມີ​ມື້​ມອດ.” 18  ໂຢຮັນ​ຍັງ​ໃຫ້​ຄຳແນະນຳ​ຕັກ​ເຕືອນ​ອີກ​ຫຼາຍ​ຢ່າງ​ແລະ​ປະກາດ​ຂ່າວ​ດີ​ໃຫ້​ປະຊາຊົນ​ຟັງ​ຕໍ່ໄປ. 19  ໂຢຮັນ​ຕຳໜິ​ເຮໂຣດ​ຜູ້​ປົກຄອງ​ແຂວງ​ເລື່ອງ​ທີ່​ລາວ​ແຕ່ງດອງ​ກັບ​ເຮໂຣເດຍ​ທີ່​ເປັນ​ເມຍ​ອ້າຍ​ຂອງ​ໂຕເອງ ແລະ​ເລື່ອງ​ຊົ່ວ​ຮ້າຍ​ອື່ນ​ໆ​ທີ່​ເຮໂຣດ​ໄດ້​ເຮັດ. 20  ເຮໂຣດ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ອີກ​ໂດຍ​ຈັບ​ໂຢຮັນ​ໄປ​ຂັງ​ໄວ້​ໃນ​ຄຸກ.+ 21  ໃນ​ຕອນ​ທີ່​ຄົນ​ກຳລັງ​ມາ​ຮັບ​ບັບເຕມາ ພະ​ເຢຊູ​ກໍ​ມາ​ຮັບ​ບັບເຕມາ​ຄື​ກັນ.+ ຕອນ​ທີ່​ເພິ່ນ​ອະທິດຖານ​ຢູ່ ທ້ອງຟ້າ​ກໍ​ເປີດ​ອອກ+ 22  ແລະ​ພະລັງ​ບໍລິສຸດ​ທີ່​ມີ​ຮູບຮ່າງ​ຄື​ກັບ​ນົກ​ເຂົາ​ໄດ້​ລົງ​ມາ​ຢູ່​ເທິງ​ເພິ່ນ ແລ້ວ​ກໍ​ມີ​ສຽງ​ເວົ້າ​ຈາກ​ຟ້າ​ວ່າ: “ເຈົ້າ​ແມ່ນ​ລູກ​ທີ່​ພໍ່​ຮັກ​ຫຼາຍ. ພໍ່​ພໍໃຈ​ລູກ​ຫຼາຍ.”+ 23  ພະ​ເຢຊູ+​ເລີ່ມ​ວຽກ​ປະກາດ​ຕອນ​ອາຍຸ​ໄດ້ 30 ປີ.+ ຄົນ​ທົ່ວໄປ​ເຂົ້າໃຈ​ວ່າພະ​ເຢຊູ​ເປັນ​ລູກ​ຂອງ​ໂຢເຊັບ.+ໂຢເຊັບ​ເປັນ​ລູກ​ຊາຍ​ຂອງ​ເຮລີ 24  ເຮລີ​ເປັນ​ລູກ​ຊາຍ​ຂອງ​ມັດທາດມັດທາດ​ເປັນ​ລູກ​ຊາຍ​ຂອງ​ເລວີເລວີ​ເປັນ​ລູກ​ຊາຍ​ຂອງ​ເມລະຂີເມລະຂີ​ເປັນ​ລູກ​ຊາຍ​ຂອງ​ຢັນນາຢັນນາ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບ 25  ໂຢເຊັບ​ເປັນ​ລູກ​ຊາຍ​ຂອງ​ມັດຕາເທຍມັດຕາເທຍ​ເປັນ​ລູກ​ຊາຍ​ຂອງ​ອາໂມດອາໂມດ​ເປັນ​ລູກ​ຊາຍ​ຂອງ​ນາຮູມນາຮູມ​ເປັນ​ລູກ​ຊາຍ​ຂອງ​ເອຊະລີເອຊະລີ​ເປັນ​ລູກ​ຊາຍ​ຂອງ​ນັກກາຍ 26  ນັກກາຍ​ເປັນ​ລູກ​ຊາຍ​ຂອງ​ມາອາດມາອາດ​ເປັນ​ລູກ​ຊາຍ​ຂອງ​ມັດຕາເທຍມັດຕາເທຍ​ເປັນ​ລູກ​ຊາຍ​ຂອງ​ເຊເມອີນເຊເມອີນ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັກໂຢເຊັກ​ເປັນ​ລູກ​ຊາຍ​ຂອງ​ໂຢດາ 27  ໂຢດາ​ເປັນ​ລູກ​ຊາຍ​ຂອງ​ໂຢອານັນໂຢອານັນ​ເປັນ​ລູກ​ຊາຍ​ຂອງ​ເຣຊາເຣຊາ​ເປັນ​ລູກ​ຊາຍ​ຂອງ​ເຊຣູບາເບນ+ເຊຣູບາເບນ​ເປັນ​ລູກ​ຊາຍ​ຂອງ​ເຊອານຕີເອນ+ເຊອານຕີເອນ​ເປັນ​ລູກ​ຊາຍ​ຂອງ​ເນຣີ 28  ເນຣີ​ເປັນ​ລູກ​ຊາຍ​ຂອງ​ເມລະຂີເມລະຂີ​ເປັນ​ລູກ​ຊາຍ​ຂອງ​ອັດດີອັດດີ​ເປັນ​ລູກ​ຊາຍ​ຂອງ​ໂກຊາມໂກຊາມ​ເປັນ​ລູກ​ຊາຍ​ຂອງ​ເອນມາດາມເອນມາດາມ​ເປັນ​ລູກ​ຊາຍ​ຂອງ​ເອຣະ 29  ເອຣະ​ເປັນ​ລູກ​ຊາຍ​ຂອງ​ເຢຊູເຢຊູ​ເປັນ​ລູກ​ຊາຍ​ຂອງ​ເອລີເອເຊເອລີເອເຊ​ເປັນ​ລູກ​ຊາຍ​ຂອງ​ໂຢຣີມໂຢຣີມ​ເປັນ​ລູກ​ຊາຍ​ຂອງ​ມັດທາດມັດທາດ​ເປັນ​ລູກ​ຊາຍ​ຂອງ​ເລວີ 30  ເລວີ​ເປັນ​ລູກ​ຊາຍ​ຂອງ​ຊີເມໂອນຊີເມໂອນ​ເປັນ​ລູກ​ຊາຍ​ຂອງ​ຢູດາຢູດາ​ເປັນ​ລູກ​ຊາຍ​ຂອງ​ໂຢເຊັບໂຢເຊັບ​ເປັນ​ລູກ​ຊາຍ​ຂອງ​ໂຢນາມໂຢນາມ​ເປັນ​ລູກ​ຊາຍ​ຂອງ​ເອລີ​ຢາກີມ 31  ເອລີ​ຢາກີມ​ເປັນ​ລູກ​ຊາຍ​ຂອງ​ເມເລອາເມເລອາ​ເປັນ​ລູກ​ຊາຍ​ຂອງ​ເມັນນາເມັນນາ​ເປັນ​ລູກ​ຊາຍ​ຂອງ​ມັດຕາທາມັດຕາທາ​ເປັນ​ລູກ​ຊາຍ​ຂອງ​ນາທານ+ນາທານ​ເປັນ​ລູກ​ຊາຍ​ຂອງ​ດາວິດ+ 32  ດາວິດ​ເປັນ​ລູກ​ຊາຍ​ຂອງ​ເຢຊີ+ເຢຊີ​ເປັນ​ລູກ​ຊາຍ​ຂອງ​ໂອເບັດ+ໂອເບັດ​ເປັນ​ລູກ​ຊາຍ​ຂອງ​ໂບອາດ+ໂບອາດ​ເປັນ​ລູກ​ຊາຍ​ຂອງ​ຊັນໂມນ+ຊັນໂມນ​ເປັນ​ລູກ​ຊາຍ​ຂອງ​ນາໂຊນ+ 33  ນາໂຊນ​ເປັນ​ລູກ​ຊາຍ​ຂອງ​ອຳມີນາດາບອຳມີນາດາບ​ເປັນ​ລູກ​ຊາຍ​ຂອງ​ອານີ*ອານີ​ເປັນ​ລູກ​ຊາຍ​ຂອງ​ເຮຊະໂຣນເຮຊະໂຣນ​ເປັນ​ລູກ​ຊາຍ​ຂອງ​ເປເຣດ+ເປເຣດ​ເປັນ​ລູກ​ຊາຍ​ຂອງ​ຢູດາ+ 34  ຢູດາ​ເປັນ​ລູກ​ຊາຍ​ຂອງ​ຢາໂຄບ+ຢາໂຄບ​ເປັນ​ລູກ​ຊາຍ​ຂອງ​ອີຊາກ+ອີຊາກ​ເປັນ​ລູກ​ຊາຍ​ຂອງ​ອັບຣາຮາມ+ອັບຣາຮາມ​ເປັນ​ລູກ​ຊາຍ​ຂອງ​ເຕຣາ+ເຕຣາ​ເປັນ​ລູກ​ຊາຍ​ຂອງ​ນາໂຮ+ 35  ນາໂຮ​ເປັນ​ລູກ​ຊາຍ​ຂອງ​ເສຣຸກ+ເສຣຸກ​ເປັນ​ລູກ​ຊາຍ​ຂອງ​ເຣອູ+ເຣອູ​ເປັນ​ລູກ​ຊາຍ​ຂອງ​ເປເລັກ+ເປເລັກ​ເປັນ​ລູກ​ຊາຍ​ຂອງ​ເອເບ+ເອເບ​ເປັນ​ລູກ​ຊາຍ​ຂອງ​ເຊລາ+ 36  ເຊລາ​ເປັນ​ລູກ​ຊາຍ​ຂອງ​ກາຍນານກາຍນານ​ເປັນ​ລູກ​ຊາຍ​ຂອງ​ອາປັກຊາດ+ອາປັກຊາດ​ເປັນ​ລູກ​ຊາຍ​ຂອງ​ເຊມ+ເຊມ​ເປັນ​ລູກ​ຊາຍ​ຂອງ​ໂນອາ+ໂນອາ​ເປັນ​ລູກ​ຊາຍ​ຂອງ​ລາເມັກ+ 37  ລາເມັກ​ເປັນ​ລູກ​ຊາຍ​ຂອງ​ເມທູເຊລາ+ເມທູເຊລາ​ເປັນ​ລູກ​ຊາຍ​ຂອງ​ເອໂນກເອໂນກ​ເປັນ​ລູກ​ຊາຍ​ຂອງ​ຢາເຣັດ+ຢາເຣັດ​ເປັນ​ລູກ​ຊາຍ​ຂອງ​ມາຮາລາເລນ+ມາຮາລາເລນ​ເປັນ​ລູກ​ຊາຍ​ຂອງ​ກາຍນານ+ 38  ກາຍນານ​ເປັນ​ລູກ​ຊາຍ​ຂອງ​ເອໂນດ+ເອໂນດ​ເປັນ​ລູກ​ຊາຍ​ຂອງ​ເຊດ+ເຊດ​ເປັນ​ລູກ​ຊາຍ​ຂອງ​ອາດາມ+ອາດາມ​ເປັນ​ລູກ​ຊາຍ​ຂອງ​ພະເຈົ້າ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເຮໂຣດ​ອັນຕິປາ. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ຈັກກະພັດ​ໂຣມ
ແປ​ຕາມ​ໂຕ​ວ່າ “ສະແດງ​ຜົນ​ທີ່​ສົມ​ກັບ​ການ​ກັບໃຈ”
ຫຼື “ຂົ່ມ​ຂູ່”
ໝາຍເຖິງ​ເພິ່ນ​ຈະ​ແຕ່ງຕັ້ງ​ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ທຳລາຍ​ພວກ​ເຈົ້າ​ດ້ວຍ​ໄຟ
ຊວ້ານ​ທີ່​ເຮັດ​ດ້ວຍ​ໄມ້​ເພື່ອ​ໃຊ້​ແຍກ​ຂີ້ແກບ​ອອກ​ຈາກ​ເຂົ້າ​ເປືອກ
ຫຼື “ຣາມ.” ເບິ່ງ 1ຂຄ 2:9 ແລະ ມທ 1:3.