ເອຊາຢາ 13:1-22

  • ຄຳ​ຕັດສິນ​ຕໍ່​ບາບີໂລນ (1-​22)

    • ວັນ​ຂອງ​ພະ​ເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ (6)

    • ພວກ​ເມເດຍ​ຕໍ່ສູ້​ຊະນະ​ບາບີໂລນ (17)

    • ບາບີໂລນ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່ (20)

13  ຕໍ່ໄປ​ນີ້​ແມ່ນ​ນິມິດ​ທີ່​ພະເຈົ້າ​ໃຫ້​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ເຫັນ​ກ່ຽວກັບ​ຄຳ​ຕັດສິນ​ຕໍ່​ບາບີໂລນ.+   “ໃຫ້​ປັກ​ທຸງ*+​ຢູ່​ເທິງ​ພູ​ທີ່​ມີ​ແຕ່​ກ້ອນ​ຫີນ. ໃຫ້​ແກວ່ງ​ມື​ໄປ​ມາ​ແລະ​ເອີ້ນ​ເຂົາເຈົ້າແລ້ວ​ໃຫ້​ເຂົາເຈົ້າ​ເຂົ້າ​ມາ​ທາງ​ປະຕູ​ເມືອງ​ຂອງ​ພວກເຈົ້າ​ນາຍ.   ເຮົາ​ໄດ້​ສັ່ງ​ຜູ້​ທີ່​ເຮົາ​ແຕ່ງຕັ້ງ.*+ ເຮົາ​ໄດ້​ເອີ້ນ​ພວກ​ທະຫານ​ຂອງ​ເຮົາ​ມາ​ເພື່ອລົງໂທດຜູ້​ທີ່​ເຮັດ​ໃຫ້​ເຮົາ​ໃຈຮ້າຍ.ພວກ​ທະຫານ​ເຫຼົ່ານີ້​ຈະ​ດີໃຈ​ແລະ​ພູມໃຈ​ຫຼາຍ.   ໃຫ້​ຟັງສຽງ​ຟົດສຽງນັນທີ່​ຢູ່​ເທິງ​ພູ​ແມ້.ສຽງ​ນັ້ນ​ເປັນ​ຄື​ກັບ​ສຽງ​ຂອງ​ຫຼາຍ​ໆ​ຄົນ​ທີ່​ຢູ່​ນຳ​ກັນ! ໃຫ້​ຟັງ​ສຽງ​ອຶກກະທຶກ​ຂອງ​ປະເທດ​ຕ່າງ​ໆ​ແລະ​ສຽງ​ຂອງ​ຊາດ​ຕ່າງ​ໆ​ທີ່​ຖືກ​ລວບລວມ​ເຂົ້າ​ມາ​ແມ້!+ ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ກຳລັງ​ລວບລວມ​ຄົນ​ເພື່ອ​ຈະ​ໄປ​ເຮັດ​ສົງຄາມ.+   ຄົນ​ເຫຼົ່ານີ້​ຈະ​ເປັນ​ຄື​ກັບ​ອາວຸດ​ທີ່​ສະແດງ​ເຖິງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ.ເຂົາເຈົ້າ​ຈະ​ມາ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​+ແລະ​ມາ​ຈາກ​ທຸກ​ທິດ​ທຸກ​ທາງ​ຂອງ​ໂລກ.ພະ​ເຢໂຫວາ​ຈະ​ໃຊ້​ເຂົາເຈົ້າ​ທຳລາຍ​ທຸກ​ສິ່ງ​ໃນ​ໂລກ​ນີ້.+   ພວກເຈົ້າ​ຮ້ອງໄຫ້​ໄວ້​ຖ້າ​ໂລດ! ວັນ​ຂອງ​ພະ​ເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ. ໃນ​ມື້​ນັ້ນ ຜູ້​ທີ່​ມີ​ລິດເດດ​ສູງ​ສຸດ​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງໃນ​ແຜ່ນດິນ​ຂອງ​ພວກເຈົ້າ.+   ຍ້ອນ​ແນວ​ນີ້ ພວກເຈົ້າ​ທຸກ​ຄົນ​ຈະຢ້ານ​ຫຼາຍແລະ​ມື​ຂອງ​ພວກເຈົ້າ​ຈະ​ລ່ອຍ.+   ພວກເຈົ້າ​ຈະ​ຕົກໃຈ​ຫຼາຍ.+ ພວກເຈົ້າ​ຈະ​ເຈັບ​ແຮງ​ຈົນ​ຂົດ​ຢູ່ຄື​ກັບ​ຜູ້ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ. ພວກເຈົ້າ​ຈະ​ແນມ​ເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານແລະ​ໜ້າ​ຂອງ​ພວກເຈົ້າ​ກໍ​ຈະຈືດ​ແທ້​ຈືດ​ວ່າຍ້ອນ​ເຈັບ​ຫຼາຍ.   ວັນ​ຂອງ​ພະ​ເຢໂຫວາ​ກຳລັງ​ຈະ​ມາ​ຮອດ​ແລ້ວ.ມື້​ນັ້ນ​ຈະ​ມີ​ແຕ່​ຄວາມ​ໃຈຮ້າຍ​ແລະຈະ​ບໍ່​ມີ​ໃຜ​ໄດ້​ຮັບ​ຄວາມ​ເມດຕາ.ແຜ່ນດິນ​ຈະ​ຖືກ​ທຳລາຍ​ໃຫ້ຮ້າງ​ເປົ່າ+ແລະ​ຄົນ​ເຮັດ​ຜິດ​ທີ່​ຢູ່​ຫັ້ນ​ກໍ​ຈະ​ຖືກ​ກວາດ​ລ້າງ​ຈົນ​ໝົດ. 10  ດວງ​ດາວ​ແລະ​ກຸ່ມ​ດາວ​ຕ່າງ​ໆ​*+ຈະ​ບໍ່​ມີ​ແສງ.ເຖິງ​ວ່າ​ຕາເວັນ​ຂຶ້ນ ແຕ່​ກໍ​ຈະ​ມີ​ແຕ່​ຄວາມ​ມືດແລະ​ເດືອນ​ກໍ​ຈະ​ບໍ່​ສ່ອງ​ແສງ​ຄື​ກັນ. 11  ເຮົາ​ຈະ​ແກ້ແຄ້ນ​ຄົນ​ຊົ່ວ+ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ. ເຮົາ​ຈະ​ກຳຈັດ​ຄົນ​ຈອງຫອງແລະ​ຈະ​ເຮັດ​ໃຫ້​ຄົນ​ຍິ່ງ​ຖ່ອມ​ໂຕ​ລົງ.+ 12  ເຮົາ​ຈະ​ເຮັດ​ໃຫ້​ຄົນ​ຫາ​ຍາກ​ກວ່າ​ຄຳ​ແທ້+ແລະ​ຫາ​ຍາກ​ກວ່າ​ຄຳ​ຢູ່​ໂອຟີ​ອີກ.+ 13  ຍ້ອນ​ໃນ​ມື້​ນັ້ນ ເຮົາ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ໃຈຮ້າຍ​ຫຼາຍ.ເຮົາ​ຈະ​ເຮັດ​ໃຫ້​ທ້ອງຟ້າ​ສັ່ນ​ສະເທືອນ+ແລະ​ເຮັດ​ໃຫ້​ໜ່ວຍໂລກ​ຫຼຸດ​ອອກ​ຈາກ​ບ່ອນ​ທີ່​ມັນ​ຢູ່. 14  ຄື​ກັບ​ກວາງ​ທີ່​ຖືກ​ໄລ່ລ່າ​ແລະ​ຄື​ກັບ​ຝູງ​ສັດ​ທີ່​ບໍ່​ມີ​ຜູ້​ລ້ຽງແຕ່​ລະ​ຄົນ​ຈະ​ກັບ​ໄປ​ຫາ​ຄົນ​ຂອງ​ໂຕເອງແລະ​ໜີ​ໄປ​ຢູ່​ແຜ່ນດິນ​ຂອງ​ໂຕເອງ.+ 15  ຜູ້​ທີ່ຖືກ​ຈັບຈະ​ຖືກ​ແທງ​ດ້ວຍ​ຫອກແລະ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 16  ລູກ​ຂອງ​ເຂົາເຈົ້າ​ຈະ​ຖືກ​ຈີກ​ເປັນ​ຕ່ອນ​ໆ​ຕໍ່​ໜ້າ​ເຂົາເຈົ້າ.+ເຮືອນ​ຂອງ​ເຂົາເຈົ້າ​ຈະ​ຖືກ​ປຸ້ນແລະ​ເມຍ​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ຂົ່ມຂືນ. 17  ເຮົາ​ຈະ​ໃຫ້​ພວກ​ເມເດຍ​ມາ​ຕໍ່ສູ້​ພວກເຈົ້າ.+ພວກ​ນີ້​ບໍ່​ສົນໃຈ​ເງິນແລະ​ບໍ່​ສົນໃຈ​ຄຳ. 18  ເຂົາເຈົ້າ​ຈະ​ຍິງ​ທະນູ​ເພື່ອ​ຂ້າ​ພວກ​ຊາຍ​ໜຸ່ມ.+ເຂົາເຈົ້າ​ຈະ​ບໍ່​ອີ່ຕົນແອ​ນ້ອຍແລະ​ຈະ​ບໍ່​ອີ່ຕົນ​ເດັກນ້ອຍ. 19  ເມືອງ​ບາບີໂລນ​ທີ່​ງົດງາມ​ແລະ​ຫຼູຫຼາ​ທີ່ສຸດ+ເມືອງ​ທີ່​ງາມ​ໆ​ທີ່​ພວກ​ການເດອາ*​ພູມໃຈ​ຫຼາຍ+ຈະ​ເປັນ​ຄື​ກັບ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ທີ່​ພະເຈົ້າ​ໄດ້​ທຳລາຍ.+ 20  ເມືອງ​ນັ້ນ​ຈະ​ບໍ່​ມີ​ຄົນ​ໄປ​ຢູ່ແລະ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ຫັ້ນ​ອີກ​ຕໍ່ໄປ.+ ຄົນ​ອາຣັບ​ຈະ​ບໍ່​ໄປ​ຕັ້ງ​ເຕັ້ນ​ຢູ່​ຫັ້ນແລະ​ຄົນ​ລ້ຽງ​ແກະ​ຈະ​ບໍ່​ເອົາ​ແກະ​ໄປ​ນອນ​ຢູ່​ຫັ້ນ. 21  ສັດ​ທີ່​ຢູ່​ທະເລ​ຊາຍ​ຈະ​ໄປ​ນອນ​ຢູ່​ຫັ້ນແລະນົກ​ເຄົ້າຈະ​ເຮັດ​ຮັງ​ຢູ່​ເຮືອນ​ຂອງ​ເຂົາເຈົ້າ. ນົກ​ກະຈອກເທດ​ຈະ​ໄປ​ຢູ່​ແຜ່ນດິນ​ນັ້ນ+ແລະ​ແບ້​ປ່າ*​ຈະ​ຍ່າງ​ເລາະ​ໄປ​ເລາະ​ມາ​ຢູ່​ຫັ້ນ. 22  ສັດ​ປ່າ​ຈະ​ຮ້ອງ​ຢູ່​ໃນ​ປ້ອມ​ຂອງ​ເມືອງ​ນັ້ນແລະໝາ​ໄນຈະ​ເຂົ້າ​ໄປ​ຢູ່​ໃນ​ວັງ​ທີ່​ຫຼູຫຼາ. ເວລາ​ທີ່​ເມືອງ​ນີ້​ຈະ​ຖືກ​ທຳລາຍ​ໃກ້​ຈະ​ມາ​ຮອດ​ແລ້ວ ແລະ​ຈະ​ບໍ່​ຖືກ​ເລື່ອນ​ອອກ​ໄປ.”+

ຂໍຄວາມໄຂເງື່ອນ

ຫຼື “ເສົາ​ໃຫ້​ສັນຍານ”
ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ເຮົາ​ເຮັດ​ໃຫ້​ບໍລິສຸດ.” ໝາຍເຖິງ​ຜູ້​ທີ່​ພະເຈົ້າ​ແຍກ​ໄວ້​ຕ່າງ​ຫາກ​ເພື່ອ​ຈຸດປະສົງ​ທີ່​ພິເສດ.
ແປ​ຕາມ​ໂຕ​ວ່າ “ກຸ່ມ​ດາວ​ເຄຊິນ.” ອາດ​ໝາຍເຖິງ​ກຸ່ມ​ດາວ​ນາຍ​ພານ​ກັບ​ກຸ່ມ​ດາວ​ທີ່​ຢູ່​ອ້ອມແອ້ມ.
ໝາຍເຖິງ​ຄົນ​ບາບີໂລນ
ຫຼື​ອາດ​ແປ​ວ່າ “ພະເຈົ້າ​ທີ່​ມີ​ຮູບ​ຮ່າງ​ຄ້າຍຄື​ກັບ​ໂຕ​ແບ້”