ເອຊາຢາ 44:1-28

  • ປະຊາຊົນ​ທີ່​ພະເຈົ້າ​ເລືອກ​ໄດ້​ຮັບ​ພອນ (1-​5)

  • ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ພະເຢໂຫວາ (6-​8)

  • ຮູບ​ບູ⁠ຊາ​ທີ່​ມະນຸດ​ເຮັດ​ບໍ່​ມີ​ປະໂຫຍດ​ຫຍັງ (9-​20)

  • ພະເຢໂຫວາ​ເປັນ​ຜູ້​ໄຖ່​ອິດສະຣາເອນ​ຄືນ​ມາ (21-​23)

  • ການ​ຟື້ນຟູ​ໂດຍ​ທາງ​ໄຊຣັດ (24-​28)

44  “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາອິດສະຣາເອນ​ຜູ້​ທີ່​ເຮົາ​ໄດ້​ເລືອກ+ ໃຫ້​ຟັງ​ເດີ້.   ພະ​ເຢໂຫວາ​ຜູ້​ທີ່​ສ້າງ​ເຈົ້າ+ຜູ້​ທີ່​ໃຫ້​ຊີວິດ​ເຈົ້າແລະ​ຜູ້​ທີ່​ຊ່ວຍ​ເຈົ້າ​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່*​ເວົ້າ​ວ່າ ‘ບໍ່​ຕ້ອງ​ຢ້ານ ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ+ເຢຊຶຣຶນ*+​ຜູ້​ທີ່​ເຮົາ​ໄດ້​ເລືອກ.   ເຮົາ​ຈະ​ຖອກ​ນ້ຳ​ໃຫ້​ຄົນ​ທີ່​ຫິວ​ນ້ຳ*+ແລະ​ເຮົາ​ຈະ​ໃຫ້​ມີ​ແມ່​ນ້ຳ​ໄຫຼ​ຢູ່​ແຜ່ນດິນ​ທີ່​ແຫ້ງ​ແລ້ງ. ເຮົາ​ຈະ​ເອົາ*​ພະລັງ​ຂອງ​ເຮົາ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ+ແລະ​ເຮົາ​ຈະ​ອວຍພອນ​ເຂົາເຈົ້າ.   ເຂົາເຈົ້າ​ຈະ​ປົ່ງ​ຂຶ້ນ​ຄື​ກັບ​ຫຍ້າ​ທີ່​ຂຽວ​ໆ​+ແລະ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ຢູ່​ແຄມ​ນ້ຳ.*   ຜູ້​ໜຶ່ງ​ຈະ​ເວົ້າ​ວ່າ “ຂ້ອຍ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ.”+ ອີກ​ຜູ້​ໜຶ່ງ​ຈະ​ເອີ້ນ​ໂຕເອງ​ໂດຍ​ໃຊ້​ຊື່​ຂອງ​ຢາໂຄບແລະ​ອີກ​ຜູ້​ໜຶ່ງ​ຈະ​ຂຽນ​ໃສ່​ມື​ຂອງ​ລາວ​ວ່າ: “ພະ​ເຢໂຫວາ​ເປັນເຈົ້າ​ຂອງ​ຂ້ອຍ.” ແລະ​ລາວ​ຈະ​ໃຊ້​ຊື່​ອິດສະຣາເອນ.’   ພະ​ເຢໂຫວາ​ຜູ້​ບັນຊາການກອງທັບຜູ້​ໄຖ່+​ແລະ​ກະສັດ​ຂອງ​ອິດສະຣາເອນ+ ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ເປັນ​ຜູ້​ທຳອິດ​ແລະ​ເປັນ​ຜູ້​ສຸດທ້າຍ+ ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.+   ມີ​ໃຜ​ແດ່​ທີ່​ເຮັດ​ໄດ້​ຄື​ເຮົາ?+ ໃຫ້​ລາວ​ເວົ້າ​ໂລດ​ແລະ​ພິສູດ​ໃຫ້​ເຮົາ​ເຫັນ!+ ຕັ້ງແຕ່​ສະໄໝ​ແຕ່​ກີ້​ທີ່​ເຮົາ​ໄດ້​ຕັ້ງ​ຊາດ​ໜຶ່ງ​ຂຶ້ນ​ມາເຄີຍ​ມີ​ໃຜ​ບໍ​ທີ່​ເຮັດ​ໄດ້​ຄື​ເຮົາແລະ​ບອກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້?   ປະຊາຊົນ​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານແລະ​ບໍ່​ຕ້ອງ​ຕົກໃຈ.+ ເຮົາ​ບອກ​ພວກເຈົ້າ​ແລ້ວ​ແມ່ນ​ບໍ? ພວກເຈົ້າ​ເປັນ​ພະຍານ​ຂອງ​ເຮົາ.+ ມີ​ພະເຈົ້າ​ອື່ນ​ບໍ​ນອກ​ຈາກ​ເຮົາ? ເຮົາ​ບໍ່​ເຫັນ​ມີ​ພະເຈົ້າ​ອົງ​ໃດ​ທີ່​ເປັນ​ຄື​ກັບ​ເຮົາ. ເຮົາ​ເປັນ​ຫີນ​ຜາ+​ທີ່​ປົກປ້ອງ​ພວກເຈົ້າ​ໄດ້.’”   ທຸກ​ຄົນ​ທີ່​ເຮັດ​ຮູບ​ບູຊາ​ຂຶ້ນ​ມາ​ກໍ​ເສຍ​ແຮງ​ລ້າ​ໆ​ແລະ​ຮູບ​ບູຊາ​ທີ່​ເຂົາເຈົ້າ​ຮັກ​ຫຼາຍ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.+ ຮູບ​ບູຊາ​ເຫຼົ່ານີ້​ບໍ່​ຮູ້​ຫຍັງ​ແລະ​ເບິ່ງ​ບໍ່​ເຫັນ​ຫຍັງ+ ມັນ​ຈຶ່ງ​ເປັນ​ພະຍານ​ບໍ່​ໄດ້ຜູ້​ທີ່​ເຮັດ​ມັນ​ຂຶ້ນ​ມາ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ.+ 10  ແລ້ວ​ຈະ​ມີ​ໃຜ​ໂງ່​ເຮັດ​ຮູບ​ພະ​ຫຼື​ຫຼໍ່​ຮູບ​ປັ້ນທີ່​ບໍ່​ມີ​ປະໂຫຍດ​ແບບ​ນີ້​ບໍ?+ 11  ພວກ​ໝູ່​ຂອງ​ລາວ​ກໍ​ຈະ​ອັບອາຍ​ຂາຍ​ໜ້າ.+ ຜູ້​ທີ່​ເຮັດ​ຮູບ​ບູຊາ​ກໍ​ເປັນ​ພຽງ​ແຕ່​ມະນຸດ. ໃຫ້​ເຂົາເຈົ້າ​ມາ​ລວມ​ກັນ​ແລະ​ຢືນ​ຢູ່​ຊື່​ໆ​. ເຂົາເຈົ້າ​ຈະ​ຢ້ານ​ຫຼາຍ​ແລະ​ຈະ​ຕ້ອງ​ອັບອາຍ. 12  ຊ່າງ​ຕີ​ເຫຼັກ​ເອົາ​ເຫຼັກ​ໄປ​ວາງ​ໄວ້​ເທິງ​ຖ່ານ​ໄຟ​ທີ່​ຮ້ອນ​ໆ​ ແລ້ວ​ໃຊ້​ຄ້ອນ​ຕີ​ຕີ​ເຫຼັກ.ລາວ​ໃຊ້​ແຂນ​ທີ່​ແຂງແຮງ​ຂອງ​ລາວ​ຕີ​ເຫຼັກ​ໃຫ້​ເປັນ​ຮູບ​ຊົງ.+ ຕອນ​ທີ່​ເຮັດ​ວຽກ ລາວ​ກໍ​ຫິວ​ເຂົ້າ​ຫິວ​ນ້ຳເມື່ອຍ​ແລະ​ໝົດ​ແຮງ. 13  ຊ່າງ​ໄມ້​ເອົາ​ສາຍ​ແທກ​ແທກ​ໄມ້ ແລ້ວ​ເອົາສໍ​ຂາວແຕ້ມ​ໃຫ້​ເປັນ​ຮ່າງ. ລາວ​ໃຊ້​ເຄື່ອງມື​ຂີດ​ໄມ້​ນັ້ນ​ເປັນ​ຮູບ​ວົງມົນ​ແລະ​ເອົາ​ສິ່ວ​ແກະ​ສະຫຼັກ. ລາວ​ແກະ​ສະຫຼັກ​ເປັນ​ຮູບ​ຄົນ+​ງາມ​ໆ​ເພື່ອ​ເອົາ​ໄປ​ໄວ້​ໃນ​ເຮືອນ.*+ 14  ມີ​ຜູ້​ໜຶ່ງ​ທີ່​ເຮັດ​ວຽກ​ຕັດ​ຕົ້ນ​ຊີດ້າ* ລາວ​ໄດ້​ເລືອກ​ຕົ້ນ​ໄມ້​ຊະນິດໜຶ່ງ​ເຊິ່ງ​ແມ່ນ​ຕົ້ນ​ໂອກແລະ​ປ່ອຍ​ໃຫ້​ມັນ​ໃຫຍ່​ຢູ່​ໃນ​ປ່າ.+ ລາວ​ປູກ​ຕົ້ນ​ລໍເຣວ*​ແລະ​ມັນ​ກໍ​ໃຫຍ່​ຂຶ້ນ​ຍ້ອນ​ຝົນ​ຕົກ​ໃສ່. 15  ແລ້ວ​ຄົນ​ກໍ​ເອົາ​ມັນ​ມາ​ເປັນ​ຟືນ​ດັງ​ໄຟ. ລາວ​ເອົາ​ສ່ວນ​ໜຶ່ງ​ມາ​ດັງ​ໄຟ​ຝີງແລະ​ດັງ​ໄຟ​ແຕ່ງ​ກິນ. ແລ້ວ​ລາວ​ເອົາ​ອີກ​ສ່ວນ​ໜຶ່ງ​ມາ​ເຮັດ​ຮູບ​ພະ​ເພື່ອ​ຂາບ​ໄຫວ້. ລາວ​ແກະ​ສະຫຼັກ​ໄມ້​ນັ້ນ​ແລະ​ກົ້ມ​ກາບ​ມັນ.+ 16  ລາວ​ເອົາ​ໄມ້​ເຄິ່ງ​ໜຶ່ງ​ມາ​ດັງ​ໄຟແລະ​ປີ້ງ​ຊີ້ນ​ກິນ​ຈົນ​ອີ່ມ. ລາວ​ຍັງ​ຝີງ​ໄຟ​ກອງ​ນັ້ນ​ແລະ​ເວົ້າ​ວ່າ: “ດີ​ແທ້! ໄຟ​ນີ້​ເຮັດ​ໃຫ້​ຂ້ອຍ​ອຸ່ນ.” 17  ແຕ່​ໄມ້​ສ່ວນ​ທີ່​ເຫຼືອ​ລາວ​ເອົາ​ໄປ​ແກະ​ສະຫຼັກ​ເປັນ​ຮູບ​ພະ. ລາວ​ກົ້ມ​ກາບ​ແລະ​ນະມັດສະການ​ມັນ. ລາວ​ອະທິດຖານ​ກັບ​ຮູບ​ນັ້ນ​ວ່າ: “ພະເຈົ້າ​ຂອງ​ລູກ ປົກປ້ອງ​ຄຸ້ມຄອງ​ລູກ​ແດ່​ເດີ້.”+ 18  ເຂົາເຈົ້າ​ບໍ່​ຮູ້​ແລະ​ບໍ່​ເຂົ້າໃຈ​ຫຍັງ​ເລີຍ+ຍ້ອນ​ວ່າ​ຕາ​ຂອງ​ເຂົາເຈົ້າ​ຖືກ​ປິດ​ໄວ້​ຈຶ່ງ​ເຮັດ​ໃຫ້​ເບິ່ງ​ບໍ່​ເຫັນແລະ​ໃຈ​ຂອງ​ເຂົາເຈົ້າ​ຖືກ​ປິດ​ກັ້ນ​ຈຶ່ງ​ເຮັດ​ໃຫ້​ບໍ່​ເຂົ້າໃຈ​ຫຍັງ. 19  ບໍ່​ມີ​ໃຜ​ຮູ້ບໍ່​ມີ​ໃຜ​ເຂົ້າໃຈ​ຫຼື​ຄິດ​ໄດ້​ວ່າ: “ໄມ້​ເຄິ່ງ​ໜຶ່ງ​ຂ້ອຍ​ເອົາ​ມາ​ດັງ​ໄຟແຕ່ງ​ກິນ​ແລະ​ປີ້ງ​ຊີ້ນ ແລ້ວ​ຂ້ອຍ​ຄວນ​ເອົາ​ໄມ້​ອີກ​ເຄິ່ງ​ໜຶ່ງ​ມາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ບໍ?+ ຂ້ອຍ​ຄວນ​ຂາບ​ໄຫວ້​ທ່ອນ​ໄມ້​ນັ້ນ​ບໍ?” 20  ລາວ​ເປັນ​ຄື​ກັບ​ຄົນ​ທີ່​ກຳລັງ​ກິນ​ຂີ້ເທົ່າ. ໃຈ​ຂອງ​ລາວ​ພາ​ລາວ​ໄປ​ຜິດ​ທາງ. ລາວ​ຊ່ວຍ​ຊີວິດ​ໂຕເອງ​ກໍ​ບໍ່​ໄດ້​ແລະ​ບໍ່​ຍອມ​ຮັບ​ວ່າ: “ສິ່ງ​ທີ່​ຂ້ອຍ​ຖື​ຢູ່​ໃນ​ມື​ເປັນ​ຮູບ​ບູຊາ​ທີ່​ບໍ່​ມີຄ່າ.” 21  “ຢາໂຄບ​ເອີ້ຍ ອິດສະຣາເອນ​ເອີ້ຍ ໃຫ້​ເຈົ້າ​ຈື່​ສິ່ງ​ເຫຼົ່ານີ້​ໄວ້.ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ. ເຮົາ​ເປັນ​ຜູ້​ສ້າງ​ເຈົ້າ​ແລະ​ເຈົ້າ​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ.+ ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ບໍ່​ລືມ​ເຈົ້າ.+ 22  ເຮົາ​ຈະ​ປົກ​ຄວາມ​ຜິດ​ຂອງ​ເຈົ້າ​ຄື​ກັບ​ເອົາ​ຂີ້ເຝື້ອ​ມາ​ປົກ​ໄວ້+ເຮົາ​ຈະ​ປົກ​ບາບ​ຂອງ​ເຈົ້າ​ຄື​ກັບ​ເອົາ​ຂີ້ເຝື້ອ​ໜາ​ໆ​ມາ​ປົກ​ໄວ້. ໃຫ້​ກັບ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ໄຖ່​ເຈົ້າ​ຄືນ​ມາ.+ 23  ໃຫ້​ທ້ອງຟ້າ​ຮ້ອງ​ດ້ວຍ​ຄວາມ​ດີໃຈຍ້ອນ​ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຕ້ອງການ. ໃຫ້​ເຫວ​ເລິກ​ໆ​ຮ້ອງ​ຍິນດີ​ໃນ​ໄຊ​ຊະນະ ໃຫ້​ພູ​ຕ່າງ​ໆ​ ປ່າ​ໄມ້ ແລະ​ຕົ້ນ​ໄມ້​ທັງໝົດ​ຮ້ອງ​ຢ່າງ​ມີ​ຄວາມສຸກ+ຍ້ອນ​ພະ​ເຢໂຫວາ​ໄດ້​ໄຖ່​ຢາໂຄບ​ຄືນ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ເຫັນ​ຄວາມ​ງາມ​ຂອງ​ເພິ່ນ​ໂດຍ​ທາງ​ອິດສະຣາເອນ.”+ 24  ພະ​ເຢໂຫວາ​ຜູ້​ທີ່​ໄຖ່​ເຈົ້າ​ຄືນ​ມາ+ຜູ້​ທີ່​ສ້າງ​ເຈົ້າ​ຕັ້ງແຕ່​ຢູ່​ທ້ອງ​ແມ່​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ເຮົາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ. ເຮົາ​ເປັນ​ຜູ້​ພື​ທ້ອງຟ້າ​ອອກ+ແລະ​ເຮົາ​ໄດ້​ພື​ແຜ່ນດິນ​ອອກ.+ ມີ​ໃຜ​ຢູ່​ກັບ​ເຮົາ​ໃນ​ຕອນ​ນັ້ນ? 25  ເຮົາ​ກຳລັງ​ເຮັດ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ພວກ​ຜູ້ພະຍາກອນ​ປອມ​ເວົ້າ​ບໍ່​ແມ່ນ​ແທ້ແລະ​ເຮົາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ພວກ​ໝໍ​ມໍ​ເຮັດ​ສິ່ງ​ທີ່​ໂງ່.+ເຮົາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ຄົນ​ສະຫຼາດ​ສັບສົນແລະ​ເຮັດ​ໃຫ້​ຄວາມ​ຮູ້​ຂອງ​ເຂົາເຈົ້າ​ກາຍ​ເປັນ​ເລື່ອງ​ໂງ່.+ 26  ເຮົາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ຄຳເວົ້າ​ຂອງ​ຜູ້​ຮັບໃຊ້​ຂອງ​ເຮົາ​ເປັນ​ຈິງແລະ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ເອົາ​ໄປ​ບອກ​ເກີດ​ຂຶ້ນ​ແທ້.+ເຮົາ​ເປັນ​ຜູ້​ທີ່​ເວົ້າ​ເຖິງ​ເຢຣູຊາເລັມ​ວ່າ ‘ເມືອງ​ນີ້​ຈະ​ມີ​ຄົນ​ອາໄສ​ຢູ່.’+ ແລະ​ເວົ້າ​ເຖິງ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ວ່າ ‘ເມືອງ​ເຫຼົ່ານີ້​ຈະ​ຖືກ​ສ້າງ​ຄືນ​ໃໝ່.+ເຮົາ​ຈະ​ຟື້ນຟູ​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ຊາກ​ຫັກ​ພັງ​ຄືນ​ໃໝ່.’+ 27  ເຮົາ​ເປັນ​ຜູ້​ບອກ​ແມ່​ນ້ຳ​ທີ່​ເລິກ​ໆ​ວ່າ ‘ແຫ້ງ​ສະ!ເຮົາ​ຈະ​ເຮັດ​ໃຫ້​ແມ່​ນ້ຳ​ທັງໝົດ​ຂອງ​ເຈົ້າ​ແຫ້ງ.’+ 28  ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ໄຊຣັດ​ວ່າ+ ‘ລາວ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ.ລາວ​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຮົາ​ຕ້ອງການ.’+ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ເຢຣູຊາເລັມ​ວ່າ ‘ເມືອງ​ນີ້​ຈະ​ຖືກ​ສ້າງ​ຄືນ​ໃໝ່’ ແລະ​ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ວິຫານ​ວ່າ ‘ວິຫານ​ຈະ​ຖືກ​ວາງ​ຮາກ​ຖານ.’”+

ຂໍຄວາມໄຂເງື່ອນ

ຫຼື “ຕັ້ງແຕ່​ເກີດ”
ແປ​ວ່າ “ຄົນ​ທີ່​ຊື່​ກົງ.” ເປັນ​ຄຳ​ທີ່​ໃຊ້​ເອີ້ນ​ອິດສະຣາເອນ​ແບບ​ໃຫ້​ກຽດ.
ຫຼື “ເທ​ນ້ຳ​ໃສ່​ແຜ່ນດິນ​ທີ່​ແຫ້ງ​ແລ້ງ”
ແປ​ຕາມ​ໂຕ​ວ່າ “ເທ”
ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ຕົ້ນໄມ້​ທີ່​ພົບ​ເຫັນ​ໄດ້​ທົ່ວໄປ​ຢູ່​ແຄມ​ແມ່​ນ້ຳ. ໃນ​ພາສາ​ອັງກິດ​ແມ່ນ​ພ໋ອບລາ.
ຫຼື “ຢູ່​ຮ້ານ​ພະ”
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຕົ້ນໄມ້​ໃຫຍ່​ທີ່​ອາດຈະ​ສູງ​ຮອດ 15 ແມັດ ໃບ​ເປັນ​ສີ​ຂຽວ​ແລະ​ໃຊ້​ເຮັດ​ຢາ