ເອຊາຢາ 46:1-13

  • ຮູບ​ບູ⁠ຊາ​ຕ່າງໆ​ຂອງ​ບາບີໂລນ​ທຽບ​ກັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບໍ່​ໄດ້ (1-​13)

    • ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ອະນາຄົດ​ຈະ​ເປັນ​ແນວໃດ (10)

    • ນົກ​ອິນຊີ​ໂຕ​ໜຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ (11)

46  ພະ​ບາອານ​ແລະ​ພະ​ເນໂບ​ຈະ​ຕ້ອງ​ອັບອາຍ.+ ຮູບ​ບູຊາ​ຂອງ​ພະເຈົ້າ​ເຫຼົ່ານີ້ ສັດ​ແບກ​ໃສ່​ຫຼັງ​ມັນ​ໄປ.+ຮູບ​ບູຊາ​ເຫຼົ່ານີ້​ເປັນ​ຄື​ກັບ​ເຄື່ອງ​ໜັກ​ໆ​ທີ່​ເຮັດ​ໃຫ້​ສັດ​ທີ່​ແບກ​ມັນ​ເມື່ອຍ​ຫຼາຍ.   ພະເຈົ້າ​ທັງ​ສອງ​ນີ້​ຈະ​ຕ້ອງ​ອັບອາຍ.ພວກ​ມັນ​ຊ່ວຍ​ຮູບ​ບູຊາ​ຂອງ​ໂຕເອງ​ທີ່​ສັດ​ແບກ​ຢູ່​ກໍ​ບໍ່​ໄດ້ແລະ​ພວກ​ມັນ​ເອງ​ກໍ​ຕ້ອງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.   “ລູກ​ຫຼານ​ຂອງ​ຢາໂຄບ​ແລະ​ລູກ​ຫຼານ​ຂອງ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຢູ່ ໃຫ້​ຟັງ​ເຮົາ​ເດີ້.+ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່​ແລະ​ໄດ້​ອູ້ມ​ພວກເຈົ້າ​ຕັ້ງແຕ່​ເກີດ.+   ຈົນ​ຮອດ​ຕອນ​ທີ່​ພວກເຈົ້າ​ເຖົ້າ ເຮົາ​ກໍ​ຈະ​ເຮັດ​ຄື​ເກົ່າ.+ຈົນ​ຮອດ​ຕອນ​ທີ່​ຜົມ​ພວກເຈົ້າ​ຫງອກ ເຮົາ​ກໍ​ຈະ​ອູ້ມ​ພວກເຈົ້າ​ໄວ້​ຕໍ່​ໆ​ໄປ. ເຮົາ​ຈະ​ອູ້ມ​ພວກເຈົ້າ​ແລະ​ຊ່ວຍ​ພວກເຈົ້າ​ຄື​ກັບ​ທີ່​ເຮົາ​ເຄີຍ​ເຮັດ.+   ພວກເຈົ້າ​ຈະ​ເອົາ​ເຮົາ​ໄປ​ທຽບ​ກັບ​ໃຜ ຫຼື​ຈະ​ເອົາ​ໃຜ​ມາ​ທຽບ​ກັບ​ເຮົາ?+ບໍ່​ມີ​ໃຜ​ທຽບ​ເທົ່າ​ເຮົາ​ໄດ້.+   ຄົນ​ຖອກ​ຄຳ​ອອກ​ຈາກ​ຖົງ​ຂອງ​ເຂົາເຈົ້າເອົາ​ເງິນ​ໄປ​ຊັ່ງ ແລະ​ຈ້າງ​ຊ່າງ​ຕີ​ເຫຼັກ​ໃຫ້​ເອົາ​ເງິນ​ເອົາ​ຄຳ​ນັ້ນ​ໄປ​ເຮັດ​ຮູບ​ພະ​ໃຫ້​ເຂົາເຈົ້າ.+ ແລ້ວ​ເຂົາເຈົ້າ​ກໍ​ກົ້ມ​ກາບ​ແລະ​ນະມັດສະການ​ຮູບ​ພະ​ນັ້ນ.+   ເຂົາເຈົ້າ​ຍົກ​ຮູບ​ພະ​ຂຶ້ນ​ໃສ່​ບ່າ+ແລະ​ແບກ​ໄປ​ວາງ​ໄວ້​ຢູ່​ບ່ອນ​ຂອງ​ມັນ ແລ້ວ​ມັນ​ກໍ​ຕັ້ງ​ຢູ່​ຫັ້ນ. ມັນ​ຍ່າງ​ໄປ​ໃສ​ມາ​ໃສ​ກໍ​ບໍ່​ໄດ້.+ ເຂົາເຈົ້າ​ຮ້ອງ​ຂໍ​ໃຫ້​ຮູບ​ພະ​ນັ້ນ​ຊ່ວຍ ແຕ່​ມັນ​ກໍ​ບໍ່​ຕອບ.ມັນ​ຊ່ວຍ​ໃຜ​ໃຫ້​ພົ້ນ​ຈາກ​ຄວາມ​ຍາກ​ລຳບາກ​ກໍ​ບໍ່​ໄດ້.+   ໃຫ້​ຈື່​ສິ່ງ​ເຫຼົ່ານີ້​ໄວ້​ແລະ​ໃຫ້​ກ້າຫານ. ພວກ​ເຈົ້າ​ທີ່​ເປັນ​ຄົນ​ເຮັດ​ຜິດ ໃຫ້​ຈື່​ໄວ້​ໃນ​ໃຈ​ເດີ້.   ໃຫ້​ຈື່​ສິ່ງ​ຕ່າງ​ໆ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້.*ເຮົາ​ແມ່ນ​ພະເຈົ້າ​ແລະ​ບໍ່​ມີ​ພະເຈົ້າ​ອື່ນ. ເຮົາ​ແມ່ນ​ພະເຈົ້າ​ແລະ​ບໍ່​ມີ​ໃຜ​ຄື​ເຮົາ.+ 10  ຕັ້ງແຕ່​ທຳອິດ​ເຮົາ​ບອກ​ລ່ວງ​ໜ້າ​ວ່າ​ຜົນ​ອອກ​ມາ​ຈະ​ເປັນ​ແນວໃດແລະ​ຕັ້ງແຕ່​ດົນ​ແລ້ວ ເຮົາ​ໄດ້​ບອກ​ລ່ວງ​ໜ້າ​ກ່ຽວກັບ​ສິ່ງ​ຕ່າງ​ໆ​ທີ່​ຍັງ​ບໍ່​ທັນ​ເກີດ​ຂຶ້ນ.+ ເຮົາ​ບອກ​ວ່າ ‘ເຮົາ​ຕັດສິນໃຈ*​ແນວໃດ​ມັນ​ກໍ​ຈະ​ເປັນ​ຕາມ​ນັ້ນ+ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ຕ້ອງການ.’+ 11  ເຮົາ​ຈະ​ເອີ້ນ​ນົກ​ອິນຊີ​ໂຕ​ໜຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ.+ເຮົາ​ຈະ​ເອີ້ນ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​ເພື່ອ​ໃຫ້​ລາວ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ຕັ້ງໃຈ​ໄວ້​ໃຫ້​ສຳເລັດ.+ ເຮົາ​ເວົ້າ​ໄວ້​ແນວໃດ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ. ເຮົາ​ຕັ້ງໃຈ​ໄວ້​ແນວໃດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ສຳເລັດ.+ 12  ພວກ​ເຈົ້າ​ທີ່​ເປັນ​ຄົນ​ຫົວ​ແຂງ ໃຫ້​ຟັງ​ເຮົາ​ເດີ້.ພວກ​ເຈົ້າ​ຢູ່​ໄກ​ຈາກ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. 13  ເຮົາ​ໄດ້​ເອົາ​ຄວາມ​ຖືກຕ້ອງ​ຂອງ​ເຮົາ​ມາ​ຢູ່​ໃກ້​ໆ​ ແລະ​ມັນ​ບໍ່​ໄດ້​ຢູ່​ໄກ​ເລີຍ.ເວລາ​ທີ່​ເຮົາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈະ​ບໍ່​ມາ​ຊ້າ.+ເຮົາ​ຈະ​ໃຫ້​ມີ​ຄວາມ​ລອດ​ໃນ​ຊີໂອນ ແລະ​ອິດສະຣາເອນ​ຈະ​ໄດ້​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ເຮົາ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕັ້ງແຕ່​ທຳອິດ”
ຫຼື “ຕັ້ງໃຈ; ແນະນຳ”