ຄວາມທຸກລຳບາກຈະມີມື້ໝົດໄປບໍ?
ທ່ານອາດຈະຕອບວ່າ . . .
-
ຈະໝົດ
-
ຈະບໍ່ໝົດ
-
ບໍ່ຮູ້
ຄຳພີໄບເບິນກ່າວວ່າ
“ພະເຈົ້າ . . . ຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ.”—ຄຳປາກົດ 21:3, 4
ເຮົາຈະໄດ້ຫຍັງ?
ຈະໝັ້ນໃຈໄດ້ວ່າບັນຫາຕ່າງໆໃນໂລກນີ້ບໍ່ເປັນຍ້ອນພະເຈົ້າ.—ຢາໂກໂບ 1:13
ຈະມີຄວາມສະບາຍໃຈທີ່ຮູ້ວ່າພະເຈົ້າຮູ້ສຶກແນວໃດເມື່ອເຮົາປະສົບຄວາມທຸກລຳບາກ.—ຊາກາລີ 2:8
ຈະມີຄວາມຫວັງວ່າຄວາມທຸກລຳບາກທັງສິ້ນຈະໝົດໄປ.—ຄຳເພງ 37:9-11
ເຮົາຈະເຊື່ອໄດ້ແທ້ໆບໍໃນສິ່ງທີ່ຄຳພີໄບເບິນກ່າວໄວ້?
ເຊື່ອໄດ້ແທ້ ຢ່າງໜ້ອຍມີເຫດຜົນສອງຢ່າງ:
-
ພະເຈົ້າກຽດຊັງຄວາມທຸກລຳບາກແລະຄວາມບໍ່ຍຸຕິທຳ. ໃຫ້ເຮົາພິຈາລະນາເບິ່ງວ່າພະເຢໂຫວາຮູ້ສຶກແນວໃດເມື່ອປະຊາຊົນຂອງພະອົງຖືກຂົ່ມເຫງຢ່າງໂຫດຮ້າຍໃນສະໄໝທີ່ມີການບັນທຶກຄຳພີໄບເບິນ. ຄຳພີໄບເບິນກ່າວວ່າພະອົງເປັນທຸກຍ້ອນ “ຄົນທັງຫຼາຍທີ່ໄດ້ບຽດບຽນແລະໄດ້ຢຽບຍ່ຳ” ປະຊາຊົນຂອງພະອົງ.—ຜູ້ຕັດສິນ 2:18
ພະເຈົ້າເຄືອງໃຈຫຼາຍຕໍ່ຜູ້ທີ່ທຳຮ້າຍຄົນອື່ນ. ຕົວຢ່າງເຊັ່ນ ຄຳພີໄບເບິນບອກວ່າພະອົງກຽດຊັງ “ມືທີ່ໃຫ້ເລືອດບໍ່ຜິດໄຫຼອອກ.”—ສຸພາສິດ 6:16, 17
-
ພະເຈົ້າຫ່ວງໃຍພວກເຮົາແຕ່ລະຄົນ. ເຮົາແຕ່ລະຄົນຮູ້ສຶກໄດ້ເຖິງ “ໂລຄາໄພແລະ . . . ຄວາມເຈັບ” ແລະພະເຢໂຫວາກໍຮູ້ສຶກໄດ້ຄືກັນ!—2 ຂ່າວຄາວ 6:29, 30
ອີກບໍ່ດົນ ໂດຍທາງລາຊະອານາຈັກ ພະເຢໂຫວາຈະເຮັດໃຫ້ຄວາມທຸກລຳບາກຂອງທຸກໆຄົນໝົດໄປ. (ມັດທາຍ 6:9, 10) ແຕ່ກ່ອນຈະເຖິງເວລານັ້ນ ພະອົງໄດ້ໃຫ້ການຊູໃຈຄົນເຫຼົ່ານັ້ນທີ່ຈິງໃຈແລະສະແຫວງຫາພະອົງ.—ກິດຈະການ 17:27; 2 ໂກລິນໂທ 1:3, 4
ສິ່ງທີ່ຄວນຄິດເຖິງ
ເປັນຫຍັງພະເຈົ້າຈຶ່ງຍອມໃຫ້ມີຄວາມທຸກລຳບາກ?
ຄຳພີໄບເບິນມີຄຳຕອບໃນພະທຳໂລມ 5:12 ແລະ 2 ເປໂຕ 3:9