ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ຂ້ອຍ​ຮູ້ສຶກ​ປອດໄພ​ຍ້ອນ​ໄວ້​ວາງໃຈ​ພະ​ເຢໂຫວາ

ຂ້ອຍ​ຮູ້ສຶກ​ປອດໄພ​ຍ້ອນ​ໄວ້​ວາງໃຈ​ພະ​ເຢໂຫວາ

ເມື່ອ​ມີ​ຄົນ​ຖາມ​ຂ້ອຍ​ວ່າ​ຊີວິດ​ຮັບໃຊ້​ຂອງ​ຂ້ອຍ​ຜ່ານ​ມາ​ເປັນ​ແນວ​ໃດ ຂ້ອຍ​ມັກ​ບອກ​ວ່າ: “ຂ້ອຍ​ເປັນ​ຄື​ກັບ​ກະເປົ໋າ​ເດີນທາງ​ໃນ​ມື​ຂອງ​ພະ​ເຢໂຫວາ” ເຊິ່ງ​ໝາຍ​ຄວາມ​ວ່າ ຖ້າ​ພະ​ເຢໂຫວາ​ກັບ​ອົງການ​ຂອງ​ເພິ່ນ​ໃຊ້​ຂ້ອຍ​ໄປ​ບ່ອນ​ໃດ ຂ້ອຍ​ກໍ​ຈະ​ໄປ. ວຽກ​ຮັບໃຊ້​ທີ່​ຜ່ານ​ມາ​ເຮັດ​ໃຫ້​ຊີວິດ​ຂ້ອຍ​ລຳບາກ​ຢູ່ ແລະ​ບາງ​ເທື່ອ​ກໍ​ເກືອບ​ຕາຍ​ຊ້ຳ ແຕ່​ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ປອດໄພ​ແທ້​ໆ.

ເລີ່ມ​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ໄວ້​ວາງໃຈ​ເພິ່ນ

ຂ້ອຍ​ເກີດ​ໃນ​ປີ 1948 ຢູ່​ບ້ານ​ນ້ອຍ​ໆ​ບ້ານ​ໜຶ່ງ​ຢູ່​ທາງ​ທິດ​ຕາເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະເທດ​ນີເຊເຣຍ. ໃນ​ປີ​ນັ້ນ​ອາວ​ຂອງ​ຂ້ອຍ​ຊື່​ມຸດ​ສະ​ຕາ​ຟາ​ກັບ​ອ້າຍ​ກົກ​ຂອງ​ຂ້ອຍ​ຊື່​ວາຮາບິ​ໄດ້​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ. ຕອນ​ຂ້ອຍ​ອາຍຸ 9 ປີ​ພໍ່​ຂ້ອຍ​ກໍ​ຕາຍ ຂ້ອຍ​ເສຍໃຈ​ຫຼາຍ​ແທ້​ໆ. ແຕ່​ອ້າຍ​ບອກ​ຂ້ອຍ​ວ່າ​ເຮົາ​ຈະ​ໄດ້​ເຈິ​ກັບ​ພໍ່​ອີກ​ຍ້ອນ​ພໍ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາ​ຍ. ເລື່ອງ​ນີ້​ກະຕຸ້ນ​ຂ້ອຍ​ໃຫ້​ຢາກ​ຮຽນ​ຄຳພີ​ໄບເບິນ. ໃນ​ປີ 1963 ຂ້ອຍ​ກັບ​ອ້າຍ 2 ຄົນ​ແລະ​ນ້ອງ​ຊາຍ​ອີກ​ຜູ້​ໜຶ່ງ​ຮັບ​ບັບເຕມາ​ພ້ອມ​ກັນ.

ໃນ​ປີ 1965 ຂ້ອຍ​ໄປ​ຢູ່​ເມືອງ​ລາກ໋ອດສ໌​ກັບ​ອ້າຍ​ຂອງ​ຂ້ອຍ​ທີ່​ຊື່​ວິວ​ສັນ​ແລະ​ເຂົ້າ​ຮ່ວມ​ປະຊຸມ​ກັບ​ປະຊາຄົມ​ອິກໂບບີ. ຢູ່​ປະຊາຄົມ​ນັ້ນ​ມີ​ໄພໂອເນຍ​ປະຈຳ​ຫຼາຍ​ຄົນ​ທີ່​ກະຕືລືລົ້ນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ ສິ່ງ​ນີ້​ກະຕຸ້ນ​ຂ້ອຍ​ໃຫ້​ຢາກ​ຮັບໃຊ້​ແບບ​ເຂົາເຈົ້າ. ຂ້ອຍ​ເປັນ​ໄພໂອເນຍ​ໃນ​ເດືອນ​ມັງກອນ ປີ 1968.

ພີ່ນ້ອງ​ຊາຍ​ຊື່​ອໍ​ເບີດ ໂອລັກເບບີ​ທີ່​ຮັບໃຊ້​ຢູ່​ເບເທນ​ໄດ້​ປະຊຸມ​ກັບ​ພວກ​ເຮົາ​ທີ່​ເປັນ​ໄວລຸ້ນ​ກ່ຽວກັບ​ການ​ເປັນ​ໄພໂອເນຍ​ພິເສດ​ເພື່ອ​ຮັບໃຊ້​ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ​ນີເຊເຣຍ. ຂ້ອຍ​ຍັງ​ຈື່​ຄຳເວົ້າ​ຂອງ​ພີ່ນ້ອງ​ອໍ​ເບີດ​ທີ່​ເວົ້າ​ວ່າ: “ພວກ​ເຈົ້າ​ຍັງ​ໜຸ່ມ​ຍັງ​ນ້ອຍ ພວກ​ເຈົ້າ​ສາມາດ​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ຢູ່​ຫັ້ນ​ມີ​ວຽກ​ຫຼາຍ​ຢ່າງ​ໃຫ້​ເຮັດ!” ຂ້ອຍ​ຢາກ​ຮຽນ​ແບບ​ຄວາມ​ກະຕືລືລົ້ນ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ແລະ​ໄປ​ໃສ​ກໍ​ໄດ້​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ຂ້ອຍ​ໄປ. ຂ້ອຍ​ຈຶ່ງ​ສະໝັກ​ເປັນ​ໄພໂອເນຍ​ພິເສດ.—ອຊຢ. 6:8

ໃນ​ເດືອນ​ພຶດສະພາ ປີ 1968 ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ຄາໂນ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ​ນີເຊເຣຍ. ໃນ​ປີ 1967-1970 ເກີດ​ສົງຄາມ​ເບຍຟຣານ​ຢູ່​ຫັ້ນ​ເຊິ່ງ​ເຮັດ​ໃຫ້​ຄົນ​ທີ່​ຢູ່​ພາກ​ເໜືອ​ຂອງ​ປະເທດ​ນີເຊເຣຍ​ໄດ້​ຮັບ​ບາດເຈັບ​ແລະ​ຕາຍ​ບັກ​ຫຼາຍ​ໆ. ສົງຄາມ​ນັ້ນ​ລາມ​ໄປ​ຮອດ​ທິດ​ຕາເວັນ​ອອກ​ຂອງ​ປະເທດ​ນີເຊເຣຍ​ນຳ​ອີກ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຫວັງ​ດີ​ກັບ​ຂ້ອຍ​ໄດ້​ຫ້າມ​ບໍ່​ໃຫ້​ຂ້ອຍ​ໄປ​ຫັ້ນ ແຕ່​ຂ້ອຍ​ບອກ​ລາວ​ວ່າ: “ຂອບໃຈ​ຫຼາຍ​ໆ​ທີ່​ເປັນ​ຫ່ວງ​ຂ້ອຍ ແຕ່​ຖ້າ​ພະ​ເຢໂຫວາ​ຈະ​ສົ່ງ​ຂ້ອຍ​ໄປ​ຮັບໃຊ້​ຢູ່​ໃສ ຂ້ອຍ​ກໍ​ຍິນດີ​ທີ່​ຈະ​ໄປ ແລະ​ຂ້ອຍ​ກໍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຢູ່​ກັບ​ຂ້ອຍ​ແນ່ນອນ.”

ໄວ້​ວາງໃຈ​ພະ​ເຢໂຫວາ​ເຖິງ​ຈະ​ຮັບໃຊ້​ໃນ​ບ່ອນ​ທີ່​ມີ​ສົງຄາມ

ສົງຄາມ​ກາງ​ເມືອງ​ທີ່​ເກີດຂຶ້ນ​ເຮັດ​ໃຫ້​ເມືອງ​ຄາ​ໂນ​ທີ່​ເປັນ​ເມືອງ​ໃຫຍ່​ຢູ່​ໃນ​ສະພາບ​ທີ່​ເສຍຫາຍ​ຫຼາຍ​ແທ້​ໆ. ຕອນ​ທີ່​ເຮົາ​ໄປ​ປະກາດ ບາງ​ເທື່ອ​ເຮົາ​ເຈິ​ສົບຄົນຕາຍ​ຫຼາຍ​ສົບ​ທີ່​ຖືກ​ຂ້າ​ຍ້ອນ​ການ​ຕໍ່ສູ້. ຢູ່​ເມືອງ​ຄາ​ໂນ​ມີ​ຫຼາຍ​ປະຊາຄົມ ແຕ່​ພີ່ນ້ອງ​ສ່ວນ​ຫຼາຍ​ໄດ້​ໜີ​ໄປ​ໝົດ​ເຫຼືອ​ຜູ້​ປະກາດ​ບໍ່​ຮອດ 15 ຄົນ ແລະ​ເຂົາເຈົ້າ​ກໍ​ຢ້ານ​ຫຼາຍ ແຕ່​ເມື່ອ​ພວກ​ເຮົາ​ທີ່​ເປັນ​ໄພໂອເນຍ​ພິເສດ 6 ຄົນ​ໄປ​ຮອດ​ຫັ້ນ​ພີ່ນ້ອງ​ເຫຼົ່າ​ນັ້ນ​ກໍ​ດີໃຈ​ຫຼາຍ. ພວກ​ເຮົາ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ຈົນ​ເຂົາເຈົ້າ​ຮູ້ສຶກ​ດີ​ຂຶ້ນ ແລະ​ພວກ​ເຮົາ​ກໍ​ຊ່ວຍ​ຈັດການ​ປະຊຸມ​ແລະ​ການ​ປະກາດ​ອີກ ແລ້ວ​ກໍ​ຊ່ວຍ​ພີ່ນ້ອງ​ເລີ່ມ​ສົ່ງ​ລາຍງານ​ການ​ປະກາດ​ແລະ​ສັ່ງ​ປຶ້ມ​ຈາກ​ສາຂາ​ອີກ.

ພວກ​ເຮົາ​ທີ່​ເປັນ​ໄພໂອເນຍ​ພິເສດ​ເລີ່ມ​ຮຽນ​ພາສາ​ເຮົາຊາ​ທີ່​ເປັນ​ພາສາ​ຖິ່ນ​ຢູ່​ຫັ້ນ. ເມື່ອ​ຄົນ​ໃນ​ເມືອງ​ນັ້ນ​ໄດ້​ຍິນ​ເຮົາ​ປະກາດ​ໃນ​ພາສາ​ຂອງ​ເຂົາເຈົ້າ ເຂົາເຈົ້າ​ກໍ​ຟັງ​ພວກ​ເຮົາ. ແຕ່​ເມືອງ​ຄາ​ໂນ​ກໍ​ມີ​ສາສະໜາ​ຫຼັກ​ທີ່​ຄົນ​ໃນ​ເມືອງ​ນັ້ນ​ນັບຖື​ຢູ່​ແລ້ວ ສະມາຊິກ​ຂອງ​ສາສະໜາ​ນັ້ນ​ຈຶ່ງ​ບໍ່​ມັກ​ທີ່​ພວກ​ເຮົາ​ປະກາດ. ມີ​ເທື່ອ​ໜຶ່ງ​ຜູ້​ຊາຍ​ຄົນ​ໜຶ່ງ​ຈັບ​ມີດ​ໄລ່​ຟັນ​ຂ້ອຍ​ກັບ​ໝູ່​ໄພໂອເນຍ ແຕ່​ໄຄ​ແດ່​ທີ່​ເຮົາ 2 ຄົນ​ແລ່ນ​ໄວ​ກວ່າ ເຮົາ​ກະ​ເລີຍ​ລອດ​ຕາ​ຍ. ເຖິງ​ວ່າ​ຈະ​ມີ​ອັນຕະລາຍ​ປານ​ນັ້ນ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ພວກ​ເຮົາ “ຮູ້ສຶກ​ປອດໄພ” ແລະ​ຈຳນວນ​ຜູ້​ປະກາດ​ກໍ​ເພີ່ມ​ຂຶ້ນ​ຄື​ກັນ. (ເພງ. 4:8) ປັດຈຸບັນ​ນີ້​ເມືອງ​ຄາ​ໂນ​ມີ 11 ປະຊາຄົມ​ແລະ​ມີ​ຜູ້​ປະກາດ​ຫຼາຍ​ກວ່າ 500 ຄົນ.

ເຈິ​ການ​ຕໍ່ຕ້ານ​ຢູ່​ປະເທດ​ນີເຊ

ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ເມືອງ​ນີອາເມ ປະເທດ​ນີເຊ

ຫຼັງ​ຈາກ​ທີ່​ເຮົາ​ຢູ່​ເມືອງ​ຄາ​ໂນ​ໄດ້ 2-3 ເດືອນ ໃນ​ເດືອນ​ສິງຫາ 1968 ຂ້ອຍ​ກັບ​ໄພໂອເນຍ​ພິເສດ​ອີກ 2 ຄົນ​ກໍ​ຖືກ​ຍ້າຍ​ໄປ​ເມືອງ​ນີອາເມ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ສາທາລະນະລັດ​ນີເຊ. ເມື່ອ​ເຮົາ​ໄປ​ຮອດ​ນີເຊ ເຮົາ​ກໍ​ໄດ້​ຮູ້​ວ່າ​ບ່ອນ​ນັ້ນ​ເປັນ​ບ່ອນ​ທີ່​ຮ້ອນ​ທີ່​ສຸດ​ໃນ​ທະວີບ​ອາຝຼິກກາ. ນອກ​ຈາກນັ້ນ ເຮົາ​ຕ້ອງ​ຮຽນ​ພາສາ​ໃໝ່​ເຊິ່ງ​ກໍ​ຄື​ພາສາ​ຝຣັ່ງ​ທີ່​ເປັນ​ພາສາ​ທາງ​ການ​ຂອງ​ປະເທດ​ນີ້. ເຖິງ​ວ່າ​ຈະ​ເຈິ​ກັບ​ຂໍ້​ທ້າທາຍ​ແບບ​ນີ້ ເຮົາ​ກໍ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ປະກາດ​ຮ່ວມ​ກັບ​ພີ່ນ້ອງ​ທີ່​ມີ​ບໍ່​ເທົ່າ​ໃດ​ຄົນ​ໃນ​ເມືອງ​ນີອາເມ. ຫຼັງ​ຈາກນັ້ນ​ບໍ່​ດົນ ເກືອບ​ທຸກ​ຄົນ​ທີ່​ອ່ານ​ໜັງສື​ໄດ້​ໃນ​ເມືອງ​ນີອາເມ​ກໍ​ຮັບ​ເອົາ​ປຶ້ມ​ຄວາມ​ຈິງ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ຕະຫຼອດ​ໄປ. ບາງ​ຄົນ​ທີ່​ຢູ່​ຫັ້ນ​ເຖິງຂັ້ນ​ຊອກ​ຫາ​ເຮົາ​ເພື່ອ​ຈະ​ຂໍ​ປຶ້ມ​ຫົວ​ນີ້​ຊ້ຳ!

ຕໍ່​ມາ​ບໍ່​ດົນ​ເຮົາ​ກໍ​ເຫັນ​ວ່າ​ອຳນາດ​ການ​ປົກຄອງ​ຢູ່​ປະເທດ​ນີເຊ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ. ໃນ​ເດືອນ​ກໍລະກົດ​ປີ 1969 ເຮົາ​ຈັດ​ການ​ປະຊຸມ​ໝວດ​ເທື່ອ​ທຳອິດ​ຢູ່​ປະເທດ​ນີເຊ​ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ປະມານ 20 ຄົນ ແລະ​ມີ​ຜູ້​ປະກາດ​ໃໝ່ 2 ຄົນ​ຈະ​ຮັບ​ບັບເຕມາ. ແຕ່​ໃນ​ການ​ປະຊຸມ​ໝວດ​ມື້​ທຳອິດ ຕຳຫຼວດ​ໄດ້​ເຂົ້າ​ມາ​ບ່ອນ​ປະຊຸມ​ແລະ​ສັ່ງ​ໃຫ້​ເຮົາ​ຢຸດ​ການ​ປະຊຸມ ແລະ​ເຂົາເຈົ້າ​ເອົາ​ໄພໂອເນຍ​ພິເສດ​ກັບ​ຜູ້​ດູແລ​ໝວດ​ໄປ​ຫ້ອງ​ການ​ຕຳຫຼວດ​ເພື່ອ​ສອບ​ສວນ. ເມື່ອ​ສອບ​ສວນ​ແລ້ວ​ເຂົາເຈົ້າ​ກໍ​ສັ່ງ​ໃຫ້​ພີ່ນ້ອງ​ເຫຼົ່າ​ນີ້​ກັບ​ມາ​ລາຍງານ​ໂຕ​ໃນ​ມື້​ຕໍ່​ໄປ. ເຮົາ​ຮູ້​ເລີຍ​ວ່າ​ເຂົາເຈົ້າ​ຕ້ອງ​ສ້າງ​ບັນຫາ​ໃຫ້​ເຮົາ​ແທ້​ໆ​ເຮົາ​ຈຶ່ງ​ຕັດສິນໃຈ​ເຮັດ​ຄຳ​ບັນລະຍາຍ​ຮັບ​ບັບເຕມາ​ຢູ່​ເຮືອນ​ສ່ວນ​ໂຕ ແລະ​ໃຫ້​ຜູ້​ທີ່​ຈະ​ຮັບ​ບັບເຕມາ​ໄປ​ຮັບ​ບັບເຕມາ​ຢູ່​ແມ່​ນ້ຳ.

ສອງ​ສາມ​ອາທິດ​ຫຼັງ​ຈາກນັ້ນ ກະຊວງ​ພາຍ​ໃນ​ກໍ​ສັ່ງ​ໃຫ້​ຂ້ອຍ​ກັບ​ໄພໂອເນຍ​ພິເສດ​ອີກ 5 ຄົນ​ອອກ​ຈາກ​ປະເທດ. ເຂົາເຈົ້າ​ໃຫ້​ເວລາ​ເຮົາ 48 ຊົ່ວໂມງ ແລະ​ເຮົາ​ຕ້ອງ​ຫາ​ທາງ​ອອກ​ຈາກ​ປະເທດ​ເອົາ​ເອງ. ເຮົາ​ເຮັດ​ຕາມ​ຄຳ​ສັ່ງ​ນັ້ນ ແລະ​ຫຼັງ​ຈາກ​ເຮົາ​ອອກ​ຈາກ​ປະເທດ​ແລ້ວ​ເຮົາ​ກໍ​ໄປ​ສຳນັກງານ​ສາຂາ​ຢູ່​ນີເຊເຣຍ​ເລີຍ. ເມື່ອ​ໄປ​ຮອດ​ຫັ້ນ ເຮົາ​ກໍ​ໄດ້​ຮັບ​ວຽກ​ມອບໝາຍ​ໃໝ່.

ຂ້ອຍ​ຖືກ​ມອບໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ໂອລີຊັນບາເຣ​ທີ່​ເປັນ​ບ້ານ​ໜຶ່ງ​ຂອງ​ຄົນ​ນີເຊເຣຍ. ຢູ່​ຫັ້ນ​ມີ​ຜູ້​ປະກາດ​ກຸ່ມ​ນ້ອຍ​ໆ​ກຸ່ມ​ໜຶ່ງ. ຂ້ອຍ​ເຮັດ​ວຽກ​ປະກາດ​ກັບ​ພີ່ນ້ອງ​ຢູ່​ຫັ້ນ​ຢ່າງ​ມີ​ຄວາມ​ສຸກ​ແລະ​ມີ​ນັກສຶກສາ​ຫຼາຍ​ຄົນ. ແຕ່​ຫຼັງ​ຈາກ​ຮັບໃຊ້​ໄດ້ 6 ເດືອນ ສຳນັກງານ​ສາຂາ​ກໍ​ບອກ​ຂ້ອຍ​ໃຫ້​ກັບ​ໄປ​ປະເທດ​ນີເຊ​ອີກ. ຕອນ​ທຳອິດ​ຂ້ອຍ​ກໍ​ຕົກໃຈ​ແລະ​ຢ້ານ​ໜ້ອຍ​ໜຶ່ງ ແຕ່​ຂ້ອຍ​ກໍ​ດີໃຈ​ທີ່​ຈະ​ໄດ້​ກັບ​ໄປ​ຫາ​ພີ່ນ້ອງ​ຢູ່​ຫັ້ນ​ອີກ.

ຂ້ອຍ​ກັບ​ໄປ​ເມືອງ​ນີອາເມ​ອີກ​ເທື່ອ​ໜຶ່ງ. ມື້​ໜຶ່ງ​ຫຼັງ​ຈາກ​ທີ່​ຂ້ອຍ​ໄປ​ຮອດ ຂ້ອຍ​ເຈິ​ກັບ​ນັກ​ທຸລະກິດ​ຜູ້​ໜຶ່ງ​ຄົນ​ນີເຊເຣຍ ລາວ​ຈື່​ໄດ້​ວ່າ​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ ລາວ​ຈຶ່ງ​ຖາມ​ຂ້ອຍ​ຫຼາຍ​ເລື່ອງ​ກ່ຽວກັບ​ຄຳພີ​ໄບເບິນ. ເຮົາ​ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ ແລ້ວ​ລາວ​ກໍ​ເຊົາ​ສູບ​ຢາ​ແລະ​ເຊົາ​ກິນ​ເຫຼົ້າ. ຈາກນັ້ນ ລາວ​ກໍ​ຮັບ​ບັບເຕມາ. ຂ້ອຍ​ດີໃຈ​ຫຼາຍ​ທີ່​ໄດ້​ປະກາດ​ຮ່ວມ​ກັບ​ພີ່ນ້ອງ​ທີ່​ຢູ່​ບ່ອນ​ຕ່າງ​ໆ​ຂອງ​ປະເທດ​ນີເຊ ແລະ​ເຫັນ​ວ່າ​ໃນ​ຫຼາຍ​ປີ​ຜ່ານ​ມາ​ມີ​ຫຼາຍ​ຄົນ​ເຂົ້າ​ມາ​ຮຽນ​ຄວາມ​ຈິງ. ຕອນ​ທີ່​ຂ້ອຍ​ໄປ​ຮອດ​ໃໝ່​ໆ​ມີ​ຜູ້​ປະກາດ​ແຕ່ 31 ຄົນ ແຕ່​ເມື່ອ​ຂ້ອຍ​ອອກ​ຈາກ​ປະເທດ​ນັ້ນ​ກໍ​ມີ​ຜູ້​ປະກາດ 69 ຄົນ.

“ເຮົາ​ບໍ່​ຮູ້​ເລີຍ​ວ່າ​ພີ່ນ້ອງ​ຢູ່​ກີເນ​ເປັນ​ແນວ​ໃດ”

ໃນ​ເດືອນ​ທັນວາ​ປີ 1977 ຂ້ອຍ​ກັບ​ໄປ​ນີເຊເຣຍ​ເພື່ອ​ຝຶກ​ອົບຮົມ 3 ອາທິດ. ຫຼັງ​ຈາກ​ຝຶກ​ອົບຮົມ​ແລ້ວ ພີ່ນ້ອງ​ມາວຄອມວິ​ໂກ​ທີ່​ເປັນ​ຜູ້​ປະສານ​ງານ​ຄະນະ​ກຳມະການ​ສາຂາ​ກໍ​ໃຫ້​ຂ້ອຍ​ໄປ​ຫາ​ລາວ​ຢູ່​ຫ້ອງ ລາວ​ໃຫ້​ຂ້ອຍ​ອ່ານ​ຈົດໝາຍ​ຈາກ​ສຳນັກງານ​ສາຂາ​ເຊຍຣາລີໂອນ. ໃນ​ຈົດໝາຍ​ນັ້ນ​ບອກ​ວ່າ​ສາຂາ​ເຊຍຣາລີໂອນ​ກຳລັງ​ຊອກ​ຫາ​ພີ່ນ້ອງ​ຊາຍ​ທີ່​ເປັນ​ໄພໂອເນຍ ມີ​ສຸຂະພາບ​ແຂງແຮງ ເວົ້າ​ພາສາ​ອັງກິດ​ແລະ​ພາສາ​ຝຣັ່ງ​ໄດ້​ເພື່ອ​ຈະ​ໄປ​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ​ຢູ່​ປະເທດ​ກີເນ. ພີ່ນ້ອງ​ມາວຄອມ​ບອກ​ວ່າ​ຂ້ອຍ​ຖືກ​ເອີ້ນ​ໃຫ້​ກັບ​ມາ​ຝຶກ​ອົບຮົມ​ກໍ​ຍ້ອນ​ເລື່ອງ​ນີ້. ລາວ​ເວົ້າ​ອີກ​ວ່າ: “ວຽກ​ຮັບໃຊ້​ນີ້​ບໍ່​ງ່າ​ຍ.” ລາວ​ໃຫ້​ຂ້ອຍ​ໄປ​ຄິດ​ເບິ່ງ​ກ່ອນ​ແລ້ວ​ຈຶ່ງ​ໃຫ້​ຄຳ​ຕອບ ແຕ່​ຂ້ອຍ​ຕອບ​ລາວ​ທັນທີ​ວ່າ: “ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ຂ້ອຍ​ເຮັດ​ວຽກ​ນີ້ ຂ້ອຍ​ກໍ​ຈະ​ໄປ.”

ຂ້ອຍ​ຂີ່​ຍົນ​ໄປ​ເຊຍຣາລີໂອນ ເມື່ອ​ໄປ​ຮອດ​ຫັ້ນ​ຂ້ອຍ​ກໍ​ໄປ​ສຳນັກງານ​ສາຂາ​ເຊຍຣາລີໂອນ. ຂ້ອຍ​ໄດ້​ເຈິ​ກັບ​ສະມາຊິກ​ຂອງ​ຄະນະ​ກຳມະການ​ສາຂາ​ຜູ້​ໜຶ່ງ ລາວ​ບອກ​ຂ້ອຍ​ວ່າ: “ເຮົາ​ບໍ່​ຮູ້​ເລີຍ​ວ່າ​ພີ່ນ້ອງ​ຢູ່​ກີເນ​ເປັນ​ແນວ​ໃດ.” ເຖິງ​ວ່າ​ສາຂາ​ເຊຍຣາລີໂອນ​ເບິ່ງແຍງ​ວຽກ​ປະກາດ​ຢູ່​ປະເທດ​ກີເນ​ທີ່​ເປັນ​ປະເທດ​ໃກ້​ໆ​ກັນ ແຕ່​ເຂົາເຈົ້າ​ກໍ​ບໍ່​ຮູ້​ແທ້​ໆ​ວ່າ​ພີ່ນ້ອງ​ຢູ່​ຫັ້ນ​ເປັນ​ແນວ​ໃດ​ຍ້ອນ​ຢູ່​ຫັ້ນ​ມີ​ບັນຫາ​ທາງ​ດ້ານ​ການ​ເມືອງ​ຮຸນແຮງ. ເຖິງ​ວ່າ​ສາຂາ​ເຊຍຣາລີໂອນ​ໄດ້​ພະຍາຍາມ​ສົ່ງ​ພີ່ນ້ອງ​ໄປ​ຢາມ​ຢູ່​ກີເນ ແຕ່​ກໍ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ປະເທດ​ນັ້ນ. ຍ້ອນ​ແນວ​ນີ້​ສຳນັກງານ​ສາຂາ​ຈຶ່ງ​ຂໍ​ໃຫ້​ຂ້ອຍ​ໄປ​ເມືອງ​ໂຄນາຄຣີ​ທີ່​ເປັນ​ເມືອງ​ຫຼວງ​ຂອງ​ປະເທດ​ກີເນ ແລະ​ພະຍາຍາມ​ຊອກ​ວິທີ​ທີ່​ຈະ​ຢູ່​ປະເທດ​ນັ້ນ.

“ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ຂ້ອຍ​ເຮັດ​ວຽກ​ນີ້ ຂ້ອຍ​ກໍ​ຈະ​ໄປ”

ເມື່ອ​ເດີນທາງ​ໄປ​ຮອດ​ເມືອງ​ໂຄນາຄຣີ ຂ້ອຍ​ກໍ​ໄປ​ສະຖານ​ທູດ​ນີເຊເຣຍ​ແລະ​ເຈິ​ກັບ​ທູດ​ນີເຊເຣຍ. ຂ້ອຍ​ບອກ​ລາວ​ວ່າ​ຂ້ອຍ​ຢາກ​ປະກາດ​ຢູ່​ປະເທດ​ກີເນ. ລາວ​ບອກ​ຂ້ອຍ​ວ່າ ບໍ່​ຕ້ອງ​ຢູ່​ນີ້​ດອກ​ມັນ​ອັນຕະລາຍ​ຫຼາຍ. ເຈົ້າ​ອາດຈະ​ຖືກ​ຈັບ​ຫຼື​ຖືກ​ທຳຮ້າຍ. ລາວ​ເວົ້າ​ວ່າ: “ກັບ​ໄປ​ປະກາດ​ຢູ່​ນີເຊເຣຍ​ສະ.” ແຕ່​ຂ້ອຍ​ຕອບ​ລາວ​ວ່າ: “ຂ້ອຍ​ຕັ້ງໃຈ​ທີ່​ຈະ​ຢູ່​ນີ້.” ດັ່ງນັ້ນ ລາວ​ຈຶ່ງ​ຂຽນ​ຈົດໝາຍ​ໄປ​ຫາ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປະເທດ​ກີເນ​ເພື່ອ​ໃຫ້​ຊ່ວຍ​ຂ້ອຍ ແລະ​ລັດຖະມົນຕີ​ກໍ​ຊ່ວຍ​ຂ້ອຍ​ແທ້​ໆ.

ຫຼັງ​ຈາກນັ້ນ ຂ້ອຍ​ກໍ​ກັບ​ໄປ​ສາຂາ​ເຊຍຣາລີໂອນ​ແລະ​ບອກ​ໃຫ້​ພີ່ນ້ອງ​ຮູ້​ວ່າ​ລັດຖະມົນຕີ​ອະນຸຍາດ​ໃຫ້​ຂ້ອຍ​ຢູ່​ປະເທດ​ກີເນ​ແລ້ວ. ພີ່ນ້ອງ​ຮ້ອງ​ບັກ​ດັງ​ໆ​ດ້ວຍ​ຄວາມ​ດີໃຈ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ອວຍພອນ​ຂ້ອຍ​ໃຫ້​ເຮັດ​ສຳເລັດ.

ເປັນ​ຜູ້​ດູແລ​ໝວດ​ຢູ່​ເຊຍຣາລີໂອນ

ຕັ້ງແຕ່​ປີ 1978 ຮອດ​ປີ 1979 ຂ້ອຍ​ຮັບໃຊ້​ເປັນ​ຜູ້​ດູແລ​ໝວດ​ຢູ່​ປະເທດ​ກີເນ ປະເທດ​ເຊຍຣາລີໂອນ ແລະ​ເປັນ​ຜູ້​ດູແລ​ໝວດ​ສົມທົບ​ຢູ່​ປະເທດ​ລີເບເຣຍ. ຕອນ​ທຳອິດ​ຂ້ອຍ​ບໍ່​ສະບາຍ​ເລື້ອຍ​ໆ​ແລະ​ບາງ​ເທື່ອ​ກໍ​ບໍ່​ສະບາຍ​ຢູ່​ບ່ອນ​ທີ່​ໄກ​ຄົນ. ແຕ່​ພີ່ນ້ອງ​ກໍ​ພະຍາຍາມ​ແທ້​ໆ​ທີ່​ຈະ​ພາ​ຂ້ອຍ​ໄປ​ສົ່ງ​ຢູ່​ໂຮງໝໍ.

ມີ​ເທື່ອ​ໜຶ່ງ​ຂ້ອຍ​ບໍ່​ສະບາຍ​ແຮງ​ຍ້ອນ​ເປັນ​ໄຂ້​ມາເລເຣຍ​ແລະ​ມີ​ແມ່​ທ້ອງ​ໃນ​ລຳ​ໄສ້. ຫຼັງ​ຈາກ​ທີ່​ຄ່ອຍ​ໆ​ດີ​ຂຶ້ນ ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ພີ່ນ້ອງ​ໄດ້​ລົມ​ກັນ​ແລ້ວ​ວ່າ​ຂ້ອຍ​ຄື​ຊິ​ບໍ່​ລອດ​ແລະ​ຊິ​ເອົາ​ຂ້ອຍ​ໄປ​ຝັງ​ຢູ່​ໃສ. ເຖິງ​ວ່າ​ເຈິ​ກັບ​ເລື່ອງ​ທີ່​ເກືອບ​ຕາຍ​ແບບ​ນີ້ ແຕ່​ຂ້ອຍ​ກໍ​ບໍ່​ເຄີຍ​ຄິດ​ທີ່​ຈະ​ເຊົາ​ເຮັດ​ວຽກ​ມອບໝາຍ​ນີ້. ຂ້ອຍ​ໝັ້ນໃຈ​ສະເໝີ​ວ່າ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ປົກປ້ອງ​ເຮົາ​ໄດ້​ດີ​ທີ່​ສຸດ ແລະ​ເຖິງ​ວ່າ​ເຮົາ​ຕາຍ​ເພິ່ນ​ກໍ​ຈະ​ປຸກ​ເຮົາ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້.

ຂ້ອຍ​ກັບ​ເມຍ​ໄວ້​ວາງໃຈ​ພະ​ເຢໂຫວາ​ສະເໝີ

ມື້​ທີ່​ເຮົາ​ແຕ່ງດອງ​ໃນ​ປີ 1988

ໃນ​ປີ 1988 ຂ້ອຍ​ໄດ້​ເຈິ​ກັບ​ໂດຄັດສ໌ ພີ່ນ້ອງ​ຍິງ​ທີ່​ເປັນ​ໄພໂອເນຍ​ເຊິ່ງ​ຮັກ​ພະ​ເຢໂຫວາ​ຫຼາຍ​ແລະ​ເປັນ​ຄົນ​ຖ່ອມ​ຫຼາຍ. ພວກ​ເຮົາ​ແຕ່ງດອງ​ກັນ​ແລະ​ໂດຄັດສ໌​ກໍ​ຮັບໃຊ້​ໃນ​ວຽກ​ໝວດ​ນຳ​ກັນ​ກັບ​ຂ້ອຍ. ລາວ​ເຕັມໃຈ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ພະ​ເຢໂຫວາ. ຖ້າ​ປະຊາຄົມ​ໃດ​ຢູ່​ບໍ່​ກາຍ 25 ກິໂລແມັດ ພວກ​ເຮົາ​ກໍ​ຈະ​ຍ່າງ​ເອົາ​ແລະ​ຫິ້ວ​ເຄື່ອງ​ໄປ​ນຳ. ແຕ່​ຖ້າ​ປະຊາຄົມ​ໃດ​ຢູ່​ໄກ​ກວ່າ​ນັ້ນ ເຮົາ​ກໍ​ຈະ​ພະຍາຍາມ​ຊອກ​ລົດ​ຫຍັງ​ກໍ​ໄດ້​ເພື່ອ​ຈະ​ໄປ​ຮອດ​ປະຊາຄົມ​ນັ້ນ. ບາງ​ເທື່ອ​ເຮົາ​ຕ້ອງ​ຂີ່​ລົດ​ລຸຍ​ຂີ້ຕົມ​ຫຼື​ແລ່ນ​ເທິງ​ຫົນທາງ​ທີ່​ມີ​ຂຸມ​ໃຫຍ່​ຫຼາຍ​ໆ.

ໂດຄັດສ໌​ເປັນ​ຄົນ​ທີ່​ກ້າຫານ​ຫຼາຍ. ຍົກ​ຕົວຢ່າງ ບາງ​ເທື່ອ​ເຮົາ​ຕ້ອງ​ຂ້າມ​ນ້ຳ​ທີ່​ມີ​ແຂ້​ບັກ​ຫຼາຍ​ໆ. ມີ​ເທື່ອ​ໜຶ່ງ​ເຮົາ​ຕ້ອງ​ເດີນທາງ 5 ມື້ ແລະ​ຕ້ອງ​ຂ້າມ​ແມ່​ນ້ຳ​ສາຍ​ໜຶ່ງ​ໂດຍ​ໃຊ້​ເຮືອ​ເຄນູ​ຍ້ອນ​ວ່າ​ຂົວ​ໄມ້​ທີ່​ຂ້າມ​ແມ່​ນ້ຳ​ນັ້ນ​ມັນ​ຫັກ. ຕອນ​ທີ່​ເຮົາ​ຂ້າມ​ໄປ​ຮອດ​ແຄມ​ຝັ່ງ​ແລ້ວ ໂດຄັດສ໌​ຢືນ​ຂຶ້ນ​ເພື່ອ​ຈະ​ອອກ​ຈາກ​ເຮືອ ແລ້ວ​ລາວ​ກໍ​ຕົກ​ນ້ຳ. ເຮົາ 2 ຄົນ​ລອຍ​ນ້ຳ​ບໍ່​ເປັນ​ແລະ​ມີ​ແຂ້​ບັກ​ຫຼາຍ​ໆ​ຢູ່​ແມ່​ນ້ຳ​ນັ້ນ ແຕ່​ພີ່ນ້ອງ​ຊາຍ​ບາງ​ຄົນ​ລອຍ​ນ້ຳ​ໄປ​ຊ່ວຍ​ໂດຄັດສ໌. ເຮົາ 2 ຄົນ​ຝັນ​ຮ້າຍ​ກ່ຽວກັບ​ເລື່ອງ​ນັ້ນ​ໄລຍະ​ໜຶ່ງ ແຕ່​ເຮົາ​ກໍ​ຍັງ​ຮັບໃຊ້​ຕໍ່​ໄປ.

ລູກ​ຂອງ​ເຮົາ ຢາກິບ​ກັບ​ເອຣິກ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ

ໃນ​ຕົ້ນ​ປີ 1992 ພວກ​ເຮົາ​ຕົກໃຈ​ຫຼາຍ​ທີ່​ໂດຄັດສ໌​ຖື​ພາ. ເຮົາ​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ​ຕໍ່​ໄປ​ຫຼື​ບໍ່. ແຕ່​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ໃຫ້​ຂອງຂວັນ​ນີ້​ກັບ​ເຮົາ. ເຮົາ​ຈຶ່ງ​ຕັ້ງ​ຊື່​ລູກ​ສາວ​ວ່າ​ຢາກິບ​ເຊິ່ງ​ໝາຍເຖິງ​ຂອງຂວັນ​ຈາກ​ພະ​ເຢໂຫວາ. ສີ່​ປີ​ຕໍ່​ມາ​ເຮົາ​ກໍ​ໄດ້​ລູກ​ຊາຍ​ແລະ​ເຮົາ​ຕັ້ງ​ຊື່​ລາວ​ວ່າ​ເອຣິກ. ລູກ​ທັງ​ສອງ​ຄົນ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ​ແທ້​ໆ. ຢາກິບ​ເຮັດ​ວຽກ​ຮັບໃຊ້​ຢູ່​ຫ້ອງ​ການ​ການ​ແປ​ທ້ອງຖິ່ນ ແລະ​ເອຣິກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້.

ເຖິງ​ວ່າ​ໂດຄັດສ໌​ບໍ່​ໄດ້​ເປັນ​ໄພໂອເນຍ​ພິເສດ​ຕໍ່​ຍ້ອນ​ວ່າ​ຕ້ອງ​ລ້ຽງ​ລູກ ແຕ່​ລາວ​ກໍ​ເປັນ​ໄພໂອເນຍ​ປະຈຳ. ສ່ວນ​ຂ້ອຍ​ຍັງ​ເປັນ​ໄພໂອເນຍ​ພິເສດ​ຕໍ່ ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ. ຫຼັງ​ຈາກ​ທີ່​ລູກ 2 ຄົນ​ໃຫຍ່​ແລ້ວ ໂດຄັດສ໌​ກໍ​ກັບ​ມາ​ເປັນ​ໄພໂອເນຍ​ພິເສດ​ໄດ້​ອີກ. ຕອນນີ້​ເຮົາ 2 ຄົນ​ຮັບໃຊ້​ເປັນ​ມິດຊັນນາຣີ​ຢູ່​ເມືອງ​ໂຄນາຄຣີ.

ພະ​ເຢໂຫວາ​ປົກປ້ອງ​ເຮົາ​ແທ້​ໆ​

ພະ​ເຢໂຫວາ​ໃຫ້​ຂ້ອຍ​ໄປ​ໃສ ຂ້ອຍ​ກໍ​ໄປ​ບ່ອນ​ນັ້ນ​ໂລດ. ຂ້ອຍ​ກັບ​ເມຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ປົກປ້ອງ​ແລະ​ອວຍພອນ​ເຮົາ​ແທ້​ໆ. ການ​ໄວ້​ວາງໃຈ​ພະ​ເຢໂຫວາ​ແທນ​ທີ່​ຈະ​ໄວ້​ວາງໃຈ​ຊັບ​ສົມບັດ​ເງິນ​ຄຳ​ເຮັດ​ໃຫ້​ເຮົາ​ຫຼີກລ່ຽງ​ບັນຫາ​ຫຼາຍ​ຢ່າງ​ແລະ​ບໍ່​ອຸກໃຈ​ຫຼາຍ​ເກີນ​ໄປ. ຂ້ອຍ​ກັບ​ໂດຄັດສ໌​ໄດ້​ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ໂຕເອງ​ວ່າ​ພະ​ເຢໂຫວາ​ປົກປ້ອງ​ເຮົາ​ແທ້​ໆ​ຍ້ອນ​ເພິ່ນ​ເປັນ “ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ.” (1ຂຄ. 16:35) ຂ້ອຍ​ໝັ້ນໃຈ​ວ່າ​ທຸກ​ຄົນ​ທີ່​ໄວ້​ວາງໃຈ​ພະ​ເຢໂຫວາ​ເພິ່ນ​ຈະ “ປົກປ້ອງ [ເຂົາເຈົ້າ] ຄື​ກັບ​ຄົນ​ທີ່​ປົກປ້ອງ​ສິ່ງ​ທີ່​ມີ​ຄ່າ​ແລະ​ຫໍ່​ໄວ້​ໃນ​ຖົງ.”—1ຊມ. 25:29