ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 47

ເຮົາ​ຈະ​ຮັກ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?

ເຮົາ​ຈະ​ຮັກ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?

“ໃຫ້​ພວກ​ເຮົາ​ຮັກ​ກັນ​ຕໍ່​ໆ​ໄປ ເພາະ​ຄວາມ​ຮັກ​ມາ​ຈາກ​ພະເຈົ້າ.”—1ຢຮ. 4:7

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

ໃຈ​ຄວາມ​ສຳຄັນ a

1-2. (ກ) ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ​ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ? (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຈະ​ເບິ່ງ​ນຳ​ກັນ?

 ເມື່ອ​ໂປໂລ​ເວົ້າ​ເຖິງ​ຄວາມ​ເຊື່ອ ຄວາມ​ຫວັງ ແລະ​ຄວາມ​ຮັກ ລາວ​ສະຫຼຸບ​ວ່າ​ໃນ 3 ສິ່ງ​ນີ້ “ຄວາມ​ຮັກ​ຍິ່ງໃຫຍ່​ທີ່​ສຸດ.” (1ກຣ. 13:13) ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ແບບ​ນັ້ນ? ຍ້ອນ​ວ່າ​ໃນ​ອະນາຄົດ​ພວກ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ໂລກ​ໃໝ່​ຫຼື​ຫວັງ​ວ່າ​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ຈະ​ເກີດຂຶ້ນ​ແທ້ ເພາະ​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ເປັນ​ຈິງ​ແລ້ວ. ແຕ່​ເຮົາ​ຍັງ​ຕ້ອງ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ຄົນ​ອື່ນ​ຕໍ່​ໆ​ໄປ. ທີ່​ຈິງ ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຕະຫຼອດ​ໄປ.

2 ຍ້ອນ​ວ່າ​ເຮົາ​ຕ້ອງ​ມີ​ຄວາມ​ຮັກ​ຕໍ່​ໆ​ໄປ ເຮົາ​ຈະ​ມາ​ເບິ່ງ 3 ຄຳຖາມ​ຕໍ່​ໄປ​ນີ້: (1) ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກ​ກັນ? (2) ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ໄດ້​ແນວ​ໃດ? ແລະ (3) ເຮົາ​ຈະ​ຮັກ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກ​ກັນ?

3. ເຮົາ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຈະ​ຮັກ​ກັນ?

3 ເປັນ​ຫຍັງ​ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ຈຶ່ງ​ສຳຄັນ? ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຄລິດສະຕຽນ​ແທ້. ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ຮັກ​ກັນ.” (ຢຮ. 13:35) ນອກ​ຈາກນັ້ນ ຄວາມ​ຮັກ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ໂປໂລ​ບອກ​ວ່າ: “ຄວາມ​ຮັກ​ຜູກພັນ​ຜູ້​ຄົນ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.” (ກລຊ. 3:14) ແຕ່​ຍັງ​ມີ​ເຫດຜົນ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ຮັກ​ກັນ. ອັກຄະສາວົກ​ໂຢຮັນ​ຂຽນ​ຫາ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ວ່າ: “ຄົນ​ທີ່​ຮັກ​ພະເຈົ້າ​ກໍ​ຕ້ອງ​ຮັກ​ພີ່ນ້ອງ​ຄື​ກັນ.” (1ຢຮ. 4:21) ເມື່ອ​ເຮົາ​ຮັກ​ກັນ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ພະເຈົ້າ.

4-5. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ກັນ? ຂໍ​ໃຫ້​ຍົກ​ຕົວຢ່າງ

4 ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ? ເພື່ອ​ເປັນ​ຕົວຢ່າງ ໃຫ້​ເບິ່ງ​ວ່າ​ສ່ວນ​ຕ່າງ​ໆ​ຂອງ​ຮ່າງກາຍ​ກັບ​ຫົວໃຈ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ. ຖ້າ​ທ່ານ​ໝໍ​ຢາກ​ຮູ້​ວ່າ​ຫົວໃຈ​ຂອງ​ເຮົາ​ເປັນ​ແນວ​ໃດ ລາວ​ຈະ​ຈັບ​ຊີບພະຈອນ​ຢູ່​ຂໍ້​ແຂນ​ຂອງ​ເຮົາ​ວ່າ​ມັນ​ເຕັ້ນ​ໄວ​ຫຼື​ເຕັ້ນ​ຊ້າ. ການ​ເຮັດ​ແບບ​ນີ້​ອາດ​ຊ່ວຍ​ທ່ານ​ໝໍ​ໃຫ້​ຮູ້​ວ່າ​ຫົວໃຈ​ຂອງ​ເຮົາ​ແຂງແຮງ​ຫຼື​ມີ​ບັນຫາ. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ນີ້?

5 ຄື​ກັບ​ທີ່​ທ່ານ​ໝໍ​ຮູ້​ວ່າ​ຫົວໃຈ​ຂອງ​ເຮົາ​ເປັນ​ແນວ​ໃດ​ຕອນ​ທີ່​ຈັບ​ເບິ່ງ​ຊີບພະຈອນ​ຂອງ​ເຮົາ ເຮົາ​ກໍ​ສາມາດ​ກວດ​ເບິ່ງ​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ຄື​ເກົ່າ​ຫຼື​ບໍ່​ໂດຍ​ສັງເກດ​ເບິ່ງ​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ເປັນ​ແນວ​ໃດ. ຖ້າ​ເຮົາ​ສັງເກດ​ວ່າ​ເຮົາ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຄື​ກັບ​ແຕ່​ກີ້ ເລື່ອງ​ນີ້​ກໍ​ເປັນ​ສັນຍານ​ບອກ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ກຳລັງ​ໜ້ອຍ​ລົງ​ຄື​ກັນ. ແຕ່​ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຢູ່​ສະເໝີ ເຮົາ​ກໍ​ຈະ​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ຍັງ​ຄື​ເກົ່າ.

6. ຖ້າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ກຳລັງ​ໜ້ອຍ​ລົງ ເປັນ​ຫຍັງ​ເຮົາ​ຄວນ​ເບິ່ງ​ໂຕເອງ​ຕື່ມ? (1 ໂຢຮັນ 4:7-9, 11)

6 ຖ້າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ກຳລັງ​ໜ້ອຍ​ລົງ ເຮົາ​ຄວນ​ເບິ່ງ​ໂຕເອງ​ຕື່ມ. ຍ້ອນຫຍັງ? ຍ້ອນ​ວ່າ​ຖ້າ​ເປັນ​ແບບ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ກໍ​ກຳລັງ​ອ່ອນ​ລົງ​ຄື​ກັນ. ອັກຄະສາວົກ​ໂຢຮັນ​ເວົ້າ​ແຈ້ງ​ໆ​ວ່າ: “ຄົນ​ທີ່​ບໍ່​ຮັກ​ພີ່ນ້ອງ​ທີ່​ລາວ​ເບິ່ງ​ເຫັນ​ຈະ​ຮັກ​ພະເຈົ້າ​ທີ່​ລາວ​ເບິ່ງ​ບໍ່​ເຫັນ​ໄດ້​ແນວ​ໃດ?” (1ຢຮ. 4:20) ເຮົາ​ໄດ້​ບົດ​ຮຽນ​ຫຍັງ? ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ຖ້າ​ເຮົາ “ຮັກ​ກັນ.”—ອ່ານ 1 ໂຢຮັນ 4:7-9, 11

ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແນວ​ໃດ?

7-8. ມີ​ວິທີ​ໃດ​ແດ່​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກັນ?

7 ໃນ​ຄຳພີ​ໄບເບິນ​ເຮົາ​ເຫັນ​ຫຼາຍ​ເທື່ອ​ທີ່​ພະ​ເຢໂຫວາ​ສັ່ງ​ວ່າ ໃຫ້ “ຮັກ​ກັນ.” (ຢຮ. 15:12, 17; ຣມ. 13:8; 1ທຊ. 4:9; 1ປຕ. 1:22; 1ຢຮ. 4:11) ແຕ່​ຄວາມ​ຮັກ​ເປັນ​ຄວາມ​ຮູ້ສຶກ​ທີ່​ຢູ່​ໃນ​ໃຈ​ເຮົາ​ທີ່​ບໍ່​ມີ​ໃຜ​ເຫັນ. ຄັນຊັ້ນ ເຮົາ​ຈະ​ສະແດງ​ໃຫ້​ພີ່ນ້ອງ​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ເຂົາເຈົ້າ? ກໍ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ.

8 ມີ​ຫຼາຍ​ວິທີ​ທີ່​ເຮົາ​ເຮັດ​ໃຫ້​ພີ່ນ້ອງ​ເຫັນ​ວ່າ​ເຮົາ​ຮັກ​ເຂົາເຈົ້າ. ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວຢ່າງ. “ເວົ້າ​ຄວາມ​ຈິງ​ຕໍ່​ກັນ.” (ຊກາ. 8:16, ລ.ມ) “ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ.” (ມຣກ. 9:50) “ເປັນ​ຝ່າຍ​ເລີ່ມ​ຕົ້ນ​ໃຫ້​ກຽດ​ຄົນ​ອື່ນ​ກ່ອນ.” (ຣມ. 12:10) “ຕ້ອນຮັບ​ກັນ​ແລະ​ກັນ.” (ຣມ. 15:7) “ໃຫ້​ອະໄພ​ກັນ . . . ຕໍ່​ໄປ.” (ກລຊ. 3:13) “ຊ່ວຍ​ແບ່ງ​ເບົາ​ພາລະ​ຂອງ​ກັນ​ແລະ​ກັນ.” (ຄລຕ. 6:2) “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.” (1ທຊ. 4:18) “ເສີມສ້າງ​ກັນ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ.” (1ທຊ. 5:11) “ອະທິດຖານ​ເພື່ອ​ກັນ​ແລະ​ກັນ.”—ຢກບ. 5:16

ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ກຳລັງ​ເຈິ​ຄວາມ​ຍາກ​ລຳບາກ? (ເບິ່ງ​ຂໍ້ 7-9)

9. ເປັນ​ຫຍັງ​ການ​ໃຫ້​ກຳລັງ​ໃຈ​ຈຶ່ງ​ເປັນ​ວິທີ​ທີ່​ສຳຄັນ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກັນ? (ເບິ່ງ​ຮູບ)

9 ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ກັນ. ເຮົາ​ຈະ​ເບິ່ງ​ຄຳເວົ້າ​ຂອງ​ໂປໂລ​ທີ່​ວ່າ “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.” ເປັນ​ຫຍັງ​ການ​ໃຫ້​ກຳລັງ​ໃຈ​ຈຶ່ງ​ເປັນ​ວິທີ​ທີ່​ສຳຄັນ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ກັນ? ຕາມ​ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ກ່ຽວກັບ​ຄຳພີ​ໄບເບິນ ຄຳເວົ້າ​ທີ່​ໂປໂລ​ໃຊ້​ສຳລັບ “ໃຫ້​ກຳລັງ​ໃຈ” ໝາຍເຖິງ “ການ​ຢືນ​ຢູ່​ທາງ​ຂ້າງ​ຜູ້​ໃດ​ຜູ້​ໜຶ່ງ​ເພື່ອ​ໃຫ້​ກຳລັງ​ໃຈ​ລາວ​ຕອນ​ທີ່​ລາວ​ເຈິ​ບັນຫາ​ທີ່​ໜັກ​ໆ.” ເມື່ອ​ເຮົາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ຢູ່​ໃນ​ສະພາບ​ແບບ​ນັ້ນ ເຮົາ​ກໍ​ຊ່ວຍ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ຕໍ່​ໆ​ໄປ. ທຸກ​ເທື່ອ​ທີ່​ເຮົາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ລາວ.—2ກຣ. 7:6, 7, 13

10. ຄວາມ​ເຫັນອົກເຫັນໃຈ​ແລະ​ການ​ໃຫ້​ກຳລັງ​ໃຈ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

10 ຄວາມ​ເຫັນອົກເຫັນໃຈ​ແລະ​ການ​ໃຫ້​ກຳລັງ​ໃຈ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ? ເມື່ອ​ເຮົາ​ເຫັນອົກເຫັນໃຈ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ກຳລັງ​ເຈິ​ຄວາມ​ຍາກ​ລຳບາກ ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ລາວ​ແລະ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ລາວ. ດັ່ງນັ້ນ ເມື່ອ​ເຮົາ​ເຫັນອົກເຫັນໃຈ​ຜູ້​ໃດ​ຜູ້​ໜຶ່ງ ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ລາວ. ໂປໂລ​ອະທິບາຍ​ວ່າ ຄວາມ​ເຫັນອົກເຫັນໃຈ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ຄົນ​ເຮົາ​ກະຕຸ້ນ​ເພິ່ນ​ໃຫ້​ຢາກ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ. ໂປໂລ​ເວົ້າ​ວ່າ ພະ​ເຢໂຫວາ​ເປັນ “ພໍ່​ທີ່​ມີ​ຄວາມ​ເມດຕາ​ກະລຸນາ​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.” (2ກຣ. 1:3) ໃນ​ຂໍ້​ນີ້​ໂປໂລ​ໃຊ້​ຄຳ​ວ່າ “ເມດຕາ​ກະລຸນາ” ເພື່ອ​ເວົ້າ​ເຖິງ​ການ​ເຫັນອົກເຫັນໃຈ​ຄົນ​ອື່ນ. ພະ​ເຢໂຫວາ​ຖືກ​ເອີ້ນ​ວ່າ “ເປັນ​ພໍ່​ຫຼື​ເປັນ​ບໍ່​ເກີດ​ຂອງ​ຄວາມ​ເມດຕາ​ກະລຸນາ​ກໍ​ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເຫັນອົກເຫັນໃຈ​ຫຼາຍ.” ຄວາມ​ເຫັນອົກເຫັນໃຈ​ແບບ​ນີ້​ກະຕຸ້ນ​ເພິ່ນ​ໃຫ້​ກຳລັງ​ໃຈ​ເຮົາ “ທຸກ​ຄັ້ງ​ທີ່​ເຈິ​ຄວາມ​ຍາກ​ລຳບາກ.” (2ກຣ. 1:4) ຄື​ກັບ​ທີ່​ນ້ຳ​ເຮັດ​ໃຫ້​ຄົນ​ທີ່​ຫິວ​ນ້ຳ​ສົດ​ຊື່ນ ກຳລັງ​ໃຈ​ຈາກ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ຄົນ​ທີ່​ທຸກໃຈ​ສົດ​ຊື່ນ. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ເຫັນອົກເຫັນໃຈ​ຄົນ​ອື່ນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ? ວິທີ​ໜຶ່ງ​ກໍ​ຄື​ການ​ປູກ​ຝັງ​ຄຸນລັກສະນະ​ຕ່າງ​ໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນອົກເຫັນໃຈ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ຄຸນລັກສະນະ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່?

11. ຕາມ​ໂກໂລຊາຍ 3:12 ແລະ 1 ເປໂຕ 3:8 ມີ​ຄຸນລັກສະນະ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ພີ່ນ້ອງ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ?

11 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກ​ກັນ​ຕໍ່​ໆ​ໄປ​ແລະ “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ” ໃນ​ທຸກ​ໆ​ມື້? ເຮົາ​ຕ້ອງ​ປູກ​ຝັງ​ຄຸນລັກສະນະ​ຕ່າງ​ໆ​ເຊັ່ນ: ຄວາມ​ເຫັນອົກເຫັນໃຈ ການ​ຮັກ​ກັນ​ແບບ​ພີ່ນ້ອງ ແລະ​ຄວາມ​ເມດຕາ. (ອ່ານ​ໂກໂລຊາຍ 3:12; 1 ເປໂຕ 3:8) ຄຸນລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ? ເມື່ອ​ເຮົາ​ເຫັນອົກເຫັນໃຈ​ພີ່ນ້ອງ​ແລະ​ສົນໃຈ​ເຂົາເຈົ້າ​ແທ້​ໆ​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ເມື່ອ​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. ຄື​ກັບ​ທີ່​ພະ​ເຢຊູ​ເວົ້າ​ວ່າ: “ໃຈ​ເຕັມ​ໄປ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ. ຄົນ​ດີ​ເວົ້າ​ແຕ່​ສິ່ງ​ດີ​ໆ​ທີ່​ຢູ່​ໃນ​ໃຈ​ຂອງ​ລາວ.” (ມທ. 12:34, 35) ການ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ຍາມ​ທີ່​ເຂົາເຈົ້າ​ຕ້ອງການ​ເປັນ​ວິທີ​ທີ່​ສຳຄັນ​ຫຼາຍ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ.

ເຮົາ​ຈະ​ຮັກ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?

12. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ໜ້ອຍ​ລົງ? (ຂ) ຕອນນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ?

12 ເຮົາ​ຢາກ “ຮັກ​ກັນ​ຕໍ່​ໆ​ໄປ.” (1ຢຮ. 4:7) ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຈື່​ຄຳ​ເຕືອນ​ຂອງ​ພະ​ເຢຊູ​ທີ່​ວ່າ “ຄວາມ​ຮັກ​ຂອງ​ຄົນ​ສ່ວນ​ຫຼາຍ [ຈະ] ໜ້ອຍ​ລົງ.” (ມທ. 24:12) ພະ​ເຢຊູ​ບໍ່​ໄດ້​ບອກ​ວ່າ​ລູກສິດ​ຂອງ​ເພິ່ນ​ສ່ວນ​ຫຼາຍ​ຈະ​ເຊົາ​ຮັກ​ກັນ. ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຄິດ​ຂອງ​ຄົນ​ໃນ​ໂລກ​ທີ່​ບໍ່​ຮັກ​ກັນ​ມີ​ຜົນ​ກະທົບ​ຕໍ່​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ຄົນ​ອື່ນ. ຕອນ​ທີ່​ຄິດ​ເຖິງ​ເລື່ອງ​ນີ້ ເຮົາ​ຈະ​ເບິ່ງ​ຄຳຖາມ​ສຳຄັນ​ທີ່​ວ່າ ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ຍັງ​ຄື​ເກົ່າ​ຫຼື​ບໍ່?

13. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ຍັງ​ຮັກ​ພີ່ນ້ອງ​ຄື​ເກົ່າ​ຫຼື​ບໍ່?

13 ວິທີ​ໜຶ່ງ​ທີ່​ຈະ​ຮູ້​ວ່າ​ເຮົາ​ຍັງ​ຮັກ​ພີ່ນ້ອງ​ຄື​ເກົ່າ​ຫຼື​ບໍ່ ແມ່ນ​ໃຫ້​ເຮົາ​ເບິ່ງ​ວ່າ​ເມື່ອ​ມີ​ບາງ​ສະຖານະການ​ເກີດຂຶ້ນ ເຮົາ​ເຮັດ​ແນວ​ໃດ. (2ກຣ. 8:8) ເປໂຕ​ບອກ​ວ່າ: “ສຳຄັນ​ທີ່​ສຸດ​ແມ່ນ ໃຫ້​ຮັກ​ກັນ​ຫຼາຍ​ໆ​ເພາະ​ຄວາມ​ຮັກ​ປົກ​ຄຸມ​ບາບ [ຄວາມ​ຜິດ] ໄດ້​ຢ່າງ​ຫຼວງ​ຫຼາຍ.” (1ປຕ. 4:8) ສິ່ງ​ທີ່​ເຮົາ​ເຮັດ​ເມື່ອ​ພີ່ນ້ອງ​ເຮັດ​ຜິດ​ຕໍ່​ເຮົາ​ຫຼື​ເຮັດ​ໃຫ້​ເຮົາ​ເສຍໃຈ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ເຂົາເຈົ້າ​ຍັງ​ຄື​ເກົ່າ​ຫຼື​ບໍ່.

14. ຕາມ 1 ເປໂຕ 4:8 ເຮົາ​ຕ້ອງ​ມີ​ຄວາມ​ຮັກ​ແບບ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ

14 ໃຫ້​ເຮົາ​ເບິ່ງ​ຄຳເວົ້າ​ຂອງ​ເປໂຕ​ແບບ​ລະອຽດ. ສ່ວນ​ທຳອິດ​ຂອງ​ຂໍ້ 8 ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ຕ້ອງ​ມີ​ຕໍ່​ພີ່ນ້ອງ ນັ້ນ​ຄື​ໃຫ້​ເຮົາ “ຮັກ​ກັນ​ຫຼາຍ​ໆ.” ຄຳ​ວ່າ “ຫຼາຍ​ໆ” ທີ່​ເປໂຕ​ໃຊ້ ແປ​ຕາມ​ໂຕ​ວ່າ “ພື​ອອກ.” ສ່ວນ​ທີ 2 ຂອງ​ຂໍ້​ນີ້​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ເມື່ອ​ເຮົາ​ຮັກ​ກັນ​ຫຼາຍ​ໆ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພີ່ນ້ອງ​ສາມາດ​ປົກ​ປິດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ໄດ້. ໃຫ້​ເຮົາ​ນຶກພາບ​ແບບ​ນີ້ ຢູ່​ໜ້າ​ໂຕະ​ໜ່ວຍ​ໜຶ່ງ​ມີ​ຮອຍ​ຂູດ​ຫຼາຍ​ບ່ອນ. ຖ້າ​ເຮົາ​ເອົາ​ຜ້າ​ຜືນ​ໜຶ່ງ​ມາ​ແລ້ວ​ພື​ອອກ​ຈົນ​ສຸດ​ເພື່ອ​ປົກ​ໂຕະ​ໜ່ວຍ​ນັ້ນ ເຮົາ​ກໍ​ຈະ​ປົກ​ຮອຍ​ຂູດ​ທີ່​ຢູ່​ເທິງ​ໂຕະ​ໄດ້​ທັງໝົດ ບໍ່​ແມ່ນ​ຮອຍ​ຂູດ​ໜຶ່ງ​ຫຼື​ສອງ​ບ່ອນ​ເທົ່າ​ນັ້ນ. ຄ້າຍຄື​ກັນ ຖ້າ​ເຮົາ​ຮັກ​ກັນ​ຫຼາຍ​ໆ​ເຮົາ​ກໍ​ຈະ​ປົກ​ຄວາມ​ຜິດ​ທີ່​ເກີດ​ຈາກ​ຄວາມ​ບໍ່​ສົມບູນແບບ​ຂອງ​ພີ່ນ້ອງ​ໄດ້ ບໍ່​ແມ່ນ​ຄວາມ​ຜິດ​ໜຶ່ງ​ຫຼື​ສອງ​ຢ່າງ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ປົກ​ຄຸມ “ບາບ [ຄວາມ​ຜິດ] ໄດ້​ຢ່າງ​ຫຼວງ​ຫຼາຍ.”

15. ຖ້າ​ເຮົາ​ຮັກ​ພີ່ນ້ອງ​ຫຼາຍ​ພໍ ເຮົາ​ຈະ​ເຮັດ​ຫຍັງ​ໄດ້? (ໂກໂລຊາຍ 3:13)

15 ຖ້າ​ເຮົາ​ຮັກ​ພີ່ນ້ອງ​ຫຼາຍ​ພໍ ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ຍົກໂທດ​ໃຫ້​ເຂົາເຈົ້າ​ໄດ້​ຍ້ອນ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຂົາເຈົ້າ ເຖິງ​ວ່າ​ບາງ​ເທື່ອ​ມັນ​ກໍ​ຍາກ​ຫຼາຍ. (ອ່ານ​ໂກໂລຊາຍ 3:13) ເມື່ອ​ເຮົາ​ຍົກໂທດ​ໃຫ້​ພີ່ນ້ອງ​ກໍ​ສະແດງ​ວ່າ​ເຮົາ​ຮັກ​ເຂົາເຈົ້າ​ຫຼາຍ​ແລະ​ເຮົາ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ມີ​ຫຍັງ​ອີກ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຍົກໂທດ​ໃຫ້​ພີ່ນ້ອງ​ແລະ​ເບິ່ງ​ຂ້າມ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໃຫ້​ເຮົາ​ຄຽດ?

ຄື​ກັບ​ທີ່​ເຮົາ​ເລືອກ​ຮູບ​ທີ່​ງາມ​ທີ່​ສຸດ​ໄວ້​ແລະ​ລຶບ​ຮູບ​ທີ່​ບໍ່​ງາມ​ຖິ້ມ ເຮົາ​ກໍ​ຈະ​ເກັບ​ຄວາມ​ຊົງ​ຈຳ​ດີ​ໆ​ກ່ຽວກັບ​ພີ່ນ້ອງ​ໄວ້​ແລະ​ເລືອກ​ທີ່​ຈະ​ບໍ່​ຈື່​ເລື່ອງ​ທີ່​ບໍ່​ດີ​ຂອງ​ເຂົາເຈົ້າ (ເບິ່ງ​ຂໍ້ 16-17)

16-17. ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຂ້າມ​ຈຸດ​ທີ່​ບໍ່​ດີ​ເລັກ​ໆ​ນ້ອຍ​ໆ​ຂອງ​ພີ່ນ້ອງ? ຂໍ​ໃຫ້​ຍົກ​ຕົວຢ່າງ (ເບິ່ງ​ຮູບ)

16 ໃຫ້​ເບິ່ງ​ຈຸດ​ດີ​ຂອງ​ພີ່ນ້ອງ​ແທນ​ທີ່​ຈະ​ເບິ່ງ​ຈຸດ​ເສຍ​ຂອງ​ເຂົາເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ນຳ​ກັນ. ສົມມຸດ​ວ່າ​ເຈົ້າ​ໄປ​ກິນ​ເຂົ້າ​ກັບ​ພີ່ນ້ອງ​ກຸ່ມ​ໜຶ່ງ. ຕອນ​ນັ້ນ​ທຸກ​ຄົນ​ມ່ວນ​ຫຼາຍ ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ​ໆ​ທຸກ​ຄົນ​ກໍ​ຖ່າຍ​ຮູບ​ນຳ​ກັນ. ຕອນ​ທີ່​ຖ່າຍ​ຮູບ ເຈົ້າ​ຈະ​ບໍ່​ຖ່າຍ​ແຕ່​ຮູບ​ດຽວ ເຈົ້າ​ຈະ​ຖ່າຍ​ສອງ​ສາມ​ຮູບ​ເພື່ອ​ກັນ​ໄວ້. ຮູບ​ທີ່​ເຈົ້າ​ຖ່າຍ​ມີ​ທັງໝົດ 3 ຮູບ ແຕ່​ມີ​ຮູບ​ໜຶ່ງ​ປາກົດ​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ບໍ່​ຍິ້ມ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ກັບ​ຮູບ​ນັ້ນ? ເຈົ້າ​ຄື​ຊິ​ລຶບ​ຮູບ​ນັ້ນ​ຖິ້ມ ຍ້ອນ​ເຈົ້າ​ມີ​ອີກ 2 ຮູບ​ແລະ​ທຸກ​ຄົນ​ກໍ​ຍິ້ມ.

17 ຮູບ​ໃນ​ຕົວຢ່າງ​ປຽບທຽບ​ເປັນ​ຄື​ກັບ​ຄວາມ​ຊົງ​ຈຳ​ດີ​ໆ​ທີ່​ເຮົາ​ຈະ​ເກັບ​ໄວ້. ປົກກະຕິ​ແລ້ວ​ຕອນ​ທີ່​ເຮົາ​ຢູ່​ກັບ​ພີ່ນ້ອງ ມັນ​ຈະ​ເປັນ​ເວລາ​ທີ່​ດີ​ແລະ​ມີ​ຄວາມ​ສຸກ. ແຕ່​ບາງ​ເທື່ອ​ພີ່ນ້ອງ​ອາດ​ເວົ້າ​ຫຼື​ເຮັດ​ບາງ​ຢ່າງ​ທີ່​ເຮົາ​ບໍ່​ມັກ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຄວນ​ພະຍາຍາມ​ລືມ​ເລື່ອງ​ນັ້ນ ຄື​ກັບ​ທີ່​ເຮົາ​ໄດ້​ລຶບ​ຮູບ​ທີ່​ບໍ່​ງາມ​ນັ້ນ​ຖິ້ມ. (ສຸພາ. 19:11; ອຟຊ. 4:32) ເຮົາ​ຄວນ​ເລືອກ​ທີ່​ຈະ​ບໍ່​ຈື່​ຈຸດ​ທີ່​ບໍ່​ດີ​ເລັກ​ໆ​ນ້ອຍ​ໆ​ຂອງ​ພີ່ນ້ອງ ແຕ່​ເລືອກ​ທີ່​ຈະ​ຈື່​ຈຸດ​ດີ​ທີ່​ເຂົາເຈົ້າ​ເຮັດ. ຄວາມ​ຊົງ​ຈຳ​ແບບ​ນີ້​ແຫຼະ​ທີ່​ເຮົາ​ຢາກ​ເກັບ​ໄວ້.

ເປັນ​ຫຍັງ​ຕອນນີ້​ຄວາມ​ຮັກ​ຈຶ່ງ​ສຳຄັນ​ຫຼາຍ

18. ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຈຸດ​ສຳຄັນ​ຫຍັງ​ກ່ຽວກັບ​ຄວາມ​ຮັກ?

18 ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກ​ກັນ​ຢູ່​ສະເໝີ? ຄື​ກັບ​ທີ່​ໄດ້​ຮຽນ​ໄປ​ແລ້ວ ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ກໍ​ສ່ຳ​ກັບ​ວ່າ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໄດ້​ແນວ​ໃດ? ວິທີ​ໜຶ່ງ​ແມ່ນ​ໃຫ້​ກຳລັງ​ໃຈ​ກັນ. ເຮົາ​ສາມາດ​ໃຫ້​ກຳລັງ​ໃຈ​ກັນ​ໄດ້​ສະເໝີ​ຖ້າ​ເຮົາ​ເຫັນອົກເຫັນໃຈ​ກັນ. ເຮົາ​ຈະ​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ​ໄດ້​ແນວ​ໃດ? ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ພະຍາຍາມ​ເຕັມທີ​ທີ່​ຈະ​ຍົກໂທດ​ໃຫ້​ກັນ.

19. ເປັນ​ຫຍັງ​ຕອນນີ້​ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ?

19 ເປັນ​ຫຍັງ​ຕອນນີ້​ການ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ? ເປໂຕ​ໃຫ້​ເຫດຜົນ​ວ່າ “ຈຸດຈົບ​ຂອງ​ທຸກ​ສິ່ງ​ມາ​ໃກ້​ແລ້ວ ດັ່ງນັ້ນ . . . ໃຫ້​ຮັກ​ກັນ​ຫຼາຍ​ໆ.” (1ປຕ. 4:7, 8) ແຮ່ງ​ຈຸດຈົບ​ຂອງ​ໂລກ​ຊົ່ວ​ໃກ້​ເຂົ້າ​ມາ ເຮົາ​ກໍ​ແຮ່ງ​ຄາດໝາຍ​ໄດ້​ວ່າ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ໄວ້​ຈະ​ເກີດຂຶ້ນ​ແນ່ນອນ​ທີ່​ວ່າ: “ທຸກ​ປະເທດ​ຈະ​ກຽດຊັງ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ.” (ມທ. 24:9) ເພື່ອ​ຈະ​ຮັບ​ມື​ໄດ້ ເຮົາ​ຕ້ອງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ຊາຕານ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ​ໄດ້​ຍ້ອນ​ເຮົາ​ຮັກ​ກັນ. ຄວາມ​ຮັກ​ແບບ​ນີ້​ແຫຼະ​ທີ່ “ຜູກພັນ​ຜູ້​ຄົນ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.”—ກລຊ. 3:14; ຟລປ. 2:1, 2

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

a ຕອນນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຫຼາຍ​ກວ່າ​ແຕ່​ກ່ອນ. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ແບບ​ນັ້ນ? ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?