ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 24

ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ!

ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທຸກ​ຢ່າງ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ!

“ເຮົາ​ກຳລັງ​ຫັກ​ລ້າງ​ການ​ຄິດ​ຫາ​ເຫດຜົນ​ຜິດໆແລະ​ອັນ​ໃດ​ກໍ​ຕາມ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ.”—2 ໂກ. 10:5, ລ.ມ.

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

ໃຈ​ຄວາມ​ສຳຄັນ *

1. ອັກຄະສາວົກ​ໂປໂລ​ເຕືອນ​ຄລິດສະຕຽນ​ທີ່​ຖືກ​ເຈີມ​ແນວ​ໃດ?

ອັກຄະສາວົກ​ໂປໂລ​ເຕືອນ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ວ່າ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້.” (ໂລມ 12:2, ລ.ມ.) ເປັນ​ຫຍັງ​ລາວ​ຈຶ່ງ​ເຕືອນ​ກົງໆແບບ​ນັ້ນ​ກັບ​ພີ່​ນ້ອງ​ທີ່​ອຸທິດ​ຕົວ​ແດ່​ພະເຈົ້າ​ແລະ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?—ໂລມ 1:7

2-3. ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຖິ້ມ​ພະ​ເຢໂຫວາ​ແນວ​ໃດ ແຕ່​ເຮົາ​ຈະ​ກຳຈັດ “ສິ່ງ​ທີ່​ຝັງ​ຮາກ​ເລິກ” ໃນ​ຄວາມ​ຄິດ​ຂອງ​ເຮົາ​ໄດ້​ແນວ​ໃດ?

2 ໂປໂລ​ເປັນ​ຫ່ວງ​ຄລິດສະຕຽນ​ບາງ​ຄົນ​ເພາະ​ເຂົາ​ເຈົ້າ​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ຄິດ​ຜິດໆແລະ​ປັດຊະຍາ​ທີ່​ໂລກ​ຊາຕານ​ສົ່ງເສີມ. (ເອເຟ. 4:17-19) ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ກໍ​ໄດ້. ເນື່ອງ​ຈາກ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້ ມັນ​ຈຶ່ງ​ສາມາດ​ໃຊ້​ວິທີ​ການ​ຕ່າງໆເພື່ອ​ໂນ້ມນ້າວ​ໃຈ​ເຮົາ​ໃຫ້​ຖິ້ມ​ພະ​ເຢໂຫວາ. ຕົວຢ່າງ: ຖ້າ​ເຮົາ​ເປັນ​ຄົນ​ມັກ​ໃຫຍ່​ໃຝ່​ສູງ ແລະ​ຢາກ​ມີ​ຊື່ສຽງ​ມັນ​ກໍ​ຈະ​ໃຊ້​ສິ່ງ​ນັ້ນ​ມາ​ລໍ້​ໃຈ​ເຮົາ. ມັນ​ອາດ​ພະຍາຍາມ​ໃຊ້​ພູມ​ຫຼັງ ວັດທະນະທຳ ຫຼື​ສິ່ງ​ທີ່​ເຮົາ​ຮຽນ​ຢູ່​ໂຮງ​ຮຽນ​ເພື່ອ​ເຮັດ​ໃຫ້​ເຮົາ​ຄິດ​ແບບ​ມັນ.

3 ເປັນ​ໄປ​ໄດ້​ບໍ​ທີ່​ເຮົາ​ຈະ​ກຳຈັດ “ສິ່ງ​ທີ່​ຝັງ​ຮາກ​ເລິກ” ໃນ​ຄວາມ​ຄິດ​ຂອງ​ເຮົາ? (2 ໂກ. 10:4, ລ.ມ.) ຂໍ​ສັງເກດ​ຄຳ​ເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ເຮົາ​ກຳລັງ​ຫັກ​ລ້າງ​ການ​ຄິດ​ຫາ​ເຫດຜົນ​ຜິດໆ ແລະ​ອັນ​ໃດ​ກໍ​ຕາມ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ ເຮົາ​ກຳລັງ​ເຮັດ​ໃຫ້​ຄວາມ​ຄິດ​ທຸກ​ຢ່າງ​ຢູ່​ໃຕ້​ການ​ຄວບຄຸມ​ເພື່ອ​ໃຫ້​ເຊື່ອ​ຟັງ​ພະ​ຄລິດ.” (2 ໂກ. 10:5, ລ.ມ.) ດັ່ງ​ນັ້ນ ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ຈຶ່ງ​ສາມາດ​ກຳຈັດ​ການ​ຄິດ​ຫາ​ເຫດຜົນ​ທີ່​ຜິດໆໄດ້. ຄ້າຍ​ຄື​ກັບ​ຢາ​ຖອນ​ພິດ​ທີ່​ຊ່ວຍ​ລ້າງ​ສານ​ພິດ ຄຳພີ​ໄບເບິນ​ກໍ​ຊ່ວຍ​ເຮົາ​ໃຫ້​ກຳຈັດ​ຄວາມ​ຄິດ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ໂລກ​ຂອງ​ຊາຕານ.

“ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່”

4. ເຮົາ​ໄດ້​ເຮັດ​ການ​ປ່ຽນ​ແປງ​ຫຍັງ​ແດ່​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?

4 ລອງ​ຄິດ​ຄືນ​ເບິ່ງ​ວ່າ​ເຈົ້າ​ໄດ້​ປ່ຽນ​ແປງ​ຫຍັງ​ແດ່​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລະ​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ ຕອນ​ນັ້ນ​ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ. (1 ໂກ. 6:9-11) ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ຊ່ວຍ​ເຮົາ​ໃຫ້​ເຊົາ​ເຮັດ​ໃນ​ສິ່ງ​ເຫຼົ່າ​ນັ້ນ​ໄດ້!

5. ໃນ​ໂລມ 12:2 ເຮົາ​ຕ້ອງ​ເຮັດ 2 ຢ່າງ​ຫຍັງ​ແດ່?

5 ແຕ່​ເຮົາ​ບໍ່​ຄວນ​ຮູ້ສຶກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ປ່ຽນ​ແປງ​ຫຍັງ​ອີກ. ເຖິງ​ວ່າ​ເຮົາ​ຈະ​ເຊົາ​ເຮັດ​ຜິດ​ຮ້າຍແຮງ​ກ່ອນ​ຮັບ​ບັບເຕມາ ແຕ່​ເຮົາ​ກໍ​ຕ້ອງ​ຫຼີກ​ລ່ຽງ​ສິ່ງ​ທີ່​ລໍ້​ໃຈ​ເຮົາ​ໃຫ້​ກັບ​ໄປ​ເຮັດ​ຜິດ​ແບບ​ເກົ່າ. ເຮົາ​ຈະ​ຫຼີກ​ລ່ຽງ​ໄດ້​ແນວ​ໃດ? ໂປໂລ​ບອກ​ວ່າ: “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້ ແຕ່​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່.” (ໂລມ 12:2, ລ.ມ.) ສະແດງ​ວ່າ​ເຮົາ​ຕ້ອງ​ເຮັດ 2 ຢ່າງ. ທຳອິດ ເຮົາ​ຕ້ອງ “ເຊົາ​ຮຽນ​ແບບ​ຄົນ​ໃນ​ໂລກ​ນີ້” ຫຼື​ບໍ່​ໃຫ້​ໂລກ​ນີ້​ຫຼໍ່ຫຼອມ​ຄວາມ​ຄິດ​ຂອງ​ເຮົາ. ທີ​ສອງ ເຮົາ​ຕ້ອງ “ປ່ຽນ​ແປງ​ຕົວ​ເອງ” ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ໃໝ່.

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 12:43-45?

6 ການ​ປ່ຽນ​ແປງ​ທີ່​ໂປໂລ​ເວົ້າ​ເຖິງ​ບໍ່​ພຽງ​ແຕ່​ເປັນ​ການ​ປ່ຽນ​ແປງ​ພາຍ​ນອກ ແຕ່​ໝາຍ​ເຖິງ​ການ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ. (ເບິ່ງ​ຂອບ “ ປ່ຽນ​ແປງ​ຫຼື​ປອມ​ຕົວ?”) ເຮົາ​ຕ້ອງ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ເຮົາ​ໃໝ່​ເຊິ່ງ​ໝາຍ​ເຖິງ ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຄວາມ​ຕ້ອງການ​ຂອງ​ເຮົາ. ສະນັ້ນ ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ​ແທ້ໆບໍ​ຫຼື​ຂ້ອຍ​ປ່ຽນ​ແປງ​ພຽງ​ແຕ່​ຕົວ​ຕົນ​ພາຍ​ນອກ​ເພື່ອ​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ຄລິດສະຕຽນ?’ ສອງ​ຢ່າງ​ນີ້​ເປັນ​ເລື່ອງ​ສຳຄັນ. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ມັດທາຍ 12:43-45 (ອ່ານ). ຄຳ​ເວົ້າ​ຂອງ​ພະ​ເຍຊູ​ສອນ​ບົດຮຽນ​ທີ່​ສຳຄັນ​ຄື ການ​ກຳຈັດ​ຄວາມ​ຄິດ​ທີ່​ຜິດໆພຽງ​ຢ່າງ​ດຽວ​ຍັງ​ບໍ່​ພໍ ແຕ່​ເຮົາ​ຕ້ອງ​ເອົາ​ຄວາມ​ຄິດ​ຂອງ​ພະເຈົ້າ​ມາ​ໃສ່​ແທນ.

“ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່”

7. ເຮົາ​ຈະ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ​ໄດ້​ແນວ​ໃດ?

7 ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ? ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ພວກ​ເຈົ້າ​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ຢ່າງ​ຕໍ່​ເນື່ອງ ແລະ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງການ ເຊິ່ງ​ເປັນ​ໄປ​ຕາມ​ຄວາມ​ຖືກຕ້ອງ​ຊອບທຳ​ແລະ​ຄວາມ​ພັກດີ​ແທ້.” (ເອເຟ. 4:23, 24, ລ.ມ.) ເປັນ​ໄປ​ໄດ້​ທີ່​ຈະ​ປ່ຽນ​ຕົວ​ຕົນ​ພາຍ​ໃນ ແຕ່​ມັນ​ບໍ່​ງ່າຍ​ປານ​ໃດ. ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຄວບຄຸມ​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ໄວ້ ແຕ່​ເຮົາ​ຕ້ອງ “ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່” ເຊິ່ງ​ໝາຍ​ເຖິງ​ປ່ຽນ​ແປງ​ຄວາມ​ປາຖະໜາ ແຮງ​ກະຕຸ້ນ​ແລະ​ພຶດຕິກຳ​ຂອງ​ເຮົາ. ເຮົາ​ຕ້ອງ​ເຮັດ​ແບບ​ນີ້​ຢ່າງ​ຕໍ່​ເນື່ອງ.

8-9. ປະສົບການ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ?

8 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ມັກ​ໃຊ້​ຄວາມ​ຮຸນແຮງ. ຫຼັງ​ຈາກ​ທີ່​ລາວ​ປ່ຽນ​ນິດໄສ ລາວ​ກໍ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ​ເຊິ່ງ​ເປັນ​ການ​ໃຫ້​ຄຳ​ພະຍານ​ທີ່​ດີ​ໃນ​ແຖວ​ບ້ານ​ລາວ. ແຕ່​ຄືນ​ໜຶ່ງ​ບໍ່​ດົນ​ຫຼັງ​ຈາກ​ຮັບ​ບັບເຕມາ ລາວ​ຖືກ​ທົດ​ສອບ​ໃນ​ແບບ​ທີ່​ລາວ​ບໍ່​ໄດ້​ຄາດ​ຄິດ. ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເມົາ​ເຫຼົ້າ​ມາ​ທ້າ​ຕີ​ລາວ​ຢູ່​ເຮືອນ. ທຳອິດ​ລາວ​ຢັບຢັ້ງ​ຕົວ​ເອງ​ໄດ້ ແຕ່​ເມື່ອ​ຊາຍ​ທີ່​ເມົາ​ເຫຼົ້າ​ໝິ່ນ​ປະໝາດ​ຊື່​ພະ​ເຢໂຫວາ ລາວ​ກໍ​ທົນ​ບໍ່​ໄຫວ​ເລີຍ​ອອກ​ໄປ​ຕີ​ຜູ້​ຊາຍ​ຄົນ​ນັ້ນ. ເປັນ​ຫຍັງ​ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ? ເຖິງ​ວ່າ​ການ​ສຶກສາ​ຄຳພີ​ໄບເບິນ​ຊ່ວຍ​ລາວ​ໃຫ້​ຄວບຄຸມ​ແນວ​ໂນ້ມ​ທີ່​ຢາກ​ໃຊ້​ຄວາມ​ຮຸນແຮງ ແຕ່​ລາວ​ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່. ໝາຍ​ຄວາມ​ວ່າ​ລາວ​ບໍ່​ໄດ້​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ​ແທ້ໆ.

9 ແຕ່​ພີ່​ນ້ອງ​ຄົນ​ນີ້​ບໍ່​ໄດ້​ຢຸດ​ທີ່​ຈະ​ປ່ຽນ​ແປງ​ຕົວ​ເອງ. (ສຸພາ. 24:16) ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່ ລາວ​ໄດ້​ເຮັດ​ຄວາມ​ກ້າວ​ໜ້າ​ຕໍ່​ໄປ. ຈົນ​ໃນ​ທີ່​ສຸດ​ລາວ​ກໍ​ມີ​ຄຸນສົມບັດ​ໄດ້​ເປັນ​ຜູ້​ເຖົ້າ​ແກ່. ມີ​ຄືນ​ໜຶ່ງ​ຕອນ​ທີ່​ຢູ່​ນອກ​ຫໍ​ປະຊຸມ ລາວ​ໄດ້​ເຈິ​ການ​ທົດ​ສອບ​ແບບ​ດຽວ​ກັບ​ທີ່​ລາວ​ເຄີຍ​ເຈິ​ເມື່ອ​ຫຼາຍ​ປີ​ກ່ອນ ມີ​ຊາຍ​ເມົາ​ເຫຼົ້າ​ກຳລັງ​ຈະ​ຕີ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ. ແຕ່​ເທື່ອ​ນີ້​ລາວ​ເຮັດ​ແນວ​ໃດ? ລາວ​ຫາ​ເຫດຜົນ​ກັບ​ຄົນ​ນັ້ນ​ດ້ວຍ​ໃຈ​ສະຫງົບ ແລະ​ທ່າ​ທາງ​ເປັນ​ມິດ​ເຊິ່ງ​ເຮັດ​ໃຫ້​ບັນຍາກາດ​ຜ່ອນຄາຍ ແລະ​ພາ​ຊາຍ​ທີ່​ເມົາ​ເຫຼົ້າ​ນັ້ນ​ກັບ​ບ້ານ. ເປັນ​ຫຍັງ​ເທື່ອ​ນີ້​ຈຶ່ງ​ຕ່າງ​ກັນ? ເພາະ​ລາວ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ແລ້ວ. ລາວ​ກາຍ​ເປັນ​ຄົນ​ທີ່​ສ້າງ​ສັນຕິສຸກ​ແລະ​ຖ່ອມ​ຕົວ ລາວ​ໄດ້​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ​ແທ້ໆ. ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ!

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ?

10 ການ​ປ່ຽນ​ແປງ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ໃນ​ຄືນ​ດຽວ​ແລະ​ບໍ່​ໄດ້​ເກີດ​ຂຶ້ນ​ຢ່າງ​ອັດຕະໂນມັດ. ເຮົາ​ອາດ​ຈະ​ຕ້ອງ “ພະຍາຍາມ​ຢ່າງ​ຈິງ​ຈັງ” ເປັນ​ເວລາ​ຫຼາຍ​ປີ. (2 ເປ. 1:5, ລ.ມ.) ການ​ປ່ຽນ​ແປງ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ. ແຕ່​ເຮົາ​ຕ້ອງ​ພະຍາຍາມ​ຢ່າງ​ຈິງ​ຈັງ​ທີ່​ຈະ​ປ່ຽນ​ແປງ​ຕົວ​ຕົນ​ພາຍ​ໃນ. ມີ​ສິ່ງ​ສຳຄັນ​ພື້ນຖານ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຢ່າງ​ນຳ​ກັນ.

ວິທີ​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຈົ້າ

11. ການ​ອະທິດຖານ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ແນວ​ໃດ?

11 ວິທີ​ສຳຄັນ​ທຳອິດ​ຄື​ການ​ອະທິດຖານ. ເຮົາ​ຕ້ອງ​ອະທິດຖານ​ຄື​ຜູ້​ຂຽນ​ຄຳເພງ​ທີ່​ວ່າ: “ໂອ້​ພະເຈົ້າ​ຂໍ​ນິລະມິດ​ສ້າງ​ໃຈ​ບໍລິສຸດ​ສຳລັບ​ຂ້າ​ນ້ອຍ ແລະ​ຂໍ​ໃຫ້​ມີ​ຈິດວິນຍານ [“ຈິດ​ໃຈ,” ລ.ມ.] ສັດ​ຊື່​ແຕ່ງ​ໃໝ່​ພາຍ​ໃນ​ຂ້າ​ນ້ອຍ.” (ເພງ. 51:10) ເຮົາ​ຕ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ຕ້ອງ​ຍອມ​ຮັບ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ໃໝ່. ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ບໍ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ? ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ກ່ຽວ​ກັບ​ຊາວ​ອິດສະລາແອນ​ທີ່​ດື້​ດ້ານ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້ ພະອົງ​ບອກ​ວ່າ: “ເຮົາ​ຈະ​ໃຫ້​ພວກ​ເຂົາ​ມີ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ​ແລະ​ຈະ​ໃຫ້​ພວກ​ເຂົາ​ມີ​ຈິດ​ໃຈ​ໃໝ່ . . . ແລະ​ຈະ​ໃສ່​ຫົວໃຈ​ທີ່​ອ່ອນ​ນຸ່ມ [ໃຈ​ທີ່​ຕອບ​ຮັບ​ຄຳ​ແນະນຳ​ຂອງ​ພະເຈົ້າ].” (ເອເຊກ. 11:19, ລ.ມ.; ໄຂ​ເງື່ອນ) ພະ​ເຢໂຫວາ​ເຕັມ​ໃຈ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ປ່ຽນ​ແປງ ແລະ​ພະອົງ​ກໍ​ເຕັມ​ໃຈ​ທີ່​ຈະ​ຊ່ວຍ​ພວກ​ເຮົາ​ຄື​ກັນ.

12-13. (ກ) ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 119:59 ເຮົາ​ຕ້ອງ​ຄິດ​ຕຶກຕອງ​ເລື່ອງ​ຫຍັງ? (ຂ) ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

12 ວິທີ​ທີ 2 ທີ່​ສຳຄັນ​ຄື​ການ​ຄິດ​ຕຶກຕອງ. ເມື່ອ​ອ່ານ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ໃນ​ແຕ່​ລະ​ມື້ ເຮົາ​ຕ້ອງ​ໃຊ້​ເວລາ​ຄິດ​ຕຶກຕອງ​ຫຼື​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ເຮົາ​ຕ້ອງ​ປ່ຽນ. (ອ່ານ​ຄຳເພງ 119:59; ເຫບ. 4:12; ຢໂກ. 1:25) ເຮົາ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໄດ້​ຮັບ​ອິດທິພົນ​ມາ​ຈາກ​ຄວາມ​ຄິດ​ຂອງ​ໂລກ​ຫຼື​ບໍ່. ເຮົາ​ຕ້ອງ​ສັດ​ຊື່​ແລະ​ຍອມ​ຮັບ​ວ່າ​ເຮົາ​ມີ​ຈຸດ​ອ່ອນ ແລ້ວ​ພະຍາຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ກຳຈັດ​ຈຸດ​ອ່ອນ​ເຫຼົ່າ​ນັ້ນ​ອອກ​ໄປ.

13 ຕົວຢ່າງ ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ອິດສາ​ຄົນ​ອື່ນ​ແມ່ນ​ແຕ່​ໜ້ອຍ​ດຽວ​ບໍ?’ (1 ເປ. 2:1) ‘ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ດີ​ກວ່າ​ຄົນ​ອື່ນ​ຍ້ອນ​ພູມ​ຫຼັງ ການ​ສຶກສາ​ຫຼື​ຖານະ​ຂອງ​ຂ້ອຍ​ບໍ?’ (ສຸພາ. 16:5) ‘ຂ້ອຍ​ດູຖູກ​ຄົນ​ທີ່​ບໍ່​ມີ​ຖານະ​ຄື​ຂ້ອຍ ແລະ​ຄົນ​ທີ່​ບໍ່​ແມ່ນ​ເຊື້ອ​ຊາດ​ດຽວ​ກັນ​ກັບ​ຂ້ອຍ​ບໍ?’ (ຢໂກ. 2:2-4) ‘ຂ້ອຍ​ມັກ​ສິ່ງ​ທີ່​ໂລກ​ຊາຕານ​ສະເໜີ​ໃຫ້​ບໍ?’ (1 ໂຢ. 2:15-17) ‘ຂ້ອຍ​ມັກ​ຄວາມ​ບັນເທີງ​ທີ່​ຮຸນແຮງ​ແລະ​ຜິດ​ສິນລະທຳ​ບໍ?’ (ເພງ. 97:10; 101:3; ອາໂມດ 5:15) ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່. ຖ້າ​ເຮົາ​ສາມາດ​ກຳຈັດ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່ “ຝັງ​ຮາກ​ເລິກ” ໃນ​ໃຈ​ເຮົາ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ພໍ​ໃຈ.—ເພງ. 19:14

14. ເປັນ​ຫຍັງ​ການ​ເລືອກ​ໝູ່​ທີ່​ດີ​ຈຶ່ງ​ສຳຄັນ?

14 ວິທີ​ທີ 3 ທີ່​ສຳຄັນ​ຄື​ການ​ເລືອກ​ໝູ່​ທີ່​ດີ. ໝູ່​ທີ່​ເຮົາ​ຄົບຫາ​ມັກ​ຈະ​ມີ​ອິດທິພົນ​ຕໍ່​ເຮົາ​ຢູ່​ສະເໝີ​ບໍ່​ວ່າ​ເຮົາ​ຈະ​ຮູ້​ໂຕ​ຫຼື​ບໍ່​ກໍ​ຕາມ. (ສຸພາ. 13:20) ເມື່ອ​ເຮົາ​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງ​ຮຽນ​ເຮົາ​ຕ້ອງ​ຢູ່​ກັບ​ຄົນ​ທີ່​ບໍ່​ໄດ້​ຊ່ວຍ​ເຮົາ​ໃຫ້​ຄິດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ. ແນວ​ໃດ​ກໍ​ຕາມ ເຮົາ​ສາມາດ​ຊອກ​ໝູ່​ທີ່​ດີ​ທີ່​ສຸດ​ໄດ້​ໃນ​ການ​ປະຊຸມ​ຕ່າງໆຂອງ​ເຮົາ ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ຖືກ​ກະຕຸ້ນ​ໃຫ້ “ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ.”—ເຫບ. 10:24, 25

“ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ”

15-16. ຊາຕານ​ພະຍາຍາມ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ເຮົາ​ແນວ​ໃດ?

15 ຂໍ​ໃຫ້​ຈື່​ໄວ້​ວ່າ ຊາຕານ​ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ເຮົາ. ມັນ​ໃຊ້​ການ​ຄິດ​ຫາ​ເຫດຜົນ​ທຸກ​ຮູບ​ແບບ​ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ຄວາມ​ຈິງ​ໃນ​ຄຳ​ໄບເບິນ​ສົ່ງ​ຜົນ​ດີ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ.

16 ຊາຕານ​ຍັງ​ໃຊ້​ຄຳຖາມ​ໃນ​ແບບ​ທີ່​ເຄີຍ​ໃຊ້​ກັບ​ເອວາ​ຄື​ວ່າ: ‘ຈິງ​ຫຼື [ແມ່ນ​ບໍ] ທີ່​ພະເຈົ້າ​ຫ້າມ​ວ່າ . . . ?’ (ຕົ້ນ. 3:1) ສະນັ້ນ​ໃນ​ໂລກ​ຂອງ​ຊາຕານ ເຮົາ​ມັກ​ໄດ້​ຍິນ​ຄຳຖາມ​ທີ່​ເຮັດ​ໃຫ້​ສົງໄສ​ປະມານ​ວ່າ: ‘ແມ່ນ​ບໍ ທີ່​ພະເຈົ້າ​ບໍ່​ເຫັນ​ດີ​ໃຫ້​ຄົນ​ເພດ​ດຽວ​ກັນ​ແຕ່ງ​ດອງ​ກັນ? ແມ່ນ​ບໍ ທີ່​ພະເຈົ້າ​ບໍ່​ຢາກ​ໃຫ້​ເຈົ້າ​ສະຫຼອງ​ບຸນ​ຄລິດສະມາດ​ຫຼື​ວັນ​ເກີດ? ແມ່ນ​ບໍ ທີ່​ພະເຈົ້າ​ບໍ່​ຢາກ​ໃຫ້​ເຈົ້າ​ໃສ່​ເລືອດ? ແມ່ນ​ບໍ ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ບໍ່​ຢາກ​ໃຫ້​ເຈົ້າ​ຄົບຫາ​ກັບ​ຄົນ​ທີ່​ເຈົ້າ​ຮັກ​ເຊິ່ງ​ຖືກ​ຕັດ​ສຳພັນ?’

17. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ມີ​ຂໍ້​ສົງໄສ​ໃນ​ສິ່ງ​ທີ່​ເຮົາ​ເຊື່ອ ແລະ​ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ​ຜົນ​ຈະ​ເປັນ​ແນວ​ໃດ​ຕາມ​ທີ່​ຂຽນ​ໄວ້​ໃນ​ໂກໂລດ 2:6, 7?

17 ເຮົາ​ຕ້ອງ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ເຊື່ອ. ຖ້າ​ເຮົາ​ສົງໄສ​ບາງ​ສິ່ງ​ທີ່​ເຮົາ​ເຊື່ອ ເຮົາ​ກໍ​ອາດ​ຈະ​ເລີ່ມ​ຄິດ​ວ່າ​ສິ່ງ​ນັ້ນ​ບໍ່​ເປັນ​ຄວາມ​ຈິງ ແລະ​ໃນ​ທີ່​ສຸດ​ຂໍ້​ສົງໄສ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ຄິດ​ຜິດ​ພ້ຽນ​ໄປ​ແລະ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຮົາ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ປ່ຽນ​ຄວາມ​ຄິດ​ໃໝ່ ເພື່ອ​ເຮົາ​ຈະ​ແນ່​ໃຈວ່າ “ອັນ​ໃດ​ຄື​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ ແລະ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ.” (ໂລມ 12:2, ລ.ມ.) ຖ້າ​ເຮົາ​ສຶກສາ​ສ່ວນ​ຕົວ​ເປັນ​ປະຈຳ ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. ເຮົາ​ຈະ​ແນ່​ໃຈ​ຢ່າງ​ເຕັມທີ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຖືກຕ້ອງ ແລ້ວ​ເຮົາ​ກໍ​ຈະ “ຕັ້ງ​ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ” ຄື​ກັບ​ຕົ້ນ​ໄມ້​ທີ່​ມີ​ຮາກ​ເລິກ.—ອ່ານ​ໂກໂລດ 2:6, 7

18. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກຳຈັດ​ແລະ​ປ້ອງກັນ​ອິດທິພົນ​ທີ່​ບໍ່​ດີ​ຈາກ​ໂລກ​ຊາຕານ?

18 ຄົນ​ອື່ນ​ບໍ່​ສາມາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ໝັ້ນ​ຄົງ​ໄດ້. ສະນັ້ນ ເຮົາ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ຕໍ່ໆໄປ​ໂດຍ​ອະທິດຖານ​ເລື້ອຍໆ ແລະ​ຂໍ​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ. ໃຫ້​ຄິດ​ຕຶກຕອງ​ໂດຍ​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ແຮງ​ກະຕຸ້ນ​ຂອງ​ຕົວ​ເອງ​ຕໍ່ໆໄປ. ໃຫ້​ເລືອກ​ໝູ່​ທີ່​ດີ​ໂດຍ​ຄົບຫາ​ກັບ​ຄົນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຄວາມ​ຄິດ​ໃໝ່. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ສາມາດ​ກຳຈັດ​ແລະ​ປ້ອງກັນ​ອິດທິພົນ​ທີ່​ບໍ່​ດີ​ຈາກ​ໂລກ​ຊາຕານ​ແລະ​ຈະ​ກຳຈັດ “ການ​ຄິດ​ຫາ​ເຫດຜົນ​ຜິດໆແລະ​ອັນ​ໃດ​ກໍ​ຕາມ​ທີ່​ຂັດ​ກັບ​ຄວາມ​ຮູ້​ກ່ຽວ​ກັບ​ພະເຈົ້າ.”—2 ໂກ. 10:5, ລ.ມ.

ເພງ 50 ຄຳ​ອະທິດຖານ​ອຸທິດ​ຕົວ

^ ຂໍ້ 5 ພູມ​ຫຼັງ ວັດທະນະທຳ ແລະ​ການ​ສຶກສາ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ​ໃນ​ທາງ​ທີ່​ດີ​ແລະ​ບໍ່​ດີ. ເຮົາ​ອາດ​ເຫັນ​ວ່າ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ​ບາງ​ຢ່າງ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ບຸກຄະລິກ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ເຮົາ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວິທີ​ທີ່​ຈະ​ກຳຈັດ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ​ຂອງ​ເຮົາ​ອອກ​ໄປ.