ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 23

“ລະວັງ​ໃຫ້​ດີ ຢ່າ​ໃຫ້​ໃຜ​ມາ​ຊັກຊວນ​ໃຫ້​ຫຼົງ”!

“ລະວັງ​ໃຫ້​ດີ ຢ່າ​ໃຫ້​ໃຜ​ມາ​ຊັກຊວນ​ໃຫ້​ຫຼົງ”!

“ລະວັງ​ໃຫ້​ດີ ຢ່າ​ໃຫ້​ໃຜ​ມາ​ຊັກຊວນ​ໃຫ້​ຫຼົງ​ດ້ວຍ​ປັດຊະຍາ​ແລະ​ຄຳ​ຫຼອກ​ລວງ​ທີ່​ບໍ່​ມີ​ປະໂຫຍດ​ຕາມ​ທີ່​ມະນຸດ​ສອນ​ຕໍ່ໆກັນ​ມາ.”—ໂກໂລ. 2:8, ລ.ມ.

ເພງ 96 ຄຳພີ​ໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

ໃຈ​ຄວາມ​ສຳຄັນ *

1. ຕາມ​ທີ່​ບອກ​ໃນ​ໂກໂລດ 2:4, 8 ຊາຕານ​ພະຍາຍາມ​ຄວບຄຸມ​ຄວາມ​ຄິດ​ຂອງ​ເຮົາ​ແນວ​ໃດ?

ເປົ້າ​ໝາຍ​ຂອງ​ຊາຕານ​ຄື​ຢາກ​ໃຫ້​ເຮົາ​ເຊົາ​ຮັກ​ພະ​ເຢໂຫວາ ມັນ​ຈຶ່ງ​ພະຍາຍາມ​ມີ​ອິດທິພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ ເພື່ອ​ຊັກຊວນ​ເຮົາ​ໃຫ້​ຫຼົງ​ທາງ​ແລະ​ຄິດ​ແບບ​ທີ່​ມັນ​ຄິດ. ມັນ​ຍັງ​ພະຍາຍາມ​ໂນ້ມນ້າວ​ຫຼື​ຫຼອກ​ລວງ​ເຮົາ​ໃຫ້​ເຮັດ​ຕາມ​ມັນ​ໂດຍ​ໃຊ້​ສິ່ງ​ທີ່​ດຶງ​ດູດ​ຄວາມ​ຕ້ອງການ​ຂອງ​ເຮົາ.—ອ່ານ​ໂກໂລດ 2:4, 8 *

2-3. (ກ) ເປັນ​ຫຍັງ​ເຮົາ​ຄວນ​ສົນ​ໃຈ​ຄຳ​ເຕືອນ​ທີ່​ຂຽນ​ໄວ້​ໃນ​ໂກໂລດ 2:8? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຖືກ​ຊາຕານ​ຫຼອກ​ລວງ​ແທ້ໆບໍ? ແທ້. ຈື່​ໄວ້​ວ່າ​ໂປໂລ​ບໍ່​ໄດ້​ຂຽນ​ຄຳ​ເຕືອນ​ໃນ​ໂກໂລດ 2:8 ໃຫ້​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ ແຕ່​ລາວ​ຂຽນ​ໃຫ້​ຄລິດສະຕຽນ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. (ໂກໂລ. 1:2, 5) ຖ້າ​ຄລິດສະຕຽນ​ໃນ​ສະໄໝ​ນັ້ນ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ ເຮົາ​ໃນ​ສະໄໝ​ນີ້​ແຮ່ງ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຖືກ​ຫຼອກ​ລວງ. (1 ໂກ. 10:12) ຍ້ອນ​ຫຍັງ? ກໍ​ຍ້ອນ​ຊາຕານ​ຖືກ​ຖິ້ມ​ລົງ​ມາ​ໃນ​ໂລກ ແລະ​ມັນ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ຫຼອກ​ລວງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະເຈົ້າ. (ຄຳປ. 12:9, 12, 17) ນອກ​ຈາກ​ນັ້ນ ສະໄໝ​ນີ້​ເປັນ​ສະໄໝ​ທີ່​ຄົນ​ຊົ່ວ​ແລະ​ນັກ​ຕົ້ມຕຸນ ‘ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ຂຶ້ນ.’—2 ຕີໂມ. 3:1, 13

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ຊາຕານ​ໃຊ້ “ຄຳ​ຫຼອກ​ລວງ” ເພື່ອ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ “ການ​ອຸບາຍ” 3 ຢ່າງ​ຂອງ​ມັນ. (ເອເຟ. 6:11) ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວິທີ​ແກ້ໄຂ​ຄວາມ​ຄິດ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ກົນ​ອຸບາຍ​ຂອງ​ຊາຕານ. ແຕ່​ກ່ອນ​ອື່ນ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມັນ​ຫຼອກ​ລວງ​ຊາວ​ອິດສະລາແອນ​ແນວ​ໃດ​ຕອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.

ຖືກ​ຫຼອກ​ລວງ​ໃຫ້​ນະມັດສະການ​ຮູບ​ເຄົາລົບ

4-6. ຕາມ​ທີ່​ຂຽນ​ໄວ້​ໃນ​ພະບັນຍັດ 11:10-15 ຊາວ​ອິດສະລາແອນ​ຕ້ອງ​ປ່ຽນ​ແປງ​ວິທີ​ປູກ​ຝັງ​ແນວ​ໃດ​ເມື່ອ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ?

4 ຊາຕານ​ສະຫຼາດ​ຫຼາຍ ມັນ​ສາມາດ​ລໍ້​ໃຈ​ຊາວ​ອິດສະລາແອນ​ໃຫ້​ໄຫວ້​ຮູບ​ເຄົາລົບ​ໄດ້. ມັນ​ເຮັດ​ແນວ​ໃດ? ມັນ​ສວຍ​ໂອກາດ​ຕອນ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ອາຫານ. ເມື່ອ​ຊາວ​ອິດສະລາແອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ເຂົາ​ເຈົ້າ​ຕ້ອງ​ປ່ຽນ​ວິທີ​ປູກ​ຝັງ​ແບບ​ໃໝ່. ໃນ​ສະໄໝ​ທີ່​ຢູ່​ເອຢິບ ເຂົາ​ເຈົ້າ​ໃຊ້​ນ້ຳ​ຈາກ​ແມ່ນ້ຳ​ນິນ​ໃນ​ການ​ປູກ​ຝັງ ແຕ່​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ບໍ່​ມີ​ແມ່ນ້ຳ​ໃຫຍ່​ຈຶ່ງ​ຕ້ອງ​ໃຊ້​ແຕ່​ນ້ຳ​ຝົນ​ແລະ​ນ້ຳໝອກ. (ອ່ານ​ພະບັນຍັດ 11:10-15; ເອຊາ. 18:4, 5) ດັ່ງ​ນັ້ນ ຊາວ​ອິດສະລາແອນ​ຕ້ອງ​ຮຽນ​ຮູ້​ການ​ປູກ​ຝັງ​ແບບ​ໃໝ່. ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ ເພາະ​ຜູ້​ທີ່​ຮູ້​ການ​ປູກ​ຝັງ​ສ່ວນ​ຫຼາຍ​ໄດ້​ຕາຍ​ໄປ​ໝົດ​ແລ້ວ​ໃນ​ຖິ່ນ​ທຸລະກັນດານ.

ຊາຕານ​ເຮັດ​ໃຫ້​ຊາວ​ກະສິກອນ​ອິດສະລາແອນ​ປ່ຽນ​ຄວາມ​ຄິດ​ແນວ​ໃດ? (ເບິ່ງ​ຂໍ້ 4-6) *

5 ພະ​ເຢໂຫວາ​ໄດ້​ອະທິບາຍ​ກັບ​ປະຊາຊົນ​ຂອງ​ພະອົງ​ວ່າ​ສະພາບການ​ຂອງ​ເຂົາ​ເຈົ້າ​ປ່ຽນ​ໄປ​ແລ້ວ. ຈາກ​ນັ້ນ ພະອົງ​ໄດ້​ເຕືອນ​ໃນ​ເລື່ອງ​ທີ່​ເບິ່ງ​ຄື​ວ່າ​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ປູກ​ຝັງ ໂດຍ​ບອກ​ວ່າ: “ຈົ່ງ​ລະວັງ​ຕົວ​ໃຫ້​ດີ ຢ້ານ​ໃຈ​ຂອງ​ທ່ານ​ຈະ​ຖືກ​ລໍ້​ລວງ​ຈຶ່ງ​ເວັ້ນ​ໜີ​ແລະ​ບົວລະບັດ​ຂາບ​ໄຫວ້​ຮູບ​ພະ​ຕ່າງໆ.” (ບັນຍັດ. 11:16, 17) ຕອນ​ທີ່​ພະ​ເຢໂຫວາ​ບອກ​ວິທີ​ການ​ປູກ​ຝັງ​ແບບ​ໃໝ່ ເປັນ​ຫຍັງ​ພະອົງ​ຈຶ່ງ​ເຕືອນ​ເລື່ອງ​ການ​ນະມັດສະການ​ພະ​ປອມ​ນຳ?

6 ພະ​ເຢໂຫວາ​ຮູ້​ວ່າ​ຊາວ​ອິດສະລາແອນ​ອາດ​ຖືກ​ລໍ້​ໃຈ​ໃຫ້​ໄປ​ຮຽນ​ການ​ປູກ​ຝັງ​ຈາກ​ປະເທດ​ອ້ອມ​ຂ້າງ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ແນ່ນອນ ຜູ້​ຄົນ​ໃນ​ປະເທດ​ເຫຼົ່າ​ນັ້ນ​ມີ​ປະສົບການ​ຫຼາຍ​ກວ່າ​ຊາວ​ອິດສະລາແອນ ແລະ​ຊາວ​ອິດສະລາແອນ​ກໍ​ສາມາດ​ຮຽນ​ຮູ້​ເຕັກນິກ​ທີ່​ເປັນ​ປະໂຫຍດ​ຈາກ​ຄົນ​ເຫຼົ່າ​ນັ້ນ​ໄດ້ ແຕ່​ມີ​ຄວາມ​ສ່ຽງ. ຊາວ​ກະສິກອນ​ການາອານ​ນະມັດສະການ​ພະ​ບາອານ ແລະ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ອິດທິພົນ​ໄປ​ນຳ ເພາະ​ເຂົາ​ເຈົ້າ​ເຊື່ອ​ວ່າ​ພະ​ບາອານ​ເປັນ​ພະເຈົ້າ​ຂອງ​ຟ້າ​ແລະ​ເປັນ​ຜູ້​ໃຫ້​ນ້ຳ​ຝົນ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ປະຊາຊົນ​ຂອງ​ພະອົງ​ຖືກ​ຫຼອກ​ລວງ​ຈາກ​ຄວາມ​ເຊື່ອ​ທີ່​ຜິດ. ແຕ່​ຊາວ​ອິດສະລາແອນ​ກໍ​ຍັງ​ເລືອກ​ທີ່​ຈະ​ນະມັດສະການ​ພະ​ບາອານ​ຊ້ຳ​ແລ້ວ​ຊ້ຳ​ອີກ. (ຈົດເຊັນ. 25:3, 5; ຕັດສິນ. 2:13; 1 ກະ. 18:18) ຕອນ​ນີ້​ໃຫ້​ເຮົາ​ມາ​ສັງເກດ​ວິທີ​ທີ່​ຊາຕານ​ໄດ້​ຫຼອກ​ລວງ​ຊາວ​ອິດສະລາແອນ.

ສາມ​ວິທີ​ທີ່​ຊາຕານ​ໃຊ້​ເພື່ອ​ຫຼອກ​ລວງ​ຊາວ​ອິດສະລາແອນ

7. ຄວາມ​ເຊື່ອ​ຂອງ​ຊາວ​ອິດສະລາແອນ​ຖືກ​ທົດ​ສອບ​ແນວ​ໃດ​ເມື່ອ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ?

7 ວິທີ​ທຳອິດ​ທີ່​ຊາຕານ​ໃຊ້​ກໍ​ຄື​ຄວາມ​ຕ້ອງການ​ໃນ​ເລື່ອງ​ທຳມະດາ ເພາະ​ຊາຕານ​ຮູ້​ວ່າ​ຊາວ​ອິດສະລາແອນ​ຢາກ​ໃຫ້​ຝົນ​ຕົກ. ໃນ​ດິນແດນ​ທີ່​ພະເຈົ້າ​ສັນຍາ ຝົນ​ມັກ​ຈະ​ຕົກ​ໜ້ອຍ​ທຸກ​ປີ​ໃນ​ທ້າຍ​ເດືອນ​ເມສາ​ຫາ​ເດືອນ​ກັນ​ຍາ. ແຕ່​ເພື່ອ​ຈະ​ມີ​ນ້ຳ​ໃຊ້​ແລະ​ດິນ​ຈະ​ເກີດ​ດອກ​ອອກ​ຜົນ​ແມ່ນ​ຂຶ້ນ​ຢູ່​ກັບ​ນ້ຳ​ຝົນ​ທີ່​ມັກ​ຈະ​ຕົກ​ຕັ້ງ​ແຕ່​ເດືອນ​ຕຸລາ. ຊາຕານ​ຫຼອກ​ລວງ​ຊາວ​ອິດສະລາແອນ​ໃຫ້​ເຊື່ອ​ວ່າ ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ວິທີ​ການ​ຂອງ​ພວກ​ນອກ​ຮີດ​ໃນ​ປະເທດ​ອ້ອມ​ຂ້າງ. ຊາດ​ເຫຼົ່າ​ນັ້ນ​ເຊື່ອ​ວ່າ ຕ້ອງ​ເຮັດ​ພິທີ​ກຳ​ບາງ​ຢ່າງ​ເພື່ອ​ຝົນ​ຈະ​ຕົກ. ຊາວ​ອິດສະລາແອນ​ທີ່​ຂາດ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຄິດ​ວ່າ ນີ້​ເປັນ​ວິທີ​ດຽວ​ທີ່​ຈະ​ບໍ່​ໃຫ້​ເກີດ​ໄພ​ແຫ້ງ​ແລ້ງ​ຍາວ​ນານ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ພິທີ​ກຳ​ຕ່າງໆເພື່ອ​ນະມັດສະການ​ພະ​ບາອານ​ທີ່​ເປັນ​ພະ​ປອມ.

8. ວິທີ​ທີ 2 ທີ່​ຊາຕານ​ໃຊ້​ແມ່ນ​ຫຍັງ? ຂໍ​ໃຫ້​ອະທິບາຍ.

8 ວິທີ​ທີ 2 ທີ່​ຊາຕານ​ໃຊ້​ຄື​ຄວາມ​ຕ້ອງການ​ທີ່​ຜິດ​ສິນລະທຳ. ຊາດ​ນອກ​ຮີດ​ໃຊ້​ການ​ເຮັດ​ຜິດ​ສິນລະທຳ​ທີ່​ຮ້າຍແຮງ​ເພື່ອ​ນະມັດສະການ​ພະ​ຂອງ​ເຂົາ​ເຈົ້າ. ການ​ນະມັດສະການ​ທີ່​ຜິດ​ສິນລະທຳ​ນີ້​ລວມ​ເຖິງ​ການ​ມີ​ໂສເພນີ​ປະຈຳ​ວິຫານ​ທັງ​ຊາຍ​ແລະ​ຍິງ. ຊາດ​ເຫຼົ່າ​ນັ້ນ​ບໍ່​ພຽງ​ແຕ່​ຍອມ​ໃຫ້​ມີ​ການ​ຮັກ​ຮ່ວມ​ເພດ​ແລະ​ການ​ຜິດ​ສິນລະທຳ​ທາງ​ເພດ​ຮູບ​ແບບ​ອື່ນໆ ແຕ່​ຍັງ​ຖື​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ເລື່ອງ​ປົກກະຕິ! (ບັນຍັດ. 23:17, 18; 1 ກະ. 14:24) ເຂົາ​ເຈົ້າ​ເຊື່ອ​ວ່າ​ການ​ເຮັດ​ພິທີ​ກຳ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ພະ​ຂອງ​ເຂົາ​ເຈົ້າ​ອວຍ​ພອນ​ແຜ່ນດິນ​ໃຫ້​ເກີດ​ດອກ​ອອກ​ຜົນ​ຫຼາຍ. ຊາວ​ອິດສະລາແອນ​ຫຼາຍ​ຄົນ​ຖືກ​ດຶງ​ດູດ​ໃຫ້​ເຮັດ​ພິທີ​ກຳ​ທີ່​ຜິດ​ສິນລະທຳ​ເຫຼົ່າ​ນີ້ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄປ​ນະມັດສະການ​ພະ​ປອມ. ແຕ່​ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ຖືກ​ຊາຕານ​ຫຼອກ​ລວງ.

9. ໃນ​ໂອເຊ 2:16, 17 ຊາຕານ​ໄດ້​ເຮັດ​ຫຍັງ​ເພື່ອ​ໃຫ້​ຊາວ​ອິດສະລາແອນ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ?

9 ວິທີ​ທີ 3 ທີ່​ຊາຕານ​ໃຊ້​ຄື​ມັນ​ເຮັດ​ໃຫ້​ຊາວ​ອິດສະລາແອນ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ. ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ເຢເຣມີ ພະ​ເຢໂຫວາ​ບອກ​ວ່າ​ຜູ້​ພະຍາກອນ​ປອມ​ເຮັດ​ໃຫ້​ປະຊາຊົນ​ລືມ​ຊື່​ຂອງ​ພະອົງ “ເພາະ​ພະ​ບາອານ.” (ຢເຣ. 23:27, ລ.ມ.) ເບິ່ງ​ຄື​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຊົາ​ໃຊ້​ຊື່​ຂອງ​ພະອົງ ແລະ​ປ່ຽນ​ແທນ​ດ້ວຍ​ຊື່​ຂອງ​ພະ​ບາອານ​ເຊິ່ງ​ແປ​ວ່າ “ເຈົ້າ​ຂອງ” ຫຼື “ນາຍ.” ການ​ເຮັດ​ແບບ​ນີ້ ເຮັດ​ໃຫ້​ຊາວ​ອິດສະລາແອນ​ແຍກ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ​ແລະ​ພະ​ບາອານ​ແມ່ນ​ໃຜ ນີ້​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ເອົາ​ພິທີ​ກຳ​ໃນ​ການ​ນະມັດສະການ​ພະ​ບາອານ​ມາ​ປົນ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ.—ອ່ານ​ໂອເຊ 2:16, 17

ວິທີ​ທີ່​ຊາຕານ​ໃຊ້​ໃນ​ປັດຈຸບັນ

10. ໃນ​ທຸກ​ມື້​ນີ້​ຊາຕານ​ໃຊ້​ວິທີ​ຫຍັງ​ແດ່?

10 ໃນ​ທຸກ​ມື້​ນີ້​ຊາຕານ​ກໍ​ຍັງ​ໃຊ້​ວິທີ​ການ​ແບບ​ດຽວ​ກັນ. ມັນ​ຫຼອກ​ລວງ​ຜູ້​ຄົນ​ໂດຍ​ໃຊ້​ຄວາມ​ຕ້ອງການ​ໃນ​ເລື່ອງ​ທຳມະດາ ມັນ​ສົ່ງເສີມ​ການ​ເຮັດ​ຜິດ​ສິນລະທຳ ແລະ​ມັນ​ເຮັດ​ໃຫ້​ຜູ້​ຄົນ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ. ໃຫ້​ເຮົາ​ມາ​ພິຈາລະນາ​ວິທີ​ການ​ສຸດ​ທ້າຍ​ກ່ອນ.

11. ຊາຕານ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຜູ້​ຄົນ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ?

11 ຊາຕານ​ເຮັດ​ໃຫ້​ຜູ້​ຄົນ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ. ຫຼັງ​ຈາກ​ອັກຄະສາວົກ​ຂອງ​ພະ​ເຍຊູ​ຕາຍ​ໝົດ​ແລ້ວ ຜູ້​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ໄດ້​ເລີ່ມ​ເຜີຍ​ແຜ່​ຄຳ​ສອນ​ທີ່​ຜິດ. (ກິດ. 20:29, 30; 2 ເທ. 2:3) ຜູ້​ທີ່​ທໍລະຍົດ​ເຫຼົ່າ​ນີ້​ເລີ່ມ​ເຮັດ​ໃຫ້​ຜູ້​ຄົນ​ເບິ່ງ​ບໍ່​ອອກ​ວ່າ​ພະເຈົ້າ​ອົງ​ທ່ຽງ​ແທ້​ແມ່ນ​ໃຜ. ຕົວຢ່າງ: ເຂົາ​ເຈົ້າ​ເຊົາ​ໃສ່​ຊື່​ພະເຈົ້າ​ໃນ​ຄຳພີ​ໄບເບິນ​ທີ່​ເຂົາ​ເຈົ້າ​ຈັດ​ພິມ ແລະ​ປ່ຽນ​ແທນ​ໂດຍ​ໃຊ້​ຄຳ​ວ່າ “ອົງ​ພະ​ຜູ້​ເປັນ​ເຈົ້າ.” ເມື່ອ​ເຂົາ​ເຈົ້າ​ລຶບ​ຊື່​ຂອງ​ພະເຈົ້າ​ອອກ​ແລະ​ແທນ​ດ້ວຍ​ຄຳ​ວ່າ “ອົງ​ພະ​ຜູ້​ເປັນ​ເຈົ້າ” ນີ້​ເຮັດ​ໃຫ້​ຜູ້​ອ່ານ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ຕ່າງ​ຈາກ​ພະ​ອື່ນໆແນວ​ໃດ. (1 ໂກ. 8:5) ເຂົາ​ເຈົ້າ​ໃຊ້​ຄຳ​ວ່າ “ອົງ​ພະ​ຜູ້​ເປັນ​ເຈົ້າ” ທັງ​ສຳລັບ​ຊື່​ພະ​ເຢໂຫວາ​ແລະ​ພະ​ເຍຊູ ເຊິ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ບໍ່​ແມ່ນ​ອົງ​ດຽວ​ກັນ ແລະ​ມີ​ຕຳແໜ່ງ​ຕ່າງ​ກັນ. (ໂຢ. 17:3) ຄວາມ​ສັບສົນ​ແບບ​ນີ້​ເຮັດ​ໃຫ້​ເກີດ​ມີ​ຄຳ​ສອນ​ໃນ​ເລື່ອງ​ຕີເອການຸພາບ ເຊິ່ງ​ເປັນ​ຄຳ​ສອນ​ທີ່​ບໍ່​ມີ​ໃນ​ຄຳພີ​ໄບເບິນ. ຜົນ​ກໍ​ຄື ຫຼາຍ​ຄົນ​ຄິດ​ວ່າ​ເລື່ອງ​ຂອງ​ພະເຈົ້າ​ເປັນ​ເລື່ອງ​ເລິກ​ລັບ ແລະ​ເຊື່ອ​ວ່າ​ເຮົາ​ບໍ່​ສາມາດ​ຮູ້ຈັກ​ພະອົງ​ໄດ້. ນີ້​ເປັນ​ຄຳ​ຕົວະ​ທີ່​ຊົ່ວ​ຮ້າຍ​ແທ້ໆ!—ກິດ. 17:27

ຊາຕານ​ໃຊ້​ສາສະໜາ​ປອມ​ແນວ​ໃດ​ເພື່ອ​ໃຫ້​ຍອມ​ຮັບ​ຄວາມ​ຕ້ອງການ​ທີ່​ຜິດ​ສິນລະທຳ? (ເບິ່ງ​ຂໍ້ 12) *

12. ຕາມ​ທີ່​ອະທິບາຍ​ໃນ​ໂລມ 1:28-31 ສາສະໜາ​ປອມ​ໄດ້​ສົ່ງເສີມ​ຫຍັງ ແລະ​ຜົນ​ເປັນ​ແນວ​ໃດ?

12 ຊາຕານ​ໃຊ້​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ. ໃນ​ສະໄໝ​ອິດສະລາແອນ​ບູຮານ ຊາຕານ​ໃຊ້​ສາສະໜາ​ປອມ​ເພື່ອ​ສົ່ງເສີມ​ການ​ເຮັດ​ຜິດ​ສິນລະທຳ. ທຸກ​ມື້​ນີ້ ມັນ​ເຮັດ​ແບບ​ດຽວ​ກັນ. ສາສະໜາ​ປອມ​ຍອມ​ຮັບ​ການ​ເຮັດ​ຜິດ​ສິນລະທຳ ແລະ​ຍັງ​ສົ່ງເສີມ​ການ​ເຮັດ​ຜິດ​ສິນລະທຳ​ນຳ​ອີກ. ຜົນ​ກໍ​ຄື ຫຼາຍ​ຄົນ​ທີ່​ບອກ​ວ່າ​ຮັບໃຊ້​ພະເຈົ້າ​ໄດ້​ປະ​ຖິ້ມ​ມາດຕະຖານ​ອັນ​ຈະ​ແຈ້ງ​ດ້ານ​ສິນລະທຳ​ຂອງ​ພະອົງ. ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ເລື່ອງ​ນີ້​ໃນ​ຈົດ​ໝາຍ​ທີ່​ລາວ​ຂຽນ​ໄປ​ຫາ​ພີ່​ນ້ອງ​ໃນ​ໂລມ. (ອ່ານ​ໂລມ 1:28-31) ໂປໂລ​ບອກ​ວ່າ​ໃນ​ບັນດາ ‘ການ​ກະທຳ​ທີ່​ບໍ່​ສົມຄວນ’ ມີ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ​ເຊິ່ງ​ລວມ​ເອົາ​ການ​ຮັກ​ຮ່ວມ​ເພດ​ນຳ. (ໂລມ 1:24-27, 32; ຄຳປ. 2:20) ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ເຮົາ​ຈະ​ບໍ່​ປະ​ຖິ້ມ​ຄຳ​ສອນ​ອັນ​ຈະ​ແຈ້ງ​ຂອງ​ຄຳພີ​ໄບເບິນ!

13. ຊາຕານ​ໃຊ້​ວິທີ​ການ​ຫຍັງ​ອີກ?

13 ຊາຕານ​ໃຊ້​ຄວາມ​ຕ້ອງການ​ໃນ​ເລື່ອງ​ທຳມະດາ. ເປັນ​ເລື່ອງ​ທຳມະດາ​ທີ່​ຄົນ​ເຮົາ​ຢາກ​ມີ​ຄວາມ​ສາມາດ​ເພື່ອ​ຈະ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ. (1 ຕີໂມ. 5:8) ສ່ວນ​ຫຼາຍ​ເຮົາ​ໄດ້​ຄວາມ​ສາມາດ​ນີ້​ຈາກ​ການ​ເຂົ້າ​ໂຮງ​ຮຽນ ແລະ​ຕັ້ງ​ໃຈ​ຮຽນ. ແຕ່​ເຮົາ​ຕ້ອງ​ລະວັງ. ລະບົບ​ການ​ສຶກສາ​ໃນ​ຫຼາຍໆປະເທດ​ບໍ່​ພຽງ​ແຕ່​ສອນ​ຄວາມ​ສາມາດ​ທີ່​ໃຊ້​ໃນ​ຊີວິດ ແຕ່​ຍັງ​ສອນ​ປັດຊະຍາ​ຂອງ​ມະນຸດ. ໂຮງ​ຮຽນ​ສ່ວນ​ຫຼາຍ​ສອນ​ໃຫ້​ນັກ​ຮຽນ​ສົງໄສ​ວ່າ​ພະເຈົ້າ​ມີ​ຢູ່​ແທ້​ບໍ ແລະ​ບໍ່​ສົນ​ໃຈ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ສອນ​ວ່າ​ມີ​ແຕ່​ຄົນ​ສະຫຼາດ​ທີ່​ເຊື່ອ​ວ່າ​ຊີວິດ​ເກີດ​ມາ​ຈາກ​ວິວັດທະນາການ. (ໂລມ 1:21-23) ຄຳ​ສອນ​ເຫຼົ່າ​ນີ້​ຂັດ​ກັບ “ຄວາມ​ປັນຍາ​ຂອງ​ພະເຈົ້າ.”—1 ໂກ. 1:19-21; 3:18-20

14. ປັດຊະຍາ​ມະນຸດ​ສົ່ງເສີມ​ເຮົາ​ໃຫ້​ເປັນ​ຄົນ​ແບບ​ໃດ?

14 ປັດຊະຍາ​ມະນຸດ​ບໍ່​ກ່ຽວ​ຂ້ອງ​ກັບ​ມາດຕະຖານ​ຂອງ​ພະເຈົ້າ ແລະ​ບາງ​ເທື່ອ​ກໍ​ກົງ​ກັນ​ຂ້າມ. ປັດຊະຍາ​ນີ້​ບໍ່​ໄດ້​ສົ່ງເສີມ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ ແຕ່​ພັດ​ສົ່ງເສີມ “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ.” (ຄລາ. 5:19-23, ລ.ມ.) ປັດຊະຍາ​ຂອງ​ມະນຸດ​ຫຼໍ່ຫຼອມ​ຜູ້​ຄົນ​ໃຫ້​ເປັນ​ຄົນ​ຖື​ໂຕ​ແລະ​ຍິ່ງ​ຈອງຫອງ ເຊິ່ງ​ໃນ​ທີ່​ສຸດ​ກໍ​ກາຍ​ເປັນ​ຄົນ​ທີ່ “ຮັກ​ແຕ່​ຕົວ​ເອງ.” (2 ຕີໂມ. 3:2-4) ຄຸນ​ລັກສະນະ​ນີ້​ກົງ​ກັນ​ຂ້າມ​ກັບ​ຄວາມ​ຈຽມ​ຕົວ​ແລະ​ຄວາມ​ຖ່ອມ​ຕົວ ເຊິ່ງ​ເປັນ​ຄຸນ​ລັກສະນະ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຄວນ​ຈະ​ມີ. (2 ຊາມ. 22:28) ຄລິດສະຕຽນ​ບາງ​ຄົນ​ທີ່​ໄດ້​ສຶກສາ​ຢູ່​ມະຫາ​ວິທະຍາໄລ​ຖືກ​ຫຼໍ່ຫຼອມ​ໃຫ້​ຄິດ​ແບບ​ມະນຸດ​ແທນ​ທີ່​ຈະ​ຄິດ​ແບບ​ພະເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຖ້າ​ເຮົາ​ເຮັດ​ສິ່ງ​ດັ່ງ​ກ່າວ​ອາດ​ຈະ​ເກີດ​ຫຍັງ​ຂຶ້ນ.

ປັດຊະຍາ​ຂອງ​ມະນຸດ​ມີ​ຜົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ​ຂໍ້ 14-16) *

15-16. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ?

15 ພີ່​ນ້ອງ​ຍິງ​ທີ່​ຮັບໃຊ້​ເຕັມ​ເວລາ​ຫຼາຍ​ກວ່າ 15 ປີ​ບອກ​ວ່າ: “ໃນ​ຖານະ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ຮັບ​ບັບເຕມາ​ແລ້ວ ຂ້ອຍ​ເຄີຍ​ໄດ້​ຍິນ​ແລະ​ໄດ້​ອ່ານ​ເລື່ອງ​ອັນຕະລາຍ​ຂອງ​ການ​ຮຽນ​ຢູ່​ໃນ​ມະຫາ​ວິທະຍາໄລ ແຕ່​ຂ້ອຍ​ກໍ​ບໍ່​ສົນ​ໃຈ​ກັບ​ຄຳ​ເຕືອນ​ນັ້ນ. ຂ້ອຍ​ຄິດ​ວ່າ​ຄຳ​ແນະນຳ​ນັ້ນ​ໃຊ້​ບໍ່​ໄດ້​ກັບ​ຂ້ອຍ.” ລາວ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່? ລາວ​ບອກ​ວ່າ: “ການ​ຮຽນ​ແຕ່​ລະ​ວິຊາ​ໃຊ້​ເຫື່ອ​ແຮງ​ແລະ​ເວລາ​ຫຼາຍ​ຈົນ​ບໍ່​ມີ​ເວລາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຂ້ອຍ​ເຄີຍ​ເຮັດ​ຜ່ານ​ມາ ບໍ່​ມີ​ເຫື່ອ​ແຮງ​ທີ່​ຈະ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ ແລະ​ບໍ່​ມີ​ແຮງ​ກຽມ​ດີໆສຳລັບ​ການ​ປະຊຸມ. ແຕ່​ຂ້ອຍ​ຮູ້ສຶກ​ດີ​ໃຈ​ທີ່​ຍັງ​ສຳນຶກ​ໄດ້​ວ່າ​ການ​ຮຽນ​ສູງ​ທຳລາຍ​ສາຍ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ປ່ຽນ ແລະ​ໃນ​ທີ່​ສຸດ​ຂ້ອຍ​ກໍ​ເຊົາ​ຮຽນ.”

16 ການ​ຮຽນ​ຢູ່​ມະຫາ​ວິທະຍາໄລ​ສົ່ງ​ຜົນ​ຕໍ່​ຄວາມ​ຄິດ​ຂອງ​ລາວ​ແນວ​ໃດ? ລາວ​ຕອບ​ວ່າ: “ຂ້ອຍ​ຮູ້ສຶກ​ອາຍ​ທີ່​ຈະ​ບອກ​ວ່າ​ການ​ຮຽນ​ສູງໆສອນ​ຂ້ອຍ​ໃຫ້​ມັກ​ຈັບ​ຜິດ​ຄົນ​ອື່ນ​ໂດຍ​ສະເພາະ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ຂ້ອຍ​ຄາດ​ໝາຍ​ຈາກ​ເຂົາ​ເຈົ້າ​ສູງ​ເກີນ​ໄປ ແລະ​ແຍກ​ຕົວ​ເອງ​ອອກ​ຈາກ​ເຂົາ​ເຈົ້າ. ຂ້ອຍ​ຕ້ອງ​ໃຊ້​ເວລາ​ດົນ​ເພື່ອ​ຈະ​ແກ້ໄຂ​ຄວາມ​ຄິດ​ແບບ​ນັ້ນ. ປະສົບການ​ນີ້​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ ມັນ​ອັນຕະລາຍ​ແທ້ໆທີ່​ບໍ່​ໃສ່​ໃຈ​ຄຳ​ເຕືອນ​ທີ່​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ໃຫ້​ຜ່ານ​ທາງ​ອົງການ​ຂອງ​ພະອົງ. ພະ​ເຢໂຫວາ​ຮູ້ຈັກ​ຂ້ອຍ​ດີ​ກວ່າ​ທີ່​ຂ້ອຍ​ຮູ້ຈັກ​ຕົວ​ເອງ. ຂ້ອຍ​ໜ້າ​ຈະ​ຟັງ​ພະອົງ​ຕັ້ງ​ແຕ່​ທຳອິດ!”

17. (ກ) ເຮົາ​ຄວນ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

17 ຂໍ​ໃຫ້​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ຖືກ​ຫຼອກ​ລວງ​ດ້ວຍ “ປັດຊະຍາ​ແລະ​ຄຳ​ຫຼອກ​ລວງ” ຂອງ​ໂລກ​ຊາຕານ. ໃຫ້​ປົກ​ປ້ອງ​ຕົວ​ເອງ​ຈາກ​ກົນ​ອຸບາຍ​ຂອງ​ຊາຕານ​ຕໍ່ໆໄປ. (1 ໂກ. 3:18; 2 ໂກ. 2:11) ຢ່າ​ໃຫ້​ຊາຕານ​ເຮັດ​ໃຫ້​ເຈົ້າ​ເບິ່ງ​ບໍ່​ອອກ​ວ່າ​ພະ​ເຢໂຫວາ​ແມ່ນ​ໃຜ. ໃຫ້​ເຮັດ​ຕາມ​ມາດຕະຖານ​ອັນ​ສູງ​ສົ່ງ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ ແລະ​ຢ່າ​ໃຫ້​ຊາຕານ​ຫຼອກ​ລວງ​ເຈົ້າ​ບໍ່​ໃຫ້​ສົນ​ໃຈ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ. ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ໄດ້​ຮັບ​ອິດທິພົນ​ຈາກ​ຄວາມ​ຄິດ​ຂອງ​ໂລກ​ນີ້​ແລ້ວ? ບົດ​ຄວາມ​ຕໍ່​ໄປ​ຈະ​ສະແດງ​ໃຫ້​ເຫັນ​ວ່າ ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ລົບ​ລ້າງ​ຄວາມ​ຄິດ​ແລະ​ນິດໄສ​ທີ່ “ຝັງ​ຮາກ​ເລິກ.”—2 ໂກ. 10:4, 5, ລ.ມ.

ເພງ 49 ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

^ ຂໍ້ 5 ຊາຕານ​ຊຳນານ​ໃນ​ການ​ຫຼອກ​ລວງ​ຜູ້​ຄົນ. ມັນ​ຫຼອກ​ລວງ​ຫຼາຍ​ຄົນ​ໃຫ້​ເຊື່ອ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ອິດ​ສະຫຼະ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ຊາຕານ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ຫຼອກ​ລວງ​ຜູ້​ຄົນ.

^ ຂໍ້ 1 ໂກໂລດ 2:4, 8 (ລ.ມ.): “ຂ້ອຍ​ເວົ້າ​ເລື່ອງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ໃຜ​ມາ​ຫຼອກ​ລວງ​ພວກ​ເຈົ້າ​ໄດ້ ເຖິງ​ວ່າ​ເຂົາ​ຈະ​ໃຊ້​ຄຳ​ເວົ້າ​ຈູງ​ໃຈ​ໜ້າ​ຟັງ. ລະວັງ​ໃຫ້​ດີ ຢ່າ​ໃຫ້​ໃຜ​ມາ​ຊັກຊວນ​ໃຫ້​ຫຼົງ​ດ້ວຍ​ປັດຊະຍາ​ແລະ​ຄຳ​ຫຼອກ​ລວງ​ທີ່​ບໍ່​ມີ​ປະໂຫຍດ​ຕາມ​ທີ່​ມະນຸດ​ສອນ​ຕໍ່ໆກັນ​ມາ​ແລະ​ຕາມ​ແນວ​ຄິດ​ຕ່າງໆຂອງ​ໂລກ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພະ​ຄລິດ.”

^ ຂໍ້ 49 ຄຳ​ອະທິບາຍ​ຮູບ​ພາບ: ຊາວ​ອິດສະລາແອນ​ທີ່​ຄົບຫາ​ກັບ​ຊາວ​ການາອານ​ໄດ້​ຖືກ​ລໍ້​ໃຈ​ໃຫ້​ນະມັດສະການ​ພະ​ບາອານ​ແລະ​ເຮັດ​ຜິດ​ສິນລະທຳ.

^ ຂໍ້ 52 ຄຳ​ອະທິບາຍ​ຮູບ​ພາບ: ປ້າຍ​ໂຄສະນາ​ຂອງ​ໂບດ​ທີ່​ຍອມ​ຮັບ​ການ​ຮັກ​ຮ່ວມ​ເພດ.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຮຽນ​ຢູ່​ມະຫາ​ວິທະຍາໄລ. ລາວ​ກັບ​ໝູ່​ໃນ​ຫ້ອງ​ຮຽນ​ຫຼົງ​ເຊື່ອ​ຄຳ​ເວົ້າ​ຂອງ​ອາຈານ​ທີ່​ວ່າ ວິທະຍາສາດ​ແລະ​ເຕັກໂນໂລຊີ​ສາມາດ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ. ເມື່ອ​ກຳລັງ​ປະຊຸມ​ລາວ​ກໍ​ບໍ່​ສົນ​ໃຈ ແລະ​ຍັງ​ຄິດ​ຈັບ​ຜິດ​ພີ່​ນ້ອງ​ນຳ​ອີກ.