ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ລະວັງ​ເມື່ອ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ?

ຄລິດສະຕຽນ​ບາງ​ຄົນ​ໃຊ້​ເຕັກໂນໂລຊີ​ທີ່​ທັນ​ສະໄໝ​ເພື່ອ​ຈະ​ຕິດ​ຕໍ່​ກັບ​ໝູ່​ຄູ່​ແລະ​ຄອບຄົວ. ແຕ່​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຄວນ​ຄິດ​ເຖິງ​ຄຳ​ແນະນຳ​ນີ້​ທີ່​ວ່າ: “ຄົນ​ສະຫຼາດ​ເຫັນ​ອັນຕະລາຍ​ແລ້ວ​ໜີ​ໄປ​ລີ້​ຕົວ ແຕ່​ຄົນ​ທີ່​ຂາດ​ປະສົບການ​ຍ່າງ​ໄປ​ຕໍ່​ແລະ​ໄດ້​ຮັບ​ຜົນ​ເສຍຫາຍ.”—ສຸພາ. 27:12, ລ.ມ.

ເຮົາ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຢາກ​ປົກ​ປ້ອງ​ເຮົາ​ຈາກ​ອັນຕະລາຍ. ແລະ​ສິ່ງ​ທີ່​ອັນຕະລາຍ​ກໍ​ຄື ການ​ຄົບຫາ​ກັບ​ຄົນ​ທີ່​ສ້າງ​ຄວາມ​ແຕກ​ແຍກ ຄົນ​ທີ່​ທໍລະຍົດ​ພະເຈົ້າ ແລະ​ຄົນ​ທີ່​ສອນ​ບິດ​ເບືອນ​ຄວາມ​ຈິງ. (ຣມ. 16:17; 1 ກຣ. 5:11; 2 ຢຮ. 10, 11) ບາງ​ຄົນ​ທີ່​ຄົບຫາ​ກັບ​ປະຊາຄົມ​ກໍ​ອາດ​ຈະ​ປະພຶດ​ຕົວ​ໃນ​ແບບ​ທີ່​ບໍ່​ໜ້າ​ນັບຖື. (2 ຕມ. 2:20, 21) ແຕ່​ມັນ​ອາດ​ຍາກ​ທີ່​ເຮົາ​ຈະ​ເລືອກ​ໝູ່​ທີ່​ດີ​ຖ້າ​ເຮົາ​ຄົບຫາ​ກັບ​ເຂົາ​ເຈົ້າ​ແຕ່​ທາງ​ແອັບ​ສົ່ງ​ຂໍ້​ຄວາມ.

ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຈະ​ລະວັງ​ເມື່ອ​ລົມ​ກັບ​ໝູ່​ເປັນ​ກຸ່ມ​ໃຫຍ່. ຄລິດສະຕຽນ​ບາງ​ຄົນ​ໄດ້​ຮັບ​ຜົນ​ທີ່​ບໍ່​ດີ​ເມື່ອ​ເຂົ້າ​ຮ່ວມ​ກັບ​ໝູ່​ເປັນ​ກຸ່ມ​ໃຫຍ່. ແລ້ວ​ພີ່ນ້ອງ​ຈະ​ລະວັງ​ຕົວ​ໄດ້​ແນວ​ໃດ ຖ້າ​ຢູ່​ໃນ​ກຸ່ມ​ທີ່​ມີ​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ຄົນ? ຄື​ຊິ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ຮູ້​ວ່າ​ທຸກ​ຄົນ​ເປັນ​ແນວ​ໃດ​ແທ້ໆ ແລະ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼື​ບໍ່. ຄຳເພງ 26:4, ລ.ມ. ບອກ​ວ່າ: “ຂ້ອຍ​ບໍ່​ຄົບຫາ​ກັບ​ຄົນ​ຫຼອກ​ລວງ ແລະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ຄົນ​ທີ່​ປິດ​ບັງ​ຕົວ​ທີ່​ແທ້​ຈິງ.” ນີ້​ໝາຍ​ຄວາມ​ວ່າ ເຮົາ​ຄວນ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ​ເພື່ອ​ຕິດ​ຕໍ່​ກັບ​ຄົນ​ທີ່​ເຮົາ​ຮູ້ຈັກ​ດີ​ເທົ່າ​ນັ້ນ​ບໍ່​ແມ່ນ​ບໍ.

ແຕ່​ເຖິງ​ວ່າ​ຈະ​ລົມ​ກັນ​ເປັນ​ກຸ່ມ​ນ້ອຍ ຄລິດສະຕຽນ​ກໍ​ຕ້ອງ​ລະວັງ​ວ່າ​ຈະ​ໃຊ້​ເວລາ​ຫຼາຍ​ສ່ຳ​ໃດ​ຫຼື​ລົມ​ກັນ​ເລື່ອງ​ຫຍັງ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ຕ້ອງ​ຕອບ​ຂໍ້​ຄວາມ​ເຂົາ​ເຈົ້າ​ທຸກ​ເທື່ອ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເວົ້າ​ເລື່ອງ​ຫຍັງ ຫຼື​ໃຊ້​ເວລາ​ດົນ​ປານ​ໃດ. ໂປໂລ​ເຕືອນ​ຕີໂມທຽວ​ກ່ຽວ​ກັບ​ຄົນ​ທີ່ “ມັກ​ເວົ້າ​ຂວັນ​ແລະ​ເຂົ້າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.” (1 ຕມ. 5:13) ໃນ​ປັດຈຸບັນ​ກໍ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເຮັດ​ແບບ​ນີ້​ໂດຍ​ທາງ​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ.

ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຈະ​ບໍ່​ຟັງ​ຫຼື​ເວົ້າ​ຄວາມ​ລັບ​ຂອງ​ຄົນ​ອື່ນ ຫຼື​ສິ່ງ​ທີ່​ບໍ່​ເສີມ​ສ້າງ. (ເພງ. 15:3; ສຸພາ. 20:19) ແລະ​ບໍ່​ແພ່​ຂ່າວ​ລື​ຫຼື​ຂໍ້​ມູນ​ທີ່​ບໍ່​ທັນ​ຢັ້ງຢືນ​ວ່າ​ເປັນ​ຄວາມ​ຈິງ. (ອຟຊ. 4:25) ເຮົາ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ທີ່​ເສີມ​ຄວາມ​ເຊື່ອ​ແລະ​ລາຍງານ​ຕ່າງໆ​ທີ່​ເຊື່ອ​ຖື​ໄດ້​ໂດຍ​ທາງ​ເວັບໄຊ jw.org ແລະ​ລາຍການ​ໂທລະທັດ JW ປະຈຳ​ເດືອນ.

ຄລິດສະຕຽນ​ບາງ​ຄົນ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ​ເພື່ອ​ຊື້ ຂາຍ ແລະ​ໂຄສະນາ​ສິນ​ຄ້າ ຫຼື​ຮັບ​ສະໝັກ​ພະນັກງານ. ສິ່ງ​ເຫຼົ່າ​ນີ້​ເປັນ​ການ​ຄ້າ​ຂາຍ ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ. ຄລິດສະຕຽນ​ທີ່​ບໍ່​ຢາກ​ເປັນ “ຄົນ​ຮັກ​ເງິນ” ຈະ​ບໍ່​ໃຊ້​ພີ່ນ້ອງ​ເພື່ອ​ຫາ​ຜົນ​ປະໂຫຍດ​ໃນ​ການ​ຄ້າ​ຂາຍ.—ຮຣ. 13:5

ແລ້ວ​ເຮົາ​ຄວນ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ​ເພື່ອ​ຂໍ​ໃຫ້​ພີ່ນ້ອງ​ບໍລິຈາກ​ເງິນ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ປະສົບ​ກັບ​ໄພ​ທຳມະຊາດ​ບໍ? ຍ້ອນ​ຄວາມ​ຮັກ ເຮົາ​ຈຶ່ງ​ຢາກ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. (ຢກບ. 2:15, 16) ແຕ່​ຖ້າ​ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໂດຍ​ຕັ້ງ​ກຸ່ມ​ທາງ​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ ເຮົາ​ກໍ​ບໍ່​ໄດ້​ເຮັດ​ຕາມ​ການ​ຈັດ​ກຽມ​ຂອງ​ສຳນັກງານ​ສາຂາ​ຫຼື​ປະຊາຄົມ. (1 ຕມ. 5:3, 4, 9, 10, 16) ເຮົາ​ຄື​ຊິ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ເຮົາ​ຖືກ​ມອບ​ໝາຍ​ໃຫ້​ເຮັດ​ວຽກ​ທີ່​ພິເສດ​ໃນ​ການ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພະເຈົ້າ.

ເຮົາ​ຢາກ​ເຮັດ​ທຸກ​ສິ່ງ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. (1 ກຣ. 10:31) ດັ່ງ​ນັ້ນ ກ່ອນ​ທີ່​ຈະ​ໃຊ້​ແອັບ​ຮັບ​ສົ່ງ​ຂໍ້​ຄວາມ​ຫຼື​ເຕັກໂນໂລຊີ​ອື່ນໆ ເຮົາ​ກໍ​ຄວນ​ຄິດ​ຢ່າງ​ຮອບຄອບ ແລະ​ຄິດ​ເຖິງ​ຄວາມ​ອັນຕະລາຍ.