ຂ້າມໄປທີ່ເນື້ອໃນ

ທຳມະຊາດ​ສອນ​ຫຍັງ​ເຮົາ?

ທຳມະຊາດ​ສອນ​ຫຍັງ​ເຮົາ?

ທຳມະຊາດ​ສອນ​ຫຍັງ​ເຮົາ?

“ລອງ​ຖາມ​ພວກ​ສັດ​ເບິ່ງ​ແມ້ ແລ້ວ​ມັນ​ຈະ​ສອນ​ເຈົ້າ ຖາມ​ນົກ​ໃນ​ທອງ​ຟ້າ​ນຳ ແລ້ວ​ມັນ​ຈະ​ບອກ​ເຈົ້າ. ແນມ​ເບິ່ງ​ໂລກ​ອ້ອມ​ໂຕ​ເຈົ້າ​ແມ້ ແລ້ວ​ມັນ​ຈະ​ສອນ​ເຈົ້າ ປາ​ໃນ​ທະເລ​ກໍ​ຈະ​ບອກ​ເຈົ້າ​ນຳ.”—ໂຢບ 12:7, 8, ລ.ມ.

ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ບັນດາ​ນັກ​ວິທະຍາສາດ​ແລະ​ວິສະວະກອນ​ຍອມ​ໃຫ້​ພືດ​ແລະ​ສັດ​ສອນ​ເຂົາເຈົ້າ​ແທ້ໆ. ເຂົາເຈົ້າ​ສຶກສາ​ແລະ​ຮຽນ​ແບບ​ລັກສະນະ​ຂອງ​ສິ່ງ​ມີຊີ​ວິດ​ຫຼາຍ​ຊະນິດ ເຊິ່ງ​ເປັນ​ສາຂາ​ວິຊາ​ໜຶ່ງ​ທີ່​ເອີ້ນ​ວ່າ​ໄບໂອມິເມຕິກສ໌ ເພື່ອ​ສ້າງ​ຜະລິດຕະພັນ​ໃໝ່​ແລະ​ປັບ​ປຸງ​ເຄື່ອງ​ຈັກ​ກົນ​ທີ່​ມີ​ຢູ່​ແລ້ວ​ໃຫ້​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ. ເມື່ອ​ເຈົ້າ​ພິຈາລະນາ​ຕົວຢ່າງ​ຕໍ່​ໄປ​ນີ້ ຂໍ​ໃຫ້​ຖາມ​ໂຕ​ເອງ​ວ່າ ‘ໃຜ​ສົມຄວນ​ໄດ້​ຮັບ​ກຽດ​ສຳລັບ​ການ​ອອກ​ແບບ​ເຫຼົ່າ​ນີ້?’

ຮຽນ​ຈາກ​ຄີ​ປາ​ວານ

ນັກ​ອອກ​ແບບ​ຍົນ​ຮຽນ​ຫຍັງ​ໄດ້​ຈາກ​ປາ​ວານ​ຫຼັງ​ອານ? ເບິ່ງ​ຄື​ວ່າ​ຈະ​ຮຽນ​ໄດ້​ຫຼາຍ​ຢ່າງ​ເຕີບ. ປາ​ວານ​ຫຼັງ​ອານ​ທີ່​ໃຫຍ່​ເຕັມທີ​ແລ້ວ​ຈະ​ມີ​ນ້ຳ​ໜັກ​ປະມານ 30 ໂຕນ ຫຼື​ໜັກ​ເທົ່າ​ກັບ​ລົດ​ບັນທຸກ​ທີ່​ຂົນ​ເຄື່ອງ​ເຕັມ​ຄັນ​ລົດ ແຖມ​ຍັງ​ມີ​ລຳ​ໂຕ​ທີ່​ຂ້ອນ​ຂ້າງ​ແຂງ​ແລະ​ມີ​ຄີ​ຄ້າຍ​ຄື​ກັບ​ປີກ​ນົກ​ຂະໜາດ​ໃຫຍ່. ປາ​ວານ​ທີ່​ມີ​ຄວາມ​ຍາວ​ປະມານ 12 ແມັດ​ນີ້​ເຄື່ອນ​ໄຫວ​ໃນ​ນ້ຳ​ໄດ້​ຄ່ອງແຄ້ວ​ຢ່າງ​ເປັນ​ຕາ​ງຶດ. ຕົວຢ່າງ​ເຊັ່ນ ເມື່ອ​ອອກ​ຫາ​ອາຫານ ປາ​ວານ​ຫຼັງ​ອານ​ອາດ​ຈະ​ລອຍ​ວົນ​ຂຶ້ນ​ມາ​ເປັນ​ວົງ​ກົ້ນ​ຫອຍ​ຢູ່​ກ້ອງ​ຝູງ​ສັດ​ຈຳພວກ​ກຸ້ງ​ຫຼື​ປາ​ທີ່​ເປັນ​ອາຫານ​ຂອງ​ມັນ ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ພົ່ນ​ຟອງ​ອາກາດ​ອອກ​ມາ​ເປັນ​ລຳ. ຟອງ​ອາກາດ​ທີ່​ເປັນ​ຄື​ມອງ​ນີ້​ເຊິ່ງ​ອາດ​ມີ​ເສັ້ນ​ຜ່າ​ສູນ​ກາງ​ນ້ອຍ​ພຽງ 1,5 ແມັດ ຈະ​ເຮັດ​ໜ້າ​ທີ່​ດັກ​ສັດ​ໂຕ​ນ້ອຍໆເຫຼົ່າ​ນີ້​ໃຫ້​ລວມ​ໂຕ​ກັນ​ຢູ່​ໜ້າ​ນ້ຳ. ຈາກ​ນັ້ນ​ມັນ​ກໍ​ຈະ​ອ້າ​ປາກ​ຮຸບ​ເຫຍື່ອ​ທີ່​ຖືກ​ຈັດ​ໄວ້​ຢ່າງ​ເປັນ​ລະບຽບ.

ສິ່ງ​ທີ່​ເຮັດ​ໃຫ້​ນັກ​ຄົ້ນ​ຄວ້າ​ງຶດ​ຫຼາຍ​ກໍ​ຄື ປາ​ວານ​ທີ່​ມີ​ລຳ​ໂຕ​ແຂງ​ແບບ​ນີ້​ຈະ​ຫັນ​ລ້ຽວ​ເປັນ​ວົງ​ທີ່​ແຄບ​ຢ່າງ​ເຫຼືອ​ເຊື່ອ​ແບບ​ນັ້ນ​ໄດ້​ແນວ​ໃດ. ເຂົາເຈົ້າ​ຄົ້ນ​ພົບ​ວ່າ​ເຄັດ​ລັບ​ກໍ​ຢູ່​ທີ່​ຮູບ​ຊົງ​ຂອງ​ຄີ​ນັ້ນ​ເອງ. ຂອບ​ດ້ານ​ໜ້າ​ຂອງ​ຄີ​ບໍ່​ໄດ້​ກ້ຽງ​ຄື​ປີກ​ຍົນ ແຕ່​ມີ​ລັກສະນະ​ຄ້າຍ​ຄື​ແຂ້ວ​ເລື່ອຍ​ໂດຍ​ມີ​ປຸ່ມ​ນູນ​ອອກ​ມາ​ເປັນ​ແຖວ.

ໃນ​ຂະນະ​ທີ່​ປາ​ວານ​ພຸ່ງ​ໂຕ​ໄປ​ໃນ​ນ້ຳ ປຸ່ມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເພີ່ມ​ແຮງ​ຍົກ​ແລະ​ຫຼຸດ​ແຮງ​ຕ້ານ. ໂດຍ​ວິທີ​ໃດ? ວາລະສານ​ແນເຈີຣານ​ຫິດສະຕໍຣີ ​ອະທິບາຍ​ວ່າ​ປຸ່ມ​ເຫຼົ່າ​ນີ້​ເຮັດ​ໃຫ້​ນ້ຳ​ໄຫຼ​ຜ່ານ​ຄີ​ໄວ​ຂຶ້ນ​ເປັນ​ກະແສ​ວົນ​ໄດ້​ຢ່າງ​ດີ ແມ່ນ​ແຕ່​ຕອນ​ທີ່​ປາ​ວານ​ລອຍ​ຂຶ້ນ​ສູ່​ໜ້າ​ນ້ຳ​ໃນ​ທ່າ​ທີ່​ເປັນ​ມຸມ​ຊັນ​ຫຼາຍ. ຖ້າ​ຄີ​ມີ​ຂອບ​ໜ້າ​ກ້ຽງ ປາ​ວານ​ຈະ​ບໍ່​ສາມາດ​ຫັນ​ລ້ຽວ​ຂຶ້ນ​ເປັນ​ວົງ​ແຄບ​ຂະໜາດ​ນັ້ນ​ໄດ້ ເນື່ອງ​ຈາກ​ນ້ຳ​ຈະ​ແຫວກ​ເປັນ​ແນວ​ແລະ​ໄຫຼ​ວົນ​ຢູ່​ຫຼັງ​ຄີ​ເຊິ່ງ​ເຮັດ​ໃຫ້​ບໍ່​ມີ​ແຮງ​ຍົກ.

ການ​ຄົ້ນ​ພົບ​ນີ້​ສາມາດ​ນຳ​ໄປ​ໃຊ້​ປະໂຫຍດ​ໃນ​ທາງ​ໃດ​ໄດ້​ແດ່? ປີກ​ຍົນ​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ຄີ​ປາ​ວານ​ນີ້​ບໍ່​ຈຳເປັນ​ຕ້ອງ​ມີ​ແຜ່ນ​ເສີມ​ແຮງ​ຍົກ​ຫຼື​ກົນ​ໄກ​ຢ່າງ​ອື່ນ​ຫຼາຍ​ອັນ​ທີ່​ຊ່ວຍ​ຄວບຄຸມ​ກະແສ​ລົມ​ຄື​ໃນ​ປັດຈຸບັນ​ນີ້. ປີກ​ຍົນ​ແບບ​ນີ້​ຄື​ຊິ​ປອດໄພ​ກວ່າ​ແລະ​ເບິ່ງ​ແຍງ​ຮັກສາ​ໄດ້​ງ່າຍ​ກວ່າ. ຈອນ ລອງ ຜູ້​ຊ່ຽວຊານ​ທາງ​ດ້ານ​ຊີວະ​ກົນ​ລະ​ສາດ​ເຊື່ອ​ວ່າ​ອີກ​ບໍ່​ດົນ “ເຮົາ​ຄື​ຊິ​ເຫັນ​ປີກ​ຂອງ​ຍົນ​ໂດຍ​ສານ​ທຸກ​ລຳ​ມີ​ປຸ່ມ​ນູນ​ຄື​ກັນ​ກັບ​ຄີ​ປາ​ວານ​ຫຼັງ​ອານ.”

ຮຽນ​ແບບ​ປີກ​ຂອງ​ນົກ​ນາງນວນ

ແນ່ນອນ ປີກ​ຍົນ​ກໍ​ຮຽນ​ແບບ​ຈາກ​ຮູບ​ຊົງ​ຂອງ​ປີກ​ນົກ​ຢູ່​ແລ້ວ. ແຕ່​ບໍ່​ດົນ​ມາ​ນີ້​ວິສະວະກອນ​ໄດ້​ຮຽນ​ແບບ​ໃຫ້​ໃກ້​ຄຽງ​ຫຼາຍ​ຂຶ້ນ​ໄປ​ອີກ. ວາລະສານ​ນິວ​ໄຊເອນຕິດສ໌ ​ລາຍງານ​ວ່າ “ນັກ​ຄົ້ນ​ຄວ້າ​ຢູ່​ມະຫາວິທະຍາໄລ​ຟຼໍຣິດາ​ໄດ້​ສ້າງ​ຍົນ​ຕົ້ນ​ແບບ​ນ້ອຍໆທີ່​ໃຊ້​ເຄື່ອງ​ຄວບຄຸມ​ຈາກ​ໄລຍະ​ໄກ​ເຊິ່ງ​ມີ​ຄວາມ​ສາມາດ​ຄື​ກັບ​ນົກ​ນາງນວນ​ທີ່​ຈະ​ບິນ​ຈຶ້ງ​ຢູ່​ກາງ​ອາກາດ ເຈີດ​ລົງ​ມາ​ແລະ​ເຫີນ​ຂຶ້ນ​ໄດ້​ຢ່າງ​ວ່ອງໄວ.”

ນົກ​ນາງນວນ​ບິນ​ໂລດ​ໂຜນ​ໄປ​ໃນ​ອາກາດ​ໄດ້​ໂດຍ​ງໍ​ປີກ​ບ່ອນ​ຂໍ້​ສອກ​ແລະ​ກົກ​ໄຫຼ່. ວາລະສານ​ນີ້​ບອກ​ວ່າ ໂດຍ​ຮຽນ​ແບບ​ປີກ​ທີ່​ງໍ​ໄດ້​ນີ້ “ຍົນ​ຕົ້ນ​ແບບ​ນ້ອຍໆຂະໜາດ 24 ນິ້ວ​ລຳ​ນີ້​ໃຊ້​ຈັກ​ນ້ອຍໆເພື່ອ​ຄວບຄຸມ​ກ້ານ​ໂລຫະ​ຫຼາຍ​ກ້ານ​ເຊິ່ງ​ເຮັດ​ໃຫ້​ປີກ​ເໜັງ​ໄດ້.” ປີກ​ທີ່​ໄດ້​ຮັບ​ການ​ອອກ​ແບບ​ມາ​ຢ່າງ​ດີ​ເຮັດ​ໃຫ້​ຍົນ​ລຳ​ນ້ອຍໆລຳ​ນີ້​ສາມາດ​ບິນ​ຈຶ້ງ​ແລະ​ບິນ​ເຈີດ​ລົງ​ໄປ​ລະຫວ່າງ​ຕຶກ​ສູງ​ໄດ້. ກອງທັບ​ອາກາດ​ຂອງ​ສະຫະລັດ​ກະຕືລືລົ້ນ​ທີ່​ຈະ​ພັດທະນາ​ຍົນ​ທີ່​ສາມາດ​ຄວບຄຸມ​ໃຫ້​ບິນ​ໄດ້​ຄ່ອງແຄ້ວ​ແບບ​ນີ້​ເພື່ອ​ໃຊ້​ໃນ​ການ​ຊອກ​ຫາ​ອາວຸດ​ເຄມີ​ຫຼື​ອາວຸດ​ຊີວະ​ພາບ​ໃນ​ເມືອງ​ໃຫຍ່ໆ.

ຮຽນ​ແບບ​ຈາກ​ຕີນ​ກັບ​ແກ້

ສັດ​ບົກ​ກໍ​ມີ​ແນວ​ທີ່​ຈະ​ສອນ​ມະນຸດ​ໄດ້​ຫຼາຍ​ຢ່າງ​ຄື​ກັນ. ເພື່ອ​ເປັນ​ຕົວຢ່າງ ກັບ​ແກ້​ມີ​ຄວາມ​ສາມາດ​ທີ່​ຈະ​ໄຕ່​ນຳ​ຝາ​ແລະ​ເກາະ​ຢູ່​ເທິງ​ເພດານ​ໄດ້. ແມ່ນ​ແຕ່​ໃນ​ສະໄໝ​ຄຳ​ພີ​ໄບເບິນ ສັດ​ຊະນິດ​ນີ້​ກໍ​ເປັນ​ທີ່​ຮູ້ຈັກ​ຍ້ອນ​ຄວາມ​ສາມາດ​ທີ່​ເປັນ​ຕາ​ງຶດ​ນີ້. (ສຸພາສິດ 30:28) ອັນ​ໃດ​ແມ່ນ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ກັບ​ແກ້​ສາມາດ​ຕ້ານ​ແຮງ​ດຶງ​ດູດ​ຂອງ​ໂລກ​ໄດ້?

ຄວາມ​ສາມາດ​ຂອງ​ກັບ​ແກ້​ທີ່​ຈະ​ເກາະ​ຕິດ​ກັບ​ພື້ນ​ຜິວ​ທີ່​ກ້ຽງ​ຄື​ກັບ​ແກ້ວ​ແວ່ນ​ໄດ້​ນັ້ນ​ມາ​ຈາກ​ຂົນ​ເສັ້ນ​ນ້ອຍໆທີ່​ເອີ້ນ​ວ່າ​ເຊ​ຕາ ເຊິ່ງ​ຢູ່​ທີ່​ຕີນ​ຂອງ​ມັນ. ຕີນ​ຂອງ​ມັນ​ບໍ່​ໄດ້​ມີ​ກາວ​ຊຶມ​ອອກ​ມາ. ແຕ່​ມັນ​ໃຊ້​ແຮງ​ຂອງ​ໂມເລກູນ​ຂະໜາດ​ນ້ອຍໆ. ໂມເລກູນ​ຂອງ​ພື້ນ​ຜິວ​ສອງ​ຢ່າງ​ຈະ​ຕິດ​ກັນ​ໄດ້​ຍ້ອນ​ແຮງ​ດູດ​ອ່ອນໆທີ່​ເອີ້ນ​ວ່າ​ແຮງ​ແວນ​ເດີ​ວານສ໌. ຕາມ​ປົກກະຕິ ແຮງ​ນີ້​ບໍ່​ສາມາດ​ຕ້ານ​ແຮງ​ດຶງ​ດູດ​ຂອງ​ໂລກ​ໄດ້ ເຊິ່ງ​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ເຈົ້າ​ບໍ່​ສາມາດ​ປີນ​ຝາ​ໄດ້​ໂດຍ​ພຽງ​ແຕ່​ເອົາ​ມື​ແປະ​ຝາ. ແນວ​ໃດ​ກໍ​ຕາມ ຂົນ​ເຊ​ຕາ​ຢູ່​ຕີນ​ກັບ​ແກ້​ເຮັດ​ໃຫ້​ມີ​ຜິວ​ສຳຜັດ​ກັບ​ຝາ​ຫຼາຍ​ຂຶ້ນ. ຂົນ​ເສັ້ນ​ນ້ອຍໆຫຼາຍ​ພັນ​ເສັ້ນ​ຢູ່​ຕີນ​ຂອງ​ກັບ​ແກ້​ຊ່ວຍ​ເພີ່ມ​ແຮງ​ແວນ​ເດີ​ວານສ໌ ເຮັດ​ໃຫ້​ເກີດ​ແຮງ​ດູດ​ຫຼາຍ​ພໍ​ທີ່​ຈະ​ຮັບ​ນ້ຳ​ໜັກ​ຂອງ​ໂຕ​ມັນ​ໄດ້.

ການ​ຄົ້ນ​ພົບ​ນີ້​ອາດ​ນຳ​ໄປ​ໃຊ້​ປະໂຫຍດ​ແນວ​ໃດ? ວັດສະດຸ​ສັງ​ເຄາະ​ທີ່​ເຮັດ​ຮຽນ​ແບບ​ຕີນ​ກັບ​ແກ້​ອາດ​ໃຊ້​ແທນ​ແຖບ​ຍຶດ​ຕິດ​ເວວໂຄຣ ເຊິ່ງ​ກໍ​ເປັນ​ແນວ​ຄິດ​ທີ່​ຮຽນ​ແບບ​ຈາກ​ທຳມະຊາດ​ອີກ​ຢ່າງ​ໜຶ່ງ. * ວາລະສານ​ດິອິໂຄໂນມິດສ໌ ​ອ້າງ​ເຖິງ​ຄຳເວົ້າ​ຂອງ​ນັກ​ຄົ້ນ​ຄວ້າ​ຄົນ​ໜຶ່ງ​ທີ່​ວ່າ ວັດສະດຸ​ທີ່​ເຮັດ​ຈາກ “ເທັບ​ຕີນ​ກັບ​ແກ້” ອາດ​ມີ​ປະໂຫຍດ​ເປັນ​ພິເສດ “ໃນ​ທາງ​ການ​ແພດ ບ່ອນ​ທີ່​ກາວ​ເຄມີ​ບໍ່​ສາມາດ​ໃຊ້​ໄດ້.”

ໃຜ​ສົມຄວນ​ໄດ້​ຮັບ​ກຽດ?

ຂະນະ​ດຽວ​ກັນ ອົງການ​ບໍລິຫານ​ການ​ບິນ​ແລະ​ອະວະກາດ​ຂອງ​ສະຫະລັດ​ອາເມຣິກາ​ກຳລັງ​ພັດທະນາ​ຫຸ່ນ​ຍົນ​ເຊິ່ງ​ຍ່າງ​ໄດ້​ຄື​ແມງ​ເງົາ ສ່ວນ​ວິສະວະກອນ​ຢູ່​ປະເທດ​ແຟງລັງ​ກໍ​ໄດ້​ສ້າງ​ລົດ​ໄຖ​ທີ່​ມີ​ຫົກ​ຂາ​ທີ່​ສາມາດ​ປີນ​ຂ້າມ​ສິ່ງ​ກີດ​ຂວາງ​ຄື​ກັນ​ກັບ​ແມງ​ໄມ້​ຂະໜາດ​ໃຫຍ່. ນັກ​ຄົ້ນ​ຄວ້າ​ຄົນ​ອື່ນໆໄດ້​ອອກ​ແບບ​ເນື້ອ​ຜ້າ​ທີ່​ມີ​ລັກສະນະ​ເປັນ​ກີບ​ນ້ອຍໆຫຼາຍ​ກີບ​ທີ່​ເປີດ​ແລະ​ປິດ​ໄດ້​ໂດຍ​ຮຽນ​ແບບ​ວິທີ​ທີ່​ຫມາກ​ແປກ​ອ້າ​ແລະ​ຫຸບ​ກີບ. ບໍລິສັດ​ຫນຶ່ງ​ທີ່​ຜະລິດ​ລົດ​ກຳລັງ​ພັດທະນາ​ລົດ​ທີ່​ຮຽນ​ແບບ​ຮູບ​ຊົງ​ຂອງ​ປາ​ເປົ້າ​ສີ່​ລ່ຽມ​ທີ່​ມີ​ແຮງ​ຕ້ານ​ຕ່ຳ​ຢ່າງ​ໜ້າ​ແປກ​ໃຈ. ແລະ​ນັກ​ຄົ້ນ​ຄວ້າ​ຄົນ​ອື່ນໆກໍ​ກຳລັງ​ວິເຄາະ​ຄຸນສົມບັດ​ການ​ດູດ​ຊັບ​ແຮງ​ກະທົບ​ຂອງ​ເປືອກ​ຫອຍ​ອາ​ບາ​ລອນ ໂດຍ​ຕັ້ງ​ໃຈ​ຈະ​ຜະລິດ​ເສື້ອ​ເກາະ​ກັນ​ລູກ​ປືນ​ທີ່​ມີ​ນ້ຳ​ໜັກ​ເບົາ​ແລະ​ທົນ​ທານ​ຫຼາຍ​ຂຶ້ນ.

ມີ​ຄວາມ​ຄິດ​ດີໆຫຼາຍ​ຢ່າງ​ແທ້ໆທີ່​ໄດ້​ຈາກ​ທຳມະຊາດ ຈົນ​ເຖິງ​ຂະໜາດ​ທີ່​ນັກ​ຄົ້ນ​ຄວ້າ​ໄດ້​ເຮັດ​ຖານ​ຂໍ້​ມູນ​ເຊິ່ງ​ເກັບ​ລວບລວມ​ຂໍ້​ມູນ​ກ່ຽວ​ກັບ​ລະບົບ​ທາງ​ຊີວະ​ພາບ​ໄວ້​ໄດ້​ຫຼາຍ​ພັນ​ລະບົບ​ແລ້ວ. ວາລະສານ​ດິອິໂຄໂນມິດສ໌​ ບອກ​ວ່າ ນັກ​ວິທະຍາສາດ​ສາມາດ​ຄົ້ນ​ເບິ່ງ​ໃນ​ຖານ​ຂໍ້​ມູນ​ນີ້​ເພື່ອ​ຫາ “ວິທີ​ແກ້​ບັນຫາ​ຂອງ​ທຳມະຊາດ​ກ່ຽວ​ກັບ​ເລື່ອງ​ການ​ອອກ​ແບບ.” ລະບົບ​ຂອງ​ທຳມະຊາດ​ທີ່​ເກັບ​ໄວ້​ໃນ​ຖານ​ຂໍ້​ມູນ​ນີ້​ເອີ້ນ​ວ່າ “ສິດທິ​ບັດ​ຊີວະ​ພາບ”. ຕາມ​ປົກກະຕິ ເຈົ້າ​ຂອງ​ສິດທິ​ບັດ​ຈະ​ເປັນ​ບຸກຄົນ​ຫຼື​ບໍລິສັດ​ເຊິ່ງ​ຈົດ​ທະບຽນ​ແນວ​ຄິດ​ໃໝ່​ຫຼື​ເຄື່ອງ​ຈັກ​ກົນ​ໃໝ່. ວາລະສານ​ດິອິໂຄໂນມິດສ໌ ​ເວົ້າ​ເຖິງ​ເລື່ອງ​ຖານ​ຂໍ້​ມູນ​ສິດທິ​ບັດ​ຊີວະ​ພາບ​ນີ້​ວ່າ “ໂດຍ​ເອີ້ນ​ແນວ​ຄິດ​ທີ່​ສະຫຼາດ​ຫຼັກແຫຼມ​ຂອງ​ໄບໂອມິເມຕິກ​ນີ້​ວ່າ ‘ສິດທິ​ບັດ​ຊີວະ​ພາບ’ ພວກ​ນັກ​ຄົ້ນ​ຄວ້າ​ກໍ​ກຳລັງ​ເນັ້ນ​ວ່າ ແທ້ໆແລ້ວ​ທຳມະຊາດ​ເປັນ​ເຈົ້າ​ຂອງ​ສິດທິ​ບັດ​ເຫຼົ່າ​ນີ້.”

ທຳມະຊາດ​ໄດ້​ຄວາມ​ຄິດ​ທີ່​ສະຫຼາດ​ທັງ​ໝົດ​ນີ້​ມາ​ຈາກ​ໃສ? ນັກ​ຄົ້ນ​ຄວ້າ​ຫຼາຍ​ຄົນ​ຄື​ຊິ​ຖື​ວ່າ​ການ​ອອກ​ແບບ​ທີ່​ໜ້າ​ງຶດງໍ້​ທີ່​ເຫັນ​ໄດ້​ໃນ​ທຳມະຊາດ​ນີ້​ເກີດ​ຈາກ​ການ​ລອງ​ຜິດ​ລອງ​ຖືກ​ແບບ​ວິວັດທະນາການ​ເຊິ່ງ​ໃຊ້​ເວລາ​ຫຼາຍ​ລ້ານ​ປີ. ແຕ່​ນັກ​ຄົ້ນ​ຄວ້າ​ຄົນ​ອື່ນໆລົງ​ຄວາມ​ເຫັນ​ຕ່າງ​ອອກ​ໄປ. ນັກ​ຈຸນລະ​ຊີວະ​ວິທະຍາ​ທີ່​ຊື່​ໄມເຄິນ ບີຮີ ຂຽນ​ໄວ້​ໃນ​ໜັງສື​ພິມ​ເດິ​ນິວຢອກ​ທາມສ໌​ ໃນ​ປີ 2005 ວ່າ: “ການ​ອອກ​ແບບ​ເຊິ່ງ​ປາກົດ​ຢ່າງ​ຈະ​ແຈ້ງ [ໃນ​ທຳມະຊາດ] ໃຫ້​ຂໍ້​ໂຕ້​ແຍ່ງ​ງ່າຍໆທີ່​ບໍ່​ສາມາດ​ປະຕິເສດ​ໄດ້​ວ່າ ຖ້າ​ສິ່ງ​ນັ້ນ​ເບິ່ງ​ຄື​ເປັດ ຍ່າງ​ຄື​ເປັດ ແລະ​ຮ້ອງ​ຄື​ເປັດ ແລະ​ຍັງ​ບໍ່​ມີ​ຫຼັກ​ຖານ​ທີ່​ໜ້າ​ເຊື່ອ​ຖື​ອື່ນ​ໃດ​ທີ່​ຊີ້​ໃຫ້​ເຫັນ​ວ່າ​ມັນ​ບໍ່​ແມ່ນ​ເປັດ ເຮົາ​ກໍ​ມີ​ເຫດຜົນ​ທີ່​ຈະ​ລົງ​ຄວາມ​ເຫັນ​ວ່າ​ມັນ​ກໍ​ຄື​ເປັດ​ຫັ້ນ​ແຫຼະ.” ຂໍ້​ສະຫຼຸບ​ຂອງ​ລາວ​ແມ່ນ​ຫຍັງ? “ຢ່າ​ປະຕິເສດ​ວ່າ​ບໍ່​ມີ​ການອອກແບບ​ພຽງ​ເພາະ​ເຫັນ​ຈົນ​ລຶ້ງ​ຕາ​ແລ້ວ.”

ແນ່ນອນ ວິສະວະກອນ​ທີ່​ອອກ​ແບບ​ປີກ​ຍົນ​ທີ່​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ​ແລະ​ປອດໄພ​ຫຼາຍ​ຂຶ້ນ​ສົມຄວນ​ໄດ້​ຮັບ​ກຽດ​ສຳລັບ​ການ​ອອກ​ແບບ​ຂອງ​ລາວ. ຄ້າຍ​ຄື​ກັນ ນັກ​ປະດິດ​ທີ່​ຄິດ​ຄົ້ນ​ຜ້າ​ພັນ​ບາດ​ທີ່​ໃຊ້​ປະໂຫຍດ​ໄດ້​ຫຼາຍ​ຂຶ້ນ ຫຼື​ເນື້ອ​ຜ້າ​ທີ່​ໃສ່​ສະບາຍ​ຂຶ້ນ ຫຼື​ຍານ​ພາຫະນະ​ທີ່​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ. ທີ່​ຈິງ ຜູ້​ຜະລິດ​ທີ່​ຮຽນ​ແບບ​ສິ່ງ​ປະດິດ​ຂອງ​ຄົນ​ອື່ນ​ແຕ່​ບໍ່​ຍອມ​ຮັບ​ຫຼື​ໃຫ້​ກຽດ​ຜູ້ອອກແບບ​ອາດ​ຖືກ​ເບິ່ງ​ວ່າ​ເປັນ​ອາດຊະຍາກອນ.

ຖ້າ​ຈັ່ງ​ຊັ້ນ ການ​ທີ່​ນັກ​ຄົ້ນ​ຄວ້າ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ດີ​ເຊິ່ງ​ຮຽນ​ແບບ​ລະບົບ​ໃນ​ທຳມະຊາດ​ແບບ​ແປະໆບາງໆເພື່ອ​ແກ້ໄຂ​ບັນຫາ​ທາງ​ວິສະວະກຳ​ທີ່​ຫຍຸ້ງຍາກ ພັດ​ໄປ​ຍ້ອງ​ຍໍ​ໃຫ້​ກຽດ​ວິວັດທະນາການ​ທີ່​ບໍ່​ມີ​ສະຕິປັນຍາ​ວ່າ​ໄດ້​ຄິດ​ຄົ້ນ​ແນວ​ຄິດ​ດັ້ງເດີມ​ຢ່າງ​ສະຫຼາດ​ຫຼັກແຫຼມ ເຈົ້າ​ຄິດ​ວ່າ​ເປັນ​ເລື່ອງ​ມີ​ເຫດຜົນ​ບໍ? ຖ້າ​ສິ່ງ​ທີ່​ຮຽນ​ແບບ​ສິ່ງ​ອື່ນ​ມາ​ຍັງ​ຕ້ອງ​ມີ​ຜູ້ອອກແບບ​ທີ່​ມີ​ສະຕິປັນຍາ ແລ້ວ​ຕົ້ນ​ແບບ​ເດ? ແທ້ໆແລ້ວ ໃຜ​ສົມຄວນ​ໄດ້​ຮັບ​ກຽດ​ຫຼາຍ​ກວ່າ ສິລະປິນ​ຕົ້ນ​ສະບັບ​ຫຼື​ລູກສິດ​ທີ່​ຮຽນ​ແບບ​ຜົນ​ງານ​ຂອງ​ສິລະປິນ​ຄົນ​ນັ້ນ?

ຂໍ້​ສະຫຼຸບ​ທີ່​ສົມ​ເຫດ​ສົມ​ຜົນ

ຫລັງ​ຈາກ​ທົບ​ທວນ​ຫຼັກ​ຖານ​ຂອງ​ການ​ອອກ​ແບບ​ໃນ​ທຳມະຊາດ​ແລ້ວ ຄົນ​ທີ່​ມີ​ເຫດຜົນ​ຫຼາຍ​ຄົນ​ເຫັນ​ດີ​ກັບ​ຄວາມ​ຄິດ​ຂອງ​ຜູ້​ຂຽນ​ຄຳເພງ​ທີ່​ຂຽນ​ວ່າ: “ພະ​ເຢໂຫວາ ຜົນ​ງານ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ ພະອົງ​ສ້າງ​ທຸກ​ຢ່າງ​ດ້ວຍ​ສະຕິປັນຍາ ໂລກ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້.” (ຄຳເພງ 104:24, ລ.ມ.) ໂປໂລ​ຜູ້​ຂຽນ​ຄຳ​ພີ​ໄບເບິນ​ໄດ້​ຂໍ້​ສະຫຼຸບ​ຄ້າຍໆກັນ. ລາວ​ໄດ້​ຂຽນ​ວ່າ: “ເຖິງ​ວ່າ​ມະນຸດ​ບໍ່​ສາມາດ​ເຫັນ​ພະເຈົ້າ​ໄດ້ ແຕ່​ເມື່ອ​ພວກ​ເຂົາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້​ກໍ​ຈະ​ເຫັນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ​ຢ່າງ​ຈະ​ແຈ້ງ ຕັ້ງ​ແຕ່​ການ​ສ້າງ​ໂລກ​ເປັນ​ຕົ້ນ​ມາ.”—ໂຣມ 1:19, 20

ແນວ​ໃດ​ກໍ​ຕາມ ຄົນ​ທີ່​ຈິງ​ໃຈ​ຫຼາຍ​ຄົນ​ທີ່​ນັບຖື​ຄຳ​ພີ​ໄບເບິນ​ແລະ​ເຊື່ອ​ເລື່ອງ​ພະເຈົ້າ​ອາດ​ໂຕ້​ແຍ່ງ​ວ່າ​ພະເຈົ້າ​ອາດ​ໃຊ້​ວິວັດທະນາການ​ເພື່ອ​ສ້າງ​ສິ່ງ​ທີ່​ໜ້າ​ງຶດງໍ້​ໃນ​ໂລກ​ແຫ່ງ​ທຳມະຊາດ. ຄຳ​ພີ​ໄບເບິນ​ສອນ​ແນວ​ໃດ​ໃນ​ເລື່ອງ​ນີ້?

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 15 ເວວໂຄຣ​ເປັນ​ລະບົບ​ຍຶດ​ຕິດ​ທີ່​ໃຊ້​ຂໍ​ເກາະ​ກັບ​ຫ່ວງ​ເຊິ່ງ​ອາໄສ​ແບບ​ຂອງ​ເມັດ​ຫຍ້າ​ຂວາ​ກ

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 5]

ທຳມະຊາດ​ໄດ້​ແນວ​ຄິດ​ດີໆຫຼາຍ​ຢ່າງ​ຂະໜາດ​ນີ້​ມາ​ຈາກ​ໃສ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 6]

ໃຜ​ເປັນ​ເຈົ້າ​ຂອງ​ສິດທິ​ບັດ​ທຳມະຊາດ?

[ຂອບ/ຮູບພາບ​ໜ້າ 7]

ຖ້າ​ສິ່ງ​ທີ່​ຮຽນ​ແບບ​ສິ່ງ​ອື່ນ​ມາ​ຕ້ອງ​ມີ​ຜູ້ອອກແບບ​ທີ່​ມີ​ສະຕິປັນຍາ ແລ້ວ​ຕົ້ນ​ແບບ​ເດ?

ຕີນ​ກັບ​ແກ້​ບໍ່​ເປື້ອນ ບໍ່​ຖິ້ມ​ຮອຍ​ຕີນ​ເອົາ​ໄວ້ ເກາະ​ກັບ​ພື້ນ​ຜິວ​ໄດ້​ທຸກ​ຊະນິດ​ຍົກ​ເວັ້ນ​ແຕ່​ເທບຟ໌ລອນ ເກາະ​ແລະ​ປ່ອຍ​ໄດ້​ໂດຍ​ບໍ່​ຕ້ອງ​ອອກ​ແຮງ​ຫຼາຍ. ນັກ​ຄົ້ນ​ຄວ້າ​ກຳລັງ​ພະຍາຍາມ​ຮຽນ​ແບບ​ຕີນ​ກັບ​ແກ້​ນີ້

ຍົນ​ທີ່​ສາມາດ​ຄວບຄຸມ​ໃຫ້​ບິນ​ໄດ້​ຄ່ອງແຄ້ວ​ນີ້​ຮຽນ​ແບບ​ປີກ​ຂອງ​ນົກ​ນາງນວນ

ຮູບ​ຊົງ​ຂອງ​ປາ​ເປົ້າ​ສີ່​ລ່ຽມ​ທີ່​ມີ​ແຮງ​ຕ້ານ​ຕ່ຳ​ຢ່າງ​ໜ້າ​ແປກ​ໃຈ​ນີ້​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ເກີດ​ການ​ພັດທະນາ​ລົດ​ຕົ້ນ​ແບບ

[ທີ່​ມາ​ຂອງ​ຮູບ​ພາບ]

Airplane: Kristen Bartlett/​University of Florida; gecko foot: Breck P. Kent; box fish and car: Mercedes-Benz USA

[ຂອບ/ຮູບພາບ​ໜ້າ 8]

ລະບົບ​ນຳ​ທາງ​ທີ່​ສະຫຼາດ​ໂດຍ​ສັນຊາດຕະຍານ

ສັດ​ຫຼາຍ​ຊະນິດ “ສະຫຼາດ​ໂດຍ​ສັນຊາດຕະຍານ” ໃນ​ວິທີ​ທີ່​ພວກ​ມັນ​ເດີນ​ທາງ​ໄປ​ບ່ອນ​ຕ່າງໆໃນ​ໂລກ. (ສຸພາສິດ 30:24, 25, ລ.ມ.) ໃຫ້​ເຮົາ​ມາ​ເບິ່ງ​ສອງ​ຕົວຢ່າງ​ນຳ​ກັນ.

ການ​ຄວບຄຸມ​ການ​ຈະ​ລາ​ຈອນ​ຂອງ​ມົດ ມົດ​ທີ່​ອອກ​ຫາ​ອາຫານ​ຫາ​ທາງ​ກັບ​ຮັງ​ໄດ້​ແນວ​ໃດ? ນັກ​ຄົ້ນ​ຄວ້າ​ໃນ​ສະຫະ​ລາຊະອານາຈັກ​ອັງກິດ​ຄົ້ນ​ພົບ​ວ່າ ນອກ​ຈາກ​ການ​ຖິ້ມ​ກິ່ນ​ທີ່​ເປັນ​ເຄື່ອງ​ໝາຍ​ໄວ້ ມົດ​ບາງ​ຊະນິດ​ຍັງ​ໃຊ້​ເລຂາຄະນິດ​ເພື່ອ​ເຮັດ​ທາງ​ຍ່າງ​ທີ່​ຊ່ວຍ​ໃຫ້​ມັນ​ກັບ​ຮັງ​ໄດ້​ງ່າຍ​ຂຶ້ນ. ເພື່ອ​ເປັນ​ຕົວຢ່າງ ວາລະສານ​ນິວ​ໄຊເອນຕິດສ໌​ບອກ​ວ່າ ມົດ​ຟາໂຣ “ເຮັດ​ທາງ​ຍ່າງ​ເປັນ​ເສັ້ນ​ລັດ​ສະໝີ​ແຜ່​ອອກ​ຈາກ​ຮັງ​ເຊິ່ງ​ມີ​ທາງ​ແຍກ​ເປັນ​ມຸມ​ປະມານ 50 ເຖິງ 60 ອົງ​ສາ.” ມີ​ຫຍັງ​ທີ່​ໜ້າ​ງຶດງໍ້​ກ່ຽວ​ກັບ​ການ​ເຮັດ​ວຽກ​ແບບ​ນີ້? ເມື່ອ​ມົດ​ຍ່າງ​ກັບ​ຮັງ ແລະ​ມາ​ຮອດ​ທາງ​ແຍກ ສັນຊາດຕະຍານ​ຈະ​ບອກ​ໃຫ້​ມັນ​ເລືອກ​ທາງ​ທີ່​ຫັກ​ລ້ຽວ​ໜ້ອຍ​ທີ່​ສຸດ ເຊິ່ງ​ໃນ​ທີ່​ສຸດ​ຈະ​ນຳ​ມາ​ຮອດ​ຮັງ​ຢ່າງ​ແນ່ນອນ. ບົດ​ຄວາມ​ນັ້ນ​ບອກ​ວ່າ “ທາງ​ແຍກ​ທີ່​ມີ​ລັກສະນະ​ທາງ​ເລຂາຄະນິດ​ເຮັດ​ໃຫ້​ການ​ສັນ​ຈອນ​ໃນ​ເຄືອ​ຂ່າຍ​ທາງ​ຍ່າງ​ຂອງ​ມົດ​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ ໂດຍ​ສະເພາະ​ເມື່ອ​ມີ​ມົດ​ຍ່າງ​ໄປ​ຕາມ​ທາງ​ເຫຼົ່າ​ນັ້ນ​ທັງ​ໄປ​ແລະ​ກັບ ແລະ​ເຮັດ​ໃຫ້​ມົດ​ແຕ່​ລະ​ໂຕ​ບໍ່​ຕ້ອງ​ເສຍ​ພະລັງ​ງານ​ໄປ​ກັບ​ການ​ຍ່າງ​ຜິດ​ທາງ.”

ເຂັມ​ທິດ​ຂອງ​ນົກ ນົກ​ຫຼາຍ​ຊະນິດ​ມີ​ລະບົບ​ນຳ​ທາງ​ທີ່​ແມ່ນ​ຢຳ​ເຖິງ​ວ່າ​ຕ້ອງ​ເດີນ​ທາງ​ເປັນ​ໄລຍະ​ທາງ​ໄກໆແລະ​ບໍ່​ວ່າ​ຈະ​ມີ​ສະພາບ​ອາກາດ​ແບບ​ໃດ. ມັນ​ເຮັດ​ໄດ້​ແນວ​ໃດ? ນັກ​ຄົ້ນ​ຄວ້າ​ໄດ້​ຄົ້ນ​ພົບ​ວ່າ​ນົກ​ສາມາດ​ຮັບ​ຮູ້​ທົ່ງ​ແມ່​ເຫຼັກ​ຂອງ​ໂລກ​ໄດ້. ແນວ​ໃດ​ກໍ​ຕາມ ວາລະສານ​ໄຊເອນຊ໌​ບອກ​ວ່າ “ເສັ້ນ​ທົ່ງ​ແມ່​ເຫຼັກ​ຂອງ​ໂລກ​ຈະ​ແຕກຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ບ່ອນ​ແລະ​ບໍ່​ໄດ້​ຊີ້​ໄປ​ທາງ​ທິດ​ເໜືອ​ແທ້ໆສະເໝີ​ໄປ.” ອັນ​ໃດ​ຊ່ວຍ​ປ້ອງກັນ​ບໍ່​ໃຫ້​ນົກ​ອົບພະຍົບ​ບິນ​ອອກ​ໄປ​ນອກ​ເສັ້ນ​ທາງ? ເບິ່ງ​ຄື​ວ່າ​ນົກ​ປັບ​ເຂັມ​ທິດ​ໃນ​ໂຕ​ມັນ​ໂດຍ​ອາໄສ​ດວງ​ຕາເວັນ​ທີ່​ກຳລັງ​ຕົກ​ໃນ​ຕອນ​ແລງ​ຂອງ​ທຸກ​ມື້. ວາລະສານ​ໄຊເອນຊ໌​ບອກ​ວ່າ ເນື່ອງ​ຈາກ​ຈຸດ​ທີ່​ດວງ​ຕາເວັນ​ຕົກ​ປ່ຽນ​ໄປ​ຕາມ​ເສັ້ນ​ແວງ​ແລະ​ລະດູ​ການ ນັກ​ຄົ້ນ​ຄວ້າ​ຈຶ່ງ​ຄິດ​ວ່າ​ນົກ​ເຫຼົ່າ​ນີ້​ຕ້ອງ​ສາມາດ​ຊົດເຊີຍ​ການ​ປ່ຽນ​ແປງ​ນີ້​ໂດຍ​ອາໄສ “ໂມງ​ຊີວະ​ພາບ​ເຊິ່ງ​ບອກ​ໃຫ້​ພວກ​ມັນ​ຮູ້​ວ່າ​ຕອນ​ນັ້ນ​ເປັນ​ຊ່ວງ​ໃດ​ຂອງ​ປີ.”

ໃຜ​ກຳນົດ​ໃຫ້​ມົດ​ສາມາດ​ເຂົ້າ​ໃຈ​ເລຂາຄະນິດ? ໃຜ​ເຮັດ​ໃຫ້​ນົກ​ມີ​ເຂັມ​ທິດ ໂມງ​ຊີວະ​ພາບ ແລະ​ສະໝອງ​ທີ່​ສາມາດ​ແປ​ຂໍ້​ມູນ​ເຫຼົ່າ​ນີ້​ໄດ້? ວິວັດທະນາການ​ທີ່​ບໍ່​ມີ​ສະຕິປັນຍາ ຫຼື​ພະ​ຜູ້​ສ້າງ​ທີ່​ມີ​ສະຕິປັນຍາ?

[ທີ່​ມາ​ຂອງ​ຮູບ​ພາບ]

© E.J.H. Robinson 2004