ຂ້າມໄປທີ່ເນື້ອໃນ

ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ສະໄໝ​ຂອງ​ເຮົາ​ໂດຍ​ວິທີໃດ?

ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ສະໄໝ​ຂອງ​ເຮົາ​ໂດຍ​ວິທີໃດ?

ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ສະໄໝ​ຂອງ​ເຮົາ​ໂດຍ​ວິທີໃດ?

ການ​ທີ່​ຄຳ​ພີ​ໄບເບິນ​ຢູ່​ລອດ​ມາ​ເຖິງ​ສະໄໝ​ຂອງ​ເຮົາ​ໂດຍ​ທີ່​ເນື້ອ​ໃນ​ບໍ່​ຖືກ​ປ່ຽນ​ແປງ​ຖື​ວ່າ​ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ແທ້ໆ. ຄຳ​ພີ​ໄບເບິນ​ຂຽນ​ແລ້ວ​ເມື່ອ​ຫຼາຍ​ກວ່າ 1.900 ປີ​ທີ່​ຜ່ານ​ມາ ແລະ​ຖືກ​ຂຽນ​ເທິງ​ວັດສະດຸ​ທີ່​ຍ່ອຍ​ສະ​ຫຼາຍ​ໄດ້ ເຊັ່ນ ເຈ້ຍ​ທີ່​ເຮັດ​ມາ​ຈາກ​ຕົ້ນ​ຫຍ້າ​ພາໄພຣັດ​ແລະ​ແຜ່ນ​ໜັງ​ສັດ ນອກ​ຈາກ​ນັ້ນ ພາສາ​ທີ່​ໃຊ້​ຂຽນ​ໃນ​ຕົ້ນ​ສະບັບ​ກໍ​ເປັນ​ພາສາ​ທີ່​ຄົນ​ໃນ​ສະໄໝ​ນີ້​ບໍ່​ຄ່ອຍ​ຮູ້ຈັກ. ຜູ້​ມີ​ອຳນາດ​ຫຼາຍ​ຄົນ ຕັ້ງ​ແຕ່​ຈັກກະພັດ​ໄປ​ຈົນ​ເຖິງ​ຜູ້​ນຳ​ສາສະໜາ ກໍ​ຍັງ​ພະຍາຍາມ​ທຳລາຍ​ຄຳ​ພີ​ໄບເບິນ​ໃຫ້​ໝົດ​ໄປ​ນຳ.

ປຶ້ມ​ທີ່​ໜ້າ​ງຶດງໍ້​ນີ້​ຜ່ານ​ໄລຍະ​ເວລາ​ທີ່​ຍາວ​ນານ​ແລະ​ກາຍ​ມາ​ເປັນ​ປຶ້ມ​ທີ່​ຜູ້​ຄົນ​ຮູ້ຈັກ​ຫຼາຍ​ທີ່​ສຸດ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ປັດໄຈ​ສອງ​ຢ່າງ​ຕໍ່​ໄປ​ນີ້​ນຳ​ກັນ.

ສຳເນົາ​ຫຼາຍ​ສະບັບ​ຊ່ວຍ​ຮັກສາ​ຂໍ້​ຄວາມ

ຄົນ​ອິດສະຣາເອນ ເຊິ່ງ​ເປັນ​ຜູ້​ປົກປ້ອງ​ຂໍ້​ຄວາມ​ສ່ວນ​ທຳ​ອິດ​ຂອງ​ຄຳ​ພີ​ໄບເບິນ ໄດ້​ເກັບ​ຮັກສາ​ມ້ວນ​ໜັງສື​ຕົ້ນ​ສະບັບ​ໄວ້​ຢ່າງ​ລະ​ມັດ​ລະວັງ​ແລະ​ເຮັດ​ສຳເນົາ​ໄວ້​ເປັນ​ຈຳນວນ​ຫຼາຍ. ຕົວຢ່າງ​ເຊັ່ນ ກະສັດ​ຫຼາຍ​ອົງ​ຂອງ​ຊາດ​ອິດສະຣາເອນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ກ່າຍ​ຄືນ “ກົດໝາຍ​ນີ້​ເຊິ່ງ​ປະໂລຫິດ​ຕະກູນ​ເລວີ​ເກັບ​ໄວ້.”—ພະບັນຍັດ 17:18, ລ.ມ.

ຄົນ​ອິດສະຣາເອນ​ຫຼາຍ​ຄົນ​ມັກ​ອ່ານ​ພະ​ຄຳ​ພີ​ຫຼາຍ ແລະ​ຍອມ​ຮັບ​ວ່າ​ພະ​ຄຳ​ພີ​ເປັນ​ຖ້ອຍ​ຄຳ​ຂອງ​ພະເຈົ້າ. ຍ້ອນ​ແນວ​ນີ້ ຈຶ່ງ​ມີ​ການກ່າຍຄືນ​ຂໍ້​ຄວາມ​ຢ່າງ​ລະ​ມັດ​ລະວັງ​ທີ່​ສຸດ​ໂດຍ​ຜູ້​ກ່າຍ​ຄືນ​ທີ່​ຜ່ານ​ການ​ຝຶກ​ອົບຮົມ​ມາ​ຢ່າງ​ດີ. ຜູ້​ກ່າຍ​ຄືນ​ທີ່​ຢຳເກງ​ພະເຈົ້າ​ຄົນ​ໜຶ່ງ​ຊື່​ເອເຊດຣາເຊ​ຖືກ​ເວົ້າ​ເຖິງ​ວ່າ​ເປັນ “ຜູ້​ກ່າຍ​ຄືນ​ທີ່​ຊ່ຽວຊານ​ເລື່ອງ​ກົດໝາຍ​ຂອງ​ໂມເຊ ເຊິ່ງ​ເປັນ​ກົດໝາຍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຫ້​ໄວ້.” (ເອເຊດຣາເຊ 7:6, ລ.ມ.) ພວກ​ມາໂຊເຣດ ເປັນ​ຜູ້​ກ່າຍ​ຄືນ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ ຫຼື​ທີ່​ເອີ້ນ​ກັນ​ວ່າ “ພັນທະສັນຍາ​ເດີມ” ລະຫວ່າງ​ສະຕະວັດ​ທີຫົກ​ເຖິງ​ສິບ ຄ.ສ ເຂົາເຈົ້າ​ເຖິງ​ຂັ້ນ​ນັບ​ຈຳນວນ​ໂຕ​ອັກສອນ​ເພື່ອ​ຈະ​ບໍ່​ໃຫ້​ເກີດ​ຄວາມ​ຜິດ​ພາດ​ໃນ​ຂໍ້​ຄວາມ. ການກ່າຍຄືນ​ສຳເນົາ​ຢ່າງ​ລະອຽດ​ແບບ​ນີ້​ຊ່ວຍ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ຂໍ້​ຄວາມ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ​ຖືກຕ້ອງ ແລະ​ຮັບປະກັນ​ວ່າ​ຄຳ​ພີ​ໄບເບິນ​ຈະ​ຢູ່​ລອດ​ຕໍ່​ໄປ​ເຖິງ​ວ່າ​ພວກ​ສັດຕູ​ຈະ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ທຳລາຍ​ແບບ​ບໍ່​ຢຸດ​ບໍ່​ເຊົາ.

ຕົວຢ່າງ​ເຊັ່ນ ໃນ​ປີ 168 ກ່ອນ ຄ.ສ ອັນທິໂອກຸດສ໌​ທີ 4 ຜູ້​ປົກຄອງ​ຄົນ​ຊີເຣຍ​ໄດ້​ພະຍາຍາມ​ຈະ​ທຳລາຍ​ສຳເນົາ​ຂອງ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ​ທັງ​ໝົດ​ທີ່​ລາວ​ຫາ​ໄດ້​ຕະຫຼອດ​ທົ່ວ​ເຂດ​ປາເລດສະຕິນ. ນັກ​ປະຫວັດສາດ​ຄົນ​ຢິວ​ຄົນ​ໜຶ່ງ​ບອກ​ວ່າ: “ມ້ວນ​ໜັງສື​ພະບັນຍັດ​ໃດ​ກໍ​ຕາມ​ທີ່​ເຂົາເຈົ້າ​ຫາ​ໄດ້ ເຂົາເຈົ້າ​ກໍ​ຈະ​ຈີກ​ແລະ​ຈູດ​ຖິ້ມ.” ສາລານຸກົມ​ເດິ​ຈູວິດຊ໌​ບອກ​ວ່າ: “ພວກ​ເຈົ້າ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ກໍ​ໄດ້​ເຮັດ​ຕາມ​ຢ່າງ​ເຂັ້ມ​ງວດ . . . ການ​ມີ​ປຶ້ມ​ສັກສິດ​ໄວ້​ໃນ​ຄອບຄອງ . . . ມີ​ໂທດ​ເຖິງ​ຕາຍ.” ແຕ່​ສຳເນົາ​ຂອງ​ພະ​ຄຳ​ພີ​ຍັງ​ຢູ່​ລອດ​ໄດ້​ໃນ​ທ່າມກາງ​ຄົນ​ຢິວ​ທີ່​ອາໄສ​ຢູ່​ໃນ​ເຂດ​ປາເລດສະຕິນ​ແລະ​ບ່ອນ​ອື່ນໆ.

ບໍ່​ດົນ​ຫຼັງ​ຈາກ​ຜູ້​ຂຽນ​ພະ​ຄຳ​ພີ​ຄລິດສະຕຽນ​ພາກພາສາກຣີກ ຫຼື “ພັນທະສັນຍາ​ໃໝ່” ຂຽນ​ແລ້ວໆ ສະບັບ​ສຳເນົາ​ຈົດ​ໝາຍ ຄຳ​ພະຍາກອນ ແລະ​ບັນທຶກ​ທາງ​ປະຫວັດສາດ​ຂອງ​ເຂົາເຈົ້າ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ກໍ​ມີ​ຢ່າງ​ແພ່​ຫຼາຍ. ຕົວຢ່າງ​ເຊັ່ນ ໂຢຮັນ​ຂຽນ​ປຶ້ມ​ຂ່າວ​ດີ​ຂອງ​ລາວ​ໃນ​ເມືອງ​ເອເຟໂຊ​ຫຼື​ບ່ອນ​ໃກ້​ຄຽງ. ແຕ່​ສ່ວນ​ໜຶ່ງ​ຂອງ​ປຶ້ມ​ຂ່າວ​ດີ​ນັ້ນ ເຊິ່ງ​ຜູ້​ຊ່ຽວຊານ​ບອກ​ວ່າ​ເປັນ​ສ່ວນ​ຂອງ​ສະບັບ​ສຳເນົາ​ທີ່​ຖືກ​ຂຽນ​ຂຶ້ນ​ພາຍ​ໃນ​ເວລາ​ບໍ່​ຮອດ 50 ປີ​ຫຼັງ​ຈາກ​ທີ່​ໂຢຮັນ​ຂຽນ​ປຶ້ມ​ຂ່າວ​ດີ​ນີ້ ຖືກ​ຄົ້ນ​ພົບ​ໃນ​ເອຢິບ​ເຊິ່ງ​ຢູ່​ຫ່າງ​ອອກ​ໄປ​ຫຼາຍ​ຮ້ອຍ​ກິໂລແມັດ. ການ​ຄົ້ນ​ພົບ​ນີ້​ສະແດງ​ວ່າ​ຄລິດສະຕຽນ​ທີ່​ຢູ່​ບ່ອນ​ຫ່າງ​ໄກ​ກໍ​ມີ​ສຳເນົາ​ຂອງ​ຂໍ້​ຄວາມ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ເຊິ່ງ​ຫາ​ກໍ​ຂຽນ​ຂຶ້ນ​ເມື່ອ​ບໍ່​ດົນ​ກ່ອນ​ໜ້າ​ນັ້ນ.

ການ​ທີ່​ຖ້ອຍຄຳ​ຂອງ​ພະເຈົ້າ​ແພ່​ຫຼາຍ​ໄປ​ຢ່າງ​ກວ້າງ​ຂວາງ​ຍັງ​ມີ​ສ່ວນ​ເຮັດ​ໃຫ້​ຖ້ອຍຄຳ​ນັ້ນ​ຢູ່​ລອດ​ມາ​ໄດ້​ຫຼາຍ​ສະຕະວັດ​ຫຼັງ​ຈາກ​ສະໄໝ​ຂອງ​ພະ​ເຢຊູ. ຕົວຢ່າງ​ເຊັ່ນ ຕອນ​ເຊົ້າ​ມືດ​ຂອງ​ວັນ​ທີ 23 ເດືອນ​ກຸມພາ ປີ ຄ.ສ 303 ເວົ້າ​ກັນ​ວ່າ​ຈັກກະພັດ​ໂຣມ​ທີ່​ຊື່​ດິໂອເຄຼຕຽນ​ໄດ້​ເຝົ້າ​ເບິ່ງ​ທະຫານ​ຂອງ​ລາວ​ພັງ​ປະຕູ​ໂບດ​ບ່ອນ​ໜຶ່ງ​ແລະ​ຈູດ​ສຳເນົາ​ຫຼາຍ​ສະບັບ​ຂອງ​ພະ​ຄຳ​ພີ. ດິໂອເຄຼຕຽນ​ຄິດ​ວ່າ​ລາວ​ສາມາດ​ກຳຈັດ​ສາສະໜາ​ຄລິດສະຕຽນ​ໄດ້​ໂດຍ​ທຳລາຍ​ຂໍ້​ຂຽນ​ສັກສິດ​ຂອງ​ສາສະໜາ​ນັ້ນ. ມື້​ຕໍ່ມາ ລາວ​ອອກ​ກົດໝາຍ​ວ່າ ໃຫ້​ຈູດ​ສະບັບ​ສຳເນົາ​ຂອງ​ຄຳ​ພີ​ໄບເບິນ​ທີ່​ມີ​ຢູ່​ທັງ​ໝົດ​ຕໍ່​ໜ້າ​ສາທາລະນະ​ຊົນ​ຕະຫຼອດ​ທົ່ວ​ຈັກກະພັດ​ໂຣມ. ແນວ​ໃດ​ກໍ​ຕາມ ມີ​ສຳເນົາ​ບາງ​ສະບັບ​ເຫຼືອ​ລອດ​ມາ​ໄດ້​ແລະ​ມີ​ການເຮັດ​ສຳເນົາ​ເພີ່ມ​ຂຶ້ນ​ອີກ. ທີ່​ຈິງ ສ່ວນ​ຫຼາຍ​ຂອງ​ສຳເນົາ​ຄຳ​ພີ​ໄບເບິນ​ໃນ​ພາສາ​ກຣີກ​ສອງ​ສະບັບ​ທີ່​ອາດ​ຈະ​ຖືກ​ຂຽນ​ຂຶ້ນ​ບໍ່​ດົນ​ຫຼັງ​ຈາກ​ການ​ຂົ່ມເຫງ​ຂອງ​ດິໂອເຄຼຕຽນ​ກໍ​ຍັງ​ຢູ່​ລອດ​ມາ​ຮອດ​ສະໄໝ​ຂອງ​ເຮົາ. ສະບັບ​ໜຶ່ງ​ຢູ່​ໃນ​ເມືອງ​ໂຣມ ສ່ວນ​ອີກ​ສະບັບ​ໜຶ່ງ​ຢູ່​ໃນ​ຫໍ​ສະໝຸດ​ບຣິຕິດຊ໌ ໃນ​ເມືອງ​ລອນດອນ ປະເທດ​ອັງກິດ.

ເຖິງ​ວ່າ​ຍັງ​ບໍ່​ເຄີຍ​ພົບ​ຕົ້ນ​ສະບັບ​ຂອງ​ຄຳ​ພີ​ໄບເບິນ ແຕ່​ສຳເນົາ​ທີ່​ກ່າຍ​ຄືນ​ດ້ວຍ​ມື​ຫຼາຍ​ພັນ​ສະບັບ​ຂອງ​ຄຳ​ພີ​ໄບເບິນ​ທັງ​ຄົບ​ຊຸດ​ຫຼື​ບາງ​ສ່ວນ ກໍ​ຍັງ​ຢູ່​ລອດ​ມາ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ. ບາງ​ສະບັບ​ເກົ່າ​ແກ່​ຫຼາຍ. ຂ່າວ​ສານ​ທີ່​ຢູ່​ໃນ​ຂໍ້​ຄວາມ​ເດີມ​ຖືກ​ປ່ຽນ​ແປງ​ໄປ​ລະຫວ່າງ​ການກ່າຍຄືນ​ບໍ? ຜູ້​ຊ່ຽວຊານ​ຊື່ ດັບເບິນຢູ. ເອັດຈ໌. ກຣີນ ເວົ້າ​ກ່ຽວ​ກັບ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ​ວ່າ: “ອາດ​ເວົ້າ​ໄດ້​ແບບ​ບໍ່​ມີ​ຂໍ້​ສົງໄສ​ວ່າ ບໍ່​ມີ​ປຶ້ມ​ໃນ​ສະໄໝ​ບູຮານ​ຫົວ​ໃດ​ທີ່​ຈະ​ຖືກ​ຖ່າຍ​ທອດ​ໄດ້​ຢ່າງ​ຖືກຕ້ອງ​ທຸກ​ລາຍ​ລະອຽດ​ເທົ່າ​ກັບ​ຄຳ​ພີ​ໄບເບິນ​ອີກ​ແລ້ວ.” ຜູ້​ຊ່ຽວຊານ​ດ້ານ​ສຳເນົາ​ຄຳ​ພີ​ໄບເບິນ​ລະດັບ​ແນວ​ໜ້າ​ທີ່​ຊື່ ເຊີ ເຟເດີຣິກ ເຄນຢອນ ຂຽນ​ກ່ຽວ​ກັບ​ພະ​ຄຳ​ພີ​ຄລິດສະຕຽນ​ພາກພາສາກຣີກ​ໄວ້​ວ່າ: “ໄລຍະ​ຫ່າງ​ລະຫວ່າງ​ເວລາ​ທີ່​ຂຽນ​ຕົ້ນ​ສະບັບ​ກັບ​ສຳເນົາ​ທີ່​ເກົ່າ​ແກ່​ທີ່​ສຸດ​ທີ່​ຍັງ​ເຫຼືອ​ຢູ່​ມີ​ຄວາມ​ແຕກຕ່າງ​ກັນ​ໜ້ອຍ​ຫຼາຍ​ຈົນ​ເບິ່ງ​ຂ້າມ​ໄປ​ໄດ້​ເລີຍ ແລະ​ບໍ່​ມີ​ເຫດຜົນ​ທີ່​ຈະ​ສົງໄສ​ເລີຍ​ວ່າ​ພະ​ຄຳ​ພີ​ທີ່​ຕົກ​ທອດ​ມາ​ຮອດ​ສະໄໝ​ຂອງ​ເຮົາ​ຖືກຕ້ອງ​ຫຼື​ບໍ່. ທັງ​ຄວາມ​ເຊື່ອ​ຖື​ໄດ້​ແລະ​ຄວາມ​ຖືກຕ້ອງ​ຕາມ​ຕົ້ນ​ສະບັບ​ໂດຍ​ທົ່ວໄປ ​ຂອງ​ປຶ້ມ​ຕ່າງໆໃນ​ພັນທະສັນຍາ​ໃໝ່​ອາດ​ຖື​ວ່າ​ໄດ້​ຮັບ​ການ​ພິສູດ​ແລ້ວ​ໃນ​ທີ່​ສຸດ.” ລາວ​ຍັງ​ເວົ້າ​ອີກ​ວ່າ: “ເຮົາ​ຢືນຢັນ​ໄດ້​ຢ່າງ​ໝັ້ນ​ໃຈ​ວ່າ ໂດຍ​ພື້ນຖານ​ແລ້ວ ຂໍ້​ຄວາມ​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ​ຖືກ​ຕ້ອງ​ແນ່ນອນ. . . . ເຮົາ​ບໍ່​ສາມາດ​ເວົ້າ​ແບບ​ນີ້​ໄດ້​ເລີຍ​ກັບ​ປຶ້ມ​ບູຮານ​ຫົວ​ອື່ນໆໃນ​ໂລກ.”

ການ​ແປ​ຄຳ​ພີ​ໄບເບິນ

ປັດໄຈ​ຫຼັກ​ຢ່າງ​ທີສອງ​ທີ່​ຊ່ວຍ​ໃຫ້​ຄຳ​ພີ​ໄບເບິນ​ກາຍ​ເປັນ​ປຶ້ມ​ທີ່​ຮູ້ຈັກ​ກັນ​ດີທີ່ສຸດ​ຂອງ​ມະນຸດ​ກໍ​ຄື​ການ​ທີ່​ຄຳ​ພີ​ໄບເບິນ​ຫາ​ອ່ານ​ໄດ້​ໃນ​ຫຼາຍ​ພາສາ. ຄວາມ​ຈິງ​ເລື່ອງ​ນີ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ທີ່​ໃຫ້​ປະຊາຊົນ​ທຸກ​ຊາດ​ທຸກ​ພາສາ​ໄດ້​ມາ​ຮູ້ຈັກ​ແລະ​ນະມັດສະການ​ເພິ່ນ “ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້​ນຳ​ແລະ​ນະມັດສະການ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ຈິງ.”—ໂຢຮັນ 4:23, 24; ມີເກ 4:2

ສະບັບ​ແປ​ທຳ​ອິດ​ຂອງ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ​ເທົ່າ​ທີ່​ຜູ້​ຄົນ​ຮູ້ຈັກ​ກໍ​ຄື​ສະບັບ​ແປ​ເຊັບຕົວຈິນ​ເຊິ່ງ​ໄດ້​ຮັບ​ການ​ແປ​ເປັນ​ພາສາ​ກຣີກ. ສະບັບ​ແປ​ນີ້​ເຮັດ​ຂຶ້ນ​ມາ​ເພື່ອ​ຄົນ​ຢິວ​ທີ່​ໃຊ້​ພາສາ​ກຣີກ​ເຊິ່ງ​ອາໄສ​ຢູ່​ນອກ​ເຂດ​ປາເລດສະຕິນ ແລະ​ເຮັດ​ແລ້ວ​ສົມບູນ​ປະມານ 200 ປີ​ກ່ອນ​ພະ​ເຢຊູ​ມາ​ຮັບໃຊ້​ເທິງ​ໂລກ. ຄຳ​ພີ​ໄບເບິນ​ຄົບ​ຊຸດ ລວມ​ທັງ​ພະ​ຄຳ​ພີ​ຄລິດສະຕຽນ​ພາກພາສາກຣີກ ໄດ້​ຮັບ​ການ​ແປ​ອອກ​ເປັນ​ຫຼາຍ​ພາສາ​ພາຍ​ໃນ​ບໍ່​ເທົ່າ​ໃດ​ສະຕະວັດ​ຫຼັງ​ຈາກ​ຂຽນ​ແລ້ວ. ແຕ່​ໃນ​ເວລາ​ຕໍ່ມາ ບັນດາ​ກະສັດ​ແລະ​ແມ່ນ​ແຕ່​ພວກ​ບາດ​ຫຼວງ ເຊິ່ງ​ຄວນ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ເຜີຍ​ແພ່​ຄຳ​ພີ​ໄບເບິນ​ໃຫ້​ໄປ​ເຖິງ​ມື​ປະຊາຊົນ​ໂດຍ​ທົ່ວໄປ ແຕ່​ເຂົາເຈົ້າ​ພັດ​ເຮັດ​ສິ່ງ​ທີ່​ກົງ​ກັນ​ຂ້າມ. ເຂົາເຈົ້າ​ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ມືດ​ທາງ​ຄວາມ​ເຊື່ອ​ຕໍ່ໆໄປ ໂດຍ​ບໍ່​ຍອມ​ໃຫ້​ມີ​ການແປ​ຖ້ອຍຄຳ​ຂອງ​ພະເຈົ້າ​ເປັນ​ພາສາ​ທີ່​ຜູ້​ຄົນ​ທົ່ວໄປ​ເຂົ້າ​ໃຈ.

ໂດຍ​ບໍ່​ຢ້ານ​ອຳນາດ​ຂອງ​ຄລິດຕະຈັກ​ແລະ​ລັດຖະບານ ມີ​ຫຼາຍ​ຄົນ​ທີ່​ກ້າຫານ​ໄດ້​ສ່ຽງ​ຊີວິດ​ຂອງ​ໂຕ​ເອງ​ເພື່ອ​ແປ​ຄຳ​ພີ​ໄບເບິນ​ເປັນ​ພາສາ​ທີ່​ຜູ້​ຄົນ​ທົ່ວໄປ​ເຂົ້າ​ໃຈ​ໄດ້. ຕົວຢ່າງ​ເຊັ່ນ ໃນ​ປີ 1530 ວິນລຽມ ທິນເດວ ຄົນ​ອັງກິດ ເຊິ່ງ​ໄດ້​ຮັບ​ການ​ສຶກສາ​ຢູ່​ອ໋ອກສະຝອດ ໄດ້​ຜະລິດ​ພະ​ຄຳ​ພີ​ສະບັບ​ໜຶ່ງ​ເຊິ່ງ​ມີ​ເພນ​ທາ​ທຸກ ຫຼື​ປຶ້ມ 5 ຫົວ​ທຳ​ອິດ​ຂອງ​ພະ​ຄຳ​ພີ​ພາກ​ພາສາ​ເຮັບເຣີ. ເຖິງ​ວ່າ​ຈະ​ຖືກ​ຕໍ່​ຕ້ານ​ຢ່າງ​ໜັກ ແຕ່​ລາວ​ກໍ​ເປັນ​ຄົນ​ທຳ​ອິດ​ທີ່​ແປ​ຄຳ​ພີ​ໄບເບິນ​ຈາກ​ພາສາ​ເຮັບເຣີ​ເປັນ​ພາສາ​ອັງກິດ​ໂດຍ​ກົງ. ທິນເດວຍັງ​ເປັນ​ຜູ້​ແປ​ພາສາ​ອັງກິດ​ຄົນ​ທຳ​ອິດ​ທີ່​ໃຊ້​ຊື່​ເຢໂຫວາ (Jehovah) ນຳ​ອີກ. ຜູ້​ຊ່ຽວຊານ​ດ້ານ​ຄຳ​ພີ​ໄບເບິນ​ຊື່​ກາຊີໂອໂດໂຣ ເດ ເຣນາ​ເຊິ່ງ​ເປັນ​ຄົນ​ແອັດສະປາຍ​ຕ້ອງ​ສ່ຽງ​ຊີວິດ​ຢູ່​ເລື້ອຍໆ ເນື່ອງ​ຈາກ​ຖືກ​ພວກ​ກາໂຕລິກ​ຂົ່ມເຫງ​ຕອນ​ທີ່​ລາວ​ຜະລິດ​ຄຳ​ພີ​ໄບເບິນ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສະບັບ​ແປ​ທຳ​ອິດ​ໃນ​ພາສາ​ແອັດສະປາຍ. ລາວ​ເດີນ​ທາງ​ໄປ​ປະເທດ​ອັງກິດ ເຢຍລະມັນ ຝຣັ່ງ ໂຮນລັງ ແລະ​ສະ​ວິດ​ຂະນະ​ທີ່​ລາວ​ເຮັດ​ວຽກ​ແປ​ຂອງ​ລາວ​ຈົນ​ແລ້ວ. *

ປັດຈຸບັນ​ຄຳ​ພີ​ໄບເບິນ​ຍັງ​ໄດ້​ຮັບ​ການ​ແປ​ເປັນ​ພາສາ​ຕ່າງໆເພີ່ມ​ຂຶ້ນ​ອີກ ແລະ​ມີ​ການຈັດພິມ​ອອກ​ໄປ​ຫຼາຍ​ລ້ານ​ສະບັບ. ການ​ຢູ່​ລອດ​ຂອງ​ຄຳ​ພີ​ໄບເບິນ​ຈົນ​ກາຍ​ມາ​ເປັນ​ປຶ້ມ​ທີ່​ຜູ້​ຄົນ​ຮູ້ຈັກ​ດີທີ່ສຸດ​ສະແດງ​ໃຫ້​ເຫັນ​ຄວາມ​ຈິງ​ຂອງ​ຄຳເວົ້າ​ຂອງ​ອັກຄະສາວົກ​ເປໂຕ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ທີ່​ວ່າ: “ຕົ້ນ​ຫຍ້າ​ຫ່ຽວ​ແຫ້ງ​ໄປ ແລະ​ດອກ​ໄມ້​ກໍ​ຫຼົ່ນ​ໄປ ແຕ່​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ.”—1 ເປໂຕ 1:24, 25

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 14 ສະບັບ​ແປ​ຂອງ​ເຣນາ​ໄດ້​ຮັບ​ການ​ຈັດ​ພິມ​ໃນ​ປີ 1569 ແລະ​ໄດ້​ຮັບ​ການ​ແກ້ໄຂ​ປັບ​ປຸງ​ໂດຍ​ຊີປຣີອາໂນ ເດ ວາເລຣາ ໃນ​ປີ 1602.

[ຂອບ/ຮູບພາບໜ້າ 14]

ຂ້ອຍ​ຄວນ​ອ່ານ​ສະບັບ​ແປ​ໃດ?

ມີ​ຢູ່​ຫຼາຍ​ພາສາ​ທີ່​ມີ​ຄຳ​ພີ​ໄບເບິນ​ຫຼາຍ​ສະບັບ​ແປ. ສະບັບ​ແປ​ບາງ​ສະບັບ​ໃຊ້​ພາສາ​ບູຮານ​ທີ່​ເຂົ້າ​ໃຈ​ຍາກ. ບາງ​ສະບັບ​ກໍ​ແປ​ແບບ​ອິດ​ສະຫຼະ​ເຊິ່ງ​ມີ​ເຈຕະນາ​ເພື່ອ​ເຮັດ​ໃຫ້​ອ່ານ​ໄດ້​ງ່າຍ​ແລະ​ມ່ວນ​ໂດຍ​ບໍ່​ສົນ​ໃຈ​ຄວາມ​ຖືກຕ້ອງ. ແຕ່​ກໍ​ຍັງ​ມີ​ບາງ​ສະບັບ​ທີ່​ແປ​ຕາມ​ໂຕ​ອັກສອນ ຫຼື​ເກືອບ​ຈະ​ແປ​ແບບ​ຄຳ​ຕໍ່​ຄຳ​ດ້ວຍ​ຊ້ຳ.

ພະ​ຄຳ​ພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່​ ພາສາ​ອັງກິດ ເຊິ່ງ​ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ ໄດ້​ຮັບ​ການ​ແປ​ໂດຍ​ກົງ​ຈາກ​ພາສາ​ເດີມ​ໂດຍ​ຄະນະ​ກຳມະການ​ທີ່​ບໍ່​ຕ້ອງການ​ເປີດ​ເຜີຍ​ຊື່. ຕໍ່ມາ​ສະບັບ​ແປ​ນີ້​ໄດ້​ກາຍ​ມາ​ເປັນ​ພື້ນຖານ​ສຳ​ຫຼັບ​ການ​ແປ​ຄຳ​ພີ​ໄບເບິນ​ໃນ​ພາສາ​ອື່ນໆອີກ​ປະມານ 60 ພາສາ. ແນວ​ໃດ​ກໍ​ຕາມ ບັນດາ​ຜູ້​ແປ​ຂອງ​ພາສາ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ການ​ປຽບ​ທຽບ​ຢ່າງ​ລະອຽດ​ກັບ​ຂໍ້​ຄວາມ​ໃນ​ພາສາ​ເດີມ. ສະບັບ​ແປ​ໂລກ​ໃຫມ່​ ມີ​ເປົ້າ​ໝາຍ​ເພື່ອ​ແປ​ຂໍ້​ຄວາມ​ພາສາ​ເດີມ​ຕາມ​ໂຕ​ອັກສອນ​ຕາບ​ໃດ​ທີ່​ການ​ແປ​ແບບ​ນັ້ນ​ບໍ່​ປິດ​ບັງ​ຄວາມ​ໝາຍ​ທີ່​ແທ້​ຈິງ. ຄະນະ​ຜູ້​ແປ​ພະຍາຍາມ​ເຮັດ​ໃຫ້​ຄຳ​ພີ​ໄບເບິນ​ເຂົ້າ​ໃຈ​ໄດ້​ງ່າຍ​ສຳລັບ​ຜູ້​ອ່ານ​ໃນ​ທຸກ​ມື້​ນີ້ ຄື​ກັບ​ທີ່​ຂໍ້​ຄວາມ​ເດີມ​ເຂົ້າ​ໃຈ​ໄດ້​ງ່າຍ​ສຳລັບ​ຜູ້​ອ່ານ​ໃນ​ສະໄໝ​ຄຳ​ພີ​ໄບເບິນ.

ນັກ​ພາສາ​ສາດ​ບາງ​ຄົນ​ໄດ້​ກວດ​ສອບ​ຄຳ​ພີ​ໄບເບິນ​ສະບັບ​ແປ​ສະໄໝ​ປັດຈຸບັນ​ຫຼາຍ​ສະບັບ ລວມ​ທັງ​ສະບັບ​ແປ​ໂລກ​ໃໝ່​ ນຳ ເພື່ອ​ຈະ​ຫາ​ຕົວຢ່າງ​ການ​ແປ​ທີ່​ຜິດ​ພາດ​ແລະ​ການ​ແປ​ແບບ​ມີ​ອະຄະຕິ. ໜຶ່ງ​ໃນ​ຜູ້​ຊ່ຽວຊານ​ເຫຼົ່າ​ນັ້ນ​ຄື​ເຈສັນ ເດວິດ ເບດຸນ ຮອງ​ສາສະດາ​ຈານ​ພາກ​ວິຊາ​ສາສະໜາ​ສາດ​ໃນ​ມະຫາວິທະຍາໄລ​ນໍ​ເທີນ​ອາຣິໂຊນາ ສະຫະລັດ​ອາເມຣິກາ. ເມື່ອ​ປີ 2003 ລາວ​ໄດ້​ຕີ​ພິມ​ບົດ​ວິໄຈ​ທີ່​ມີ​ຄວາມ​ຍາວ 200 ໜ້າ​ກ່ຽວ​ກັບ​ຄຳ​ພີ​ໄບເບິນ​ສະບັບ​ແປ​ຕ່າງໆ 9 ສະບັບ “ທີ່​ໃຊ້​ກັນ​ຢ່າງ​ກວ້າງ​ຂວາງ​ຫຼາຍ​ທີ່​ສຸດ​ໃນ​ປະເທດ​ທີ່​ເວົ້າ​ພາສາ​ອັງກິດ.” * ການ​ສຶກສາ​ວິໄຈ​ຂອງ​ລາວ​ໄດ້​ກວດ​ສອບ​ຂໍ້​ຄວາມ​ໃນ​ຄຳ​ພີ​ໄບເບິນ​ບາງ​ຕອນ​ທີ່​ພວກ​ຜູ້​ຊ່ຽວຊານ​ໂຕ້​ຖຽງ​ກັນ​ຢ່າງ​ໜັກ​ໃນ​ເລື່ອງ​ຄວາມ​ໝາຍ ຍ້ອນ “ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ​ທີ່​ຄວາມ​ລຳອຽງ​ຈະ​ເຂົ້າ​ມາ​ມີ​ອິດທິພົນ​ຕໍ່​ການ​ແປ.” ສຳລັບ​ຂໍ້​ຄວາມ​ແຕ່​ລະ​ຕອນ ລາວ​ຍົກ​ຂໍ້​ຄວາມ​ພາສາ​ກຣີກ​ມາ​ສົມ​ທຽບ​ກັບ​ຄຳ​ແປ​ຂອງ​ສະບັບ​ແປ​ພາສາ​ອັງກິດ​ແຕ່​ລະ​ສະບັບ ແລະ​ຊອກ​ຫາ​ການ​ພະຍາຍາມ​ປ່ຽນ​ຄວາມ​ໝາຍ​ຂອງ​ຂໍ້​ຄວາມ​ເຫຼົ່າ​ນັ້ນ​ເຊິ່ງ​ເກີດ​ຈາກ​ຄວາມ​ລຳອຽງ. ຜົນ​ເປັນ​ແນວ​ໃດ?

ເບດຸນ​ຊີ້​ໃຫ້​ເຫັນ​ວ່າ ຜູ້​ຄົນ​ທົ່ວໄປ​ແລະ​ຜູ້​ຊ່ຽວຊານ​ດ້ານ​ຄຳ​ພີ​ໄບເບິນ​ຫຼາຍ​ຄົນ​ສັນນິຖານ​ວ່າ​ຄວາມ​ແຕກຕ່າງ​ໃນ​ສະບັບ​ແປ​ໂລກ​ໃໝ່ (ລ.ມ.) ເປັນ​ເພາະ​ວ່າ​ຄວາມ​ລຳອຽງ​ທາງ​ສາສະໜາ​ຂອງ​ຄະນະ​ຜູ້​ແປ. ແນວ​ໃດ​ກໍ​ຕາມ ລາວ​ບອກ​ວ່າ “ຄວາມ​ແຕກຕ່າງ​ສ່ວນ​ຫຼາຍ​ເກີດຂຶ້ນ​ຍ້ອນ​ສະບັບ​ແປ​ໂລກ​ໃໝ່​ມີ​ຄວາມ​ຖືກຕ້ອງ​ຫຼາຍ​ກວ່າ ໃນ​ຖານະ​ເປັນ​ສະບັບ​ແປ​ທີ່​ມີ​ການແປ​ຕາມ​ໂຕ​ອັກສອນ​ຢ່າງ​ລະ​ມັດ​ລະວັງ.” ເຖິງ​ວ່າ​ເບດຸນ​ບໍ່​ເຫັນ​ດີ​ກັບ​ການ​ແປ​ຂໍ້​ຄວາມ​ບາງ​ຕອນ​ຂອງ​ສະບັບ​ແປ​ໂລກ​ໃໝ່ ແຕ່​ລາວ​ກໍ​ເວົ້າ​ວ່າ​ສະບັບ​ແປ​ນີ້ “ປາກົດ​ວ່າ​ເປັນ​ສະບັບ​ທີ່​ຖືກຕ້ອງ​ຫຼາຍ​ທີ່​ສຸດ​ໃນ​ບັນດາ​ສະບັບ​ແປ​ທັງ​ໝົດ​ທີ່​ຖືກ​ນຳ​ມາ​ປຽບ​ທຽບ​ກັນ.” ລາວ​ເອີ້ນ​ສະບັບ​ແປ​ນີ້​ວ່າ “ດີ​ຫຼາຍ​ອີ່ຫຼີ.”

ດຣ. ເບັນຢາມິນ ເຄ​ດາ ຜູ້​ຊ່ຽວຊານ​ດ້ານ​ພາສາ​ເຮັບເຣີ​ໃນ​ອິດສະຣາເອນ ກໍ​ເວົ້າ​ເຖິງ​ສະບັບ​ແປ​ໂລກ​ໃໝ່ ​ໃນ​ແບບ​ດຽວ​ກັນ. ໃນ​ປີ 1989 ລາວ​ເວົ້າ​ວ່າ: “ຜົນ​ງານ​ນີ້​ສະທ້ອນ​ໃຫ້​ເຫັນ​ຄວາມ​ພະຍາຍາມ​ຢ່າງ​ສັດ​ຊື່​ທີ່​ຈະ​ໄດ້​ມາ​ເຊິ່ງ​ຄວາມ​ເຂົ້າ​ໃຈ​ຂໍ້​ຄວາມ​ຢ່າງ​ຖືກຕ້ອງ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. . . . ຂ້ອຍ​ບໍ່​ເຄີຍ​ພົບ​ວ່າ​ມີ​ການຈົງໃຈ​ບັນຈຸ​ສິ່ງ​ໃດໆເຊິ່ງ​ບໍ່​ມີ​ຢູ່​ໃນ​ຕົ້ນ​ສະບັບ​ເຂົ້າ​ໄວ້​ໃນ​ສະບັບ​ແປ​ໂລກ​ໃໝ່ ​ເນື່ອງ​ຈາກ​ຄວາມ​ລຳອຽງ.”

ຂໍ​ໃຫ້​ເຈົ້າ​ຖາມ​ໂຕ​ເອງ​ວ່າ: ‘ເປົ້າ​ໝາຍ​ຂອງ​ຂ້ອຍ​ໃນ​ການ​ອ່ານ​ຄຳ​ພີ​ໄບເບິນ​ແມ່ນ​ຫຍັງ? ຂ້ອຍ​ຕ້ອງການ​ອ່ານ​ແບບ​ງ່າຍໆໂດຍ​ບໍ່​ສົນ​ໃຈ​ຄວາມ​ຖືກຕ້ອງ​ບໍ? ຫຼື​ຂ້ອຍ​ຕ້ອງການ​ອ່ານ​ເພື່ອ​ເຂົ້າ​ເຖິງ​ແນວ​ຄິດ​ດັ້ງເດີມ​ຂອງ​ຕົ້ນ​ສະບັບ​ທີ່​ມີ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຢ່າງ​ຖືກຕ້ອງ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້?’ (2 ເປໂຕ 1:20, 21) ເປົ້າ​ໝາຍ​ຂອງ​ເຈົ້າ​ຈະ​ເປັນ​ໂຕ​ກຳນົດ​ວ່າ​ເຈົ້າ​ຈະ​ເລືອກ​ອ່ານ​ຄຳ​ພີ​ໄບເບິນ​ສະບັບ​ແປ​ໃດ.

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 22 ນອກ​ຈາກ​ສະບັບ​ແປ​ໂລກ​ໃໝ່​ແລ້ວ​ກໍ​ຍັງ​ມີ ດິ​ແອມພລິຟາຍ​ນິວ​ເທດສ໌ຕາເມັນ ເດິ​ລິບຟ໌ວິງ​ໄບເບິນ ເດິ​ນິວ​ອາເມຣິກັນ​ວິດ​ຣີໄວສ໌​ນິວ​ເທດສ໌ຕາເມັນ ນິວ​ອາເມຣິກັນ​ສະແຕນດາດ​ໄບເບິນ ສະບັບ​ແປ​ເດິ​ໂຮລີ​ໄບເບິນ​ນິວ​ອິນເຕີເນເຊິນນໍ ສະບັບ​ແປ​ເດິ​ນິວ​ຣີໄວສ໌​ສະແຕນດາດ ສະບັບ​ແປ​ເດິ​ໄບເບິນ​ອິນ​ທູເດສ໌​ອິງລິດຊ໌ ແລະ​ສະບັບ​ແປ​ຄິງເຈມສ໌.

[ຮູບພາບ]

“ພະ​ຄຳ​ພີ​ສະບັບ​ແປ​ໂລກ​ໃໝ່” ສາມາດ​ຫາ​ອ່ານ​ໄດ້​ໃນ​ຫຼາຍ​ພາສາ

[ຮູບພາບໜ້າ 12, 13]

ສະບັບ​ສຳເນົາ​ທີ່​ກ່າຍ​ຄືນ​ດ້ວຍ​ມື​ຂອງ​ພວກ​ມາໂຊເຣດ

[ຮູບພາບໜ້າ 13]

ຊິ້ນສ່ວນ​ສະບັບ​ສຳເນົາ​ທີ່​ມີ​ຂໍ້​ຄວາມ​ຢູ່​ໃນ​ລູກາ 12:7 “. . . ບໍ່​ຕ້ອງ​ຢ້ານ ເພາະ​ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ”

[ທີ່ມາຂອງຮູບ 13]

Foreground page: National Library of Russia, St. Petersburg; second and third: Bibelmuseum, Münster; background: © The Trustees of the Chester Beatty Library, Dublin