ສຳພາດ | ຢັນ-ເດີ ຊູ
ຜູ້ຊ່ຽວຊານທີ່ສຶກສາໂຕອ່ອນຂອງສິ່ງມີຊີວິດເລົ່າເລື່ອງຄວາມເຊື່ອຂອງລາວ
ສາສະດາຈານຢັນ-ເດີ ຊູ ເປັນຜູ້ອຳນວຍການດ້ານງານວິໄຈໂຕອ່ອນຢູ່ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຜິງຕົງໃນໄຕ້ຫວັນ. ລາວເຄີຍເຊື່ອເລື່ອງວິວັດທະນາການ ແຕ່ເມື່ອມາເປັນນັກວິທະຍາສາດການວິໄຈແລ້ວ ລາວກໍປ່ຽນຄວາມຄິດ. ລາວເວົ້າເຖິງເຫດຜົນຂອງລາວກັບຕື່ນເຖີດ! ດັ່ງຕໍ່ໄປນີ້.
ຊ່ວຍເລົ່າຊີວິດຂອງເຈົ້າສັ້ນໆໄດ້ບໍ?
ຂ້ອຍເກີດໃນປີ 1966 ແລະເຕີບໃຫຍ່ຢູ່ໄຕ້ຫວັນ. ພໍ່ແມ່ຂ້ອຍນັບຖືສາສະໜາພຸດແລະເຕົ໋າ. ເຖິງວ່າເຮົາຈະນະມັດສະການບັນພະບຸລຸດແລະສວດມົນຕໍ່ໜ້າຮູບບູຊາ ແຕ່ເຮົາບໍ່ເຄີຍຄິດເລີຍວ່າມີພະເຈົ້າທີ່ເປັນຜູ້ສ້າງໂລກແລະທຸກສິ່ງ.
ເປັນຫຍັງເຈົ້າຈຶ່ງສຶກສາດ້ານຊີວະວິທະຍາ?
ຕອນເປັນເດັກນ້ອຍ ຂ້ອຍມັກລ້ຽງສັດ ແລະຂ້ອຍຢາກຮຽນຮູ້ວ່າຈະຊ່ວຍສັດແລະມະນຸດໃຫ້ພົ້ນຈາກຄວາມທຸກທໍລະມານໄດ້ແນວໃດ. ຂ້ອຍສຶກສາດ້ານສັດຕະວະແພດຢູ່ຊ່ວງໜຶ່ງ ແລ້ວກໍປ່ຽນໄປສຶກສາກ່ຽວກັບໂຕອ່ອນ ຂ້ອຍຫວັງວ່າການສຶກສາເລື່ອງນີ້ຈະຊ່ວຍໃຫ້ຂ້ອຍເຂົ້າໃຈວ່າຊີວິດເກີດຂຶ້ນໄດ້ແນວໃດ.
ເຈົ້າເຄີຍເຊື່ອເລື່ອງວິວັດທະນາການນຳ. ເຈົ້າພໍຈະເລົ່າໄດ້ບໍວ່າເປັນຫຍັງຈຶ່ງເຊື່ອເລື່ອງນັ້ນ?
ອາຈານຫຼາຍຄົນໃນມະຫາວິທະຍາໄລສອນເລື່ອງວິວັດທະນາການ ເຂົາເຈົ້າອ້າງວ່າມີຫຼັກຖານສະໜັບສະໜູນທິດສະດີນີ້. ແລ້ວຂ້ອຍກໍເຊື່ອເຂົາເຈົ້າ.
ເປັນຫຍັງເຈົ້າເລີ່ມອ່ານຄຳພີໄບເບິນ?
ມີສອງເຫດຜົນ. ເຫດຜົນທຳອິດ ຂ້ອຍຄິດວ່າໃນບັນດາພະເຈົ້າຫຼາຍອົງທີ່ຜູ້ຄົນຂາບໄຫວ້ບູຊາ ຄືຊິຕ້ອງມີຈັກອົງໜຶ່ງທີ່ຍິ່ງໃຫຍ່ກວ່າອົງອື່ນໆ. ແຕ່ອົງໃດ? ເຫດຜົນທີສອງ ຂ້ອຍຮູ້ວ່າຄຳພີໄບເບິນເປັນປຶ້ມທີ່ໄດ້ຮັບຄວາມນັບຖືຢ່າງສູງ. ຂ້ອຍເລີຍຢາກຮຽນຄຳພີໄບເບິນ.
ໃນປີ 1992 ຕອນທີ່ຂ້ອຍເລີ່ມຮຽນຢູ່ມະຫາວິທະຍາໄລກາໂຕລິກແຫ່ງເມືອງເລີເຟີ ປະເທດແບນຊິກ ຂ້ອຍໄປໂບດກາໂຕລິກແລະບອກບາດຫຼວງວ່າຂໍຊ່ວຍສອນຂ້ອຍໃຫ້ເຂົ້າໃຈຄຳພີໄບເບິນໄດ້ບໍ ແຕ່ລາວບໍ່ສົນໃຈທີ່ຂ້ອຍເວົ້າ.
ແລ້ວເຈົ້າໄດ້ຮຽນຄຳພີໄບເບິນແບບທີ່ຕັ້ງໃຈໄວ້ໄດ້ແນວໃດ?
ອີກສອງປີຕໍ່ມາ ຂະນະທີ່ຂ້ອຍຍັງເຮັດວຽກວິໄຈດ້ານວິທະຍາສາດຢູ່ແບນຊິກ ຂ້ອຍໄດ້ເຈິຜູ້ຍິງຄົນໂປໂລຍຄົນນຶ່ງຊື່ຣູດ ລາວເປັນພະຍານພະເຢໂຫວາ. ລາວຮຽນພາສາຈີນເພື່ອຊ່ວຍນັກສຶກສາໃນມະຫາວິທະຍາໄລທີ່ຢາກຮຽນຮູ້ເລື່ອງພະເຈົ້າ. ແລ້ວຂ້ອຍກໍເຄີຍອະທິດຖານເຖິງພະເຈົ້າວ່າຂ້ອຍຢາກຮຽນຮູ້ເລື່ອງເພິ່ນ ຂ້ອຍຈຶ່ງດີໃຈຫຼາຍທີ່ໄດ້ເຈິລາວ.
ຣູດເປີດຂໍ້ຄຳພີທີ່ສະແດງໃຫ້ເຫັນວ່າພະຄຳພີສອດຄ່ອງລົງຮອຍກັບວິທະຍາສາດ ທັງໆທີ່ບໍ່ແມ່ນຕຳລາວິທະຍາສາດ. ຕົວຢ່າງເຊັ່ນ ດາວິດຜູ້ຂຽນພະຄຳພີຄົນໜຶ່ງອະທິດຖານເຖິງພະເຈົ້າວ່າ: “ພະອົງເຫັນຂ້ອຍຕອນທີ່ຍັງເປັນໂຕອ່ອນ ພະອົງຈົດຮ່າງກາຍທຸກສ່ວນຂອງຂ້ອຍໄວ້ໃນປຶ້ມຂອງພະອົງວ່າອະໄວຍະວະເຫຼົ່ານັ້ນເປັນຮູບເປັນຮ່າງຂຶ້ນມາເມື່ອໃດ ພະອົງຂຽນໄວ້ກ່ອນຈະມີອະໄວຍະວະເຫຼົ່ານັ້ນດ້ວຍຊ້ຳ.” (ຄຳເພງ 139:16, ລ.ມ.) ເຖິງວ່າດາວິດຈະໃຊ້ພາສາແບບກະວີ ແຕ່ສິ່ງທີ່ແຝງຢູ່ໃນຄຳເວົ້າຂອງລາວຖືກຕ້ອງທຸກຢ່າງ! ຄຳສັ່ງສຳລັບການສ້າງອະໄວຍະວະຕ່າງໆເພື່ອປະກອບກັນເປັນຮ່າງກາຍມີຢູ່ພ້ອມແລ້ວແມ່ນແຕ່ຕອນທີ່ຍັງບໍ່ເປັນໂຕອ່ອນດ້ວຍຊ້ຳ. ຄວາມຖືກຕ້ອງແມ່ນຢຳຂອງຄຳພີໄບເບິນເຮັດໃຫ້ຂ້ອຍເຊື່ອວ່າປຶ້ມຫົວນີ້ມາຈາກພະເຈົ້າ. ຂ້ອຍຍັງເລີ່ມເຂົ້າໃຈວ່າພະເຈົ້າທ່ຽງແທ້ມີອົງດຽວຄື ພະເຢໂຫວາ. 1
ແລ້ວອັນໃດເຮັດໃຫ້ເຈົ້າເຊື່ອວ່າພະເຈົ້າສ້າງຊີວິດຂຶ້ນມາ?
ເປົ້າໝາຍຂອງການວິໄຈທາງວິທະຍາສາດແມ່ນຄົ້ນຫາຄວາມຈິງ ບໍ່ແມ່ນການຫາຫຼັກຖານມາສະໜັບສະໜູນແນວຄິດທີ່ມີການຄາດຄະເນໄວ້ກ່ອນ. ການທີ່ຂ້ອຍສຶກສາກ່ຽວກັບການຈະເລີນເຕີບໃຫຍ່ຂອງໂຕອ່ອນເຮັດໃຫ້ຂ້ອຍປ່ຽນຄວາມຄິດ ຂ້ອຍເວົ້າໄດ້ຢ່າງເຕັມປາກວ່າຊີວິດເກີດຈາກການສ້າງ. ຍົກຕົວຢ່າງ ເມື່ອວິສະວະກອນອອກແບບສາຍພານລຳລຽງເພື່ອໃຫ້ປະກອບຊິ້ນສ່ວນໄດ້ຢ່າງຖືກຕ້ອງ ລາວຈະຕ້ອງລຽງລຳດັບຊິ້ນສ່ວນແຕ່ລະອັນໃຫ້ຖືກຕ້ອງແລະຖືກວິທີ. ການຈະເລີນເຕີບໃຫຍ່ຂອງໂຕອ່ອນກໍຄ້າຍຄືກັນແຕ່ມີຄວາມຊັບຊ້ອນທີ່ເໜືອກວ່າຫຼາຍ.
ແຕ່ຂະບວນການທັງໝົດເລີ່ມຕົ້ນຈາກຈຸລັງທີ່ປະຕິສົນທິແລ້ວພຽງຈຸລັງດຽວ ບໍ່ແມ່ນບໍ?
ແມ່ນ. ຈຸລັງທີ່ນ້ອຍຫຼາຍນັ້ນຈະແບ່ງໂຕຫຼັງຈາກປະຕິສົນທິແລ້ວ ແລະຂະບວນການແບ່ງໂຕຂອງຈຸລັງກໍເລີ່ມຂຶ້ນ. ບໍ່ດົນ ຈຸລັງຈະເພີ່ມຂຶ້ນເປັນສອງເທົ່າທຸກໆ 12-24 ຊົ່ວໂມງ. ແລະໃນຊ່ວງຕົ້ນໆຂອງຂະບວນການນີ້ ຈຸລັງທີ່ເອີ້ນວ່າສະເຕັມເຊວສ໌ຈະກໍ່ໂຕຂຶ້ນ. 2 ສະເຕັມເຊວສ໌ສາມາດຜະລິດຈຸລັງຕ່າງໆໄດ້ເກືອບ 200 ຊະນິດ ເຊິ່ງຈຳເປັນຕ້ອງໃຊ້ໃນການກໍ່ໂຕເປັນແອນ້ອຍ ເຊັ່ນ ຈຸລັງເມັດເລືອດ ຈຸລັງກະດູກ ຈຸລັງປະສາດ ແລະອື່ນໆ.
ການສຶກສາກ່ຽວກັບການຈະເລີນເຕີບໃຫຍ່ຂອງໂຕອ່ອນເຮັດໃຫ້ຂ້ອຍໄດ້ຂໍ້ສະຫຼຸບວ່າຈະຕ້ອງມີຜູ້ສ້າງຊີວິດເຮົາຂຶ້ນມາ
ໃນຂະບວນການນີ້ກໍຕ້ອງມີການຜະລິດຈຸລັງໃຫ້ຖືກຊະນິດ ຖືກບ່ອນ ແລະຖືກລຳດັບ. ແລະໃນຕອນທຳອິດຈຸລັງເຫຼົ່ານີ້ຈະລວມໂຕກັນເປັນເນື້ອເຍື່ອເຊິ່ງຈະປະກອບກັນເປັນອະໄວຍະວະຕ່າງໆແລະແຂນຂາ. ຈະມີວິສະວະກອນຄົນໃດບໍທີ່ສາມາດຂຽນຊຸດຄຳສັ່ງແບບນີ້ໄດ້? ແຕ່ຊຸດຄຳສັ່ງໃນການສ້າງໂຕອ່ອນພັດຖືກຂຽນໄວ້ແລ້ວຢ່າງດີເລີດໃນດີເອັນເອ. ເມື່ອຂ້ອຍສັງເກດເບິ່ງຄວາມປະນີດງົດງາມຂອງຂະບວນການນີ້ ຂ້ອຍເຊື່ອເຕັມຮ້ອຍວ່າພະເຈົ້າເປັນຜູ້ອອກແບບແລະສ້າງຊີວິດເຮົາຂຶ້ນມາ.
ເປັນຫຍັງເຈົ້າມາເປັນພະຍານພະເຢໂຫວາ?
ຄວາມຮັກ. ພະເຢຊູຄລິດເວົ້າວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ໂຢຮັນ 13:35) ນີ້ເປັນຄວາມຮັກແບບທີ່ບໍ່ມີອະຄະຕິ. ຄວາມຮັກນີ້ມີໃຫ້ກັບມະນຸດທຸກຄົນ ບໍ່ວ່າລາວຈະມາຈາກເຊື້ອຊາດຫຼືວັດທະນະທຳໃດ ຫຼືມີຜິວສີຫຍັງກໍຕາມ. ຂ້ອຍແນມເຫັນແລະສຳຜັດຄວາມຮັກແບບນີ້ໄດ້ຕອນທີ່ເລີ່ມຄົບຫາກັບພະຍານພະເຢໂຫວາ.
^ 2. ສາສະດາຈານຢັນ-ເດີ ຊູ ບໍ່ໄດ້ເຮັດວິໄຈສະເຕັມເຊວສ໌ໂຕອ່ອນຂອງມະນຸດເພາະຂັດກັບໃຈຮູ້ຜິດຮູ້ຖືກຂອງລາວທີ່ເປັນຄລິດສະຕຽນ.