ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ທຸກ​ຍາກ​ທີ່​ນຳ​ໄປ​ສູ່​ຄວາມ​ຫວັງ

ຄວາມ​ທຸກ​ຍາກ​ທີ່​ນຳ​ໄປ​ສູ່​ຄວາມ​ຫວັງ

ຄວາມ​ທຸກ​ຍາກ​ທີ່​ນຳ​ໄປ​ສູ່​ຄວາມ​ຫວັງ

“ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເປັນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ​ແລະ​ອັນຕະລາຍ.”​—2 ຕີໂມທຽວ 3:1

ເຈົ້າ​ເຄີຍ​ໄດ້​ຍິນ​ຫຼື​ໄດ້​ເຫັນ​ເຫດການ​ໜ້າ​ເສົ້າ​ເຫຼົ່າ​ນີ້​ບໍ?

● ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ຫຼາຍ​ຮ້ອຍ​ຄົນ​ຕາຍ.

● ຄວາມ​ອຶດຢາກ​ທີ່​ເຮັດ​ໃຫ້​ຫຼາຍ​ພັນ​ຄົນ​ຕາຍ.

● ແຜ່ນດິນ​ໄຫວ​ທີ່​ເຮັດ​ໃຫ້​ຫຼາຍ​ໝື່ນ​ຄົນ​ຕາຍ​ແລະ​ຄົນ​ອີກ​ຈຳນວນ​ຫຼາຍ​ບໍ່​ມີ​ບ່ອນ​ຢູ່.

ໃນ​ບົດ​ຄວາມ​ຕໍ່​ໄປ​ນີ້ ເຈົ້າ​ຈະ​ໄດ້​ທົບ​ທວນ​ຄວາມ​ຈິງ​ບາງ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ເຫດການ​ຕ່າງໆຄ້າຍ​ກັນ​ນີ້. ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ວ່າ​ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ທີ່​ບອກ​ລ່ວງ​ໜ້າ​ເຖິງ​ເຫດການ​ເຫຼົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ເອີ້ນ​ວ່າ “ສະໄໝ​ສຸດ​ທ້າຍ.” *

ແນວ​ໃດ​ກໍ​ຕາມ ບົດ​ຄວາມ​ຊຸດ​ນີ້ ບໍ່​ໄດ້​ມີ​ຈຸດ​ປະສົງ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ບັນຫາ​ແລະ​ຄວາມ​ທຸກ. ເຈົ້າ​ອາດ​ຈະ​ເຈິ​ຫຼື​ໄດ້​ເຫັນ​ຄວາມ​ທຸກ​ເຫຼົ່າ​ນັ້ນ​ດ້ວຍ​ໂຕ​ເອງ​ຢູ່​ແລ້ວ. ດັ່ງ​ນັ້ນ ບົດ​ຄວາມ​ຊຸດ​ນີ້​ຂຽນ​ຂຶ້ນ​ເພື່ອ​ໃຫ້​ເຈົ້າ​ມີ​ຄວາມ​ຫວັງ. ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ການ​ທີ່​ຄຳ​ພະຍາກອນ​ຫົກ​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ສະແດງ​ວ່າ “ສະໄໝ​ສຸດ​ທ້າຍ” ກຳລັງ​ຈະ​ຈົບ​ລົງ​ໃນ​ອີກ​ບໍ່​ດົນ. ບົດ​ຄວາມ​ຊຸດ​ນີ້​ຍັງ​ຈະ​ພິຈາລະນາ​ຂໍ້​ໂຕ້​ແຍ່ງ​ທີ່​ຖືກ​ເອົາ​ມາ​ເວົ້າ​ຢູ່​ເລື້ອຍໆ ແລະ​ຍັງ​ໃຫ້​ເຫດຜົນ​ທີ່​ໜັກແໜ້ນ​ເຊິ່ງ​ເຮັດ​ໃຫ້​ເຊື່ອ​ໄດ້​ວ່າ​ມີ​ອະນາຄົດ​ທີ່​ດີ​ກວ່າ​ຖ້າ​ຢູ່​ທາງ​ໜ້າ.

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 7 ເພື່ອ​ຈະ​ຮູ້​ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ສະພາບການ​ຊົ່ວ​ຮ້າຍ​ແບບ​ນີ້​ເກີດ​ຂຶ້ນ ຂໍ​ໃຫ້​ເບິ່ງ​ບົດ​ຄວາມ “ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ?” ໃນ​ໜ້າ 16 ແລະ 17 ຂອງ​ວາລະສານ​ນີ້.