ຄຳພີໄບເບິນປ່ຽນຊີວິດຄົນ
“ຂ້ອຍເຊົາຄິດທີ່ຈະປ່ຽນໂລກດ້ວຍມືຂອງຂ້ອຍເອງ”
ປີເກີດ: 1966
ປະເທດບ້ານເກີດ: ແຟງລັງ
ອະດີດ: ນັກຕໍ່ສູ້ເພື່ອສັງຄົມ
ຊີວິດທີ່ຜ່ານມາ:
ຂ້ອຍເປັນຄົນຮັກທຳມະຊາດມາຕັ້ງແຕ່ຍັງນ້ອຍ. ຄອບຄົວຂອງຂ້ອຍມັກໄປທ່ຽວໃນປ່າໃນດົງເພື່ອເບິ່ງຄວາມງາມຂອງປ່າໄມ້ແລະທະເລສາບຮອບເມືອງຢູແວດສ໌ກຶລະ ເຊິ່ງເປັນບ້ານເກີດຂອງເຮົາທີ່ຢູ່ຕອນກາງຂອງແຟງລັງ. ຂ້ອຍຍັງເປັນຄົນທີ່ຮັກສັດນຳ. ຕອນເປັນເດັກນ້ອຍ ຂ້ອຍຢາກກອດແມວກັບໝາທຸກໂຕທີ່ຂ້ອຍເຫັນ! ເມື່ອໃຫຍ່ຂຶ້ນ ຂ້ອຍບໍ່ມັກເມື່ອເຫັນຜູ້ຄົນທຳຮ້າຍສັດ. ຕໍ່ມາ ຂ້ອຍໄດ້ເຂົ້າຮ່ວມກັບອົງກອນປົກປ້ອງສັດແຫ່ງໜຶ່ງ ເຊິ່ງຂ້ອຍໄດ້ພົບຫຼາຍຄົນທີ່ມີແນວຄິດແບບດຽວກັນ.
ເຮົາລົນນະລົງຮຽກຮ້ອງເພື່ອສິດທິຂອງສັດຢ່າງຈິງຈັງ. ເຮົາແຈກຢາຍຂໍ້ມູນແລະຍ່າງຂະບວນປະທ້ວງເພື່ອຕໍ່ຕ້ານຮ້ານຂາຍເຄື່ອງນຸ່ງທີ່ເຮັດມາຈາກຂົນສັດແລະຫ້ອງທົດລອງຫຼາຍບ່ອນທີ່ເອົາສັດມາທົດລອງ. ເຮົາເຖິງຂັ້ນຕັ້ງອົງກອນປົກປ້ອງສັດຂອງເຮົາເອງ. ຍ້ອນເຮົາໃຊ້ວິທີທີ່ຂ້ອນຂ້າງຮຸນແຮງໃນການປະທ້ວງ ເຮົາຈຶ່ງມີບັນຫາກັບພວກເຈົ້າໜ້າທີ່ຢູ່ຕະຫຼອດ. ຂ້ອຍເອງກໍເຄີຍຖືກຈັບແລະຂຶ້ນສານມາຫຼາຍເທື່ອແລ້ວ.
ນອກຈາກເປັນຫ່ວງສັດແລ້ວ ຂ້ອຍຍັງທຸກໃຈເມື່ອເຫັນບັນຫາຕ່າງໆທີ່ເກີດຂຶ້ນຢູ່ທົ່ວໂລກ. ໃນທີ່ສຸດ ຂ້ອຍກໍເຂົ້າໄປເປັນສະມາຊິກຂອງອົງກອນຕ່າງໆລວມທັງອົງການນິລະໂທດກຳສາກົນແລະອົງການກຣີນພີດຊ໌. ຂ້ອຍທຸ່ມເທແຮງກາຍແຮງໃຈທຸກຢ່າງເພື່ອສະໜັບສະໜູນກິດຈະກຳຂອງອົງກອນເຫຼົ່ານີ້. ຂ້ອຍຮຽກຮ້ອງສິດທິເພື່ອຄົນທຸກຍາກ ຄົນອຶດຢາກຫິວໂຫຍ ແລະຄົນດ້ອຍໂອກາດ.
ແຕ່ໃນທີ່ສຸດ ຂ້ອຍກໍຕ້ອງຍອມຮັບວ່າ ຂ້ອຍບໍ່ສາມາດປ່ຽນແປງໂລກນີ້. ເຖິງວ່າອົງກອນເຫຼົ່ານັ້ນຈະຊ່ວຍແກ້ໄຂບັນຫາເລັກໆນ້ອຍໆໄດ້ ແຕ່ບັນຫາໃຫຍ່ໆພັດຮ້າຍແຮງຂຶ້ນກວ່າເກົ່າ. ເບິ່ງຄືວ່າພະລັງອຳນາດທີ່ຊົ່ວຮ້າຍໄດ້ຄອບງຳໄປທົ່ວໂລກແລະບໍ່ມີໃຜສົນໃຈວ່າໂລກນີ້ຈະເປັນແນວໃດ. ຂ້ອຍຮູ້ສຶກວ່າໂຕເອງບໍ່ສາມາດຊ່ວຍຫຍັງໄດ້ເລີຍ.
ຄຳພີໄບເບິນປ່ຽນແປງຊີວິດຂ້ອຍແນວໃດ:
ຂ້ອຍເສົ້າໃຈທີ່ຂ້ອຍເຮັດຫຍັງບໍ່ໄດ້ ຂ້ອຍຈຶ່ງເລີ່ມຄິດເລື່ອງພະເຈົ້າແລະຄຳພີໄບເບິນ. ກ່ອນໜ້ານັ້ນຂ້ອຍເຄີຍສຶກສາຄຳພີໄບເບິນກັບພະຍານພະເຢໂຫວາ. ເຖິງວ່າຂ້ອຍຮູ້ວ່າພະຍານເປັນຄົນມີນ້ຳໃຈແລະຫ່ວງໃຍຂ້ອຍແທ້ໆ ແຕ່ຕອນນັ້ນຂ້ອຍຍັງບໍ່ພ້ອມທີ່ຈະປ່ຽນແປງໂຕເອງ. ແຕ່ຕອນນີ້ ຫຼາຍຢ່າງປ່ຽນໄປແລ້ວ.
ຂ້ອຍຈັບຄຳພີໄບເບິນອອກມາແລ້ວເລີ່ມອ່ານ. ຂ້ອຍຮູ້ສຶກວ່າຄຳພີໄບເບິນເປັນຄືຢາປົວໃຈ. ຂ້ອຍສັງເກດວ່າຂໍ້ຄຳພີຫຼາຍຂໍ້ສອນໃຫ້ເຮົາປະຕິບັດຕໍ່ສັດດ້ວຍຄວາມກະລຸນາ. ຕົວຢ່າງເຊັ່ນ ສຸພາສິດ 12:10, ລ.ມ. ບອກວ່າ “ຄົນດີເບິ່ງແຍງເອົາໃຈໃສ່ສັດລ້ຽງຂອງຕົນ.” ຂ້ອຍຍັງໄດ້ເຂົ້າໃຈອີກວ່າພະເຈົ້າບໍ່ແມ່ນຕົ້ນເຫດຂອງບັນຫາທີ່ເກີດຂຶ້ນໃນໂລກ ແຕ່ບັນຫາຂອງມະນຸດຮ້າຍແຮງຂຶ້ນເພາະຜູ້ຄົນສ່ວນຫຼາຍບໍ່ຍອມເຮັດຕາມຄຳແນະນຳຂອງເພິ່ນ. ຂ້ອຍປະທັບໃຈຫຼາຍເມື່ອໄດ້ຮຽນຮູ້ວ່າພະເຢໂຫວາມີຄວາມຮັກແລະຄວາມອົດທົນ.—ຄຳເພງ 103:8-14
ໃນໄລຍະນັ້ນ ຂ້ອຍພົບຄູປອງຂໍປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ຂ້ອຍຈຶ່ງຂຽນສົ່ງໄປຂໍ. ບໍ່ດົນກໍມີພະຍານສອງຜົວເມຍມາຫາຂ້ອຍຢູ່ເຮືອນແລະຊວນຂ້ອຍຮຽນຄຳພີໄບເບິນ ແລ້ວຂ້ອຍກໍຕອບຕົກລົງ. ຂ້ອຍຍັງເລີ່ມເຂົ້າຮ່ວມການປະຊຸມຄລິດສະຕຽນຢູ່ຫໍປະຊຸມລາຊະອານາຈັກນຳ. ຜົນກໍຄື ຂ້ອຍເລີ່ມຮັກສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນ.
ຄຳພີໄບເບິນຊ່ວຍຂ້ອຍປ່ຽນແປງຫຼາຍສິ່ງຫຼາຍຢ່າງໃນຊີວິດ. ຂ້ອຍເຊົາສູບຢາແລະເຊົາກິນເຫຼົ້າຫຼາຍເກີນໄປ. ຂ້ອຍປ່ຽນຮູບແບບການແຕ່ງໂຕ ຕັດຜົມໃໝ່ ແລະເວົ້າສຸພາບຂຶ້ນ. ແລະຂ້ອຍໄດ້ປ່ຽນຄວາມຄິດທີ່ມີຕໍ່ເຈົ້າໜ້າທີ່ບ້ານເມືອງ. (ໂຣມ 13:1) ຂ້ອຍຍັງເຊົາໃຊ້ຊີວິດແບບຜິດສິນລະທຳ ເພາະທີ່ຜ່ານມາຂ້ອຍໃຊ້ຊີວິດແບບບໍ່ມີການຄວບຄຸມໂຕເອງເລີຍ.
ການປ່ຽນແປງທີ່ຍາກທີ່ສຸດສຳລັບຂ້ອຍແມ່ນ ການເບິ່ງອົງກອນທີ່ຮຽກຮ້ອງສິດທິຕ່າງໆຢ່າງຖືກຕ້ອງ. ນີ້ເປັນເລື່ອງທີ່ຕ້ອງໃຊ້ເວລາ. ຕອນທຳອິດ ຂ້ອຍຮູ້ສຶກວ່າຖ້າຂ້ອຍລາອອກກໍເທົ່າກັບຂ້ອຍທໍລະຍົດອົງກອນເຫຼົ່ານີ້. ແຕ່ຂ້ອຍໄດ້ມາເຂົ້າໃຈວ່າການປົກຄອງຂອງພະເຈົ້າເປັນພຽງຄວາມຫວັງດຽວສຳລັບໂລກຂອງເຮົາ. ຂ້ອຍຈຶ່ງຕັດສິນໃຈທຸ່ມເທກຳລັງເຫື່ອແຮງທັງໝົດເພື່ອສະໜັບສະໜູນການປົກຄອງຂອງພະເຈົ້າແລະຊ່ວຍຄົນອື່ນໆໃຫ້ຮຽນຮູ້ເລື່ອງນີ້.—ມັດທາຍ 6:33
ປະໂຫຍດທີ່ໄດ້ຮັບ:
ຕອນທີ່ຂ້ອຍເປັນນັກຕໍ່ສູ້ເພື່ອສັງຄົມ ຂ້ອຍເຄີຍຄິດວ່າຄົນເຮົາມີສອງປະເພດເທົ່ານັ້ນ ຄືບໍ່ດີກໍຊົ່ວ ແລະຖ້າຂ້ອຍເບິ່ງວ່າໃຜຊົ່ວຂ້ອຍກໍພ້ອມຈະຈັດການລາວ. ແຕ່ເມື່ອໄດ້ຮຽນຄຳພີໄບເບິນ ຂ້ອຍຈຶ່ງບໍ່ຊັງຜູ້ອື່ນອີກຕໍ່ໄປ ແລະພະຍາຍາມປູກຝັງຄວາມຮັກແບບຄລິດສະຕຽນຕໍ່ທຸກຄົນ. (ມັດທາຍ 5:44) ວິທີໜຶ່ງທີ່ຂ້ອຍສະແດງຄວາມຮັກກໍຄື ບອກຂ່າວດີເລື່ອງການປົກຄອງຂອງພະເຈົ້າໃຫ້ຄົນອື່ນໆ. ຂ້ອຍດີໃຈທີ່ຮູ້ວ່າວຽກທີ່ເຮັດໂດຍບໍ່ຫວັງຜົນຕອບແທນນີ້ຊ່ວຍໃຫ້ຄົນອື່ນມີສັນຕິສຸກ ມີຄວາມສຸກ ແລະມີຄວາມຫວັງແທ້.
ເມື່ອຝາກບັນຫາແລະຄວາມກັງວົນທຸກຢ່າງໄວ້ໃຫ້ພະເຢໂຫວາຈັດການ ຂ້ອຍກໍສະບາຍໃຈຂຶ້ນ. ຂ້ອຍໝັ້ນໃຈວ່າພະເຈົ້າ ຜູ້ສ້າງຂອງເຮົາ ຈະບໍ່ປ່ອຍໃຫ້ສັດແລະມະນຸດຖືກທຳຮ້າຍຕະຫຼອດໄປ ແລະບໍ່ປ່ອຍໃຫ້ໂລກທີ່ສວຍງາມນີ້ຖືກທຳລາຍ. ແຕ່ອີກບໍ່ດົນ ພະເຈົ້າຈະຟື້ນຟູທຸກສິ່ງໃຫ້ກັບມາມີສະພາບດີຄືເກົ່າໂດຍທາງການປົກຄອງຂອງເພິ່ນ. (ເອຊາອີ 11:1-9) ຂ້ອຍດີໃຈຫຼາຍທີ່ໄດ້ຮຽນຮູ້ຄວາມຈິງເຫຼົ່ານີ້ແລະໄດ້ຊ່ວຍຄົນອື່ນໆໃຫ້ມີຄວາມເຊື່ອຄືກັນກັບຂ້ອຍ. ຂ້ອຍເຊົາຄິດທີ່ຈະປ່ຽນໂລກດ້ວຍມືຂອງຂ້ອຍເອງ.