ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳສອນຂອງພະເຈົ້າມີຫຍັງແດ່?

ຄຳພີ​ໄບເບິນ​ມີ​ຂ່າວ​ສານ​ຫຼື​ຄຳ​ເວົ້າ​ຂອງ​ພະເຈົ້າ​ທີ່​ເພິ່ນ​ສົ່ງ​ມາ​ໃຫ້​ພວກ​ເຮົາ​ທຸກ​ມື້​ນີ້. ຄຳພີ​ໄບເບິນ​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ຕ້ອງ​ໃຊ້​ຊີວິດ​ແນວ​ໃດ​ເພື່ອ​ຈະ​ປະສົບ​ຄວາມ​ສຳເລັດ​ແລະ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ. ຄຳພີ​ໄບເບິນ​ຍັງ​ຊ່ວຍ​ພວກ​ເຮົາ​ໃຫ້​ຮູ້​ຄຳ​ຕອບ​ຂອງ​ຄຳ​ຖາມ​ຕ່າງ​ໆ​ເຊັ່ນ:

  1. 1. ພະເຈົ້າ​ແມ່ນ​ໃຜ?

  2. 2. ເຈົ້າ​ຈະ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ໄດ້​ແນວ​ໃດ?

  3. 3. ໃຜ​ເປັນ​ຜູ້​ຂຽນ​ຄຳພີ​ໄບເບິນ?

  4. 4. ຄຳພີ​ໄບເບິນ​ຖືກຕ້ອງ​ກົງ​ກັບ​ຫຼັກ​ວິທະຍາສາດ​ບໍ?

  5. 5. ເລື່ອງ​ຫຼັກ​ໃນ​ຄຳພີ​ໄບເບິນ​ແມ່ນ​ເລື່ອງ​ຫຍັງ?

  6. 6. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວກັບ​ເມຊີອາ?

  7. 7. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວກັບ​ສະໄໝ​ຂອງ​ເຮົາ?

  8. 8. ພະເຈົ້າ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ບໍ?

  9. 9. ເປັນ​ຫຍັງ​ມະນຸດ​ຈຶ່ງ​ມີ​ຄວາມ​ທຸກ?

  10. 10. ຄຳພີ​ໄບເບິນ​ມີ​ຄຳ​ສັນຍາ​ຫຍັງ​ແດ່​ກ່ຽວກັບ​ອະນາຄົດ?

  11. 11. ຄົນ​ເຮົາ​ຕາຍ​ແລ້ວ​ໄປ​ໃສ?

  12. 12. ມີ​ຄວາມ​ຫວັງ​ຫຍັງ​ບໍ​ສຳລັບ​ຄົນ​ທີ່​ຕາຍ​ໄປ?

  13. 13. ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ເຮັດ​ວຽກ?

  14. 14. ຈະ​ໃຊ້​ເງິນ​ແບບ​ສະຫຼາດ​ໄດ້​ແນວ​ໃດ?

  15. 15. ຢາກ​ໄດ້​ຄວາມ​ສຸກ​ແທ້​ຕ້ອງ​ເຮັດ​ແນວ​ໃດ?

  16. 16. ຈະ​ເຮັດ​ແນວ​ໃດ​ເມື່ອ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ອຸກໃຈ?

  17. 17. ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ຄອບຄົວ​ໄດ້​ແນວ​ໃດ?

  18. 18. ເຮົາ​ຈະ​ສະໜິດ​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

  19. 19. ມີ​ເລື່ອງ​ຫຍັງ​ແດ່​ໃນ​ປຶ້ມ​ຕ່າງ​ໆ​ຂອງ​ຄຳພີ​ໄບເບິນ?

  20. 20. ອ່ານ​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ?

ວິທີ​ຊອກ​ຂໍ້​ພະຄຳພີ​ຕ່າງ​ໆ

ຄຳພີ​ໄບເບິນ​ປະກອບ​ດ້ວຍ​ປຶ້ມ​ນ້ອຍ​ໆ 66 ຫົວ. ຄຳພີ​ໄບເບິນ​ແບ່ງ​ເປັນ 2 ສ່ວນ​ຄື: ພາກ​ພາສາ​ເຮັບເຣີ​ກັບ​ພາສາ​ອາຣາເມອິກ (ພັນທະ​ສັນຍາ​ເກົ່າ) ແລະ​ພາກ​ພາສາ​ກຣີກ (ພັນທະ​ສັນຍາ​ໃໝ່). ປຶ້ມ​ນ້ອຍ​ໆ​ແຕ່​ລະ​ຫົວ​ຈະ​ແບ່ງ​ເປັນ​ບົດ​ແລະ​ຂໍ້. ເມື່ອ​ຍົກ​ຂໍ້​ພະຄຳພີ​ຂຶ້ນ​ມາ​ເວົ້າ ໂຕ​ເລກ​ໂຕ​ທຳອິດ​ທີ່​ຢູ່​ຫຼັງ​ຊື່​ຂອງ​ປຶ້ມ​ແມ່ນ​ບົດ ແລະ​ໂຕ​ເລກ​ໂຕ​ຕໍ່​ມາ​ແມ່ນ​ຂໍ້ ຕົວຢ່າງ: ປະຖົມມະການ 1:1 ໝາຍເຖິງ ປຶ້ມ​ປະຖົມມະການ ບົດ 1 ຂໍ້ 1.