ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 1

ພະເຈົ້າແມ່ນໃຜ?

“ຂໍ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະອົງ​ຜູ້​ມີ​ຊື່​ວ່າ​ເຢໂຫວາ ເປັນ​ພະເຈົ້າ​ສູງສຸດ​ອົງ​ດຽວ​ທີ່​ປົກຄອງ​ທົ່ວ​ໂລກ.”

ເພງ​ສັນລະເສີນ 83:18

“ໃຫ້​ຮູ້​ໄວ້​ເດີ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ. ເພິ່ນ​ເປັນ​ຜູ້​ສ້າງ​ພວກ​ເຮົາ​ແລະ​ພວກ​ເຮົາ​ກໍ​ເປັນ​ຂອງ​ເພິ່ນ.”

ເພງ​ສັນລະເສີນ 100:3

“ເຮົາ​ແມ່ນ​ເຢໂຫວາ. ນີ້​ແມ່ນ​ຊື່​ຂອງ​ເຮົາ. ເຮົາ​ຈະ​ບໍ່​ເອົາ​ກຽດ​ທີ່​ເປັນ​ຂອງ​ເຮົາ​ໄປ​ໃຫ້​ພະເຈົ້າ​ອື່ນ ແລະ​ເຮົາ​ຈະ​ບໍ່​ເອົາ​ຄຳ​ສັນລະເສີນ​ທີ່​ເຮົາ​ຜູ້​ດຽວ​ສົມຄວນ​ໄດ້​ຮັບ​ໄປ​ໃຫ້​ຮູບ​ບູຊາ​ຕ່າງ​ໆ.”

ເອຊາຢາ 42:8

“ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ.”

ໂຣມ 10:13

“ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຄົນ​ສ້າງ ແຕ່​ຜູ້​ທີ່​ສ້າງ​ທຸກ​ສິ່ງ​ແມ່ນ​ພະເຈົ້າ.”

ເຮັບເຣີ 3:4

“ແຫງນ​ໜ້າ​ເບິ່ງ​ທ້ອງຟ້າ​ແມ້. ໃຜ​ເປັນ​ຜູ້​ສ້າງ​ດວງ​ດາວ​ເຫຼົ່າ​ນີ້? ກໍ​ແມ່ນ​ຜູ້​ທີ່​ນັບ​ພວກ​ມັນ​ໄດ້​ແລະ​ສັ່ງ​ພວກ​ມັນ​ອອກ​ໄປ​ເປັນ​ກອງທັບ. ເພິ່ນ​ເອີ້ນ​ຊື່​ດາວ​ທຸກ​ດວງ​ໄດ້. ຍ້ອນ​ພະເຈົ້າ​ມີ​ພະລັງ​ອຳນາດ​ແລະ​ມີ​ລິດເດດ​ຫຼາຍ ດາວ​ແຕ່​ລະ​ດວງ​ຈຶ່ງ​ຢູ່​ໃນ​ບ່ອນ​ຂອງ​ມັນ.”

ເອຊາຢາ 40:26