ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 6

ຄຳພີໄບເບິນບອກລ່ວງໜ້າແນວໃດກ່ຽວກັບເມຊີອາ?

ຄຳ​ພະຍາກອນ

“ສຳລັບ​ເຈົ້າ ເບັດເລເຮັມເອຟຣາທາ . . . ຈະ​ມີ​ຜູ້​ປົກຄອງ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ​ເພື່ອ​ປົກຄອງ​ອິດສະຣາເອນ​ແທນ​ເຮົາ.”

ມີກາ 5:2

ເຫດການ​ທີ່​ເກີດຂຶ້ນ​ແທ້

“ພະ​ເຢຊູ​ເກີດ​ຢູ່​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ​ຕອນ​ທີ່​ເຮໂຣດ​ເປັນ​ກະສັດ. ຕໍ່​ມາ ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ໄດ້​ມາ​ເມືອງ​ເຢຣູຊາເລັມ.”

ມັດທາຍ 2:1

ຄຳ​ພະຍາກອນ

“ເຂົາເຈົ້າ​ເອົາ​ເຄື່ອງນຸ່ງ​ຂອງ​ລູກ​ມາ​ແບ່ງ​ກັນ ແລະ​ເອົາ​ເສື້ອ​ຜ້າ​ຂອງ​ລູກ​ມາ​ຈົກ​ສະຫຼາກ.”

ເພງ​ສັນລະເສີນ 22:18

ເຫດການ​ທີ່​ເກີດຂຶ້ນ​ແທ້

“ເມື່ອ​ພວກ​ທະຫານ​ຄຶງ​ພະ​ເຢຊູ​ໄວ້​ເທິງ​ເສົາ​ແລ້ວ ເຂົາເຈົ້າ​ກໍ​ເອົາ​ເສື້ອ​ຄຸມ​ຂອງ​ເພິ່ນ​ມາ​ແບ່ງ​ເປັນ 4 ສ່ວນ . . . ແຕ່​ເມື່ອ​ເຂົາເຈົ້າ​ຈັບ​ເອົາ​ເສື້ອ​ໂຕ​ທາງ​ໃນ​ມາ ກໍ​ເຫັນ​ວ່າ​ເສື້ອ​ນັ້ນ​ບໍ່​ມີ​ຮອຍ​ຕໍ່ ຍ້ອນ​ຕ່ຳ​ເປັນ​ຜືນ​ດຽວ​ໝົດ​ໂຕ. ເຂົາເຈົ້າ​ຈຶ່ງ​ເວົ້າ​ວ່າ ‘ຢ່າ​ຈີກ​ເສື້ອ​ໂຕ​ນີ້ ໃຫ້​ຈົກ​ສະຫຼາກ​ເອົາ​ວ່າ​ໃຜ​ຊິ​ໄດ້.’”

ໂຢຮັນ 19:23, 24

ຄຳ​ພະຍາກອນ

“ເພິ່ນ​ປົກປ້ອງ​ກະດູກ​ຂອງ​ລາວ​ທັງໝົດ. ບໍ່​ມີ​ກະດູກ​ທ່ອນ​ໃດ​ຫັກ​ເລີຍ.”

ເພງ​ສັນລະເສີນ 34:20

ເຫດການ​ທີ່​ເກີດຂຶ້ນ​ແທ້

“ເມື່ອ​ມາ​ຮອດ​ພະ​ເຢຊູ ເຂົາເຈົ້າ​ເຫັນ​ວ່າ​ເພິ່ນ​ຕາຍ​ແລ້ວ ຈຶ່ງ​ບໍ່​ໄດ້​ທຸບ​ຂາ​ຂອງ​ເພິ່ນ​ໃຫ້​ຫັກ.”

ໂຢຮັນ 19:33

ຄຳ​ພະຍາກອນ

“ລາວ​ຖືກ​ແທງ​ຍ້ອນ​ພວກ​ເຮົາ​ເຮັດ​ຜິ​ດ.”

ເອຊາຢາ 53:5

ເຫດການ​ທີ່​ເກີດຂຶ້ນ​ແທ້

“ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ມາ​ແທງ​ທາງ​ຂ້າງ​ພະ​ເຢຊູ ເລືອດ​ກັບ​ນ້ຳ​ກໍ​ໄຫຼ​ອອກ​ມາ​ທັນທີ.”

ໂຢຮັນ 19:34

ຄຳ​ພະຍາກອນ

“ເຂົາເຈົ້າ​ກໍ​ຈ່າຍ​ເງິນ 30 ເຊເກນ​ໃຫ້​ຂ້ອຍ​ເປັນ​ຄ່າ​ຈ້າງ.”

ເຊຄາຣີຢາ 11:12, 13

ເຫດການ​ທີ່​ເກີດຂຶ້ນ​ແທ້

“ໃນ​ອັກຄະສາວົກ 12 ຄົນ ຜູ້​ທີ່​ຊື່​ຢູດາອິສະກາຣີອົດ​ໄດ້​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ ແລະ​ຖາມ​ວ່າ ‘ຖ້າ​ຂ້ອຍ​ທໍລະຍົດ​ເຢຊູ​ເພື່ອ​ພວກ​ເຈົ້າ​ຈະ​ຈັບ​ລາວ​ໄດ້ ພວກ​ເຈົ້າ​ຊິ​ເອົາ​ຫຍັງ​ໃຫ້​ຂ້ອຍ?’ ພວກ​ປະໂລຫິດ​ໃຫຍ່​ຕົກ​ລົງ​ວ່າ​ຈະ​ເອົາ​ຫຼຽນ​ເງິນ​ໃຫ້​ລາວ 30 ຫຼຽນ.”

ມັດທາຍ 26:14, 15; 27:5