ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 8

ພະເຈົ້າເຮັດໃຫ້ເກີດຄວາມທຸກບໍ?

“ເປັນ​ໄປ​ບໍ່​ໄດ້​ທີ່​ພະເຈົ້າ​ທ່ຽງແທ້​ຈະ​ເຮັດ​ຊົ່ວ ແລະ​ບໍ່​ມີ​ທາງ​ທີ່​ຜູ້​ມີ​ລິດເດດ​ສູງ​ສຸດ​ຈະ​ເຮັດ​ຜິດ.”

ໂຢບ 34:10

“ເມື່ອ​ເຈິ​ຄວາມ​ລຳບາກ ຢ່າ​ເວົ້າ​ວ່າ ‘ພະເຈົ້າ​ທົດສອບ​ຂ້ອຍ​ຢູ່.’ ເພິ່ນ​ບໍ່​ເຄີຍ​ເຮັດ​ຊົ່ວ​ເພື່ອ​ທົດສອບ​ຜູ້​ໃດ ແລະ​ບໍ່​ມີ​ຜູ້​ໃດ​ໃຊ້​ຄວາມ​ຊົ່ວ​ເພື່ອ​ທົດສອບ​ເພິ່ນ​ໄດ້.”

ຢາໂກໂບ 1:13

“ໃຫ້​ຝາກ​ຄວາມ​ອຸກໃຈ​ທັງໝົດ​ໄວ້​ກັບ​ພະເຈົ້າ ຍ້ອນ​ເພິ່ນ​ເປັນ​ຫ່ວງ​ພວກ​ເຈົ້າ.”

1 ເປໂຕ 5:7

“ພະ​ເຢໂຫວາ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ແບບ​ທີ່​ບາງ​ຄົນ​ຄິດ. ເພິ່ນ​ອົດທົນ​ກັບ​ພວກ​ເຈົ້າ​ຍ້ອນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຕ້ອງ​ຖືກ​ທຳລາຍ ແຕ່​ຢາກ​ໃຫ້​ທຸກ​ຄົນ​ກັບໃຈ.”

2 ເປໂຕ 3:9