ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 10

ຄຳພີໄບເບິນມີຄຳສັນຍາຫຍັງແດ່ກ່ຽວກັບອະນາຄົດ?

“ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ໄດ້​ຮັບ​ແຜ່ນດິນ​ເປັນ​ມໍລະດົກ ແລະ​ເຂົາເຈົ້າ​ຈະ​ໄດ້​ຢູ່​ຫັ້ນ​ຕະຫຼອດ​ໄປ.”

ເພງ​ສັນລະເສີນ 37:29

“ໂລກ​ໝັ້ນຄົງ​ຢູ່​ຕະຫຼອດ​ໄປ.”

ປັນຍາຈານ 1:4

“ເພິ່ນ​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ດັບ​ສູນ​ຕະຫຼອດ​ໄປ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເຊັດ​ນ້ຳ​ຕາ​ໃຫ້​ທຸກ​ຄົນ.”

ເອຊາຢາ 25:8

“ໃນ​ຕອນ​ນັ້ນ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ. ໃນ​ຕອນ​ນັ້ນ ຄົນ​ເປັນ​ລ່ອຍ​ຈະ​ໂດດ​ໄດ້​ຄື​ກວາງ ແລະ​ຄົນ​ປາກ​ກືກ​ຈະ​ຮ້ອງ​ຢ່າງ​ມີ​ຄວາມ​ສຸກ. ບ່ອນ​ກັນດານ​ຈະ​ມີ​ນ້ຳ​ໄຫຼ​ອອກ​ມາ ແລະ​ມີ​ແມ່​ນ້ຳ​ຫຼາຍ​ສາ​ຍ.”

ເອຊາຢາ 35:5, 6

“ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ເຂົາເຈົ້າ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ຄວາມ​ໂສກເສົ້າ ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ. ສິ່ງ​ຕ່າງ​ໆ​ເຫຼົ່າ​ນີ້​ທີ່​ເຄີຍ​ເຮັດ​ໃຫ້​ພວກ​ເຮົາ​ເຈັບ​ປວດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”

ພະນິມິດ 21:4

“ເຂົາເຈົ້າ​ຈະ​ປຸກ​ເຮືອນ​ແລະ​ໄດ້​ຢູ່​ໃນ​ເຮືອນ​ນັ້ນ. ເຂົາເຈົ້າ​ຈະ​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ໄດ້​ກິນ​ໝາກ​ຂອງ​ມັນ. ເຂົາເຈົ້າ​ຈະ​ບໍ່​ປຸກ​ເຮືອນ​ແລ້ວ​ໃຫ້​ຄົນ​ອື່ນ​ຢູ່. ເຂົາເຈົ້າ​ຈະ​ບໍ່​ເຮັດ​ສວນ​ໝາກ​ລະແຊັງ​ແລ້ວ​ໃຫ້​ຄົນ​ອື່ນ​ກິນ. ປະຊາຊົນ​ຂອງ​ເຮົາ​ຈະ​ມີ​ອາຍຸ​ຍືນ​ຄື​ກັບ​ອາຍຸ​ຂອງ​ຕົ້ນໄມ້ ແລະ​ຄົນ​ທີ່​ເຮົາ​ເລືອກ​ໄວ້​ຈະ​ມີ​ຄວາມ​ສຸກ​ຢ່າງ​ເຕັມທີ​ກັບ​ວຽກ​ທີ່​ເຂົາເຈົ້າ​ເຮັດ.”

ເອຊາຢາ 65:21, 22