ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 11

ຄົນເຮົາຕາຍແລ້ວໄປໃສ?

“ເມື່ອ​ເຂົາເຈົ້າ​ໝົດ​ລົມ​ຫາຍໃຈ ເຂົາເຈົ້າ​ກໍ​ກັບ​ໄປ​ເປັນ​ດິນ ແລະ​ໃນ​ມື້​ນັ້ນ ຄວາມ​ຄິດ​ຂອງ​ເຂົາເຈົ້າ​ກໍ​ບໍ່​ເຫຼືອ.”

ເພງ​ສັນລະເສີນ 146:4

“ຄົນ​ເປັນ​ຮູ້​ວ່າ​ໂຕເອງ​ຈະ​ຕາຍ ແຕ່​ຄົນ​ຕາຍ​ແລ້ວ​ບໍ່​ຮູ້​ຫຍັງ​ເລີຍ. . . . ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ເຮັດ​ສຸດ​ກຳລັງ ຍ້ອນ​ບໍ່​ມີ​ວຽກ ບໍ່​ມີ​ໂຄງ​ການ ບໍ່​ມີ​ຄວາມ​ຮູ້ ແລະ​ບໍ່​ມີ​ສະຕິ​ປັນຍາ​ໃນ​ຂຸມ​ຝັງ​ສົບ​ທີ່​ເຈົ້າ​ຈະ​ໄປ​ນັ້ນ.”

ປັນຍາຈານ 9:5, 10

“ພະ​ເຢຊູກໍ​ບອກ​ເຂົາເຈົ້າ​ວ່າ ‘ລາຊະໂຣ​ໝູ່​ຂອງ​ພວກ​ເຮົາ​ນອນ​ຫຼັບ​ຢູ່ ແຕ່​ຂ້ອຍ​ຈະ​ໄປ​ປຸກ​ລາວ.’ ທີ່ຈິງ ພະ​ເຢຊູ​ໝາຍ​ຄວາມ​ວ່າ​ລາຊະໂຣ​ຕາຍ​ແລ້ວ ແຕ່​ເຂົາເຈົ້າ​ຄິດ​ວ່າ​ເພິ່ນ​ເວົ້າ​ເຖິງ​ການ​ນອນ​ຫຼັບ​ພັກຜ່ອນ. ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ກົງ​ໆ​ວ່າ ‘ລາຊະໂຣ​ຕາຍ​ແລ້ວ’”

ໂຢຮັນ 11:11, 13, 14