ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ປະຖົມມະການ

ບົດທີ

ໃຈຄວາມສຳຄັນ

  • 1

    • ການ​ສ້າງ​ຟ້າ​ກັບ​ໂລກ (1, 2)

    • ການ​ກຽມ​ສິ່ງ​ຕ່າງໆສຳລັບ​ໂລກ​ພາຍ​ໃນ 6 ມື້ (3-31)

      • ມື້​ທີ 1: ແສງ​ສະຫວ່າງ ກາງເວັນ​ແລະ​ກາງຄືນ (3-5)

      • ມື້​ທີ 2: ອາກາດ (6-8)

      • ມື້​ທີ 3: ແຜ່ນດິນ​ແລະ​ພືດ​ຕ່າງໆ (9-13)

      • ມື້​ທີ 4: ໜ່ວຍ​ທີ່​ສ່ອງ​ແສງ​ແຈ້ງ​ຢູ່​ເທິງ​ທ້ອງຟ້າ (14-19)

      • ມື້​ທີ 5: ປາ​ແລະ​ນົກ (20-23)

      • ມື້​ທີ 6: ສັດ​ບົກ​ແລະ​ມະນຸດ (24-31)

  • 2

    • ພະເຈົ້າ​ຢຸດ​ພັກ​ໃນ​ມື້​ທີ 7 (1-3)

    • ພະເຢໂຫວາ​ພະເຈົ້າ​ຜູ້​ສ້າງ​ຟ້າ​ກັບ​ໂລກ (4)

    • ຜູ້​ຊາຍ​ແລະ​ຜູ້​ຍິງ​ຢູ່​ໃນ​ສວນ​ເອເດັນ (5-25)

      • ພະເຈົ້າ​ສ້າງ​ຄົນ​ຈາກ​ຂີ້​ດິນ (7)

      • ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ (15-17)

      • ການ​ສ້າງ​ຜູ້​ຍິງ (18-25)

  • 3

    • ຈຸດ​ເລີ່ມ​ຕົ້ນ​ຂອງ​ບາບ (1-13)

      • ການ​ຕົວະ​ເທື່ອ​ທຳອິດ (4, 5)

    • ພະເຢໂຫວາ​ຕັດສິນ​ພວກ​ທີ່​ກະບົດ (14-24)

      • ຄຳ​ພະຍາກອນ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ຜູ້​ຍິງ (15)

      • ຖືກ​ໄລ່​ອອກ​ຈາກ​ສວນ​ເອເດັນ (23, 24)

  • 4

    • ກາອິນ​ກັບ​ອາເບັນ (1-16)

    • ລູກຫຼານ​ຂອງ​ກາອິນ (17-24)

    • ເຊດ​ກັບ​ເອໂນດ​ລູກ​ຊາຍ​ຂອງ​ລາວ (25, 26)

  • 5

    • ຕັ້ງ​ແຕ່​ອາດາມ​ຈົນ​ຮອດ​ໂນອາ (1-32)

      • ອາດາມ​ມີ​ລູກ​ຊາຍ​ແລະ​ລູກ​ສາວ​ຫຼາຍ​ຄົນ (4)

      • ເອໂນກ​ໃຊ້​ຊີວິດ​ແບບ​ທີ່​ພະເຈົ້າ​ພໍ​ໃຈ (21-24)

  • 6

    • ລູກ​ຂອງ​ພະເຈົ້າ​ເອົາ​ມະນຸດ​ມາ​ເປັນ​ເມຍ (1-3)

    • ຄົນ​ຮ່າງ​ຍັກ (4)

    • ພະເຢໂຫວາ​ເສຍໃຈ​ທີ່​ມະນຸດ​ເຮັດ​ຊົ່ວ (5-8)

    • ພະເຈົ້າ​ສັ່ງ​ໃຫ້​ໂນອາ​ສ້າງ​ເຮືອ (9-16)

    • ພະເຈົ້າ​ບອກ​ວ່າ​ນ້ຳ​ຈະ​ຖ້ວມ​ໂລກ (17-22)

  • 7

    • ເຂົ້າ​ໄປ​ໃນ​ເຮືອ (1-10)

    • ນ້ຳຖ້ວມ​ໂລກ (11-24)

  • 8

    • ນ້ຳ​ເລີ່ມ​ບົກ​ລົງ (1-14)

      • ປ່ອຍ​ນົກ​ເຂົາ​ອອກ​ໄປ (8-12)

    • ອອກ​ຈາກ​ເຮືອ (15-19)

    • ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ໂລກ (20-22)

  • 9

    • ຄຳ​ສັ່ງ​ທີ່​ໃຫ້​ກັບ​ມະນຸດ (1-7)

      • ກົດໝາຍ​ເລື່ອງ​ເລືອດ (4-6)

    • ຮຸ້ງ​ທີ່​ເປັນ​ຄຳ​ສັນຍາ (8-17)

    • ຄຳ​ພະຍາກອນ​ກ່ຽວ​ກັບ​ລູກຫຼານ​ຂອງ​ໂນອາ (18-29)

  • 10

    • ລາຍ​ຊື່​ຂອງ​ເຊື້ອ​ຊາດ​ຕ່າງໆ (1-32)

      • ລູກຫຼານ​ຂອງ​ຢາເຟດ (2-5)

      • ລູກຫຼານ​ຂອງ​ຮາມ (6-20)

        • ນິມໂຣດ​ຕໍ່ຕ້ານ​ພະເຢໂຫວາ (8-12)

      • ລູກຫຼານ​ຂອງ​ເຊມ (21-31)

  • 11

    • ຫໍ​ບາເບນ (1-4)

    • ພະເຢໂຫວາ​ເຮັດ​ໃຫ້​ຜູ້​ຄົນ​ເວົ້າ​ພາສາ​ຕ່າງ​ກັນ (5-9)

    • ຕັ້ງ​ແຕ່​ເຊມ​ຈົນ​ຮອດ​ອັບຣາມ (10-32)

      • ຄອບຄົວ​ຂອງ​ເຕຣາ (27)

      • ອັບຣາມ​ອອກ​ຈາກ​ເມືອງ​ອູເຣ (31)

  • 12

    • ອັບຣາມ​ອອກ​ຈາກ​ຮາຣານ​ໄປ​ການາອານ (1-9)

      • ພະເຈົ້າ​ສັນຍາ​ກັບ​ອັບຣາມ (7)

    • ອັບຣາມ​ກັບ​ຊາຣາຍ​ຢູ່​ໃນ​ເອຢິບ (10-20)

  • 13

    • ອັບຣາມ​ກັບ​ມາ​ການາອານ (1-4)

    • ອັບຣາມ​ກັບ​ໂລດ​ແຍກ​ໄປ​ຢູ່​ຄົນ​ລະ​ບ່ອນ (5-13)

    • ພະເຈົ້າ​ເວົ້າ​ຄືນ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ອັບຣາມ (14-18)

  • 14

    • ອັບຣາມ​ໄປ​ຊ່ວຍ​ໂລດ (1-16)

    • ເມັນຄີເຊເດັກ​ອວຍ​ພອນ​ອັບຣາມ (17-24)

  • 15

    • ພະເຈົ້າ​ເຮັດ​ສັນຍາ​ກັບ​ອັບຣາມ (1-21)

      • ບອກ​ລ່ວງ​ໜ້າ​ວ່າ​ຈະ​ຖືກ​ກົດ​ຂີ່​ເປັນ​ເວລາ 400 ປີ (13)

      • ພະເຈົ້າ​ເວົ້າ​ຄືນ​ຄຳ​ສັນຍາ​ທີ່​ໃຫ້​ກັບ​ອັບຣາມ (18-21)

  • 16

    • ຮາກາ​ກັບ​ອິດຊະມາເອນ (1-16)

  • 17

    • ອັບຣາຮາມ​ຈະ​ເປັນ​ພໍ່​ຂອງ​ຄົນ​ຫຼາຍ​ຊາດ (1-8)

      • ພະເຈົ້າ​ປ່ຽນ​ຊື່​ຂອງ​ອັບຣາມ​ເປັນ​ອັບຣາຮາມ (5)

    • ສັນຍາ​ເລື່ອງ​ການ​ຮັບ​ສິນຕັດ (9-14)

    • ພະເຈົ້າ​ປ່ຽນ​ຊື່​ຂອງ​ຊາຣາຍ​ເປັນ​ຊາຣາ (15-17)

    • ຄຳ​ສັນຍາ​ເລື່ອງ​ລູກ​ຊາຍ​ຊື່​ອີຊາກ (18-27)

  • 18

    • ທູດ​ສະຫວັນ 3 ອົງ​ມາ​ຫາ​ອັບຣາຮາມ (1-8)

    • ຊາຣາ​ຫົວ​ເມື່ອ​ໄດ້​ຍິນ​ຄຳ​ສັນຍາ​ວ່າ​ຈະ​ໄດ້​ລູກ​ຊາຍ (9-15)

    • ອັບຣາຮາມ​ອ້ອນວອນ​ເພື່ອ​ເມືອງ​ໂຊໂດມ (16-33)

  • 19

    • ທູດ​ສະຫວັນ​ມາ​ຫາ​ໂລດ (1-11)

    • ບອກ​ໂລດ​ກັບ​ຄອບຄົວ​ໃຫ້​ຟ້າວ​ອອກ​ໄປ (12-22)

    • ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ຖືກ​ທຳລາຍ (23-29)

      • ເມຍ​ຂອງ​ໂລດ​ກາຍ​ເປັນ​ເສົາ​ເກືອ (26)

    • ໂລດ​ກັບ​ລູກ​ສາວ 2 ຄົນ (30-38)

      • ຄວາມ​ເປັນ​ມາ​ຂອງ​ຄົນ​ໂມອາບ​ກັບ​ຄົນ​ອຳໂມນ (37, 38)

  • 20

    • ຊ່ວຍ​ຊາຣາ​ຈາກ​ອາບີເມເລັກ (1-18)

  • 21

    • ອີຊາກ​ເກີດ (1-7)

    • ອິດຊະມາເອນ​ເຍາະ​ເຍີ້ຍ​ອີຊາກ (8, 9)

    • ຮາກາ​ກັບ​ອິດຊະມາເອນ​ຖືກ​ໄລ່​ໜີ (10-21)

    • ອັບຣາຮາມ​ເຮັດ​ສັນຍາ​ກັບ​ອາບີເມເລັກ (22-34)

  • 22

    • ພະເຈົ້າ​ບອກ​ອັບຣາຮາມ​ໃຫ້​ເອົາ​ອີຊາກ​ເປັນ​ເຄື່ອງ​ບູຊາ (1-19)

      • ໄດ້​ຮັບ​ພອນ​ໂດຍ​ທາງ​ລູກຫຼານ​ຂອງ​ອັບຣາຮາມ (15-18)

    • ຄອບຄົວ​ຂອງ​ເຣເບກາ (20-24)

  • 23

    • ຊາຣາ​ຕາຍ​ແລະ​ບ່ອນ​ຝັງ​ສົບ​ຂອງ​ລາວ (1-20)

  • 24

    • ຫາ​ເມຍ​ໃຫ້​ອີຊາກ (1-58)

    • ເຣເບກາ​ໄປ​ຫາ​ອີຊາກ (59-67)

  • 25

    • ອັບຣາຮາມ​ແຕ່ງ​ດອງ​ໃໝ່ (1-6)

    • ອັບຣາຮາມ​ຕາຍ (7-11)

    • ພວກ​ລູກ​ຊາຍ​ຂອງ​ອິດຊະມາເອນ (12-18)

    • ຢາໂຄບ​ກັບ​ເອຊາວ​ເກີດ (19-26)

    • ເອຊາວ​ຂາຍ​ສິດ​ລູກ​ກົກ (27-34)

  • 26

    • ອີຊາກ​ກັບ​ເຣເບກາ​ຢູ່​ໃນ​ເກລາ (1-11)

      • ພະເຈົ້າ​ຢືນຢັນ​ຄຳ​ສັນຍາ​ຂອງ​ເພິ່ນ​ກັບ​ອີຊາກ (3-5)

    • ຜິດ​ຖຽງ​ກັນ​ເລື່ອງ​ນ້ຳ​ສ້າງ (12-25)

    • ອີຊາກ​ເຮັດ​ສັນຍາ​ກັບ​ອາບີເມເລັກ (26-33)

    • ເມຍ​ຄົນ​ເຮດ 2 ຄົນ​ຂອງ​ເອຊາວ (34, 35)

  • 27

    • ອີຊາກ​ອວຍ​ພອນ​ຢາໂຄບ (1-29)

    • ເອຊາວ​ຢາກ​ໄດ້​ພອນ ແຕ່​ລາວ​ບໍ່​ກັບ​ໃຈ (30-40)

    • ເອຊາວ​ຊັງ​ຢາໂຄບ (41-46)

  • 28

    • ອີຊາກ​ໃຫ້​ຢາໂຄບ​ໄປ​ປາດັນອາລຳ (1-9)

    • ຢາໂຄບ​ຝັນ​ຢູ່​ເມືອງ​ເບເທນ (10-22)

      • ພະເຈົ້າ​ຢືນຢັນ​ຄຳ​ສັນຍາ​ຂອງ​ເພິ່ນ​ກັບ​ຢາໂຄບ (13-15)

  • 29

    • ຢາໂຄບ​ເຈິ​ກັບ​ຣາເຄນ (1-14)

    • ຢາໂຄບ​ຮັກ​ຣາເຄນ​ຫຼາຍ (15-20)

    • ຢາໂຄບ​ແຕ່ງ​ດອງ​ກັບ​ເລອາ​ແລະ​ຣາເຄນ (21-29)

    • ລູກ​ຊາຍ​ຂອງ​ຢາໂຄບ 4 ຄົນ​ທີ່​ເກີດ​ຈາກ​ເລອາ​ມີ​ຣູເບັນ ຊີເມໂອນ ເລວີ ແລະ​ຢູດາ (30-35)

  • 30

    • ບິນຮາ​ມີ​ລູກ​ຊື່​ດານ​ກັບ​ນັບທາລີ (1-8)

    • ຊີລະປາ​ມີ​ລູກ​ຊື່​ຄາດ​ກັບ​ອາເຊ (9-13)

    • ເລອາ​ມີ​ລູກ​ຊື່​ອິດຊາຄາ​ກັບ​ເຊບູໂລນ (14-21)

    • ຣາເຄນ​ມີ​ລູກ​ຊື່​ໂຢເຊັບ (22-24)

    • ຢາໂຄບ​ມີ​ຝູງ​ສັດ​ຫຼາຍ​ຂຶ້ນ (25-43)

  • 31

    • ຢາໂຄບ​ລັກ​ໜີ​ໄປ​ການາອານ (1-18)

    • ລາບານ​ນຳ​ຫຼັງ​ຢາໂຄບ​ໄປ (19-35)

    • ຢາໂຄບ​ເຮັດ​ສັນຍາ​ກັບ​ລາບານ (36-55)

  • 32

    • ທູດ​ສະຫວັນ​ມາ​ຫາ​ຢາໂຄບ (1, 2)

    • ຢາໂຄບ​ກຽມ​ໂຕ​ໄປ​ຫາ​ເອຊາວ (3-23)

    • ຢາໂຄບ​ປ້ຳ​ສູ້​ກັບ​ທູດ​ສະຫວັນ (24-32)

      • ພະເຈົ້າ​ປ່ຽນ​ຊື່​ຂອງ​ຢາໂຄບ​ເປັນ​ອິດສະຣາເອນ (28)

  • 33

    • ຢາໂຄບ​ໄປ​ຫາ​ເອຊາວ (1-16)

    • ຢາໂຄບ​ເດີນ​ທາງ​ໄປ​ເມືອງ​ເຊເຄັມ (17-20)

  • 34

    • ດີນາ​ຖືກ​ຂົ່ມຂືນ (1-12)

    • ພວກ​ລູກ​ຊາຍ​ຂອງ​ຢາໂຄບ​ວາງ​ແຜນ​ລໍ້​ເຊເຄັມ (13-31)

  • 35

    • ຢາໂຄບ​ທຳລາຍ​ຮູບ​ພະ​ຂອງ​ພວກ​ຕ່າງ​ປະເທດ (1-4)

    • ຢາໂຄບ​ກັບ​ມາ​ເມືອງ​ເບເທນ (5-15)

    • ເບັນຢາມິນ​ເກີດ ຣາເຄນ​ຕາຍ (16-20)

    • ລູກ​ຊາຍ 12 ຄົນ​ຂອງ​ອິດສະຣາເອນ (21-26)

    • ອີຊາກ​ຕາຍ (27-29)

  • 36

    • ລູກຫຼານ​ຂອງ​ເອຊາວ (1-30)

    • ກະສັດ​ແລະ​ຫົວ​ໜ້າ​ເຜົ່າ​ຕ່າງໆຂອງ​ພວກ​ເອໂດມ (31-43)

  • 37

    • ຄວາມ​ຝັນ​ຂອງ​ໂຢເຊັບ (1-11)

    • ໂຢເຊັບ​ກັບ​ພວກ​ອ້າຍ​ທີ່​ອິດສາ​ລາວ (12-24)

    • ໂຢເຊັບ​ຖືກ​ຂາຍ​ໄປ​ເປັນ​ທາດ (25-36)

  • 38

    • ຢູດາ​ກັບ​ຕາມາ (1-30)

  • 39

    • ໂຢເຊັບ​ຢູ່​ໃນ​ເຮືອນ​ຂອງ​ໂປຕີຟາ (1-6)

    • ໂຢເຊັບ​ປະຕິເສດ​ເມຍ​ຂອງ​ໂປຕີຟາ (7-20)

    • ໂຢເຊັບ​ຖືກ​ຂັງ​ໃນ​ຄຸກ (21-23)

  • 40

    • ໂຢເຊັບ​ບອກ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ໃຫ້​ນັກ​ໂທດ (1-19)

      • “ບໍ່​ມີ​ໃຜ​ອະທິບາຍ​ໄດ້​ດອກມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ” (8)

    • ງານ​ລ້ຽງ​ວັນ​ເກີດ​ຂອງ​ຟາໂຣ (20-23)

  • 41

    • ໂຢເຊັບ​ບອກ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ໃຫ້​ຟາໂຣ (1-36)

    • ຟາໂຣ​ແຕ່ງ​ຕັ້ງ​ໂຢເຊັບ (37-46ກ)

    • ໂຢເຊັບ​ລວບລວມ​ອາຫານ (46ຂ-57)

  • 42

    • ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ເອຢິບ (1-4)

    • ໂຢເຊັບ​ເຈິ​ກັບ​ພວກ​ອ້າຍ​ແລະ​ທົດ​ສອບ​ເຂົາ​ເຈົ້າ (5-25)

    • ພວກ​ອ້າຍ​ກັບ​ເມືອ​ຫາ​ຢາໂຄບ (26-38)

  • 43

    • ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ເອຢິບ​ເທື່ອ​ທີ 2 ແລະ​ພາ​ເບັນຢາມິນ​ໄປ​ນຳ (1-14)

    • ໂຢເຊັບ​ເຈິ​ກັບ​ພວກ​ອ້າຍ​ອີ​ກ​ເທື່ອ​ໜຶ່ງ (15-23)

    • ໂຢເຊັບ​ລ້ຽງ​ອາຫານ​ພວກ​ອ້າຍ​ນ້ອງ (24-34)

  • 44

    • ຈອກ​ເງິນ​ຂອງ​ໂຢເຊັບ​ຢູ່​ໃນ​ເປົາ​ຂອງ​ເບັນຢາມິນ (1-17)

    • ຢູດາ​ຂໍຮ້ອງ​ເລື່ອງ​ເບັນຢາມິນ (18-34)

  • 45

    • ໂຢເຊັບ​ບອກ​ວ່າ​ໂຕ​ເອງ​ເປັນ​ໃຜ (1-15)

    • ພວກ​ອ້າຍ​ກັບ​ເມືອ​ຮັບ​ຢາໂຄບ (16-28)

  • 46

    • ຢາໂຄບ​ກັບ​ຄອບຄົວ​ຍ້າຍ​ໄປ​ຢູ່​ເອຢິບ (1-7)

    • ລາຍ​ຊື່​ຂອງ​ຄົນ​ທີ່​ຍ້າຍ​ໄປ​ຢູ່​ເອຢິບ (8-27)

    • ໂຢເຊັບ​ໄປ​ຫາ​ຢາໂຄບ​ຢູ່​ໂກເຊັນ (28-34)

  • 47

    • ຢາໂຄບ​ເຂົ້າ​ໄປ​ຫາ​ຟາໂຣ (1-12)

    • ໂຢເຊັບ​ລວບລວມ​ອາຫານ​ໄວ້​ດ້ວຍ​ວິທີ​ທີ່​ສະຫຼາດ (13-26)

    • ອິດສະຣາເອນ​ອາໄສ​ຢູ່​ໂກເຊັນ (27-31)

  • 48

    • ຢາໂຄບ​ອວຍ​ພອນ​ລູກ​ຊາຍ 2 ຄົນ​ຂອງ​ໂຢເຊັບ (1-12)

    • ເອຟຣາອິມ​ໄດ້​ພອນ​ທີ່​ດີ​ກວ່າ (13-22)

  • 49

    • ຢາໂຄບ​ພະຍາກອນ​ໄວ້​ກ່ອນ​ຕາຍ (1-28)

      • ຊີໂລ​ຈະ​ມາ​ຈາກ​ຢູດາ (10)

    • ຄຳ​ສັ່ງ​ຂອງ​ຢາໂຄບ​ເລື່ອງ​ບ່ອນ​ຝັງ​ສົບ​ຂອງ​ລາວ (29-32)

    • ຢາໂຄບ​ຕາຍ (33)

  • 50

    • ໂຢເຊັບ​ຝັງ​ຢາໂຄບ​ຢູ່​ການາອານ (1-14)

    • ໂຢເຊັບ​ຢືນຢັນ​ວ່າ​ລາວ​ຍົກ​ໂທດ​ໃຫ້​ພວກ​ອ້າຍ​ແລ້ວ (15-21)

    • ໄລຍະ​ສຸດ​ທ້າຍ​ຊີວິດ​ຂອງ​ໂຢເຊັບ​ແລະ​ການ​ຕາຍ​ຂອງ​ລາວ (22-26)

      • ໂຢເຊັບ​ສັ່ງ​ເລື່ອງ​ກະດູກ​ຂອງ​ລາວ (25)