ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພວກ​ຜູ້ຕັດສິນ

ບົດທີ

1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21

ໃຈຄວາມສຳຄັນ

  • 1

    • ຕະກູນ​ຢູດາ​ແລະ​ຕະກູນ​ຊີເມໂອນ​ໄດ້​ໄຊ​ຊະນະ (1-​20)

    • ພວກ​ເຢບຸດ​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ (21)

    • ລູກ​ຫຼານ​ຂອງ​ໂຢເຊັບ​ຍຶດ​ເມືອງ​ເບເທນ​ໄດ້ (22-​26)

    • ພວກ​ການາອານ​ບໍ່​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ​ຈົນ​ໝົດ (27-​36)

  • 2

    • ຄຳ​ເຕືອນ​ຈາກ​ທູດສະຫວັນ​ຂອງ​ພະ​ເຢໂຫວາ (1-​5)

    • ໂຢຊວຍ​ຕາຍ (6-​10)

    • ເລືອກ​ພວກ​ຜູ້ຕັດສິນ​ໃຫ້​ຊ່ວຍ​ພວກ​ອິດສະຣາເອນ (11-​23)

  • 3

    • ພະ​ເຢໂຫວາ​ທົດສອບ​ພວກ​ອິດສະຣາເອນ (1-​6)

    • ໂອດນີເອນ​ເປັນ​ຜູ້ຕັດສິນ​ຜູ້​ທຳອິດ (7-​11)

    • ຜູ້ຕັດສິນ​ເອຮຸດ​ຂ້າ​ກະສັດ​ເອັກໂລນ​ທີ່​ຕຸ້ຍ​ຫຼາຍ (12-​30)

    • ຜູ້ຕັດສິນ​ຊຳ​ຄາ (31)

  • 4

    • ຢາ​ບິນ​ກະສັດ​ຂອງ​ພວກ​ການາອານ​ກົດ​ຂີ່​ພວກ​ອິດສະຣາເອນ (1-​3)

    • ຜູ້ພະຍາກອນ​ເດໂບຣາ​ແລະ​ຜູ້ຕັດສິນ​ບາຣາກ (4-​16)

    • ຢາເອນ​ຂ້າ​ຊີເຊຣາ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢາ​ບິນ (17-​24)

  • 5

    • ເພງ​ໄຊ​ຊະນະ​ຂອງ​ເດໂບຣາ​ກັບ​ບາຣາກ (1-​31)

      • ດາວ​ຕ່າງ​ໆ​ຕໍ່ສູ້​ຊີເຊຣາ (20)

      • ຫ້ວຍ​ກີໂຊນ​ກວາດ​ພວກ​ເຂົາ​ໄປ (21)

      • ຄົນ​ທີ່​ຮັກ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຕາເວັນ (31)

  • 6

    • ພວກ​ມີດີອານ​ກົດ​ຂີ່​ພວກ​ອິດສະຣາເອນ (1-​10)

    • ທູດສະຫວັນ​ຮັບຮອງ​ກັບ​ຜູ້ຕັດສິນ​ກີເດໂອນ​ວ່າ​ຈະ​ຊ່ວຍ​ລາວ (11-​24)

    • ກີເດໂອນ​ທຳລາຍ​ແທ່ນ​ບູຊາ​ຂອງ​ພະ​ບາອານ (25-​32)

    • ພະເຈົ້າ​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ກີເດໂອນ (33-​35)

    • ການ​ທົດສອບ​ໂດຍ​ໃຊ້​ຂົນ​ແກະ (36-​40)

  • 7

    • ກີເດໂອນ​ກັບ​ທະຫານ 300 ຄົນ (1-​8)

    • ທະຫານ​ຂອງ​ກີເດໂອນ​ເອົາ​ຊະນະ​ພວກ​ມີດີອານ (9-​25)

      • “ການ​ຕໍ່ສູ້​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ກີເດໂອນ!” (20)

      • ທະຫານ​ຢູ່​ໃນ​ຄ້າຍ​ຂອງ​ພວກ​ມີດີອານ​ວຸ່ນວາຍ (21, 22)

  • 8

    • ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາຢິມ​ມາ​ເວົ້າ​ໃຫ້​ກີເດໂອນ (1-​3)

    • ໄລ່ລ່າ​ແລະ​ຂ້າ​ກະສັດ​ຂອງ​ພວກ​ມີດີອານ (4-​21)

    • ກີເດໂອນ​ບໍ່​ຍອມ​ເປັນ​ຜູ້​ປົກຄອງ (22-​27)

    • ເລື່ອງ​ຊີວິດ​ຂອງ​ກີເດໂອນ (28-​35)

  • 9

    • ອາບີເມເລັກ​ເປັນ​ກະສັດ​ເມືອງ​ເຊເຄັມ (1-​6)

    • ຕົວຢ່າງ​ປຽບ​ທຽບ​ຂອງ​ໂຢທາມ (7-​21)

    • ການ​ປົກຄອງ​ທີ່​ໂຫດ​ຮ້າຍ​ຂອງ​ອາບີເມເລັກ (22-​33)

    • ອາບີເມເລັກ​ຂ້າ​ຄົນ​ຢູ່​ເມືອງ​ເຊເຄັມ​ຢ່າງ​ໂຫດ​ຮ້າຍ (34-​49)

    • ອາບີເມເລັກ​ຖືກ​ຜູ້​ຍິງ​ທຳ​ຮ້າຍ; ລາວ​ຕາຍ (50-​57)

  • 10

    • ຜູ້ຕັດສິນ​ໂຕ​ລາ​ແລະ​ຜູ້ຕັດສິນ​ຢາອີ (1-​5)

    • ພວກ​ອິດສະຣາເອນ​ກະບົດ​ແລະ​ກັບ​ໃຈ (6-​16)

    • ພວກ​ອຳໂມນ​ກໍ່​ກວນ​ພວກ​ອິດສະຣາເອນ (17, 18)

  • 11

    • ຜູ້ຕັດສິນ​ເຢັບທາ​ຖືກ​ໄລ່​ໜີ ແຕ່​ຕໍ່ມາ​ກໍ​ໄດ້​ເປັນ​ຜູ້​ນຳ (1-​11)

    • ເຢັບທາ​ຫາ​ເຫດຜົນ​ກັບ​ພວກ​ອຳໂມນ (12-​28)

    • ຄຳ​ສາບານ​ຂອງ​ເຢັບທາ​ແລະ​ເລື່ອງ​ລູກສາວ​ຂອງ​ລາວ (29-​40)

      • ຊີວິດ​ຂອງ​ລູກສາວ​ທີ່​ບໍ່​ໄດ້​ແຕ່ງດອງ (38-​40)

  • 12

    • ການ​ຂັດ​ແຍ່ງ​ກັບ​ຄົນ​ໃນ​ຕະກູນ​ເອຟຣາຢິມ (1-​7)

      • ທົດລອງ​ໃຫ້​ເວົ້າ​ຄຳ​ວ່າ​ຊີບ​ໂບ​ເລັດ (6)

    • ຜູ້ຕັດສິນ​ອິບຊານ ເອໂລນ ແລະ​ອັບໂດນ (8-​15)

  • 13

    • ທູດສະຫວັນ​ມາ​ຫາ​ມາໂນອາ​ກັບ​ເມຍ​ຂອງ​ລາວ (1-​23)

    • ແຊມ​ຊັນ​ເກີດ (24, 25)

  • 14

    • ຜູ້ຕັດສິນ​ແຊມ​ຊັນ​ຊອກ​ເອົາ​ຜູ້​ຍິງ​ຟີລິດສະຕີນ​ມາ​ເປັນ​ເມຍ (1-​4)

    • ພະ​ເຢໂຫວາ​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ແຊມ​ຊັນ​ເພື່ອ​ຂ້າ​ໂຕ​ສິງ (5-​9)

    • ຄຳ​ທວາຍ​ຂອງ​ແຊມ​ຊັນ​ໃນ​ມື້​ແຕ່ງດອງ (10-​19)

    • ເມຍ​ຂອງ​ແຊມ​ຊັນ​ຖືກ​ຍົກ​ໃຫ້​ຄົນ​ອື່ນ (20)

  • 15

    • ແຊມ​ຊັນ​ແກ້ແຄ້ນ​ພວກ​ຟີລິດສະຕີນ (1-​20)

  • 16

    • ແຊມ​ຊັນ​ໄປ​ເມືອງ​ຄາຊາ (1-​3)

    • ແຊມ​ຊັນ​ກັບ​ເດລີລາ (4-​22)

    • ການ​ແກ້ແຄ້ນ​ແລະ​ການ​ຕາຍ​ຂອງ​ແຊມ​ຊັນ (23-​31)

  • 17

    • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ (1-​13)

  • 18

    • ຄົນ​ໃນ​ຕະກູນ​ດານ​ຊອກ​ຫາ​ດິນ​ຢູ່​ຕື່ມ (1-​31)

      • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ​ຖືກ​ຍຶດ (14-​20)

      • ຍຶດ​ເມືອງ​ລາອິດ​ແລະ​ປ່ຽນ​ຊື່​ເປັນ​ດານ (27-​29)

      • ນະມັດສະການ​ຮູບ​ແກະ​ສະຫຼັກ​ທີ່​ຢູ່​ເມືອງ​ດານ (30, 31)

  • 19

    • ຄົນ​ໃນ​ຕະກູນ​ເບັນຢາມິນ​ຂົ່ມຂືນ​ແລະ​ທຳ​ຮ້າຍ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ເມືອງ​ກີເບອາ (1-​30)

  • 20

    • ເຮັດ​ສົງຄາມ​ກັບ​ຄົນ​ຕະກູນ​ເບັນຢາມິນ (1-​48)

  • 21

    • ພວກ​ເບັນຢາມິນ​ຍັງ​ຖືກ​ຮັກສາ​ໄວ້​ໃຫ້​ເປັນ​ຕະກູນ​ຢູ່ (1-​25)