ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງສັນລະເສີນ

ບົດທີ

ໃຈຄວາມສຳຄັນ

  • 1

    • ຄວາມ​ແຕກຕ່າງ​ຂອງ​ສອງ​ທາງ

      • ຄົນ​ທີ່​ອ່ານ​ກົດໝາຍ​ຂອງ​ພະເຈົ້າ​ກໍ​ມີ​ຄວາມສຸກ (2)

      • ຄົນ​ດີ​ເປັນ​ຄື​ກັບ​ຕົ້ນໄມ້​ທີ່​ເກີດ​ໝາກ (3)

      • ຄົນ​ຊົ່ວ​ເປັນ​ຄື​ກັບ​ຂີ້​ແກບ​ທີ່​ຖືກ​ລົມ​ພັດ​ໄປ (4)

  • 2

    • ພະເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ແຕ່ງຕັ້ງ

      • ພະເຢໂຫວາ​ຫົວຂວັນ​ຊາດ​ຕ່າງໆ (4)

      • ພະເຢໂຫວາ​ແຕ່ງຕັ້ງ​ກະສັດ​ຂອງ​ເພິ່ນ (6)

      • ໃຫ້​ພວກເຈົ້າ​ໃຫ້​ກຽດ​ລູກ​ຊາຍ​ຂອງ​ພະເຈົ້າ (12)

  • 3

    • ໝັ້ນໃຈ​ໃນ​ພະເຈົ້າ​ເຖິງ​ວ່າ​ເຈິ​ອັນຕະລາຍ

      • “ເປັນຫຍັງ​ສັດຕູ​ຂອງ​ລູກ​ຄື​ມີ​ຫຼາຍ​ຂຶ້ນໆ?” (1)

      • ‘ພະເຢໂຫວາ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ’ (8)

  • 4

    • ຄຳ​ອະທິດຖານ​ທີ່​ສະແດງ​ວ່າ​ໄວ້ໃຈ​ພະເຈົ້າ

      • “ຖ້າ​ເຈົ້າ​ໃຈຮ້າຍ​ກໍ​ຢ່າ​ເຮັດ​ຜິດ” (4)

      • “ລູກ​ຈະ​ນອນ​ຫຼັບ​ດີ” (8)

  • 5

    • ພະເຢໂຫວາ​ເປັນ​ບ່ອນ​ລີ້ໄພ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ

      • ພະເຈົ້າ​ຊັງ​ຄວາມ​ຊົ່ວ (4, 5)

      • “ຂໍ​ພະອົງ​ພາ​ລູກ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ” (8)

  • 6

    • ການ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ

      • ຄົນ​ຕາຍ​ສັນລະເສີນ​ພະເຈົ້າ​ບໍ່​ໄດ້ (5)

      • ພະເຈົ້າ​ໄດ້​ຍິນ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ (9)

  • 7

    • ພະເຢໂຫວາ​ເປັນ​ຜູ້​ຕັດສິນ​ທີ່​ຍຸຕິທຳ

      • “ພະເຢໂຫວາ​ເອີ້ຍ ຂໍ​ພະອົງ​ຕັດສິນ​ລູກ” (8)

  • 8

    • ກຽດ​ຂອງ​ພະເຈົ້າ​ກັບ​ກຽດ​ຂອງ​ມະນຸດ

      • “ຊື່​ຂອງ​ພະອົງ​ຍິ່ງໃຫຍ່​ທີ່ສຸດ” (1, 9)

      • ‘ມະນຸດ​ມີຄ່າ​ຫຍັງ?’ (4)

      • ມະນຸດ​ໄດ້​ຮັບ​ກຽດ​ແລະ​ຄວາມ​ນັບຖື (5)

  • 9

    • ເວົ້າ​ເຖິງ​ທຸກ​ສິ່ງ​ທີ່​ໜ້າ​ງຶດງໍ້​ທີ່​ພະເຈົ້າ​ເຮັດ

      • ພະເຢໂຫວາ​ເປັນ​ບ່ອນ​ລີ້​ທີ່​ປອດໄພ (9)

      • ຄົນ​ທີ່​ຮູ້ຈັກ​ຊື່​ຂອງ​ພະເຈົ້າ​ຈະ​ໄວ້​ວາງໃຈ​ເພິ່ນ (10)

  • 10

    • ພະເຢໂຫວາ​ຊ່ວຍ​ຄົນ​ທີ່​ບໍ່​ມີ​ຜູ້​ໃດ​ຊ່ວຍ

      • ຄົນ​ຊົ່ວ​ອ້າງ​ວ່າ “ບໍ່​ມີ​ພະເຈົ້າ​ດອກ” (4)

      • ຄົນ​ທີ່​ບໍ່​ມີ​ຜູ້​ໃດ​ຊ່ວຍ​ມາ​ເພິ່ງ​ພະເຢໂຫວາ (14)

      • “ພະເຢໂຫວາ​ເປັນ​ກະສັດ​ຕະຫຼອດໄປ” (16)

  • 11

    • ໝັ້ນໃຈ​ວ່າ​ພະເຢໂຫວາ​ຈະ​ປົກປ້ອງ

      • “ພະເຢໂຫວາ​ຢູ່​ໃນ​ວິຫານ​ທີ່​ບໍລິສຸດ​ຂອງ​ເພິ່ນ” (4)

      • ພະເຈົ້າ​ຊັງ​ຄົນ​ທີ່​ມັກ​ຄວາມ​ຮຸນແຮງ (5)

  • 12

    • ພະເຢໂຫວາ​ຈັດການ​ຄົນ​ຊົ່ວ

      • ຄຳເວົ້າ​ຂອງ​ພະເຢໂຫວາ​ບໍລິສຸດ (6)

  • 13

    • ລໍ​ຖ້າ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຢໂຫວາ

      • ‘ພະເຢໂຫວາ​ເອີ້ຍ ອີກ​ດົນ​ປານ​ໃດ?’ (1, 2)

      • ພະເຢໂຫວາ​ດີ​ຕໍ່​ຂ້ອຍ​ຫຼາຍ (6)

  • 14

    • ຄຳ​ອະທິບາຍ​ກ່ຽວກັບ​ຄົນ​ໂງ່

      • “ພະເຢໂຫວາ​ບໍ່​ມີ​ແທ້​ດອກ” (1)

      • “ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ” (3)

  • 15

    • ໃຜ​ຈະ​ໄດ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະເຢໂຫວາ?

      • ຄົນ​ທີ່​ເວົ້າ​ຄວາມຈິງ​ຈາກ​ໃຈ (2)

      • ຄົນ​ທີ່​ບໍ່​ເວົ້າ​ໃສ່​ຮ້າຍ​ຄົນອື່ນ (3)

      • ຄົນ​ທີ່​ບໍ່​ເຮັດ​ຜິດ​ຄຳ​ສັນຍາ​ເຖິງ​ວ່າ​ຈະ​ເສຍ​ຜົນ​ປະໂຫຍດ (4)

  • 16

    • ສິ່ງ​ດີໆ​ທັງໝົດ​ໃນ​ຊີວິດ​ແມ່ນ​ມາ​ຈາກ​ພະເຢໂຫວາ

      • “ພະເຢໂຫວາ​ເປັນ​ຜູ້​ຈັດ​ກຽມ​ທຸກ​ສິ່ງ​ທີ່​ລູກ​ໄດ້​ຮັບ” (5)

      • ‘ຕອນ​ກາງຄືນ​ຄວາມ​ຮູ້ສຶກ​ຂອງ​ລູກ​ໄດ້​ບອກ​ລູກ​ວ່າ​ຄວນ​ເຮັດ​ແນວໃດ’ (7)

      • ‘ພະເຢໂຫວາ​ຢູ່​ເບື້ອງ​ຂວາ​ມື​ຂອງ​ລູກ’ (8)

      • “ພະອົງ​ຈະ​ບໍ່​ປະ​ລູກ​ໄວ້​ໃນ​ບ່ອນ​ຝັງ​ສົບ” (10)

  • 17

    • ຄຳ​ອະທິດຖານ​ຂໍ​ການ​ປົກປ້ອງ

      • “ພະອົງ​ໄດ້​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ” (3)

      • “ຢູ່​ກ້ອງ​ປີກ​ຂອງ​ພະອົງ” (8)

  • 18

    • ສັນລະເສີນ​ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ

      • “ພະເຢໂຫວາ​ເປັນ​ຫີນ​ຜາ” (2)

      • ພະເຢໂຫວາ​ສັດຊື່​ຕໍ່​ຜູ້​ທີ່​ສັດຊື່ (25)

      • ທຸກ​ຢ່າງ​ທີ່​ພະເຈົ້າ​ເຮັດ​ແມ່ນ​ດີ​ທີ່ສຸດ (30)

      • “ຄວາມ​ຖ່ອມ​ຂອງ​ພະອົງ​ເຮັດ​ໃຫ້​ລູກ​ຍິ່ງໃຫຍ່” (35)

  • 19

    • ສິ່ງ​ທີ່​ພະເຈົ້າ​ສ້າງ​ແລະ​ກົດໝາຍ​ຂອງ​ເພິ່ນ​ເປັນ​ພະຍານ

      • “ສິ່ງ​ຕ່າງໆ​ທີ່​ຢູ່​ເທິງ​ຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ” (1)

      • ກົດໝາຍ​ຂອງ​ພະເຈົ້າ​ເຮັດ​ໃຫ້​ມີ​ແຮງ​ອີກ​ເທື່ອ​ໜຶ່ງ (7)

      • “ຄວາມ​ຜິດ​ທີ່​ລູກ​ເຮັດ​ໂດຍ​ບໍ່​ຮູ້​ໂຕ” (12)

  • 20

    • ພະເຈົ້າ​ຊ່ວຍ​ກະສັດ​ຜູ້​ທີ່​ເພິ່ນ​ເລືອກ​ໃຫ້​ລອດ

      • ບາງຄົນ​ໄວ້ໃຈ​ລົດ​ຮົບ​ກັບ​ມ້າ “ແຕ່​ພວກເຮົາ​ໄວ້ໃຈ​ໃນ​ຊື່​ຂອງ​ພະເຢໂຫວາ” (7)

  • 21

    • ກະສັດ​ທີ່​ໄວ້ໃຈ​ພະເຢໂຫວາ​ຈະ​ໄດ້​ຮັບ​ການ​ອວຍພອນ

      • ຂໍ​ໃຫ້​ກະສັດ​ມີ​ຊີວິດ​ທີ່​ຍືນ​ຍາວ (4)

      • ສັດຕູ​ຂອງ​ພະເຈົ້າ​ຈະ​ຖືກ​ກຳຈັດ (8-12)

  • 22

    • ຈາກ​ທີ່​ເຄີຍ​ໝົດ​ຫວັງ​ປ່ຽນ​ມາ​ສັນລະເສີນ​ພະເຈົ້າ

      • “ພະເຈົ້າ​ຂອງ​ລູກ ເປັນຫຍັງ​ຈຶ່ງ​ຖິ້ມ​ລູກ​ໄປ?” (1)

      • ‘ເຂົາເຈົ້າ​ເອົາ​ເສື້ອ​ຜ້າ​ຂອງ​ລູກ​ມາ​ຈົກ​ສະຫຼາກ’ (18)

      • ສັນລະເສີນ​ພະເຈົ້າ​ໃນ​ບ່ອນ​ປະຊຸມ (22, 25)

      • ຄົນ​ທົ່ວ​ໂລກ​ຈະ​ນະມັດສະການ​ພະເຈົ້າ (27)

  • 23

    • “ພະເຢໂຫວາ​ເບິ່ງແຍງ​ຂ້ອຍ​ຄື​ກັບ​ຜູ້​ລ້ຽງ​ແກະ”

      • “ຂ້ອຍ​ຈະ​ບໍ່​ຂາດ​ເຂີນ​ຫຍັງ” (1)

      • “ເພິ່ນ​ເຮັດ​ໃຫ້​ຂ້ອຍ​ສົດ​ຊື່ນ​ຂຶ້ນ” (3)

      • “ພະອົງ​ເຮັດ​ໃຫ້​ຈອກ​ຂອງ​ລູກ​ເຕັມ​ຢູ່​ຕະຫຼອດ” (5)

  • 24

    • ກະສັດ​ທີ່​ມີ​ກຽດ​ຈະ​ເຂົ້າ​ໄປ​ທາງ​ປະຕູ

      • ‘ໂລກ​ເປັນ​ຂອງ​ພະເຢໂຫວາ’ (1)

  • 25

    • ຄຳ​ອະທິດຖານ​ຂໍ​ການ​ຊີ້ນຳ​ແລະ​ການ​ຍົກ​ໂທດ

      • “ຂໍ​ສອນ​ລູກ​ໃຫ້​ຮູ້​ວ່າ​ພະອົງ​ຢາກ​ໃຫ້​ລູກ​ໃຊ້​ຊີວິດ​ແນວໃດ” (4)

      • ‘ເປັນ​ໝູ່​ສະໜິດ​ຂອງ​ພະເຢໂຫວາ’ (14)

      • “ຂໍ​ພະອົງ​ຍົກ​ໂທດ​ຄວາມ​ຜິດ​ທັງໝົດ​ຂອງ​ລູກ” (18)

  • 26

    • ໃຊ້​ຊີວິດ​ຢ່າງ​ສັດຊື່

      • “ພະເຢໂຫວາ​ເອີ້ຍ ຂໍ​ພະອົງ​ກວດ​ເບິ່ງ​ລູກ” (2)

      • ບໍ່​ຄົບຫາ​ກັບ​ຄົນ​ຊົ່ວ (4, 5)

      • ‘ລູກ​ຈະ​ຍ່າງ​ອ້ອມ​ແທ່ນບູຊາ​ຂອງ​ພະເຈົ້າ’ (6)

  • 27

    • ພະເຢໂຫວາ​ເປັນ​ປ້ອມ​ທີ່​ປົກປ້ອງ​ຊີວິດ​ຂອງ​ຂ້ອຍ

      • ເຫັນ​ຄຸນຄ່າ​ວິຫານ​ຂອງ​ພະເຈົ້າ (4)

      • ພະເຢໂຫວາ​ເບິ່ງ​ແຍງ​ລູກ​ເຖິງ​ວ່າ​ພໍ່​ແມ່​ຈະ​ປະຖິ້ມ (10)

      • “ລໍ​ຖ້າ​ພະເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ” (14)

  • 28

    • ພະເຈົ້າ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ຜູ້​ແຕ່ງ​ເພງສັນລະເສີນ

      • “ພະເຢໂຫວາ​ເປັນ​ກຳລັງ​ແລະ​ເປັນ​ໂລ້​ຂອງ​ຂ້ອຍ” (7)

  • 29

    • ສຽງ​ຂອງ​ພະເຢໂຫວາ​ມີ​ພະລັງ​ຫຼາຍ

      • ນຸ່ງ​ເຄື່ອງ​ບໍລິສຸດ​ແລະ​ນະມັດສະການ​ພະເຈົ້າ (2)

      • “ສຽງ​ຂອງ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ດັງ​ຄື​ກັບ​ສຽງ​ຟ້າ​ຮ້ອງ” (3)

      • ພະເຢໂຫວາ​ຈະ​ໃຫ້​ຄົນ​ຂອງ​ເພິ່ນ​ມີ​ເຫື່ອ​ມີ​ແຮງ (11)

  • 30

    • ຈາກ​ຮ້ອງໄຫ້​ປ່ຽນ​ມາ​ຮ້ອງ​ດີໃຈ

      • ພະເຈົ້າ​ເມດຕາ​ຄົນ​ເຮົາ​ຕະຫຼອດ​ຊີວິດ (5)

  • 31

    • ໄວ້ໃຈ​ວ່າ​ພະເຢໂຫວາ​ຈະ​ປົກປ້ອງ

      • “ລູກ​ຝາ​ກ​ຊີວິດ​ຂອງ​ລູກ​ໄວ້​ໃນ​ມື​ຂອງ​ພະອົງ” (5)

      • “ພະເຢໂຫວາ ພະເຈົ້າ​ທີ່​ເວົ້າ​ແຕ່​ຄວາມຈິງ” (5)

      • ພະເຈົ້າ​ດີ​ຫຼາຍ​ແທ້ໆ (19)

  • 32

    • ຄົນ​ທີ່​ໄດ້​ຮັບ​ການ​ຍົກ​ໂທດ​ກໍ​ມີ​ຄວາມສຸກ

      • ‘ລູກ​ສາລະພາບ​ຄວາມ​ຜິດ​ຂອງ​ລູກ​ໃຫ້​ພະອົງ​ຟັງ’ (5)

      • ພະເຈົ້າ​ໃຫ້​ເຈົ້າ​ມີ​ຄວາມ​ເຂົ້າໃຈ (8)

  • 33

    • ສັນລະເສີນ​ພະເຈົ້າ​ຜູ້​ສ້າງ

      • “ຮ້ອງ​ເພງ​ໃໝ່​ໃຫ້​ເພິ່ນ” (3)

      • ສິ່ງ​ຕ່າງໆ​ຖືກ​ສ້າງ​ຂຶ້ນ​ຕາມ​ຄຳສັ່ງ​ແລະ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພະເຢໂຫວາ (6)

      • ຊາດ​ທີ່​ມີ​ພະເຢໂຫວາ​ເປັນ​ພະເຈົ້າ​ກໍ​ມີ​ຄວາມສຸກ (12)

      • ພະເຢໂຫວາ​ເຝົ້າ​ເບິ່ງ (18)

  • 34

    • ພະເຢໂຫວາ​ຊ່ວຍ​ຊີວິດ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ລອດ

      • “ໃຫ້​ພວກເຮົາ​ພາກັນ​ຍົກຍ້ອງ​ຊື່​ຂອງ​ເພິ່ນ” (3)

      • ທູດສະຫວັນ​ຂອງ​ພະເຢໂຫວາ​ປົກປ້ອງ (7)

      • “ລອງ​ຊີມ​ເບິ່ງ ແລ້ວ​ຈະ​ເຫັນ​ວ່າ​ພະເຢໂຫວາ​ດີ​ສ່ຳ​ໃດ” (8)

      • ‘ບໍ່​ມີ​ກະດູກ​ທ່ອນ​ໃດ​ຂອງ​ລາວ​ຫັກ​ເລີຍ’ (20)

  • 35

    • ອະທິດຖານ​ຂໍ​ຊ່ວຍ​ໃຫ້​ລອດ​ຈາກ​ສັດຕູ

      • ພວກ​ສັດຕູ​ຈະ​ຖືກ​ໄລ່​ໜີ (5)

      • ສັນລະເສີນ​ພະເຈົ້າ​ຢູ່​ບ່ອນ​ທີ່​ມີ​ຄົນ​ຫຼາຍໆ (18)

      • ຖືກ​ຊັງ​ແບບ​ບໍ່​ມີ​ເຫດຜົນ (19)

  • 36

    • ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຈົ້າ​ມີຄ່າ​ຫຼາຍ

      • ຄົນ​ຊົ່ວ​ບໍ່​ຢ້ານ​ພະເຈົ້າ (1)

      • ພະເຈົ້າ​ເປັນ​ຜູ້​ໃຫ້​ຊີວິດ (9)

      • “ພວກເຮົາ​ເຫັນ​ແສງ​ສະຫວ່າງ​ໄດ້​ຍ້ອນ​ແສງ​ຈາກ​ພະອົງ” (9)

  • 37

    • ຄົນ​ທີ່​ວາງໃຈ​ພະເຢໂຫວາ​ຈະ​ຈະເລີນ​ກ້າວໜ້າ

      • ຢ່າ​ໃຈຮ້າຍ​ຍ້ອນ​ຄົນ​ເຮັດ​ຊົ່ວ (1)

      • “ມີ​ຄວາມ​ຍິນດີ​ຍ້ອນ​ພະເຢໂຫວາ” (4)

      • “ໃຫ້​ພະເຢໂຫວາ​ຊີ້​ທາງ​ໃຫ້​ເຈົ້າ” (5)

      • “ຄົນ​ທີ່​ຖ່ອມ​ໂຕ​ຈະ​ໄດ້​ຮັບ​ແຜ່ນດິນ​ເປັນ​ມໍລະດົກ” (11)

      • ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ມີ​ຢູ່​ມີ​ກິນ (25)

      • ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ໄດ້​ຢູ່​ໃນ​ໂລກ​ຕະຫຼອດໄປ (29)

  • 38

    • ຄຳ​ອະທິດຖານ​ຂອງ​ຄົນ​ກັບໃຈ​ທີ່​ມີ​ຄວາມ​ທຸກ

      • “ທຸກໃຈ​ແລະ​ເສົ້າໃຈ​ຫຼາຍ” (6)

      • ພະເຢໂຫວາ​ຟັງ​ຄົນ​ທີ່​ລໍ​ຖ້າ​ພະອົງ (15)

      • ‘ລູກ​ອຸກໃຈ​ຫຼາຍ​ຍ້ອນ​ຄວາມ​ຜິດ​ທີ່​ລູກ​ເຮັດ’ (18)

  • 39

    • ຊີວິດ​ສັ້ນ​ອີ່ຫຼີ

      • ມະນຸດ​ເປັນ​ຄື​ກັບ​ລົມ​ຫາຍໃຈ​ບາດ​ດຽວ (5, 11)

      • “ຂໍ​ພະອົງ​ຢ່າ​ປິ່ນ​ໜ້າ​ໜີ​ເມື່ອ​ລູກ​ຮ້ອງໄຫ້” (12)

  • 40

    • ຂອບໃຈ​ພະເຈົ້າ​ຜູ້​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້

      • ຖ້າ​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ພະອົງ​ເຮັດ​ກໍ​ເວົ້າ​ໄດ້​ບໍ່​ໝົດ (5)

      • ພະເຈົ້າ​ບໍ່​ໄດ້​ຄິດ​ວ່າ​ເຄື່ອງ​ບູຊາ​ສຳຄັນ​ທີ່ສຸດ (6)

      • “ລູກ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ” (8)

  • 41

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ເຈັບ​ປ່ວຍ

      • ພະເຈົ້າ​ຈະ​ເບິ່ງແຍງ​ຄົນ​ບໍ່​ສະບາຍ (3)

      • ຖືກ​ໝູ່​ສະໜິດ​ທໍລະຍົດ (9)

  • 42

    • ສັນລະເສີນ​ພະເຈົ້າ​ຜູ້​ດຽວ​ທີ່​ຊ່ວຍ​ໃຫ້​ລອດ​ໄດ້

      • ຊອກຫາ​ພະເຈົ້າ​ຄື​ກັບ​ໂຕ​ກວາງ​ທີ່​ຫິວ​ນ້ຳ​ຊອກຫາ​ນ້ຳ (1, 2)

      • “ເປັນຫຍັງ​ຂ້ອຍ​ຄື​ທໍ້ໃຈ​ແທ້?” (5, 11)

      • “ລໍ​ຖ້າ​ພະເຈົ້າ” (5, 11)

  • 43

    • ພະເຈົ້າ​ເປັນ​ຜູ້​ຕັດສິນ​ທີ່​ຈະ​ຊ່ວຍ​ໃຫ້​ລອດ

      • “ຂໍ​ພະອົງ​ສົ່ງ​ແສງ​ສະຫວ່າງ​ແລະ​ຄຳ​ທີ່​ເປັນ​ຄວາມຈິງ​ອອກ​ມາ” (3)

      • “ເປັນຫຍັງ​ຂ້ອຍ​ຄື​ທໍ້ໃຈ​ແທ້?” (5)

      • “ລໍ​ຖ້າ​ພະເຈົ້າ” (5)

  • 44

    • ຄຳ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ

      • “ພະອົງ​ນີ້​ແຫຼະ​ເປັນ​ຜູ້​ຊ່ວຍ​ພວກເຮົາ​ໃຫ້​ລອດ” (7)

      • “ຄື​ກັບ​ແກະ​ທີ່​ຈະ​ຖືກ​ເອົາ​ໄປ​ຂ້າ” (22)

      • “ຂໍ​ພະອົງ​ລຸກ​ຂຶ້ນ​ມາ​ຊ່ວຍ​ພວກເຮົາ​ແດ່” (26)

  • 45

    • ການ​ແຕ່ງດອງ​ຂອງ​ກະສັດ​ທີ່​ພະເຈົ້າ​ແຕ່ງຕັ້ງ

      • ເຈົ້າ​ເປັນ​ຄົນ​ທີ່​ເວົ້າ​ມ່ວນ​ຫຼາຍ (2)

      • “ພະເຈົ້າ​ເປັນ​ບັນລັງ​ຂອງ​ເຈົ້າ​ຕະຫຼອດໄປ” (6)

      • ຄວາມ​ງາມ​ຂອງ​ເຈົ້າ​ສາວ​ຖືກ​ໃຈ​ກະສັດ​ຫຼາຍ (11)

      • ພວກ​ລູກ​ຊາຍ​ຂອງ​ເຈົ້າ​ຈະ​ເປັນ​ເຈົ້າ​ນາຍ​ຢູ່​ທົ່ວ​ໂລກ (16)

  • 46

    • ‘ພະເຈົ້າ​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກເຮົາ’

      • ພະເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ງຶດ (8)

      • ພະເຈົ້າ​ເຮັດ​ໃຫ້​ໂລກ​ນີ້​ບໍ່​ມີ​ສົງຄາມ (9)

  • 47

    • ພະເຈົ້າ​ເປັນ​ກະສັດ​ປົກຄອງ​ທົ່ວ​ໂລກ

      • ‘ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ເປັນ​ຕາ​ງຶດ​ຫຼາຍ’ (2)

      • ຮ້ອງ​ເພງສັນລະເສີນ​ພະເຈົ້າ (6, 7)

  • 48

    • ຊີໂອນ​ເປັນ​ເມືອງ​ຂອງ​ກະສັດ​ທີ່​ຍິ່ງໃຫຍ່

      • ຄົນ​ທົ່ວ​ໂລກ​ມັກ​ເມືອງ​ນີ້ (2)

      • ກວດ​ເບິ່ງ​ເມືອງ​ແລະ​ປ້ອມ​ສູງ​ຕ່າງໆ (11-13)

  • 49

    • ການ​ໄວ້ໃຈ​ຊັບ​ສົມບັດ​ເປັນ​ເລື່ອງ​ໂງ່

      • ບໍ່​ມີ​ໃຜ​ສາມາດ​ໄຖ່​ຊີວິດ​ຄົນອື່ນ​ໄດ້ (7, 8)

      • ພະເຈົ້າ​ຈະ​ໄຖ່​ຈາກ​ຂຸມ​ຝັງ​ສົບ (15)

      • ຄວາມ​ລວຍ​ບໍ່​ສາມາດ​ຊ່ວຍ​ໃຫ້​ລອດ​ຕາຍ (16, 17)

  • 50

    • ພະເຈົ້າ​ຕັດສິນ​ຄົນ​ສັດຊື່​ກັບ​ຄົນ​ຊົ່ວ

      • ເອົາ​ເຄື່ອງ​ບູຊາ​ມາ​ເຮັດ​ສັນຍາ​ກັບ​ພະເຈົ້າ (5)

      • “ພະເຈົ້າ​ເປັນ​ຜູ້​ຕັດສິນ” (6)

      • ສັດ​ທຸກ​ໂຕ​ເປັນ​ຂອງ​ພະເຈົ້າ (10, 11)

      • ພະເຈົ້າ​ເປີດໂປງ​ຄົນ​ຊົ່ວ (16-21)

  • 51

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ກັບໃຈ

      • ເປັນ​ຄົນ​ບາບ​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ (5)

      • ‘ຂໍ​ເຮັດ​ໃຫ້​ລູກ​ສະອາດ​ຈາກ​ບາບ’ (7)

      • “ຂໍ​ພະອົງ​ເຮັດ​ໃຫ້​ລູກ​ມີ​ຫົວໃຈ​ທີ່​ສະອາດ” (10)

      • ພະເຈົ້າ​ພໍໃຈ​ຄົນ​ຖ່ອມ​ທີ່​ເຈັບ​ປວດ​ໃຈ (17)

  • 52

    • ໝັ້ນໃຈ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຈົ້າ

      • ເຕືອນ​ຄົນ​ທີ່​ອວດ​ຄວາມ​ຊົ່ວ (1-5)

      • ຄົນ​ທີ່​ບໍ່​ນັບຖື​ພະເຈົ້າ​ໄວ້ໃຈ​ຄວາມ​ລວຍ (7)

  • 53

    • ຄຳ​ອະທິບາຍ​ກ່ຽວກັບ​ຄົນ​ໂງ່

      • “ພະເຢໂຫວາ​ບໍ່​ມີ​ແທ້​ດອກ” (1)

      • “ບໍ່​ມີ​ໃຜ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເລີຍ” (3)

  • 54

    • ຄຳ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຕອນ​ທີ່​ຢູ່​ໃກ້​ສັດຕູ

      • “ພະເຈົ້າ​ເປັນ​ຜູ້​ຊ່ວຍ​ຂອງ​ລູກ” (4)

  • 55

    • ຄຳ​ອະທິດຖານ​ຕອນ​ທີ່​ຖືກ​ໝູ່​ທໍລະຍົດ

      • ຖືກ​ໝູ່​ສະໜິດ​ເຍາະເຍີ້ຍ (12-14)

      • “ໃຫ້​ເອົາ​ຄວາມ​ກັງວົນ​ຂອງ​ເຈົ້າ​ຝາ​ກ​ໄວ້​ກັບ​ພະເຢໂຫວາ” (22)

  • 56

    • ຄຳ​ອະທິດຖານ​ຕອນ​ທີ່​ຖືກ​ຂົ່ມເຫງ

      • “ພະເຈົ້າ ລູກ​ໄວ້ໃຈ​ພະອົງ” (4)

      • ‘ນ້ຳ​ຕາ​ຂອງ​ລູກ​ຢູ່​ໃນ​ຖົງ​ໜັງ​ຂອງ​ພະອົງ’ (8)

      • “ມະນຸດ​ຈະ​ເຮັດ​ຫຍັງ​ໃຫ້​ລູກ​ໄດ້” (4, 11)

  • 57

    • ຂໍ​ຄວາມ​ເມດຕາ​ຈາກ​ພະເຈົ້າ

      • ລີ້ໄພ​ຢູ່​ກ້ອງ​ປີກ​ຂອງ​ພະເຈົ້າ (1)

      • ພວກ​ສັດຕູ​ຖືກ​ກັບດັກ​ຂອງ​ໂຕເອງ (6)

  • 58

    • ມີ​ພະເຈົ້າ​ທີ່​ຕັດສິນ​ໂລກ

      • ອະທິດຖານ​ຂໍ​ໃຫ້​ລົງໂທດ​ຄົນ​ຊົ່ວ (6-8)

  • 59

    • ພະເຈົ້າ​ເປັນ​ໂລ້​ແລະ​ເປັນ​ບ່ອນ​ລີ້ໄພ

      • “ຂໍ​ພະອົງ​ຢ່າ​ເມດຕາ​ພວກ​ຄົນ​ທໍລະຍົດ” (5)

      • “ລູກ​ຈະ​ຮ້ອງ​ເພງ​ກ່ຽວກັບ​ລິດເດດ​ຂອງ​ພະອົງ” (16)

  • 60

    • ພະເຈົ້າ​ຈັດການ​ສັດຕູ

      • ມະນຸດ​ຊ່ວຍ​ຫຍັງ​ບໍ່​ໄດ້​ແລະ​ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ລໍ​ຖ້າ​ເຂົາເຈົ້າ (11)

      • “ພະເຈົ້າ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ມີ​ກຳລັງ” (12)

  • 61

    • ພະເຈົ້າ​ເປັນ​ປ້ອມ​ສູງ​ທີ່​ແຂງແຮງ​ທີ່​ປົກປ້ອງ​ຈາກ​ພວກ​ສັດຕູ

      • “ລູກ​ຈະ​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ພະອົງ” (4)

  • 62

    • ຄວາມ​ລອດ​ແທ້​ມາ​ຈາກ​ພະເຈົ້າ

      • “ຂ້ອຍ​ລໍ​ຖ້າ​ພະເຈົ້າ​ດ້ວຍ​ຄວາມ​ອົດທົນ” (1, 5)

      • ‘ລະບາຍ​ຄວາມ​ຮູ້ສຶກ​ຂອງ​ພວກເຈົ້າ​ກັບ​ພະເຈົ້າ’ (8)

      • ມະນຸດ​ເປັນ​ຄື​ກັບ​ລົມ​ຫາຍໃຈ​ບາດ​ດຽວ (9)

      • ຢ່າ​ໄວ້ໃຈ​ໃນ​ຊັບ​ສົມບັດ (10)

  • 63

    • ລໍ​ຖ້າ​ພະເຈົ້າ

      • “ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະອົງ​ກໍ​ດີ​ກວ່າ​ຊີວິດ” (3)

      • “ລູກ​ອີ່ມໃຈ​ພໍໃຈ​ຍ້ອນ​ພະອົງ​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ” (5)

      • ຄິດຕຶກຕອງ​ເລື່ອງ​ຂອງ​ພະເຈົ້າ​ໃນ​ຕອນ​ກາງຄືນ (6)

      • “ລູກ​ຢູ່​ໃກ້​ພະອົງ​ຕະຫຼອດ” (8)

  • 64

    • ປົກປ້ອງ​ຈາກ​ສັດຕູ​ທີ່​ຊຸ້ມ​ໂຈມຕີ

      • “ພະເຈົ້າ​ຈະ​ຍິງ​ທະນູ​ໃສ່​ເຂົາເຈົ້າ” (7)

  • 65

    • ພະເຈົ້າ​ເບິ່ງແຍງ​ໂລກ

      • “ຜູ້​ຟັງ​ຄຳ​ອະທິດຖານ” (2)

      • “ຄົນ​ທີ່​ມີ​ຄວາມສຸກ​ແມ່ນ​ຄົນ​ທີ່​ພະອົງ​ເລືອກ” (4)

      • ພະເຈົ້າ​ໃຫ້​ສິ່ງ​ດີໆ​ຫຼາຍ​ຢ່າງ (11)

  • 66

    • ຜົນ​ງານ​ທີ່​ເປັນ​ຕາ​ງຶດ​ຂອງ​ພະເຈົ້າ

      • “ມາ​ເບິ່ງ​ສິ່ງ​ທີ່​ພະອົງ​ເຮັດ​ແມ້” (5)

      • “ລູກ​ຈະ​ເຮັດ​ຕາມ​ທີ່​ສາບານ​ໄວ້​ກັບ​ພະອົງ” (13)

      • ພະເຈົ້າ​ຟັງ​ຄຳ​ອະທິດຖານ (18-20)

  • 67

    • ຄົນ​ທົ່ວ​ໂລກ​ຈະ​ໃຫ້​ກຽດ​ພະເຈົ້າ

      • ຄົນ​ທົ່ວ​ໂລກ​ຈະ​ໄດ້​ຮູ້​ກ່ຽວກັບ​ສິ່ງ​ທີ່​ພະອົງ​ເຮັດ (2)

      • ‘ຂໍ​ໃຫ້​ຊາດ​ຕ່າງໆ​ສັນລະເສີນ​ພະເຈົ້າ’ (3, 5)

      • ‘ພະເຈົ້າ​ຈະ​ອວຍພອນ​ພວກເຮົາ’ (6, 7)

  • 68

    • ‘ຂໍ​ໃຫ້​ສັດຕູ​ຂອງ​ພະເຈົ້າ​ກະຈັດກະຈາຍ​ໄປ’

      • “ພະເຈົ້າ​ເປັນ​ພໍ່​ໃຫ້​ຜູ້​ທີ່​ບໍ່​ມີ​ພໍ່” (5)

      • ພະເຈົ້າ​ໃຫ້​ຄົນ​ທີ່​ບໍ່​ມີ​ໃຜ​ຊ່ວຍເຫຼືອ​ມີ​ເຮືອນ​ຢູ່ (6)

      • ພວກ​ຜູ້ຍິງ​ທີ່​ປະກາດ​ຂ່າວ​ດີ (11)

      • ຂອງຂວັນ​ທີ່​ເປັນ​ມະນຸດ (18)

      • ‘ພະເຢໂຫວາ​ແບກ​ພາລະ​ຂອງ​ພວກເຮົາ​ທຸກ​ມື້’ (19)

  • 69

    • ຄຳ​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ

      • “ລູກ​ຮັກ​ວິຫານ​ຂອງ​ພະອົງ​ຫຼາຍ​ຈົນ​ຮູ້ສຶກ​ຄື​ກັບ​ວ່າ​ມີ​ໄຟ​ລຸກ​ແຮງ​ຢູ່​ໃນ​ໂຕ​ຂອງ​ລູກ” (9)

      • “ຂໍ​ພະອົງ​ຕອບ​ລູກ​ໄວໆແດ່” (17)

      • ‘ເຂົາເຈົ້າ​ເອົາ​ເຫຼົ້າແວງ​ສົ້ມ​ໃຫ້​ລູກ​ກິນ’ (21)

  • 70

    • ຂໍ​ພະອົງ​ມາ​ຊ່ວຍ​ລູກ​ໄວໆແດ່

      • ‘ຂໍ​ມາ​ຊ່ວຍ​ລູກ​ໄວໆ’ (5)

  • 71

    • ຄວາມ​ໝັ້ນໃຈ​ຂອງ​ຜູ້​ທີ່​ເຖົ້າ​ແລ້ວ

      • ໄວ້ໃຈ​ພະເຈົ້າ​ຕັ້ງແຕ່​ຍັງ​ນ້ອຍ (5)

      • “ຕອນ​ທີ່​ລູກ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ” (9)

      • ‘ພະເຈົ້າ​ສອນ​ລູກ​ຕັ້ງແຕ່​ລູກ​ຍັງ​ນ້ອຍໆ’ (17)

  • 72

    • ກະສັດ​ຂອງ​ພະເຈົ້າ​ປົກຄອງ​ຢ່າງ​ສະຫງົບສຸກ

      • “ຄົນ​ດີ​ຈະ​ຈະເລີນ​ຮຸ່ງ​ເຮືອງ” (7)

      • ປົກຄອງ​ຈາກ​ທະເລ​ຟາກ​ນີ້​ໄປ​ຈົນ​ຮອດ​ທະເລ​ຟາກ​ນັ້ນ (8)

      • ຊ່ວຍ​ໃຫ້​ລອດ​ຈາກ​ຄົນ​ຮຸນແຮງ (14)

      • ແຜ່ນດິນ​ໂລກ​ມີ​ເຂົ້າ​ອຸດົມ​ສົມບູນ (16)

      • ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດໄປ (19)

  • 73

    • ຜູ້​ຮັບໃຊ້​ພະເຈົ້າ​ກັບ​ມາ​ຄິດ​ຕາມ​ທີ່​ເພິ່ນ​ພໍໃຈ

      • “ລູກ​ເກືອບ​ຈະ​ເຈີດ​ອອກ​ຈາກ​ທາງ​ໄປ​ແລ້ວ” (2)

      • “ລູກ​ອຸກໃຈ​ໝົດ​ມື້” (14)

      • “ເມື່ອ​ລູກ​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ຂອງ​ພະເຈົ້າ” (17)

      • ຄົນ​ຊົ່ວ​ຢືນ​ຢູ່​ບ່ອນ​ມື່ນ (18)

      • ການ​ທີ່​ໄດ້​ຢູ່​ໃກ້​ພະເຈົ້າ​ເປັນ​ປະໂຫຍດ​ຫຼາຍ (28)

  • 74

    • ຄຳ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຄິດເຖິງ​ປະຊາຊົນ​ຂອງ​ພະອົງ

      • ເລົ່າ​ເລື່ອງ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຈົ້າ (12-17)

      • “ຂໍ​ພະອົງ​ຈື່​ຄຳ​ເຍາະເຍີ້ຍ​ຂອງ​ພວກ​ສັດຕູ” (18)

  • 75

    • ພະເຈົ້າ​ຕັດສິນ​ຢ່າງ​ຍຸຕິທຳ

      • ຄົນ​ຊົ່ວ​ຈະ​ກິນ​ຈາກ​ຈອກ​ຂອງ​ພະເຈົ້າ (8)

  • 76

    • ພະເຈົ້າ​ຊະນະ​ສັດຕູ​ຂອງ​ຊີໂອນ

      • ພະເຈົ້າ​ຊ່ວຍ​ຄົນ​ຖ່ອມ (9)

      • ເຮັດ​ໃຫ້​ພວກ​ສັດຕູ​ທີ່​ຍິ່ງ​ຈອງຫອງ​ຖ່ອມ​ໂຕ​ລົງ (12)

  • 77

    • ຄຳ​ອະທິດຖານ​ຕອນ​ທີ່​ມີ​ຄວາມທຸກ

      • ຄິດຕຶກຕອງ​ກ່ຽວກັບ​ຜົນ​ງານ​ທັງໝົດ​ຂອງ​ພະເຈົ້າ (11, 12)

      • ‘ພະເຈົ້າ​ເອີ້ຍ ຜູ້​ໃດ​ຍິ່ງໃຫຍ່​ສ່ຳ​ກັບ​ພະອົງ’ (13)

  • 78

    • ຄວາມ​ຮັກ​ຂອງ​ພະເຈົ້າ​ແລະ​ພວກ​ອິດສະຣາເອນ​ທີ່​ຂາດ​ຄວາມເຊື່ອ

      • ເລົ່າ​ໃຫ້​ຄົນ​ລຸ້ນ​ຕໍ່ໆໄປ​ຟັງ (2-8)

      • “ເຂົາເຈົ້າ​ບໍ່​ເຊື່ອ​ພະເຈົ້າ” (22)

      • “ອາຫານ​ຈາກ​ສະຫວັນ” (24)

      • ‘ເຂົາເຈົ້າ​ເຮັດ​ໃຫ້​ອົງ​ບໍລິສຸດ​ຂອງ​ອິດສະຣາເອນ​ເຈັບ​ປວດ​ໃຈ’ (41)

      • ຈາກ​ເອຢິບ​ຈົນ​ຮອດ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ (43-55)

      • “ເຂົາເຈົ້າ​ກໍ​ຍັງ​ທ້າທາຍ​ພະເຈົ້າ” (56)

  • 79

    • ຄຳ​ອະທິດຖານ​ຕອນ​ທີ່​ຊາດ​ຕ່າງໆ​ບຸກ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ

      • ‘ພວກເຮົາ​ຖືກ​ຕຳໜິ’ (4)

      • ‘ຂໍ​ພະອົງ​ຊ່ວຍ​ພວກເຮົາ​ແດ່​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ’ (9)

      • “ຂໍ​ພະອົງ​ແກ້ແຄ້ນ​ເພື່ອນ​ບ້ານ​ຂອງ​ພວກເຮົາ 7 ເທົ່າ” (12)

  • 80

    • ຂໍ​ໃຫ້​ຜູ້​ລ້ຽງ​ແກະ​ທີ່​ຍິ່ງໃຫຍ່​ຍອມຮັບ​ອິດສະຣາເອນ​ອີກ​ເທື່ອ​ໜຶ່ງ

      • “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຍອມຮັບ​ພວກເຮົາ​ອີກ​ເທື່ອ​ໜຶ່ງ” (3)

      • ອິດສະຣາເອນ​ເປັນ​ຕົ້ນ​ໝາກ​ລະແຊັງ​ຂອງ​ພະເຈົ້າ (8-15)

  • 81

    • ກະຕຸ້ນ​ໃຫ້​ເຊື່ອຟັງ

      • ຢ່າ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ (9)

      • ‘ຖ້າ​ພວກເຈົ້າ​ຟັງ​ຄວາມ​ເຮົາ’ (13)

  • 82

    • ຂໍ​ໃຫ້​ຕັດສິນ​ແບບ​ຍຸຕິທຳ

      • ພະເຈົ້າ​ເປັນ​ຜູ້​ຕັດສິນ​ຢູ່​ທ່າມກາງ “ພະເຈົ້າ​ຕ່າງໆ” (1)

      • “ປົກປ້ອງ​ຄົນ​ທີ່​ຕ່ຳຕ້ອຍ” (3)

      • “ພວກເຈົ້າ​ເປັນ​ພະເຈົ້າ” (6)

  • 83

    • ຄຳ​ອະທິດຖານ​ຕອນ​ທີ່​ເຈິ​ກັບ​ສັດຕູ

      • “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຢ່າ​ມິດ​ຢູ່​ຊື່ໆ” (1)

      • ສັດຕູ​ເປັນ​ຄື​ກັບ​ຕົ້ນ​ໜາມ (13)

      • ຊື່​ຂອງ​ພະເຈົ້າ​ແມ່ນ​ເຢໂຫວາ (18)

  • 84

    • ຄິດເຖິງ​ບ່ອນ​ຢູ່​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ

      • ຄົນ​ເລວີ​ຄົນ​ໜຶ່ງ​ຢາກ​ເປັນ​ນົກ (3)

      • “ຢູ່​ເດີ່ນ​ວິຫານ​ຂອງ​ພະອົງ​ມື້​ດຽວ” (10)

      • “ພະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້” (11)

  • 85

    • ຄຳ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຍອມຮັບ​ອີກ​ເທື່ອ​ໜຶ່ງ

      • ພະເຈົ້າ​ຈະ​ເວົ້າ​ເລື່ອງ​ຄວາມ​ສະຫງົບສຸກ​ໃຫ້​ປະຊາຊົນ​ທີ່​ສັດຊື່​ຟັງ (8)

      • ຄວາມ​ຮັກ​ທີ່​ໝັ້ນຄົງ​ກັບ​ຄວາມ​ສັດຊື່​ຈະ​ມາ​ເຈິ​ກັນ (10)

  • 86

    • ບໍ່​ມີ​ພະເຈົ້າ​ອົງໃດ​ຄື​ກັບ​ພະເຢໂຫວາ

      • ພະເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ (5)

      • ທຸກ​ຊາດ​ຈະ​ມາ​ນະມັດສະການ​ພະເຢໂຫວາ (9)

      • ‘ຂໍ​ສອນ​ລູກ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ພະອົງ’ (11)

      • ‘ຂໍ​ຊ່ວຍ​ລູກ​ໃຫ້​ນັບຖື​ພະອົງ​ສຸດ​ຫົວໃຈ’ (11)

  • 87

    • ຊີໂອນ ເມືອງ​ຂອງ​ພະເຈົ້າ​ທ່ຽງແທ້

      • ຄົນ​ທີ່​ເກີດ​ຢູ່​ຊີໂອນ (4-6)

  • 88

    • ຄຳ​ອະທິດຖານ​ຂໍ​ໃຫ້​ລອດ​ຕາຍ

      • “ຊີວິດ​ຂອງ​ລູກ​ໃກ້​ຈະ​ລົງ​ໄປ​ຂຸມ​ຝັງ​ສົບ​ແລ້ວ” (3)

      • ‘ທຸກໆເຊົ້າ​ລູກ​ອະທິດຖານ​ຫາ​ພະອົງ’ (13)

  • 89

    • ຮ້ອງ​ເພງ​ກ່ຽວກັບ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຢໂຫວາ

      • ເຮັດ​ສັນຍາ​ກັບ​ດາວິດ (3)

      • ລູກ​ຫຼານ​ຂອງ​ດາວິດ​ຈະ​ຖືກ​ຕັ້ງ​ໄວ້​ຢ່າງ​ໝັ້ນຄົງ (4)

      • ຜູ້​ທີ່​ພະເຈົ້າ​ເລືອກ​ຈະ​ເອີ້ນ​ເພິ່ນ​ວ່າ “ພໍ່” (26)

      • ຄຳ​ສັນຍາ​ທີ່​ເຮັດ​ກັບ​ດາວິດ​ເປັນ​ເລື່ອງ​ແນ່ນອນ (34-37)

      • ບໍ່​ມີ​ມະນຸດ​ຄົນ​ໃດ​ໜີ​ລອດ​ຈາກ​ຂຸມ​ຝັງ​ສົບ​ໄດ້ (48)

  • 90

    • ພະເຈົ້າ​ທີ່​ຢູ່​ຕະຫຼອດໄປ​ກັບ​ມະນຸດ​ທີ່​ອາຍຸ​ສັ້ນ

      • ໜຶ່ງ​ພັນ​ປີ​ເປັນ​ຄື​ກັບ​ມື້​ດຽວ​ທີ່​ຜ່ານ​ໄປ​ໄວໆ (4)

      • ມະນຸດ​ມີ​ຊີວິດ​ຢູ່​ໄດ້ 70-80 ປີ (10)

      • ‘ຂໍ​ສອນ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ແບບ​ມີ​ປະໂຫຍດ’ (12)

  • 91

    • ການ​ປົກປ້ອງ​ໃນ​ບ່ອນ​ລັບ​ຂອງ​ພະເຈົ້າ

      • ຊ່ວຍ​ໃຫ້​ພົ້ນ​ຈາກ​ກັບດັກ​ຂອງ​ຄົນ​ທີ່​ຈັບ​ນົກ (3)

      • ລີ້ໄພ​ຢູ່​ກ້ອງ​ປີກ​ຂອງ​ພະເຈົ້າ (4)

      • ປອດໄພ​ເຖິງ​ວ່າ​ມີ​ຄົນ​ເປັນ​ພັນ​ເປັນ​ໝື່ນ​ຕາຍ (7)

      • ສົ່ງ​ທູດສະຫວັນ​ມາ​ປົກປ້ອງ (11)

  • 92

    • ພະເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ຕະຫຼອດໄປ

      • ຜົນ​ງານ​ທີ່​ຍິ່ງໃຫຍ່​ແລະ​ຄວາມຄິດ​ທີ່​ເລິກເຊິ່ງ​ຂອງ​ເພິ່ນ (5)

      • ‘ຄົນ​ດີ​ຈະ​ເກີດ​ດອກ​ອອກ​ໝາກ​ຄື​ກັບ​ຕົ້ນ​ໄມ້’ (12)

      • ຜູ້​ເຖົ້າ​ຈະ​ເກີດ​ໝາກ​ຕໍ່ໆໄປ (14)

  • 93

    • ການ​ປົກຄອງ​ທີ່​ຍິ່ງໃຫຍ່​ຂອງ​ພະເຢໂຫວາ

      • “ພະເຢໂຫວາ​ເປັນ​ກະສັດ​ແລ້ວ” (1)

      • “ຂໍ້​ເຕືອນ​ໃຈ​ຂອງ​ພະອົງ​ໄວ້ໃຈ​ໄດ້” (5)

  • 94

    • ຄຳ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ແກ້ແຄ້ນ

      • “ຄົນ​ຊົ່ວ​ຈະ​ມີ​ຄວາມສຸກ​ອີກ​ດົນ​ປານ​ໃດ?” (3)

      • ການ​ແກ້ໄຂ​ຈາກ​ພະເຢໂຫວາ​ເຮັດ​ໃຫ້​ມີ​ຄວາມສຸກ (12)

      • ພະເຈົ້າ​ຈະ​ບໍ່​ຖິ້ມ​ປະຊາຊົນ​ຂອງ​ເພິ່ນ (14)

      • “ໃຊ້​ກົດໝາຍ​ສ້າງ​ບັນຫາ” (20)

  • 95

    • ການ​ນະມັດສະການ​ແທ້​ກັບ​ການ​ເຊື່ອຟັງ

      • “ມື້​ນີ້​ຖ້າ​ພວກເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ” (7)

      • “ຢ່າ​ເປັນ​ຄົນ​ຫົວ​ແຂງ” (8)

      • “ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເຮົາ” (11)

  • 96

    • “ຮ້ອງ​ເພງ​ໃໝ່​ສັນລະເສີນ​ພະເຢໂຫວາ”

      • ພະເຢໂຫວາ​ສົມຄວນ​ໄດ້​ຮັບ​ການ​ສັນລະເສີນ​ຫຼາຍ​ທີ່ສຸດ (4)

      • ພະເຈົ້າ​ທັງໝົດ​ທີ່​ຄົນອື່ນ​ນັບຖື​ບໍ່​ມີຄ່າ​ຫຍັງ​ເລີຍ (5)

      • ນຸ່ງ​ເຄື່ອງ​ບໍລິສຸດ​ແລະ​ນະມັດສະການ​ພະເຈົ້າ (9)

  • 97

    • ພະເຢໂຫວາ​ຖືກ​ຍົກຍ້ອງ​ໃຫ້​ສູງ​ກວ່າ​ພະເຈົ້າ​ອື່ນໆ

      • “ພະເຢໂຫວາ​ເປັນ​ກະສັດ​ແລ້ວ” (1)

      • ໃຫ້​ຮັກ​ພະເຢໂຫວາ ໃຫ້​ຊັງ​ສິ່ງ​ຊົ່ວ (10)

      • ແສງ​ສະຫວ່າງ​ສ່ອງ​ມາ​ໃສ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (11)

  • 98

    • ພະເຢໂຫວາ​ຜູ້​ຊ່ວຍ​ໃຫ້​ລອດ​ແລະ​ຜູ້​ຕັດສິນ​ທີ່​ຍຸຕິທຳ

      • ແມ່ນ​ໃຜ​ກໍ​ຮູ້​ວ່າ​ພະເຢໂຫວາ​ຊ່ວຍ​ໃຫ້​ລອດ (2, 3)

  • 99

    • ພະເຢໂຫວາ​ກະສັດ​ອົງ​ບໍລິສຸດ

      • ນັ່ງ​ຢູ່​ບັນລັງ​ເທິງ​ເຄຣູບ (1)

      • ພະເຈົ້າ​ທີ່​ຍົກ​ໂທດ​ແລະ​ລົງໂທດ (8)

  • 100

    • ຂອບໃຈ​ພະເຈົ້າ​ຜູ້​ສ້າງ

      • “ຮັບໃຊ້​ພະເຢໂຫວາ​ຢ່າງ​ມີ​ຄວາມສຸກ” (2)

      • ‘ພະເຈົ້າ​ເປັນ​ຜູ້​ສ້າງ​ພວກເຮົາ’ (3)

  • 101

    • ຜູ້​ປົກຄອງ​ທີ່​ສັດຊື່​ຕໍ່​ພະເຈົ້າ

      • ‘ລູກ​ຈະ​ບໍ່​ທົນ​ຄົນ​ທີ່​ຍິ່ງ​ຈອງຫອງ’ (5)

      • “ລູກ​ຈະ​ຖື​ວ່າ​ຄົນ​ທີ່​ສັດຊື່​ມີຄ່າ” (6)

  • 102

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ຖືກ​ຂົ່ມເຫງ​ຕອນ​ໝົດ​ຫວັງ

      • “ລູກ​ເປັນ​ຄື​ກັບ​ນົກ​ທີ່​ໂດດ​ດ່ຽວ” (7)

      • “ຊີວິດ​ຂອງ​ລູກ​ເປັນ​ຄື​ກັບ​ເງົາ​ທີ່​ຫາຍ​ໄປ” (11)

      • “ພະເຢໂຫວາ​ຈະ​ສ້າງ​ຊີໂອນ​ຂຶ້ນ​ໃໝ່” (16)

      • ພະເຢໂຫວາ​ຈະ​ຢູ່​ຕະຫຼອດໄປ (26, 27)

  • 103

    • “ຂ້ອຍ​ຂໍ​ສັນລະເສີນ​ພະເຢໂຫວາ”

      • ພະເຈົ້າ​ເອົາ​ຄວາມ​ຜິດ​ຂອງ​ພວກເຮົາ​ໄປ​ໄກ​ຫຼາຍ (12)

      • ພະເຈົ້າ​ເມດຕາ​ພວກເຮົາ​ຄື​ກັບ​ພໍ່ (13)

      • ພະເຈົ້າ​ຈື່​ວ່າ​ພວກເຮົາ​ເປັນ​ແຕ່​ຂີ້​ດິນ (14)

      • ບັນລັງ​ແລະ​ການ​ປົກຄອງ​ຂອງ​ພະເຢໂຫວາ (19)

      • ທູດສະຫວັນ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ (20)

  • 104

    • ສັນລະເສີນ​ພະເຈົ້າ​ຍ້ອນ​ພະອົງ​ສ້າງ​ສິ່ງ​ທີ່​ເປັນ​ຕາ​ງຶດ

      • ໂລກ​ຈະ​ຢູ່​ຕະຫຼອດໄປ (5)

      • ເຫຼົ້າແວງ​ແລະ​ເຂົ້າຈີ່​ສຳລັບ​ມະນຸດ (15)

      • “ຜົນ​ງານ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ” (24)

      • ‘ຖ້າ​ພະອົງ​ເອົາ​ລົມ​ຫາຍໃຈ​ໄປ ພວກ​ມັນ​ກໍ​ຕາຍ’ (29)

  • 105

    • ພະເຢໂຫວາ​ສັດຊື່​ຕໍ່​ປະຊາຊົນ​ຂອງ​ເພິ່ນ

      • ພະເຈົ້າ​ຈື່​ຄຳ​ສັນຍາ​ຂອງ​ເພິ່ນ (8-10)

      • “ຢ່າ​ມາ​ແຕະ​ຕ້ອງ​ຜູ້​ທີ່​ເຮົາ​ເລືອກ​ໄວ້” (15)

      • ພະເຈົ້າ​ໃຊ້​ໂຢເຊັບ​ທີ່​ເປັນ​ທາດ (17-22)

      • ການອັດສະຈັນ​ຂອງ​ພະເຈົ້າ​ຢູ່​ເອຢິບ (23-36)

      • ພວກ​ອິດສະຣາເອນ​ອົບພະຍົບ​ອອກ​ຈາກ​ເອຢິບ (37-39)

      • ພະເຈົ້າ​ຈື່​ຄຳ​ສັນຍາ​ທີ່​ເຮັດ​ກັບ​ອັບຣາຮາມ (42)

  • 106

    • ພວກ​ອິດສະຣາເອນ​ບໍ່​ເຫັນຄ່າ

      • ເຂົາເຈົ້າ​ລືມ​ສິ່ງ​ເພິ່ນ​ເຮັດ​ໄວ​ຂະໜາດ (13)

      • ເຂົາເຈົ້າ​ເອົາ​ກຽດ​ທີ່​ຄວນ​ຈະ​ໃຫ້​ພະເຈົ້າ​ໄປ​ໃຫ້​ຮູບ​ງົວ​ນ້ອຍ (19, 20)

      • ເຂົາເຈົ້າ​ບໍ່​ເຊື່ອ​ຄຳ​ສັນຍາ​ຂອງ​ພະເຈົ້າ (24)

      • ເຂົາເຈົ້າ​ໄປ​ນະມັດສະການ​ພະ​ບາອານ (28)

      • ເອົາ​ລູກ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພວກ​ປີສາດ (37)

  • 107

    • ຂອບໃຈ​ພະເຈົ້າ​ຍ້ອນ​ເພິ່ນ​ເຮັດ​ສິ່ງ​ດີ​ຕ່າງໆ

      • ເພິ່ນ​ພາ​ເຂົາເຈົ້າ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ (7)

      • ເພິ່ນ​ໃຫ້​ຄົນ​ທີ່​ຫິວ​ເຂົ້າ​ຫິວ​ນ້ຳ​ໄດ້​ກິນ​ອາຫານ​ດີໆ (9)

      • ເພິ່ນ​ພາ​ເຂົາເຈົ້າ​ອອກ​ມາ​ຈາກ​ຄວາມ​ມືດ (14)

      • ເພິ່ນ​ສັ່ງ​ໃຫ້​ມີ​ການ​ປິ່ນປົວ​ເຂົາເຈົ້າ (20)

      • ເພິ່ນ​ປົກປ້ອງ​ຄົນ​ທຸກ​ບໍ່​ໃຫ້​ຖືກ​ກົດຂີ່​ຂົ່ມເຫງ (41)

  • 108

    • ຄຳ​ອະທິດຖານ​ຂໍ​ໃຫ້​ຊະນະ​ສັດຕູ

      • ມະນຸດ​ຊ່ວຍ​ຫຍັງ​ພວກເຮົາ​ບໍ່​ໄດ້​ແລະ​ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ລໍ​ຖ້າ​ເຂົາເຈົ້າ (12)

      • “ພະເຈົ້າ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ມີ​ກຳລັງ” (13)

  • 109

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ມີ​ຄວາມທຸກ

      • “ໃຫ້​ຄົນອື່ນ​ເຮັດ​ໜ້າທີ່​ເປັນ​ຜູ້​ເບິ່ງແຍງ​ແທນ​ລາວ” (8)

      • ພະເຈົ້າ​ຈະ​ຢືນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ຄົນ​ທຸກ (31)

  • 110

    • ເປັນ​ທັງ​ກະສັດ​ແລະ​ປະໂລຫິດ​ຄື​ກັບ​ເມັນຄີເຊເດັກ

      • “ໃຫ້​ອອກ​ໄປ​ປາບ​ສັດຕູ​ຂອງ​ເຈົ້າ” (2)

      • ຄົນ​ໜຸ່ມ​ທີ່​ເຕັມໃຈ​ສະເໜີ​ໂຕ​ເປັນ​ຄື​ກັບ​ນ້ຳ​ຄ້າງ (3)

  • 111

    • ສັນລະເສີນ​ພະເຢໂຫວາ​ຍ້ອນ​ສິ່ງ​ທີ່​ຍິ່ງໃຫຍ່​ທີ່​ເພິ່ນ​ສ້າງ

      • ຊື່​ຂອງ​ເພິ່ນ​ບໍລິສຸດ​ແລະ​ເຮັດ​ໃຫ້​ຄົນ​ຢ້ານ​ແລະ​ນັບຖື (9)

      • ຄວາມ​ຢ້ານຢຳ​ພະເຢໂຫວາ​ເຮັດ​ໃຫ້​ມີ​ສະຕິປັນຍາ (10)

  • 112

    • ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢ້ານ​ແລະ​ນັບຖື​ພະເຢໂຫວາ

      • ຄົນ​ທີ່​ໃຫ້​ຢືມ​ຢ່າງ​ໃຈກວ້າງ​ຈະ​ມີ​ຄວາມສຸກ (5)

      • “ຄົນອື່ນໆ​ຈະ​ຈື່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕະຫຼອດໄປ” (6)

      • ຄົນ​ເອື້ອເຟື້ອ​ໃຫ້​ສິ່ງ​ຕ່າງໆ​ກັບ​ຄົນ​ທຸກ (9)

  • 113

    • ພະເຢໂຫວາ​ຜູ້​ທີ່​ຢູ່​ບ່ອນ​ສູງໆຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ

      • ຊື່​ຂອງ​ພະເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດໄປ (2)

      • ພະເຈົ້າ​ກົ້ມ​ລົງ​ມາ (6)

  • 114

    • ການ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ

      • ທະເລ​ແຍກ​ອອກ​ຈາກ​ກັນ (5)

      • ພູ​ຕ່າງໆ​ໂດດ​ຄື​ກັບ​ແກະ​ໂຕ​ຜູ້ (6)

      • ປ່ຽນ​ຫີນ​ແຂງໆ​ໃຫ້​ເປັນ​ນ້ຳ​ອອກ​ບໍ່ (8)

  • 115

    • ພະເຈົ້າ​ຜູ້​ດຽວ​ສົມຄວນ​ໄດ້​ຮັບ​ກຽດ​ແລະ​ການ​ຍົກຍ້ອງ

      • ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ (4-8)

      • ພະເຈົ້າ​ເອົາ​ໂລກ​ໃຫ້​ມະນຸດ​ຢູ່ (16)

      • “ຄົນ​ຕາຍ​ສັນລະເສີນ​ພະເຢໂຫວາ​ບໍ່​ໄດ້” (17)

  • 116

    • ເພງ​ຂອບໃຈ

      • “ຂ້ອຍ​ຈະ​ຕອບ​ແທນ​ພະເຢໂຫວາ​ແນວໃດ?” (12)

      • “ຂ້ອຍ​ຈະ​ດື່ມ​ຈາກ​ຈອກ​ເພື່ອ​ຂອບໃຈ​ເພິ່ນ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ລອດ” (13)

      • “ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ກັບ​ພະເຢໂຫວາ” (14, 18)

      • ຄວາມ​ຕາຍ​ຂອງ​ຄົນ​ສັດຊື່​ເປັນ​ການ​ສູນ​ເສຍ​ຄັ້ງ​ໃຫຍ່ (15)

  • 117

    • ໃຫ້​ຊາດ​ທັງໝົດ​ສັນລະເສີນ​ພະເຢໂຫວາ

      • ພະເຈົ້າ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ (2)

  • 118

    • ຂອບໃຈ​ພະເຢໂຫວາ​ທີ່​ຊ່ວຍ​ໃຫ້​ໄດ້​ໄຊ​ຊະນະ

      • ‘ຂ້ອຍ​ຮ້ອງ​ຫາ​ພະເຢໂຫວາ​ແລະ​ເພິ່ນ​ກໍ​ຕອບ’ (5)

      • “ພະເຢໂຫວາ​ຢູ່​ຝ່າຍ​ຂ້ອຍ” (6, 7)

      • ຫີນ​ທີ່​ຖືກ​ຖິ້ມ​ກາຍ​ມາ​ເປັນ​ຫີນ​ຫົວ​ແຈ​ຫຼັກ (22)

      • “ຄົນ​ທີ່​ມາ​ໃນ​ນາມ​ຂອງ​ພະເຢໂຫວາ” (26)

  • 119

    • ຂອບໃຈ​ຄຳເວົ້າ​ທີ່​ມີຄ່າ​ຂອງ​ພະເຈົ້າ

      • “ຄົນ​ໜຸ່ມ​ຈະ​ຕ້ອງ​ເຮັດ​ແນວໃດ​ຖ້າ​ລາວ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ?” (9)

      • “ລູກ​ມັກ​ຂໍ້​ເຕືອນ​ໃຈ​ຂອງ​ພະອົງ” (24)

      • “ຄຳສອນ​ຂອງ​ພະອົງ​ເຮັດ​ໃຫ້​ລູກ​ມີ​ຄວາມຫວັງ” (74, 81, 114)

      • “ລູກ​ຮັກ​ກົດໝາຍ​ຂອງ​ພະອົງ​ຫຼາຍ​ແທ້ໆ” (97)

      • “ເຂົ້າໃຈ​ຫຼາຍ​ກວ່າ​ອາຈານ​ທຸກ​ຄົນ​ຂອງ​ລູກ” (99)

      • “ຄຳເວົ້າ​ຂອງ​ພະອົງ​ເປັນ​ຕະກຽງ​ສ່ອງ​ທາງ​ຕອນ​ທີ່​ລູກ​ຍ່າງ” (105)

      • ‘ຄຳເວົ້າ​ຂອງ​ພະອົງ​ເປັນ​ຄວາມຈິງ’ (160)

      • ຄົນ​ທີ່​ຮັກ​ກົດໝາຍ​ຂອງ​ພະອົງ​ມີ​ສັນຕິສຸກ​ຫຼາຍ (165)

  • 120

    • ຄົນ​ຕ່າງ​ຊາດ​ຢາກ​ໄດ້​ຄວາມ​ສະຫງົບສຸກ

      • ‘ຂໍ​ພະອົງ​ຊ່ວຍ​ລູກ​ຈາກ​ຄົນ​ທີ່​ເວົ້າ​ຫຼອກລວງ’ (2)

      • “ຂ້ອຍ​ມັກ​ຄວາມ​ສະຫງົບສຸກ” (7)

  • 121

    • ພະເຢໂຫວາ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ

      • “ຄວາມ​ຊ່ວຍເຫຼືອ​ຂອງ​ຂ້ອຍ​ມາ​ຈາກ​ພະເຢໂຫວາ” (2)

      • ພະເຢໂຫວາ​ບໍ່​ມີ​ທາງ​ເຫງົາ​ນອນ​ຫຼື​ຫຼັບ​ໄປ (3, 4)

  • 122

    • ຄຳ​ອະທິດຖານ​ຂໍ​ໃຫ້​ເມືອງ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ

      • ດີໃຈ​ທີ່​ໄດ້​ໄປ​ວິຫານ​ຂອງ​ພະເຢໂຫວາ (1)

      • ເມືອງ​ໜຶ່ງ​ທີ່​ມີ​ຫຼາຍ​ຕຶກ​ຢູ່​ໃກ້ໆກັນ (3)

  • 123

    • ເບິ່ງ​ພະເຢໂຫວາ​ຈົນ​ກວ່າ​ເພິ່ນ​ຈະ​ເມດຕາ

      • ‘ພວກເຮົາ​ເບິ່ງ​ພະເຢໂຫວາ​ຄື​ກັບ​ທີ່​ຜູ້​ຮັບໃຊ້​ເບິ່ງ’ (2)

      • “ພວກເຮົາ​ຖືກ​ດູຖູກ​ເອົາ​ແທ້​ເອົາ​ວ່າ” (3)

  • 124

    • “ຖ້າ​ພະເຢໂຫວາ​ບໍ່​ໄດ້​ຢູ່​ກັບ​ພວກເຮົາ”

      • ລອດ​ຈາກ​ກັບດັກ​ທີ່​ຖືກ​ທຳລາຍ (7)

      • ‘ຜູ້​ທີ່​ຊື່​ວ່າ​ເຢໂຫວາ​ຊ່ວຍເຫຼືອ​ພວກເຮົາ’ (8)

  • 125

    • ພະເຢໂຫວາ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ

      • “ຄື​ກັບ​ພູ​ທີ່​ອ້ອມ​ເຢຣູຊາເລັມ​ໄວ້” (2)

      • “ຂໍ​ໃຫ້​ອິດສະຣາເອນ​ມີ​ຄວາມ​ສະຫງົບສຸກ” (5)

  • 126

    • ຊີໂອນ​ກັບມາ​ມີ​ຄວາມສຸກ

      • “ພະເຢໂຫວາ​ເຮັດ​ສິ່ງ​ດີໆ​ຫຼາຍ​ຢ່າງ​ໃຫ້​ພວກເຮົາ” (3)

      • ຄົນ​ທີ່​ຮ້ອງໄຫ້​ຈະ​ມີ​ຄວາມ​ຍິນດີ (5, 6)

  • 127

    • ຖ້າ​ບໍ່​ມີ​ພະເຈົ້າ​ກໍ​ບໍ່​ມີ​ປະໂຫຍດ

      • “ຖ້າ​ພະເຢໂຫວາ​ບໍ່​ສ້າງ​ເຮືອນ” (1)

      • ລູກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ (3)

  • 128

    • ທຸກ​ຄົນ​ທີ່​ນັບຖື​ພະເຢໂຫວາ​ກໍ​ມີ​ຄວາມສຸກ

      • ເມຍ​ຈະ​ມີ​ລູກ​ຫຼາຍ​ຄື​ກັບ​ເຄືອ​ໝາກ​ລະແຊັງ​ທີ່​ມີ​ໝາກ​ດົກ (3)

      • “ຂໍ​ໃຫ້​ເຈົ້າ​ເຫັນ​ເຢຣູຊາເລັມ​ຈະເລີນ​ຮຸ່ງ​ເຮືອງ” (5)

  • 129

    • ຖືກ​ຂົ່ມເຫງ​ແຕ່​ເອົາ​ຊະນະ​ໄດ້

      • ຄົນ​ທີ່​ຊັງ​ຊີໂອນ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ (5)

  • 130

    • “ລູກ​ຮ້ອງ​ຫາ​ພະອົງ​ຈາກ​ບ່ອນ​ທີ່​ເລິກໆ”

      • “ຖ້າ​ພະອົງ​ສົນໃຈ​ແຕ່​ຄວາມ​ຜິດ” (3)

      • ພະເຢໂຫວາ​ໃຫ້​ອະໄພ​ແທ້ໆ (4)

      • “ລູກ​ຕັ້ງໃຈ​ລໍ​ຖ້າ​ພະເຢໂຫວາ​ແທ້ໆ” (6)

  • 131

    • ສະບາຍ​ໃຈ​ຄື​ກັບ​ເດັກນ້ອຍ​ທີ່​ເຊົາ​ນົມ

      • ບໍ່​ຢາກ​ໄດ້​ຫຍັງ​ທີ່​ໃຫຍ່​ໂພດ (1)

  • 132

    • ດາວິດ​ແລະ​ຊີໂອນ​ຖືກ​ເລືອກ

      • ‘ຂໍ​ຢ່າ​ປະຕິເສດ​ຜູ້​ທີ່​ພະອົງ​ເລືອກ’ (10)

      • ປະໂລຫິດ​ຂອງ​ຊີໂອນ​ນຸ່ງ​ຄວາມ​ລອດ (16)

  • 133

    • ຢູ່​ຮ່ວມ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

      • ຄື​ກັບ​ນ້ຳມັນ​ທີ່​ເທ​ໃສ່​ຫົວ​ອາໂຣນ (2)

      • ຄື​ກັບ​ນ້ຳ​ຄ້າງ​ຈາກ​ພູ​ເຮີໂມນ (3)

  • 134

    • ສັນລະເສີນ​ພະເຈົ້າ​ຕອນ​ກາງຄືນ

      • ‘ຂໍ​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍລິສຸດ​ເມື່ອ​ຍົກ​ມື​ຂຶ້ນ​ອະທິດຖານ’ (2)

  • 135

    • ສັນລະເສີນ​ພະເຢໂຫວາ​ຍ້ອນ​ເພິ່ນ​ຍິ່ງໃຫຍ່

      • ການອັດສະຈັນ​ຫຼາຍ​ຢ່າງ​ຢູ່​ເອຢິບ (8, 9)

      • “ຊື່​ຂອງ​ພະອົງ​ຈະ​ໝັ້ນຄົງ​ຕະຫຼອດໄປ” (13)

      • ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ (15-18)

  • 136

    • ພະເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ

      • ຟ້າ​ສະຫວັນ​ແລະ​ແຜ່ນດິນ​ຖືກ​ສ້າງ​ດ້ວຍ​ຄວາມ​ເຂົ້າໃຈ (5, 6)

      • ກະສັດຂອງເອຢິບ​ຕາຍ​ຢູ່​ໃນ​ທະເລ​ແດງ (15)

      • ພະເຈົ້າ​ບໍ່​ລືມ​ຄົນ​ທີ່​ທຸກໃຈ (23)

      • ພະເຈົ້າ​ໃຫ້​ອາຫານ​ກັບ​ສິ່ງ​ທີ່​ມີ​ຊີວິດ​ທັງໝົດ (25)

  • 137

    • ແຄມ​ແມ່​ນ້ຳ​ຂອງ​ບາບີໂລນ

      • ບໍ່​ມີ​ໃຜ​ຮ້ອງ​ເພງ​ຂອງ​ຊີໂອນ (3, 4)

      • ເມືອງ​ບາບີໂລນ​ຈະ​ຖືກ​ທຳລາຍ (8)

  • 138

    • ເຖິງ​ວ່າ​ພະເຈົ້າ​ຈະ​ຍິ່ງໃຫຍ່​ແຕ່​ເພິ່ນ​ກໍ​ຍັງ​ສົນໃຈ

      • ‘ພະອົງ​ຕອບ​ຄຳ​ອະທິດຖານ​ຂອງ​ລູກ’ (3)

      • ‘ເຖິງ​ວ່າ​ລູກ​ຢູ່​ໃນ​ອັນຕະລາຍ ແຕ່​ພະອົງ​ກໍ​ປົກປ້ອງ​ລູກ’ (7)

  • 139

    • ພະເຈົ້າ​ຮູ້ຈັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ດີ

      • ໜີ​ບໍ່​ພົ້ນ​ຈາກ​ພະລັງ​ຂອງ​ພະເຈົ້າ (7)

      • “ລູກ​ຖືກ​ສ້າງ​ໃນ​ວິທີ​ທີ່​ເປັນ​ຕາ​ງຶດ​ແທ້ໆ” (14)

      • “ພະອົງ​ເຫັນ​ລູກ​ຕັ້ງແຕ່​ລູກ​ຍັງ​ເປັນ​ໂຕ​ອ່ອນ” (16)

      • “ຂໍ​ພະອົງ​ພາ​ລູກ​ໄປ​ໃນ​ທາງ​ທີ່​ຈະ​ມີ​ຢູ່​ຕະຫຼອດໄປ” (24)

  • 140

    • ພະເຢໂຫວາ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ແຂງແຮງ

      • ຄົນ​ຊົ່ວ​ເປັນ​ຄື​ກັບ​ງູ​ພິດ (3)

      • ຄົນ​ຮຸນແຮງ​ຈະ​ຖືກ​ທຳລາຍ (11)

  • 141

    • ຄຳ​ອະທິດຖານ​ຂໍ​ການ​ປົກປ້ອງ

      • “ຂໍ​ໃຫ້​ຄຳ​ອະທິດຖານ​ຂອງ​ລູກ​ເປັນ​ຄື​ກັບ​ເຄື່ອງຫອມ” (2)

      • ການ​ຕັກ​ເຕືອນ​ຈາກ​ຄົນ​ດີ​ເປັນ​ຄື​ກັບ​ນ້ຳມັນ (5)

      • ຄົນ​ຊົ່ວ​ຈະ​ຖືກ​ກັບດັກ​ຂອງ​ໂຕເອງ (10)

  • 142

    • ຄຳ​ອະທິດຖານ​ຂໍ​ຊ່ວຍ​ໃຫ້​ລອດ​ຈາກ​ຄົນ​ທີ່​ຂົ່ມເຫງ

      • “ບໍ່​ມີ​ບ່ອນ​ໃດ​ທີ່​ລູກ​ຈະ​ໜີ​ໄປ​ໄດ້” (4)

      • “ພະອົງ​ເປັນ​ສິ່ງ​ດຽວ​ທີ່​ລູກ​ມີ” (5)

  • 143

    • ລໍ​ຖ້າ​ພະອົງ​ຄື​ກັບ​ແຜ່ນດິນ​ທີ່​ແຫ້ງແລ້ງ​ລໍ​ຖ້າ​ນ້ຳ​ຝົນ

      • “ລູກ​ຄິດຕຶກຕອງ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພະອົງ​ເຮັດ” (5)

      • “ຂໍ​ພະອົງ​ສອນ​ລູກ​ໃຫ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ” (10)

      • “ຂໍ​ໃຫ້​ພະລັງ​ຂອງ​ພະອົງ​ພາ​ລູກ​ໄປ” (10)

  • 144

    • ຄຳ​ອະທິດຖານ​ຂໍ​ໃຫ້​ໄດ້​ໄຊ​ຊະນະ

      • “ມະນຸດ​ແມ່ນ​ໃຜ?” (3)

      • ‘ຂໍ​ໃຫ້​ສັດຕູ​ກະຈັດກະຈາຍ​ໄປ’ (6)

      • ຄົນ​ຂອງ​ພະເຢໂຫວາ​ມີ​ຄວາມສຸກ (15)

  • 145

    • ສັນລະເສີນ​ພະເຈົ້າ​ກະສັດ​ຜູ້​ຍິ່ງໃຫຍ່

      • “ລູກ​ຈະ​ປະກາດ​ກ່ຽວກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ” (6)

      • “ພະເຢໂຫວາ​ດີ​ຕໍ່​ທຸກ​ຄົນ” (9)

      • “ຄົນ​ທີ່​ສັດຊື່​ຈະ​ສັນລະເສີນ​ພະອົງ” (10)

      • ການ​ປົກຄອງ​ຂອງ​ພະອົງ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ (13)

      • ພະອົງ​ແບ​ມື​ອອກ​ແລະ​ໃຫ້​ທຸກ​ຊີວິດ​ໄດ້​ສົມ​ຫວັງ (16)

  • 146

    • ໄວ້ໃຈ​ພະເຈົ້າ ບໍ່​ແມ່ນ​ມະນຸດ

      • ເມື່ອ​ຄົນ​ເຮົາ​ຕາຍ ຄວາມຄິດ​ກໍ​ບໍ່​ເຫຼືອ (4)

      • ພະເຈົ້າ​ໂຈມ​ເອົາ​ຄົນ​ທີ່​ໝູບ​ໜ້າ​ລົງ (8)

  • 147

    • ສັນລະເສີນ​ຜົນ​ງານ​ທີ່​ສະແດງ​ຄວາມ​ຮັກ​ແລະ​ລິດເດດ​ຂອງ​ພະເຈົ້າ

      • ເພິ່ນ​ປິ່ນປົວ​ຄົນ​ທີ່​ຫົວໃຈ​ແຕກ​ສະ​ຫຼາຍ (3)

      • ເພິ່ນ​ຕັ້ງ​ຊື່​ໃຫ້​ດາວ​ທຸກ​ດວງ (4)

      • ເພິ່ນ​ເຮັດ​ໃຫ້​ຫິມະ​ຕົກ​ລົງ​ມາ​ປົກ​ຄຸມ​ໂລກ​ຄື​ກັບ​ຜ້າ​ຫົ່ມ​ຂົນ​ແກະ​ສີ​ຂາວ (16)

  • 148

    • ໃຫ້​ທຸກ​ສິ່ງ​ທີ່​ພະເຢໂຫວາ​ສ້າງ​ສັນລະເສີນ​ເພິ່ນ

      • “ທູດສະຫວັນ​ທັງໝົດ​ຂອງ​ເພິ່ນ ໃຫ້​ສັນລະເສີນ​ເພິ່ນ” (2)

      • ‘ດວງ​ຕາເວັນ ດວງ​ເດືອນ ແລະ​ດວງ​ດາວ ໃຫ້​ສັນລະເສີນ​ເພິ່ນ’ (3)

      • ຄົນ​ໜຸ່ມ​ແລະ​ຜູ້​ເຖົ້າ ໃຫ້​ສັນລະເສີນ​ພະເຈົ້າ (12, 13)

  • 149

    • ເພງສັນລະເສີນ​ໄຊ​ຊະນະ​ຂອງ​ພະ​ເຈົ້າ

      • ພະເຈົ້າ​ພໍໃຈ​ປະຊາຊົນ​ຂອງ​ເພິ່ນ (4)

      • ຄົນ​ທີ່​ສັດຊື່​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ກຽດ (9)

  • 150

    • ໃຫ້​ທຸກ​ສິ່ງ​ທີ່​ມີ​ລົມ​ຫາຍໃຈ​ສັນລະເສີນ​ພະເຢໂຫວາ

      • ອາເລລູຢາ (1, 6)