ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເອຊາຢາ

ບົດທີ

ໃຈຄວາມສຳຄັນ

  • 1

    • ພໍ່​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ທີ່​ກະບົດ (1-​9)

    • ພະເຢໂຫວາ​ຊັງ​ການ​ນະມັດສະການ​ທີ່​ເຮັດ​ແບບ​ເປັນ​ພິທີ​ຊື່ໆ (10-​17)

    • “ໃຫ້​ພວກ​ເຮົາ​ມາ​ລົມ​ກັນ” (18-​20)

    • ຊີໂອນ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ໃຫ້​ເປັນ​ເມືອງ​ທີ່​ສັດຊື່ (21-​31)

  • 2

    • ພູ​ຂອງ​ພະເຢໂຫວາ​ຈະ​ສູງ​ກວ່າ​ພູ​ທຸກ​ໜ່ວຍ (1-​5)

      • ດາບ​ຈະ​ຖືກ​ຕີ​ເປັນ​ໝາກ​ສົບ​ໄຖ​ເພື່ອ​ໃຊ້​ໄຖ​ນາ (4)

    • ວັນ​ຂອງ​ພະເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຈອງຫອງ​ຕົກ​ຕ່ຳ (6-​22)

  • 3

    • ພວກ​ຜູ້​ນຳ​ຂອງ​ຢູດາ​ພາ​ປະຊາຊົນ​ຫຼົງ​ທາງ (1-​15)

    • ຜູ້ຍິງ​ຢູ່​ເມືອງ​ຊີໂອນ​ທີ່​ເຮັດ​ຕາ​ສົ້ມ​ຕາ​ຫວານ​ຈະ​ຖືກ​ຕັດສິນ (16-​26)

  • 4

    • ຜູ້ຍິງ 7 ຄົນ​ຈະ​ໄປ​ຫາ​ຜູ້​ຊາຍ​ຄົນ​ໜຶ່ງ (1)

    • ສິ່ງ​ທີ່​ພະເຢໂຫວາ​ໃຫ້​ປົ່ງ​ຂຶ້ນ​ມາ​ຈະ​ດີ​ແລະ​ງາມ​ຫຼາຍ (2-​6)

  • 5

    • ເພງ​ກ່ຽວກັບ​ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ (1-​7)

    • ສວນ​ໝາກ​ລະແຊັງ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຈິບຫາຍ (8-​24)

    • ພະເຈົ້າ​ໃຈຮ້າຍ​ໃຫ້​ປະຊາຊົນ​ຂອງ​ເພິ່ນ (25-​30)

  • 6

    • ນິມິດ​ທີ່​ເຫັນ​ພະ​ເຢໂຫວາ​ຢູ່​ໃນ​ວິ⁠ຫານ​ຂອງ​ເພິ່ນ (1-​4)

      • ‘ພະ​ເຢໂຫວາ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ’ (3)

    • ປາກ​ຂອງ​ເອຊາຢາ​ຖືກ​ເຮັດ​ໃຫ້​ສະອາດ (5-​7)

    • ເອຊາຢາ​ໄດ້​ຮັບ​ວຽກ​ມອບໝາຍ (8-​10)

      • “ສົ່ງ​ລູກ​ໄປ​ໄດ້​ເດີ້! ລູກ​ພ້ອມ​ທີ່​ຈະ​ໄປ!” (8)

    • “ພະເຢໂຫວາ ມັນ​ຈະ​ເປັນ​ແບບ​ນີ້​ອີກ​ດົນ​ປານ​ໃດ?” (11-​13)

  • 7

    • ສົ່ງ​ຂ່າວ​ໃຫ້​ກະ⁠ສັດ​ອາຮາດ​ຮູ້ (1-​9)

      • ເຊອາຢາຊຸບ (3)

    • ສິ່ງ​ທີ່​ຢືນຢັນ​ກ່ຽວກັບ​ເອມານູເອນ (10-​17)

    • ຜົນ​ຂອງ​ການ​ບໍ່​ສັດຊື່ (18-​25)

  • 8

    • ພວກ​ອັດຊີເຣຍ​ມາ​ໂຈມຕີ (1-​8)

      • ມາເຮີຊາລານຫັດສະບັດ (1-​4)

    • ບໍ່​ຕ້ອງ​ຢ້ານ “ພະເຈົ້າ​ຢູ່​ກັບ​ພວກ​ເຮົາ!” (9-​17)

    • ເອຊາຢາ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ເປັນ​ສິ່ງ​ທີ່​ຢືນຢັນ (18)

    • ກັບ​ມາ​ຫາ​ກົດໝາຍ ບໍ່​ແມ່ນ​ກັບ​ມາ​ຫາ​ພວກ​ປີສາດ (19-​22)

  • 9

    • ແສງ​ສະຫວ່າງ​ທີ່​ແຈ້ງ​ໆ​ສຳລັບ​ແຜ່ນດິນ​ຄາລີເລ (1-​7)

      • “ຜູ້​ປົກຄອງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ” ເກີດ (6, 7)

    • ພະເຈົ້າ​ລົງໂທດ​ອິດສະຣາເອນ (8-​21)

  • 10

    • ພະເຈົ້າ​ລົງໂທດ​ອິດສະຣາເອນ (1-​4)

    • ອັດຊີເຣຍ​ເປັນ​ໄມ້​ແສ້​ທີ່​ພະເຈົ້າ​ໃຊ້​ເພື່ອ​ສະແດງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ (5-​11)

    • ອັດຊີເຣຍ​ຖືກ​ລົງໂທດ (12-​19)

    • ລູກ​ຫຼານ​ທີ່​ເຫຼືອ​ຂອງ​ຢາໂຄບ​ຈະ​ໄດ້​ກັບ​ມາ (20-​27)

    • ພະເຈົ້າ​ຈະ​ຕັດສິນ​ອັດຊີເຣຍ (28-​34)

  • 11

    • ການ​ປົກຄອງ​ທີ່​ຖືກຕ້ອງ​ຈາກ​ກິ່ງ​ຂອງ​ເຢຊີ (1-​10)

      • ໝາ​ປ່າ​ກັບ​ແກະ​ນ້ອຍ​ຈະ​ຢູ່​ນຳ​ກັນ (6)

      • ຄວາມ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຈະ​ມີ​ຢູ່​ເຕັມ​ໂລກ​ນີ້ (9)

    • ຄົນ​ທີ່​ເຫຼືອ​ຈະ​ໄດ້​ກັບ​ມາ (11-​16)

  • 12

    • ເພງ​ຂອບໃຈ (1-​6)

      • “ພະ​ເຢໂຫວາ ພະອົງ​ເປັນ​ກຳລັງ​ຂອງ​ພວກ​ເຮົາ” (2)

  • 13

    • ຄຳ​ຕັດສິນ​ຕໍ່​ບາບີໂລນ (1-​22)

      • ວັນ​ຂອງ​ພະ​ເຢໂຫວາ​ໃກ້​ຈະ​ມາ​ຮອດ​ແລ້ວ (6)

      • ພວກ​ເມເດຍ​ຕໍ່ສູ້​ຊະນະ​ບາບີໂລນ (17)

      • ບາບີໂລນ​ຈະ​ບໍ່​ມີ​ຄົນ​ອາໄສ​ຢູ່ (20)

  • 14

    • ພວກ​ອິດສະຣາເອນ​ຈະ​ຢູ່​ແຜ່ນດິນ​ຂອງ​ໂຕເອງ (1, 2)

    • ເວົ້າ​ເຍາະເຍີ້ຍ​ກະ⁠ສັດ​ບາບີໂລນ (3-​23)

      • ດາວ​ທີ່​ສ່ອງ​ແສງ​ຈະ​ຕົກ​ລົງ​ມາ​ຈາກ​ຟ້າ (12)

    • ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ອັດຊີເຣຍ (24-​27)

    • ຄຳ​ຕັດສິນ​ຕໍ່​ພວກ​ຟີລິດສະຕີນ (28-​32)

  • 15

    • ຄຳ​ຕັດສິນ​ຕໍ່​ໂມອາບ (1-​9)

  • 16

    • ຄຳ​ຕັດສິນ​ຕໍ່​ໂມອາບ​ຕໍ່​ຈາກ​ບົດ​ກ່ອນ (1-​14)

  • 17

    • ຄຳ​ຕັດສິນ​ຕໍ່​ເມືອງ​ດາມາເຊ (1-​11)

    • ພະ​ເຢໂຫວາ​ຕັກ​ເຕືອນ​ຊາດ​ຕ່າງໆ (12-​14)

  • 18

    • ຄຳ​ຕັດສິນ​ຕໍ່​ເອທິໂອເປຍ (1-​7)

  • 19

    • ຄຳ​ຕັດສິນ​ຕໍ່​ເອຢິບ (1-​15)

    • ເອຢິບ​ຈະ​ຮູ້ຈັກ​ພະ​ເຢໂຫວາ (16-​25)

      • ຈະ​ມີ​ແທ່ນ​ບູ⁠ຊາ​ແທ່ນ​ໜຶ່ງ​ສຳລັບ​ພະ​ເຢໂຫວາ​ຕັ້ງ​ຢູ່​ກາງ​ແຜ່ນດິນ​ເອຢິບ (19)

  • 20

    • ສັນຍະລັກ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ​ແລະ​ເອທິໂອເປຍ (1-​6)

  • 21

    • ຄຳ​ຕັດສິນ​ຕໍ່​ບ່ອນ​ກັນດານ​ທີ່​ເປັນ​ຄື​ກັບ​ທະເລ (1-​10)

      • ຢືນ​ຍາມ​ຢູ່​ປ້ອມ​ສູງໆ (8)

      • “ເມືອງ​ບາບີໂລນ​ຖືກ​ທຳລາຍ​ແລ້ວ!” (9)

    • ຄຳ​ຕັດສິນ​ຕໍ່​ດູມາ​ແລະ​ຕໍ່​ທະເລ​ຊາຍ (11-​17)

      • “ຄົນຍາມ​ເອີ້ຍ ໃກ້​ຊິ​ແຈ້ງ​ລະ​ບໍ?” (11)

  • 22

    • ຄຳ​ຕັດສິນ​ຕໍ່​ຮ່ອມພູ​ນິມິດ (1-​14)

    • ເອລີຢາກີມ​ຈະ​ມາ​ແທນ​ເຊັບນາ​ທີ່​ເປັນ​ຜູ້​ເບິ່ງແຍງ​ວັງ (15-​25)

      • ຕະປູ​ທີ່​ມີ​ຄວາມໝາຍ​ເປັນ​ໄນ (23-​25)

  • 23

    • ຄຳ​ຕັດສິນ​ຕໍ່​ເມືອງ​ຕີເຣ (1-​18)

  • 24

    • ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຮ້າງ​ເປົ່າ (1-​23)

      • ພະ​ເຢໂຫວາ​ເປັນ​ກະ⁠ສັດ​ຢູ່​ຊີໂອນ (23)

  • 25

    • ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີໆຫຼາຍ​ຢ່າງ (1-​12)

      • ງານ​ລ້ຽງ​ຂອງ​ພະ​ເຢໂຫວາ​ມີ​ເຫຼົ້າແວງ​ທີ່​ດີ​ທີ່​ສຸດ (6)

      • ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່ໄປ (8)

  • 26

    • ເພງ​ກ່ຽວກັບ​ຄວາມ​ໄວ້​ວາງໃຈ​ແລະ​ຄວາມ​ລອດ (1-​21)

      • ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ​ທີ່​ໝັ້ນຄົງ (4)

      • ຄົນ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ຄວາມ​ຍຸຕິທຳ (9)

      • “ຄົນ​ຂອງ​ພວກ​ເຈົ້າ​ທີ່​ຕາຍ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ” (19)

      • ເຂົ້າ​ໄປ​ຫ້ອງ​ທາງ​ໃນ​ແລະ​ລີ້​ຢູ່​ຫັ້ນ (20)

  • 27

    • ພະ​ເຢໂຫວາ​ຂ້າ​ໂຕ​ເລວີອາທານ (1)

    • ເພງ​ກ່ຽວກັບ​ອິດສະຣາເອນ​ທີ່​ເປັນ​ຄື​ກັບ​ສວນ​ໝາກ​ລະແຊັງ (2-​13)

  • 28

    • ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເອຟຣາຢິມ​ທີ່​ຂີ້⁠ເຫຼົ້າ (1-​6)

    • ພວກ​ປະໂລຫິດ​ກັບ​ພວກ​ຜູ້​ພະຍາກອນ​ຂອງ​ຢູດາ​ຍ່າງ​ເຊ​ຊ້າຍ​ເຊ​ຂວາ (7-​13)

    • “ເຮັດ​ສັນຍາ​ກັບ​ຄວາມ​ຕາຍ” (14-​22)

      • ຫີນ​ຫົວ​ແຈ​ທີ່​ມີຄ່າ​ຫຼາຍ​ຢູ່​ຊີໂອນ (16)

      • ພະ​ເຢໂຫວາ​ເຮັດ​ເລື່ອງ​ທີ່​ຄິດ​ບໍ່​ເຖິງ (21)

    • ຕົວຢ່າງ​ປຽບ​ທຽບ​ການ​ສັ່ງ​ສອນ​ທີ່​ສະຫຼາດ​ຂອງ​ພະ​ເຢໂຫວາ (23-​29)

  • 29

    • ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ອາຣີເອນ (1-​16)

      • ເວົ້າ​ໃຫ້​ຄົນ​ທີ່​ນະມັດສະການ​ແຕ່​ປາກ (13)

    • ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ແລະ​ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ (17-​24)

  • 30

    • ການ​ຊ່ວຍເຫຼືອ​ຈາກ​ເອຢິບ​ບໍ່​ມີ​ປະໂຫຍດ​ຫຍັງ (1-​7)

    • ປະຊາຊົນ​ປະຕິເສດ​ຂ່າວ​ສານ​ທີ່​ເປັນ​ຄຳ​ພະຍາກອນ (8-​14)

    • ການ​ໄວ້​ວາງໃຈ​ພະເຈົ້າ​ຈະ​ເຮັດ​ໃຫ້​ເຂັ້ມແຂງ (15-​17)

    • ພະ​ເຢໂຫວາ​ຈະ​ເຮັດ​ດີ​ຕໍ່​ປະຊາຊົນ​ຂອງ​ເພິ່ນ (18-​26)

      • ພະ​ເຢໂຫວາ​ເປັນ​ຄູ​ຜູ້​ຍິ່ງໃຫຍ່ (20)

      • “ທາງ​ທີ່​ຖືກຕ້ອງ​ຢູ່​ພີ້” (21)

    • ພະ​ເຢໂຫວາ​ຈະ​ລົງໂທດ​ພວກ​ອັດຊີເຣຍ (27-​33)

  • 31

    • ພະເຈົ້າ​ເທົ່າ​ນັ້ນ​ທີ່​ຊ່ວຍ​ໄດ້ ບໍ່​ແມ່ນ​ມະນຸດ (1-​9)

      • ມ້າ​ຂອງ​ເອຢິບ​ເປັນ​ແຕ່​ສັດ (3)

  • 32

    • ກະ⁠ສັດ​ແລະ​ພວກເຈົ້າ​ນາຍ​ຈະ​ປົກຄອງ​ຢ່າງ​ຍຸຕິທຳ (1-​8)

    • ຄຳ​ເຕືອນ​ເຖິງ​ພວກ​ຜູ້ຍິງ​ທີ່​ບໍ່​ເດືອດ​ບໍ່​ຮ້ອນ​ຫຍັງ (9-​14)

    • ຈະ​ມີ​ສິ່ງ​ດີໆ ເມື່ອ​ພະເຈົ້າ​ໃຫ້​ພະລັງ​ຂອງ​ເພິ່ນ (15-​20)

  • 33

    • ການ​ຕັດສິນ​ແລະ​ຄວາມ​ຫວັງ​ສຳລັບ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ (1-​24)

      • ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ ຜູ້​ໃຫ້​ກົດໝາຍ ແລະ​ກະ⁠ສັດ (22)

      • ຈະ​ບໍ່​ມີ​ໃຜ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສະບາຍ” (24)

  • 34

    • ພະ​ເຢໂຫວາ​ຈະ​ແກ້ແຄ້ນ​ຊາດ​ຕ່າງໆ (1-​4)

    • ເອໂດມ​ຈະ​ຮ້າງ​ເປົ່າ (5-​17)

  • 35

    • ອຸທິຍານ​ຈະ​ໄດ້​ຮັບ​ການ​ຟື້ນຟູ (1-​7)

      • ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ແລະ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ (5)

    • ທາງ​ບໍລິສຸດ​ສຳລັບ​ຄົນ​ທີ່​ຖືກ​ໄຖ່ (8-​10)

  • 36

    • ເຊນນາເກຣິບ​ມາ​ໂຈມຕີ​ຢູດາ (1-​3)

    • ຣັບຊາເຄ​ເວົ້າ​ເຍາະເຍີ້ຍ​ພະ​ເຢໂຫວາ (4-​22)

  • 37

    • ເຮເຊກີຢາ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຜ່ານ​ທາງ​ເອຊາຢາ (1-​7)

    • ເຊນນາເກຣິບ​ເວົ້າ​ຂູ່​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຢ້ານ (8-​13)

    • ຄຳ​ອະທິດຖານ​ຂອງ​ເຮເຊກີຢາ (14-​20)

    • ພະເຈົ້າ​ຕອບ​ຜ່ານ​ທາງ​ເອຊາຢາ (21-​35)

    • ທູດສະຫວັນ​ອົງ​ໜຶ່ງ​ຂ້າ​ທະຫານ​ອັດຊີເຣຍ 185.000 ຄົນ (36-​38)

  • 38

    • ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ເຊົາ​ເຈັບ​ປ່ວຍ (1-​22)

      • ເພງ​ຂອບໃຈ​ພະເຈົ້າ (10-​20)

  • 39

    • ພວກ​ຜູ້​ສົ່ງ​ຂ່າວ​ຈາກ​ບາບີໂລນ (1-​8)

  • 40

    • ຄຳ​ປອບ​ໂຍນ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ (1-​11)

      • ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ (3-​5)

    • ຄວາມ​ຍິ່ງໃຫຍ່​ຂອງ​ພະເຈົ້າ (12-​31)

      • ຊາດ​ຕ່າງໆ​ເປັນ​ຄື​ກັບ​ນ້ຳ​ຢອດ​ດຽວ​ຈາກ​ຄຸ (15)

      • ພະເຈົ້າ​ຢູ່​ເທິງ “ໜ່ວຍໂລກ​ທີ່​ເປັນ​ວົງມົນ” (22)

      • ດາວ​ທຸກ​ດວງ​ມີ​ຊື່ (26)

      • ພະເຈົ້າ​ບໍ່​ເຄີຍ​ເມື່ອຍ (28)

      • ຄົນ​ທີ່​ເພິ່ງ​ພະ​ເຢໂຫວາ​ຈະ​ກັບ​ມາ​ມີ​ແຮງ​ອີກ (29-​31)

  • 41

    • ຜູ້​ຊະນະ​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ (1-​7)

    • ອິດສະຣາເອນ​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ (8-​20)

      • “ອັບຣາຮາມ​ໝູ່​ຂອງ​ເຮົາ” (8)

    • ພະເຈົ້າ​ຕ່າງໆ​ຖືກ​ທ້າທາຍ (21-​29)

  • 42

    • ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ແລະ​ໜ້າທີ່​ຂອງ​ລາວ (1-​9)

      • ‘ເຢໂຫວາ​ແມ່ນ​ຊື່​ຂອງ​ເຮົາ’ (8)

    • ຮ້ອງ​ເພງ​ໃໝ່​ເພື່ອ​ສັນລະເສີນ​ພະ​ເຢໂຫວາ (10-​17)

    • ພວກ​ອິດສະຣາເອນ​ຕາບອດ​ແລະ​ຫູ​ໜວກ (18-​25)

  • 43

    • ພະ​ເຢໂຫວາ​ລວບລວມ​ປະຊາຊົນ​ຂອງ​ເພິ່ນ​ຄືນ​ມາ​ອີກ (1-​7)

    • ພວກ​ພະເຈົ້າ​ປອມ​ຖືກ​ທ້າທາຍ (8-​13)

      • “ເຈົ້າ​ເປັນ​ພະຍານ​ຂອງ​ເຮົາ” (10, 12)

    • ຖືກ​ປ່ອຍ​ອອກ​ຈາກ​ບາບີໂລນ (14-​21)

    • “ໃຫ້​ເຮົາ​ມາ​ສູ້​ຄະດີ​ກັນ” (22-​28)

  • 44

    • ປະຊາຊົນ​ທີ່​ພະເຈົ້າ​ເລືອກ​ໄດ້​ຮັບ​ພອນ (1-​5)

    • ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ພະເຢໂຫວາ (6-​8)

    • ຮູບ​ບູ⁠ຊາ​ທີ່​ມະນຸດ​ເຮັດ​ບໍ່​ມີ​ປະໂຫຍດ​ຫຍັງ (9-​20)

    • ພະເຢໂຫວາ​ເປັນ​ຜູ້​ໄຖ່​ອິດສະຣາເອນ​ຄືນ​ມາ (21-​23)

    • ການ​ຟື້ນຟູ​ໂດຍ​ທາງ​ໄຊຣັດ (24-​28)

  • 45

    • ໄຊຣັດ​ຖືກ​ເລືອກ​ໃຫ້​ທຳລາຍ​ບາບີໂລນ (1-​8)

    • ດິນ​ດາກ​ບໍ່​ຄວນ​ເວົ້າ​ໃຫ້​ຊ່າງ​ປັ້ນ​ໝໍ້ (9-​13)

    • ຊາດ​ຕ່າງໆ​ຍອມ​ຮັບ​ອິດສະຣາເອນ (14-​17)

    • ພະເຈົ້າ​ເປັນ​ຜູ້​ສ້າງ​ແລະ​ເປັນ​ຜູ້​ເປີດ​ເຜີຍ​ໃຫ້​ຮູ້​ທີ່​ເຊື່ອ​ຖື​ໄດ້ (18-​25)

      • ໂລກ​ຖືກ​ສ້າງ​ໄວ້​ເພື່ອ​ໃຫ້​ຄົນ​ອາໄສ​ຢູ່ (18)

  • 46

    • ຮູບ​ບູ⁠ຊາ​ຕ່າງໆ​ຂອງ​ບາບີໂລນ​ທຽບ​ກັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບໍ່​ໄດ້ (1-​13)

      • ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ອະນາຄົດ​ຈະ​ເປັນ​ແນວໃດ (10)

      • ນົກ​ອິນຊີ​ໂຕ​ໜຶ່ງ​ມາ​ຈາກ​ທິດ​ຕາເວັນ​ອອກ (11)

  • 47

    • ເມືອງ​ບາບີໂລນ​ຖືກ​ທຳລາຍ (1-​15)

      • ພວກ​ທີ່​ທຳ​ນາຍ​ໂດຍ​ເບິ່ງ​ດວງ​ດາວ​ຖືກ​ເປີດໂປງ (13-​15)

  • 48

    • ອິດສະຣາເອນ​ຖືກ​ຕຳໜິ​ແລະ​ຖືກ​ເຮັດ​ໃຫ້​ບໍລິສຸດ (1-​11)

    • ພະເຢໂຫວາ​ຈັດການ​ກັບ​ບາບີໂລນ (12-​16​ກ)

    • ຄຳ​ສອນ​ຂອງ​ພະເຈົ້າ​ເປັນ​ປະໂຫຍດ (16​ຂ-​19)

    • “ໃຫ້​ອອກ​ຈາກ​ບາບີໂລນ!” (20-​22)

  • 49

    • ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຮັດ (1-​12)

      • ແສງ​ສະຫວ່າງ​ຂອງ​ຊາດ​ຕ່າງໆ (6)

    • ອິດສະຣາເອນ​ໄດ້​ຮັບ​ການ​ປອບ​ໂຍນ (13-​26)

  • 50

    • ອິດສະຣາເອນ​ເຮັດ​ຜິດ​ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ (1-​3)

    • ຜູ້​ຮັບໃຊ້​ທີ່​ເຊື່ອຟັງ​ພະ​ເຢໂຫວາ (4-​11)

      • ຖືກ​ສອນ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ແນວໃດ​ແລະ​ໃຫ້​ພ້ອມ​ທີ່​ຈະ​ຕັ້ງໃຈ​ຟັງ (4)

  • 51

    • ຊີໂອນ​ຖືກ​ຟື້ນຟູ​ໃຫ້​ເປັນ​ຄື​ກັບ​ສວນ​ເອເດັນ (1-​8)

    • ຊີໂອນ​ໄດ້​ຮັບ​ການ​ປອບ​ໂຍນ​ຈາກ​ຜູ້​ສ້າງ​ທີ່​ມີ​ລິດເດດ (9-​16)

    • ຈອກ​ທີ່​ມີ​ຄວາມ​ໃຈຮ້າຍ​ຂອງ​ພະ​ເຢໂຫວາ (17-​23)

  • 52

    • ຊີໂອນ​ເອີ້ຍ ຕື່ນ! ຕື່ນ! (1-​12)

      • ຕີນ​ຂອງ​ຜູ້​ທີ່​ຍ່າງ​ຂ້າມ​ພູ​ຫຼາຍ​ໜ່ວຍ​ມາ​ເພື່ອ​ປະກາດ​ຂ່າວ​ດີ​ກໍ​ງາມ​ຫຼາຍ (7)

      • ພວກ​ຄົນຍາມ​ຂອງ​ຊີໂອນ​ຮ້ອງ​ພ້ອມ​ກັນ (8)

      • ຄົນ​ທີ່​ຖື​ເຄື່ອງໃຊ້​ຕ່າງໆ​ໃນ​ວິ⁠ຫານ​ຂອງ​ພະ​ເຢໂຫວາ​ຕ້ອງ​ສະອາດ (11)

    • ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ (13-​15)

      • ຮູບ​ຮ່າງ​ໜ້າ​ຕາ​ຕ່າງ​ຈາກ​ຄົນອື່ນ (14)

  • 53

    • ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ທົນ​ທຸກ​ທໍລະມານ ຕາຍ ແລະ​ຖືກ​ຝັງ (1-​12)

      • ຖືກ​ດູຖູກ​ແລະ​ບໍ່​ມີ​ຄົນ​ຢາກ​ຢູ່​ໃກ້ (3)

      • ແບກ​ຄວາມ​ເຈັບ​ປ່ວຍ​ແລະ​ຄວາມ​ເຈັບ​ປວດ (4)

      • “ຖືກ​ພາ​ໄປ​ຄື​ກັບ​ແກະ​ທີ່​ຖືກ​ພາ​ໄປ​ຂ້າ” (7)

      • ລາວ​ໄດ້​ແບກ​ຄວາມ​ຜິດ​ຂອງ​ຫຼາຍ​ຄົນ (12)

  • 54

    • ຊີໂອນ​ທີ່​ເປັນ​ໝັນ​ໄດ້​ລູກ​ຊາຍ​ຫຼາຍ​ຄົນ (1-​17)

      • ພະ​ເຢໂຫວາ​ເປັນ​ຄື​ກັບ​ຜົວ​ຂອງ​ຊີໂອນ (5)

      • ພວກ​ລູກ​ຊາຍ​ຂອງ​ຊີໂອນ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ (13)

      • ອາວຸດ​ໃດ​ກໍ​ຕາມ​ທີ່​ສ້າງ​ຂຶ້ນ​ມາ​ເພື່ອ​ທຳ​ຮ້າຍ​ຊີໂອນ​ຈະ​ເຮັດ​ຫຍັງ​ບໍ່​ໄດ້ (17)

  • 55

    • ຄຳ​ເຊີນ​ທີ່​ໃຫ້​ມາ​ກິນ​ໂດຍ​ທີ່​ບໍ່​ຕ້ອງ​ຊື້​ບໍ່​ຕ້ອງ​ຈ່າຍ (1-​5)

    • ໃຫ້​ຊອກ​ຫາ​ພະ​ເຢໂຫວາ​ແລະ​ຄຳເວົ້າ​ຂອງ​ເພິ່ນ​ທີ່​ໄວ້ໃຈ​ໄດ້ (6-​13)

      • ແນວ​ທາງ​ຂອງ​ພະ​ເຢໂຫວາ​ສູງ​ກວ່າ​ແນວ​ທາງ​ຂອງ​ມະນຸດ (8, 9)

      • ທຸກ​ຢ່າງ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້​ໆ​ຕາມ​ທີ່​ພະເຈົ້າ​ເວົ້າ (10, 11)

  • 56

    • ຄົນ​ຕ່າງ​ຊາດ​ແລະ​ຂັນທີ​ຈະ​ໄດ້​ຮັບ​ການ​ອວຍພອນ (1-​8)

      • ວິ⁠ຫານ​ສຳລັບ​ການ​ອະທິດຖານ​ຂອງ​ຄົນ​ທຸກ​ຊາດ (7)

    • ຄົນຍາມ​ຕາບອດ​ແລະ​ໝາ​ປາກ​ກືກ (9-​12)

  • 57

    • ຄົນ​ດີ​ແລະ​ຄົນ​ສັດຊື່​ຕາຍ (1, 2)

    • ອິດສະຣາເອນ​ຖືກ​ເປີດໂປງ​ວ່າ​ບໍ່​ສັດຊື່​ທີ່​ໄປ​ນະມັດສະການ​ພະເຈົ້າ​ປອມ (3-​13)

    • ຄົນ​ທີ່​ຕ່ຳຕ້ອຍ​ໄດ້​ຮັບ​ການ​ປອບ​ໂຍນ (14-​21)

      • ຄົນ​ຊົ່ວ​ຈະ​ເປັນ​ຄື​ກັບ​ທະເລ​ທີ່​ປັ່ນປ່ວນ (20)

      • ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຢູ່​ຢ່າງ​ສະຫງົບສຸກ (21)

  • 58

    • ການ​ອົດ​ເຂົ້າ​ແທ້​ແລະ​ການ​ອົດ​ເຂົ້າ​ແບບ​ຂີ້⁠ຕົວະ (1-​12)

    • ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຖື​ວັນ​ຊະບາໂຕ (13, 14)

  • 59

    • ຄວາມ​ຜິດ​ທີ່​ພວກ​ອິດສະຣາເອນ​ເຮັດ​ໄດ້​ເຮັດ​ໃຫ້​ເຂົາເຈົ້າ​ຫ່າງ​ຈາກ​ພະເຈົ້າ (1-​8)

    • ສາລະພາບ​ຄວາມ​ຜິດ (9-​15​ກ)

    • ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ກັບໃຈ (15​ຂ-​21)

  • 60

    • ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ສ່ອງ​ໃສ່​ຊີໂອນ (1-​22)

      • ບິນ​ມາ​ຄື​ກັບ​ນົກ​ເຂົາ​ບິນ​ກັບ​ເມືອ​ຮັງ (8)

      • ເອົາ​ຄຳ​ມາ​ແທນ​ທອງແດງ (17)

      • ຄົນ​ຈຳນວນ​ໜ້ອຍ​ຈະ​ເພີ່ມ​ຂຶ້ນ​ເປັນ​ຈຳນວນ​ພັນ (22)

  • 61

    • ຖືກ​ແຕ່ງຕັ້ງ​ໃຫ້​ປະກາດ​ຂ່າວ​ດີ (1-​11)

      • “ເວລາ​ທີ່​ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ເມດຕາ” (2)

      • “ຕົ້ນ​ໄມ້​ໃຫຍ່​ທີ່​ດີ” (3)

      • ຄົນ​ຕ່າງ​ຊາດ​ຈະ​ມາ​ຊ່ວຍ (5)

      • “ປະໂລຫິດ​ຂອງ​ພະ​ເຢໂຫວາ” (6)

  • 62

    • ຊື່​ໃໝ່​ຂອງ​ຊີໂອນ (1-​12)

  • 63

    • ພະ​ເຢໂຫວາ​ແກ້ແຄ້ນ​ຊາດ​ຕ່າງໆ (1-​6)

    • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ (7-​14)

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ກັບໃຈ (15-​19)

  • 64

    • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ກັບໃຈ​ຕໍ່​ຈາກ​ບົດ​ກ່ອນ (1-​12)

      • ພະ​ເຢໂຫວາ​ເປັນ “ຊ່າງ​ປັ້ນ​ໝໍ້” (8)

  • 65

    • ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ທີ່​ຂາບ​ໄຫວ້​ຮູບ​ບູ⁠ຊາ (1-​16)

      • ພະເຈົ້າ​ແຫ່ງ​ໂຊກ​ລາບ​ແລະ​ພະເຈົ້າ​ແຫ່ງ​ໂຊກ​ຊະຕາ (11)

      • “ຜູ້​ຮັບໃຊ້​ຂອງ​ເຮົາ​ຈະ​ມີ​ແນວ​ກິນ” (13)

    • ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່ (17-​25)

      • ປຸກ​ເຮືອນ​ແລະ​ເຮັດ​ສວນ​ໝາກ​ລະແຊັງ (21)

      • ຈະ​ບໍ່​ຕ້ອງ​ເຮັດ​ວຽກ​ເອົາ​ແທ້​ເອົາ​ວ່າ​ແລ້ວ​ບໍ່​ໄດ້​ຫຍັງ (23)

  • 66

    • ການ​ນະມັດສະການ​ແທ້​ແລະ​ການ​ນະມັດສະການ​ປອມ (1-​6)

    • ຊີໂອນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ (7-​17)

    • ຄົນ​ຖືກ​ລວບລວມ​ໃຫ້​ມາ​ນະມັດສະການ​ຢູ່​ເມືອງ​ເຢຣູຊາເລັມ (18-​24)