ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອາໂມດ

ບົດທີ

1 2 3 4 5 6 7 8 9

ໃຈຄວາມສຳຄັນ

  • 1

    • ອາໂມດ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ (1, 2)

    • ຄຳ​ຕັດສິນ​ຕໍ່​ຊາດ​ທີ່​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ (3-15)

      • ຊີເຣຍ (3-5) ຟີລິດສະຕີນ (6-8) ຕີເຣ (9, 10) ເອໂດມ (11, 12) ອຳໂມນ (13-15)

  • 2

    • ຄຳ​ຕັດສິນ​ຕໍ່​ຊາດ​ທີ່​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ (1-16)

      • ໂມອາບ (1-3) ຢູດາ (4, 5) ອິດສະຣາເອນ (6-16)

  • 3

    • ປະກາດ​ຄຳ​ຕັດສິນ​ຂອງ​ພະເຈົ້າ (1-8)

      • ພະເຈົ້າ​ເປີດ​ເຜີຍ​ຄວາມ​ລັບ​ຂອງ​ເພິ່ນ (7)

    • ຂ່າວ​ຮ້າຍ​ເຖິງ​ຊາມາເຣຍ (9-15)

  • 4

    • ຂ່າວ​ຮ້າຍ​ເຖິງ​ງົວ​ໂຕ​ແມ່​ຂອງ​ບາຊານ (1-3)

    • ພະ​ເຢໂຫວາ​ດູຖູກ​ການ​ນະມັດສະການ​ປອມ​ຂອງ​ອິດສະຣາເອນ (4, 5)

    • ອິດສະຣາເອນ​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ (6-13)

      • “ໃຫ້​ກຽມ​ພ້ອມ​ມາ​ເຈິ​ເຮົາ​ທີ່​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ” (12)

      • ‘ພະເຈົ້າ​ບອກ​ໃຫ້​ມະນຸດ​ຮູ້​ວ່າ​ເພິ່ນ​ຄິດ​ແນວໃດ’ (13)

  • 5

    • ພວກ​ອິດສະຣາເອນ​ທີ່​ເປັນ​ຄື​ກັບ​ຜູ້ຍິງ​ບໍລິສຸດ​ລົ້ມ​ລົງ​ແລ້ວ (1-3)

    • ໃຫ້​ກັບ​ມາ​ນະມັດສະການ​ພະເຈົ້າ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ (4-17)

      • ໃຫ້​ຮັກ​ແນວ​ດີ​ໆ​ແລະ​ຊັງ​ແນວ​ຊົ່ວ​ໆ​ (15)

    • ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ແຕ່​ຄວາມ​ມືດ (18-27)

      • ພະເຈົ້າ​ບໍ່​ຍອມ​ຮັບ​ເຄື່ອງ​ບູຊາ​ຂອງ​ພວກ​ອິດສະຣາເອນ (22)

  • 6

    • ຄົນ​ທີ່​ໝັ້ນໃຈ​ໃນ​ໂຕເອງ​ຈະ​ຖືກ​ທຳລາຍ (1-14)

      • ຕຽງ​ງາ​ຊ້າງ; ຈອກ​ເຫຼົ້າແວງ (4, 6)

  • 7

    • ນິມິດ​ທີ່​ສະແດງ​ວ່າ​ອິດສະຣາເອນ​ໃກ້​ຈະ​ເຖິງ​ຈຸດຈົບ (1-9)

      • ຝູງ​ຕັກກະແຕນ (1-3) ໄຟ (4-6) ລູກ​ດິ່ງ (7-9)

    • ອາໂມດ​ຖືກ​ຫ້າມ​ບໍ່​ໃຫ້​ພະຍາກອນ (10-17)

  • 8

    • ນິມິດ​ກ່ຽວກັບ​ກະຕ່າ​ໃສ່​ໝາກ​ໄມ້​ລະດູ​ຮ້ອນ (1-3)

    • ພະເຈົ້າ​ຈະ​ລົງໂທດ​ພວກ​ທີ່​ກົດຂີ່ (4-14)

      • ຄວາມ​ອຶດຢາກ​ເລື່ອງ​ຄຳ​ສອນ​ຂອງ​ພະເຈົ້າ (11)

  • 9

    • ບໍ່​ມີ​ໃຜ​ໜີ​ພົ້ນ​ຈາກ​ການ​ຕັດສິນ​ຂອງ​ພະເຈົ້າ​ໄດ້ (1-10)

    • ເຮືອນ​ຂອງ​ດາວິດ​ຈະ​ຖືກ​ສ້າງ​ຄືນ​ໃໝ່ (11-15)