ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຊຄາຣີຢາ

ບົດທີ

1 2 3 4 5 6 7 8 9 10 11 12 13 14

ໃຈຄວາມສຳຄັນ

  • 1

    • ເອີ້ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ (1-​6)

      • “ໃຫ້​ກັບ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ກັບ​ໄປ​ຫາ​ພວກ​ເຈົ້າ” (3)

    • ນິມິດ​ທີ 1: ຄົນ​ທີ່​ຂີ່​ມ້າ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ (7-​17)

      • “ພະ​ເຢໂຫວາ​ຈະ​ປອບ​ໃຈ​ຊີໂອນ” (17)

    • ນິມິດ​ທີ 2: ເຂົາ​ສັດ 4 ເຂົາ​ແລະ​ຊ່າງ​ທີ່​ມີ​ສີ​ໄມ້​ລາຍ​ມື 4 ຄົນ (18-​21)

  • 2

    • ນິມິດ​ທີ 3: ຜູ້​ຊາຍ​ຄົນ​ໜຶ່ງ​ຖື​ສາຍ​ແທກ (1-​13)

      • ເມືອງ​ເຢຣູຊາເລັມ​ຖືກ​ແທກ (2)

      • ພະ​ເຢໂຫວາ “ເປັນ​ກຳແພງ​ໄຟ​ອ້ອມ​ເມືອງ​ນີ້” (5)

      • ແຕະ​ຕ້ອງ​ໜ່ວຍ​ຕາ​ຂອງ​ພະເຈົ້າ (8)

      • ຄົນ​ຈາກ​ຫຼາຍ​ໆ​ຊາດ​ຈະ​ມາ​ຫາ​ພະ​ເຢໂຫວາ (11)

  • 3

    • ນິມິດ​ທີ 4: ປະໂລຫິດ​ໃຫຍ່​ປ່ຽນ​ເຄື່ອງນຸ່ງ​ໃໝ່ (1-​10)

      • ຊາຕານ​ຕໍ່ຕ້ານ​ປະໂລຫິດ​ໃຫຍ່​ໂຢຊວຍ (1)

      • “ເຮົາ​ຈະ​ພາ​ຜູ້​ຮັບໃຊ້​ຂອງ​ເຮົາ​ມາ ລາວ​ມີ​ຊື່​ວ່າ​ໜໍ່” (8)

  • 4

    • ນິມິດ​ທີ 5: ຂາ​ຕະກຽງ​ກັບ​ຕົ້ນ​ໝາກກອກ 2 ຕົ້ນ (1-​14)

      • ‘ບໍ່​ແມ່ນ​ຍ້ອນ​ກຳລັງ​ຂອງ​ມະນຸດ ແຕ່​ແມ່ນ​ຍ້ອນ​ພະລັງ​ຂອງ​ເຮົາ’ (6)

      • ຢ່າ​ດູຖູກ​ຈຸດ​ເລີ່ມ​ຕົ້ນ​ນ້ອຍ​ໆ (10)

  • 5

    • ນິມິດ​ທີ 6: ມ້ວນ​ໜັງສື​ບິນ​ຢູ່ (1-​4)

    • ນິມິດ​ທີ 7: ຖັງ​ເອຟາ (5-​11)

      • ຜູ້​ຍິງ​ໃນ​ຖັງ​ຖືກ​ເອີ້ນ​ວ່າ​ຄວາມ​ຊົ່ວ (8)

      • ຖັງ​ຖືກ​ເອົາ​ໄປ​ແຜ່ນດິນ​ຊີນາ (9-​11)

  • 6

    • ນິມິດ​ທີ 8: ລົດ​ຮົບ 4 ຄັນ (1-​8)

    • ຜູ້​ຊາຍ​ຄົນ​ທີ່​ຊື່​ວ່າ​ໜໍ່​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ (9-​15)

  • 7

    • ພະ​ເຢໂຫວາ​ຕຳໜິ​ຄົນ​ທີ່​ອົດ​ເຂົ້າ​ແບບ​ພໍ​ເປັນ​ພິທີ (1-​14)

      • “ພວກ​ເຈົ້າ​ໄດ້​ເຮັດ​ເພື່ອ​ເຮົາ​ແທ້​ໆ​ຊັ້ນ​ບໍ?” (5)

      • ‘ໃຫ້​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ ໃຫ້​ຮັກ​ກັນ​ຢ່າງ​ໝັ້ນຄົງ​ແລະ​ເມດຕາ​ກັນ’ (9)

  • 8

    • ພະ​ເຢໂຫວາ​ເຮັດ​ໃຫ້​ຊີໂອນ​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ຈິງ (1-​23)

      • ເຢຣູຊາເລັມ “ເມືອງ​ແຫ່ງ​ຄວາມ​ຈິງ” (3)

      • “ເວົ້າ​ຄວາມ​ຈິງ​ຕໍ່​ກັນ” (16)

      • ການ​ອົດ​ເຂົ້າ​ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ (18, 19)

      • ‘ໄປ໋ ໃຫ້​ພວກ​ເຮົາ​ໄປ​ຮັບໃຊ້​ພະ​ເຢໂຫວາ’ (21)

      • 10 ຄົນ​ຈັບ​ຍອຍ​ເສື້ອ​ຂອງ​ຄົນ​ຢິວ​ຜູ້​ໜຶ່ງ (23)

  • 9

    • ພະເຈົ້າ​ຕັດສິນ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ (1-​8)

    • ກະສັດ​ຊີໂອນ​ກຳລັງ​ມາ (9, 10)

      • ກະສັດ​ທີ່​ຖ່ອມ​ໂຕ​ນັ່ງ​ຢູ່​ເທິງ​ຫຼັງ​ລາ (9)

    • ປະຊາຊົນ​ຂອງ​ພະ​ເຢໂຫວາ​ຖືກ​ປົດ​ປ່ອຍ (11-​17)

  • 10

    • ຂໍ​ຝົນ​ຈາກ​ພະ​ເຢໂຫວາ ບໍ່​ແມ່ນ​ຂໍ​ຈາກ​ພະເຈົ້າ​ປອມ (1, 2)

    • ພະ​ເຢໂຫວາ​ລວບລວມ​ປະຊາຊົນ​ຂອງ​ເພິ່ນ (3-​12)

      • ຜູ້​ນຳ​ຄົນ​ໜຶ່ງ​ມາ​ຈາກ​ພວກ​ຢູດາ (3, 4)

  • 11

    • ຜົນ​ຂອງ​ການ​ບໍ່​ຍອມຮັບ​ຜູ້​ລ້ຽງ​ແກະ​ທີ່​ພະເຈົ້າ​ເລືອກ​ໄວ້ (1-​17)

      • “ໃຫ້​ລ້ຽງ​ຄົນ​ເຫຼົ່າ​ນີ້​ເຊິ່ງ​ເປັນ​ຄື​ກັບ​ຝູງ​ແກະ​ທີ່​ຖືກ​ເລືອກ​ໄວ້​ເພື່ອ​ຈະ​ເອົາ​ໄປ​ຂ້າ” (4)

      • ໄມ້ຄ້ອນເທົ້າ 2 ອັນ​ທີ່​ຊື່​ຄວາມ​ດີ​ແລະ​ອັນ​ໜຶ່ງ​ອັນ​ດຽວ​ກັນ (7)

      • ຜູ້​ລ້ຽງ​ແກະ​ໄດ້​ຄ່າ​ຈ້າງ​ເປັນ​ເງິນ 30 ເຊເກນ (12)

      • ໂຍນ​ເງິນ​ເຂົ້າ​ໄປ​ໃນ​ຄັງ​ຊັບສິນ​ໃນ​ວິຫານ (13)

  • 12

    • ພະ​ເຢໂຫວາ​ປົກປ້ອງ​ຢູດາ​ກັບ​ເຢຣູຊາເລັມ (1-​9)

      • ເຢຣູຊາເລັມ​ເປັນ “ກ້ອນ​ຫີນ​ທີ່​ໜັກ​ຫຼາຍ” (3)

    • ຮ້ອງໄຫ້​ໃຫ້​ຄົນ​ທີ່​ຖືກ​ຫອກ​ແທງ (10-​14)

  • 13

    • ກຳຈັດ​ຮູບ​ບູຊາ​ແລະ​ຜູ້​ພະຍາກອນ​ປອມ (1-​6)

      • ຜູ້​ພະຍາກອນ​ປອມ​ຈະ​ຕ້ອງ​ອັບອາຍ (4-​6)

    • ຜູ້​ລ້ຽງ​ແກະ​ຈະ​ຖືກ​ຂ້າ (7-​9)

      • ຄົນ 1 ໃນ 3 ຈະ​ຖືກ​ຫຼອມ (9)

  • 14

    • ການ​ນະມັດສະການ​ແທ້​ໄດ້​ໄຊ​ຊະນະ (1-​21)

      • ພູ​ໝາກກອກ​ຈະ​ຖືກ​ແບ່ງ​ເຄິ່ງ (4)

      • ທຸກ​ຄົນ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ແລະ​ຈະ​ມີ​ແຕ່​ຊື່​ຂອງ​ເພິ່ນ​ທີ່​ໄດ້​ຮັບ​ການ​ສັນລະເສີນ (9)

      • ຊາດ​ຕ່າງ​ໆ​ທີ່​ມາ​ໂຈມຕີ​ເຢຣູຊາເລັມ​ຈະ​ເປັນ​ພະຍາດ​ຮ້າຍ​ແຮງ (12-​15)

      • ສະຫຼອງ​ເທດສະການ​ປຸກ​ຕູບ (16-​19)

      • ໝໍ້​ທຸກ​ໜ່ວຍ​ຈະ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ (20, 21)