ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພາະ​ມີ​ຄວາມ​ເຊື່ອ

ເພາະ​ມີ​ຄວາມ​ເຊື່ອ

(ຄຳເພງ 27:13, ລ.ມ.)

ດາວ​ໂຫຼດ:

  1. 1. ເຖິງ​ສິງໂຕ​ໃຫຍ່​ເຮົາ​ບໍ່​ຢ້ານ

    ສັດຕູ​ເປັນ​ລ້ານ​ເຮົາ​ບໍ່​ກົວ

    ເມື່ອ​ເຢໂຫວາ​ຢູ່​ກັບ​ເຮົາ

    ພະເຈົ້າ​ຊ່ວຍ​ເຮົາ​ໝັ້ນ​ໃຈ

    ເຮົາ​ຈຶ່ງ​ບໍ່​ຢ້ານ​ບໍ່​ກົວ​ສິ່ງ​ໃດ

    (ທ່ອນ​ຊ້ຳ)

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ເຫັນ​ຄວາມ​ສະຫວ່າງ​ໄດ້

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ກ້າວ​ເດີນ​ຕໍ່​ໄປ

    ເຮົາ​ເຂັ້ມແຂງ​ຍ້ອນ​ເຢໂຫວາ

    ເຮົາ​ກ້າຫານ​ບໍ່​ຢ້ານ​ກົວ

    ແລະ​ຮູ້​ວ່າ​ພະເຈົ້າ​ຢູ່​ໃກ້​ສະເໝີ

    ເພາະ​ມີ​ຄວາມ​ເຊື່ອ

  2. 2. ຜູ້​ທີ່​ສັດ​ຊື່​ແຕ່​ບູຮານ

    ມີ​ຄວາມ​ຫວັງ​ແລະ​ຄວາມ​ໝັ້ນ​ໃຈ

    ວ່າ​ຈະ​ໄດ້​ຊີວິດ​ໃໝ່

    ໃຊ້​ຊີວິດ​ຢ່າງ​ພັກດີ

    ຈຶ່ງ​ອົດ​ທົນ​ໄດ້​ຍ້ອນ​ມີ​ຄວາມ​ເຊື່ອ

    (ທ່ອນ​ຊ້ຳ)

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ເຫັນ​ຄວາມ​ສະຫວ່າງ​ໄດ້

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ກ້າວ​ເດີນ​ຕໍ່​ໄປ

    ເຮົາ​ເຂັ້ມແຂງ​ຍ້ອນ​ເຢໂຫວາ

    ເຮົາ​ກ້າຫານ​ບໍ່​ຢ້ານ​ກົວ

    ແລະ​ຮູ້​ວ່າ​ພະເຈົ້າ​ຢູ່​ໃກ້​ສະເໝີ

    ເພາະ​ມີ​ຄວາມ​ເຊື່ອ

    (ທ່ອນ​ສົ່ງ)

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ຍ້າຍ​ພູເຂົາ​ໄດ້

    ເພາະ​ມີ​ຄວາມ​ເຊື່ອ ຄວາມ​ຫວັງ​ແນ່ນອນ

    ແມ່ນ​ເຈິ​ສິ່ງ​ໃດ

    ຄວາມ​ເຊື່ອ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຂ້າມ​ໄປ

    ເຖິງ​ມີ​ບັນຫາ​ເຮົາ​ອົດ​ທົນ​ໄດ້

  3. 3. ເຫັນ​ອະນາຄົດ​ທີ່​ສົດ​ໃສ

    ພະເຈົ້າ​ກຽມ​ໄວ້​ໃຫ້​ເຮົາ

    ເພາະ​ວ່າ​ອີກ​ບໍ່​ດົນ

    ພະເຈົ້າ​ຈະ​ປະກາດ​ໄຊ

    ຂໍ​ໃຫ້​ເຮົາ​ເຂັ້ມແຂງ​ອົດ​ທົນ​ຕໍ່​ໄປ

    (ທ່ອນ​ຊ້ຳ)

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ເຫັນ​ຄວາມ​ສະຫວ່າງ​ໄດ້

    ເພາະ​ມີ​ຄວາມ​ເຊື່ອ ເຮົາ​ຈຶ່ງ​ກ້າວ​ເດີນ​ຕໍ່​ໄປ

    ເຮົາ​ເຂັ້ມແຂງ​ຍ້ອນ​ເຢໂຫວາ

    ເຮົາ​ກ້າຫານ​ບໍ່​ຢ້ານ​ກົວ

    ແລະ​ຮູ້​ວ່າ​ພະເຈົ້າ​ຢູ່​ໃກ້​ສະເໝີ

    ເພາະ​ມີ​ຄວາມ​ເຊື່ອ

    ເພາະ​ມີ​ຄວາມ​ເຊື່ອ

(ເບິ່ງ​ຕື່ມ ຮຣ. 11:1-40)