ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຈະບໍ່ມາຊ້າເລີຍ!” (ເພງການປະຊຸມພາກປີ 2023)

“ຈະບໍ່ມາຊ້າເລີຍ!” (ເພງການປະຊຸມພາກປີ 2023)

(ຮາບາກຸກ 2:3)

ດາວໂຫຼດ:

  1. 1. ຄວາມ​ງາມ​ໃນ​ໂລກ​ນີ້ ທີ່​ພວກ​ເຮົາ​ໄດ້​ເຫັນ

    ເປັນ​ຜົນ​ງານ​ພະອົງ ເຮັດ​ໃຫ້​ໃຈ​ເຮົາ​ຍິນດີ

    ເມື່ອ​ເວລາ​ລ່ວງ​ເລີຍ ໂລກ​ບໍ່​ເປັນ​ດັ່ງ​ເຄີຍ

    ແຕ່​ທີ່​ສັນຍາ​ໄວ້ ພະອົງ​ຈະ​ບໍ່​ປ່ຽນ​ໃຈ

    (ທ່ອນ​ຊ້ຳ)

    ພໍ່​ໃນ​ສະຫວັນ​ຂໍ​ຊ່ວຍ ໃຫ້​ເຮົາ​ເຂັ້ມແຂງ​ອົດທົນ

    ຈົນ​ກວ່າ​ໂລກ​ເປັນ​ອຸທິຍານ

    ພວກ​ເຮົາ​ມີ​ຄວາມ​ໝັ້ນໃຈ ມັນ​ຈະ​ບໍ່​ຊ້າ​ເກີນ​ໄປ

    ວັນ​ທີ່​ພະອົງ​ໄດ້​ສັນຍາ

    “ຈະ​ບໍ່​ມາ​ຊ້າ​ເລີຍ!”

  2. 2. ເຮົາ​ອົດທົນ​ລໍ​ຄອຍ ຄົນ​ທີ່​ຕາຍ​ຄືນ​ມາ

    ເຢໂຫວາ​ເຊັ່ນ​ກັນ ພະອົງ​ລໍ​ຄອຍ​ເວລາ

    ເຮົາ​ຮູ້​ວ່າ​ພະອົງ ມີ​ຮັກ​ທີ່​ໝັ້ນຄົງ

    ຂໍ​ຊ່ວຍ​ໃຫ້​ເຮົາ​ມີ ກຳລັງ​ທີ່​ຈະ​ອົດທົນ

    (ທ່ອນ​ຊ້ຳ)

    ພໍ່​ໃນ​ສະຫວັນ​ຂໍ​ຊ່ວຍ ໃຫ້​ເຮົາ​ເຂັ້ມແຂງ​ອົດທົນ

    ຈົນ​ກວ່າ​ໂລກ​ເປັນ​ອຸທິຍານ

    ພວກ​ເຮົາ​ມີ​ຄວາມ​ໝັ້ນໃຈ ມັນ​ຈະ​ບໍ່​ຊ້າ​ເກີນ​ໄປ

    ວັນ​ທີ່​ພະອົງ​ໄດ້​ສັນຍາ

    “ຈະ​ບໍ່​ມາ​ຊ້າ​ເລີຍ!”

  3. 3. ພະອົງ​ພະຍາຍາມ ຊອກ​ຫາ​ຄົນ​ຈິງໃຈ

    ຊ່ວຍ​ເຂົາ​ມີ​ຄວາມ​ຫວັງ ເຮົາ​ຈຶ່ງ​ປະກາດ​ຕໍ່​ໄປ

    ອອກ​ໄປ​ຊ່ວຍ​ຜູ້​ຄົນ ໃຫ້​ເຂົາ​ໄດ້​ຊີວິດ

    ຊ່ວຍ​ໃຫ້​ເຮົາ​ໃກ້ຊິດ ສະໜິດ​ກັບ​ເຢໂຫວາ

    (ທ່ອນ​ຊ້ຳ)

    ພໍ່​ໃນ​ສະຫວັນ​ຂໍ​ຊ່ວຍ ໃຫ້​ເຮົາ​ເຂັ້ມແຂງ​ອົດທົນ

    ຈົນ​ກວ່າ​ໂລກ​ເປັນ​ອຸທິຍານ

    ພວກ​ເຮົາ​ມີ​ຄວາມ​ໝັ້ນໃຈ ມັນ ຈະ​ບໍ່​ຊ້າ​ເກີນ​ໄປ

    ວັນ​ທີ່​ພະອົງ​ໄດ້​ສັນຍາ

    “ຈະ​ບໍ່​ມາ​ຊ້າ​ເລີຍ!”

    ພໍ່​ຂໍ​ຊ່ວຍ​ເຮົາ​ໃຫ້​ອົດທົນ!

(ເບິ່ງ​ຕື່ມ ກລຊ. 1:11)