ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ

ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ

ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ພະ​ຄຳພີ​ໄບເບິນ

ນີ້​ຄື​ໜັງສື​ກ່ຽວ​ກັບ​ເລື່ອງ​ຊຶ່ງ​ເປັນ​ຄວາມ​ຈິງ. ເລື່ອງ​ທັງ​ຫຼາຍ​ເຫຼົ່າ​ນີ້​ເອົາ​ມາ​ຈາກ​ພະ​ຄຳພີ​ໄບເບິນ ໜັງສື​ສຳຄັນ​ທີ່​ສຸດ​ໃນ​ໂລກ. ເລື່ອງ​ຕ່າງໆຈະ​ແຈ້ງ​ໃຫ້​ເຈົ້າ​ຮູ້​ເຖິງ​ປະຫວັດສາດ​ຂອງ​ໂລກ​ຕັ້ງ​ແຕ່​ເມື່ອ​ພະເຈົ້າ​ເລີ່ມ​ຕົ້ນ​ສ້າງ​ຈົນ​ເຖິງ​ສະໄໝ​ຂອງ​ເຮົາ. ນອກ​ຈາກ​ນີ້​ຍັງ​ໄດ້​ບອກ​ໃຫ້​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ສັນຍາ​ໄວ້​ວ່າ​ຈະ​ກະທຳ​ໃນ​ອະນາຄົດ.

ໜັງສື​ເຫຼັ້ມ​ນີ້​ຈະ​ໃຫ້​ເຈົ້າ​ຮູ້​ວ່າ​ພະ​ຄຳພີ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ແດ່. ໜັງສື​ເຫຼັ້ມ​ນີ້​ບອກ​ເຖິງ​ຄົນ​ໃນ​ສະໄໝ​ພະ​ຄຳພີ​ແລະ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ. ໜັງສື​ເຫຼັ້ມ​ນີ້​ສະແດງ​ໃຫ້​ຮູ້​ອີກ​ດ້ວຍ​ເຖິງ​ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ທີ່​ພະເຈົ້າ​ໄດ້​ໃຫ້​ແກ່​ມະນຸດ​ເຮົາ​ກ່ຽວ​ກັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ໃນ​ອຸດທະຍານ​ເທິງ​ແຜ່ນດິນ​ໂລກ.

ໃນ​ໜັງສື​ເຫຼັ້ມ​ນີ້​ມີ 116 ເລື່ອງ. ເລື່ອງ​ເຫຼົ່າ​ນີ້​ຈັດ​ເປັນ​ແປດ​ພາກ. ໜ້າ​ເລີ່ມ​ຕົ້ນ​ຂອງ​ແຕ່​ລະ​ພາກ​ຈະ​ບອກ​ໃຫ້​ຮູ້​ຢ່າງ​ສັ້ນໆເຖິງ​ສິ່ງ​ທີ່​ຢູ່​ໃນ​ພາກ​ນັ້ນ. ເລື່ອງ​ເຫຼົ່າ​ນີ້​ຈະ​ປາກົດ​ຢູ່​ຕາມ​ລຳດັບ​ຕາມ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປະຫວັດສາດ. ທັງ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ຕ່າງໆເກີດ​ຂຶ້ນ​ເມື່ອ​ໃດ​ໃນ​ປະຫວັດສາດ ແລະ​ມີ​ການ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃດ​ກັບ​ເຫດການ​ອື່ນໆ.

ເລື່ອງ​ເຫຼົ່າ​ນີ້​ໄດ້​ເລົ່າ​ເປັນ​ພາສາ​ງ່າຍໆ. ຫຼາຍ​ຄົນ​ໃນ​ພວກ​ເຈົ້າ​ທີ່​ຍັງ​ເປັນ​ຫນຸ່ມ​ນ້ອຍ​ຈະ​ສາມາດ​ອ່ານ​ເລື່ອງ​ເຫຼົ່າ​ນີ້​ໄດ້​ດ້ວຍ​ຕົນ​ເອງ. ທ່ານ​ຜູ້​ທີ່​ເປັນ​ພໍ່​ແມ່​ຈະ​ພົບ​ວ່າ​ລູກ​ນ້ອຍໆຂອງ​ທ່ານ​ຍິນດີ​ທີ່​ຈະ​ໃຫ້​ອ່ານ​ເລື່ອງ​ເຫຼົ່າ​ນີ້​ໃຫ້​ເຂົາ​ຟັງ​ຊ້ຳ​ແລ້ວ​ຊ້ຳ​ອີກ. ທ່ານ​ຈະ​ພົບ​ວ່າ​ໜັງສື​ເຫຼັ້ມ​ນີ້​ບັນຈຸ​ເລື່ອງ​ທີ່​ມີ​ປະໂຫຍດ​ຫຼາຍ​ສຳຫຼັບ​ຜູ້​ຫນຸ່ມ​ນ້ອຍ​ແລະ​ຜູ້​ໃຫຍ່​ດ້ວຍ.

ມີ​ການ​ນຳ​ຂໍ້​ພະ​ຄຳພີ​ຂຶ້ນ​ມາ​ອ້າງອິງ​ໄວ້​ຕອນ​ທ້າຍ​ຂອງ​ແຕ່​ລະ​ເລື່ອງ. ຂໍ​ສະໜັບສະຫນູນ​ທ່ານ​ອ່ານ​ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ຊຶ່ງ​ເລື່ອງ​ຕ່າງໆໄດ້​ຍຶດ​ເປັນ​ຮາກ​ຖານ. ເມື່ອ​ອ່ານ​ເລື່ອງ​ຈົບ​ໃຫ້​ທົບທວນ​ຄຳຖາມ​ສຳລັບ​ການ​ສຶກສາ​ຂອງ​ເລື່ອງ​ນັ້ນ​ເຊິ່ງ​ຢູ່​ທາງ​ຫຼັງ​ເລື່ອງ​ທີ 116 ແລະ​ພະຍາຍາມ​ຕອບ​ຄຳຖາມ.