ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການສ້າງຈົນເຖິງນ້ຳຖ້ວມໂລກ

ການສ້າງຈົນເຖິງນ້ຳຖ້ວມໂລກ

ພາກ 1

ການ​ສ້າງ​ຈົນ​ເຖິງ​ນ້ຳ​ຖ້ວມ​ໂລກ

ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ມາ​ຈາກ​ໃສ? ດວງ​ອາທິດ ດວງ​ເດືອນ​ແລະ​ດາວ​ທັງ​ຫຼາຍ​ພ້ອມ​ກັບ​ສິ່ງ​ຕ່າງໆຫຼາຍ​ຢ່າງ​ເທິງ​ແຜ່ນດິນ​ໂລກ​ເປັນ​ຂຶ້ນ​ມາ​ໄດ້​ຢ່າງ​ໃດ? ພະ​ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ທີ່​ແທ້​ຈິງ​ເມື່ອ​ກ່າວ​ວ່າ​ສິ່ງ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ສ້າງ​ໂດຍ​ພະເຈົ້າ.

ເຮົາ​ຈະ​ຮຽນ​ຮູ້​ວ່າ ການ​ສ້າງ​ທຳອິດ​ຂອງ​ພະເຈົ້າ ຄື​ບຸກຄົນ​ຈຳພວກ​ກາຍ​ວິນຍານ​ຄ້າຍໆກັນ​ກັບ​ພະອົງ​ເອງ. ພວກ​ເຂົາ​ຄື​ທູດ​ສະຫວັນ. ແຕ່​ວ່າ​ແຜ່ນດິນ​ໂລກ​ຖືກ​ສ້າງ​ຂຶ້ນ​ສຳລັບ​ຄົນ​ເຊັ່ນ​ພວກ​ເຮົາ. ດັ່ງ​ນັ້ນ ພະເຈົ້າ​ໄດ້​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຂຶ້ນ ມີ​ຊື່​ວ່າ​ອາດາມ​ແລະ​ເອວາ​ແລະ​ພະອົງ​ໄດ້​ຈັດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ສວນ​ອັນ​ສວຍ​ງາມ. ແຕ່​ວ່າ​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພະເຈົ້າ​ແລະ​ໄດ້​ເສຍ​ສິດທິ​ທີ່​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ.

ເລື່ອງ​ທັງ​ໝົດ​ໃນ​ທີ່​ນີ້ ຈາກ​ການ​ສ້າງ​ຂອງ​ອາດາມ​ຈົນ​ເຖິງ​ນ້ຳ​ຖ້ວມ​ຫຼວງ ເປັນ​ເວລາ 1,656 ປີ. ໃນ​ລະຫວ່າງ​ສະໄໝ​ນີ້​ເກີດ​ມີ​ຄົນ​ຊົ່ວ​ຮ້າຍ​ຈຳນວນ​ຫຼາຍ. ໃນ​ແດນ​ສະຫວັນ​ມີ​ກາຍ​ວິນຍານ​ທີ່​ມະນຸດ​ເຫັນ​ບໍ່​ໄດ້​ດ້ວຍ​ຕາ ຄື​ຊາຕານ​ແລະ​ພວກ​ທູດ​ສະຫວັນ​ຊົ່ວ​ຮ້າຍ​ຂອງ​ມັນ. ເທິງ​ແຜ່ນດິນ​ໂລກ​ນີ້​ມີ​ກາອີນ​ແລະ​ຄົນ​ອື່ນໆອີກ​ຫຼາຍໆທີ່​ຊົ່ວ​ຮ້າຍ ລວມ​ທັງ​ບາງ​ຄົນ​ທີ່​ມີ​ກຳລັງ​ຢ່າງ​ຜິດ​ປົກກະຕິ. ແຕ່​ກໍ່​ຍັງ​ມີ​ຄົນ​ດີ​ເທິງ​ແຜ່ນດິນ​ໂລກ​ດ້ວຍ​ຄື​ກັນ—ເຊັ່ນ​ອາເບນ ເຫນົກ​ແລະ​ໂນເອ. ໃນ​ພາກ​ທຳອິດ​ເຮົາ​ຈະ​ອ່ານ​ກ່ຽວ​ກັບ​ຜູ້​ຄົນ​ແລະ​ເຫດການ​ເຫຼົ່າ​ນີ້​ທັງ​ໝົດ.