ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຈົ້າເລີ່ມສ້າງສິ່ງຕ່າງໆ

ພະເຈົ້າເລີ່ມສ້າງສິ່ງຕ່າງໆ

ບົດ 1

ພະເຈົ້າ​ເລີ່ມ​ສ້າງ​ສິ່ງ​ຕ່າງໆ

ສິ່ງ​ທີ່​ດີ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ​ມາ​ຈາກ​ພະເຈົ້າ. ພະອົງ​ໄດ້​ສ້າງ​ດວງ​ຕາເວັນ​ເພື່ອ​ໃຫ້​ແສງ​ສະຫວ່າງ​ຕອນ​ກາງເວັນ ດວງ​ເດືອນ​ແລະ​ດວງ​ດາວ​ທັງ​ຫຼາຍ​ເພື່ອ​ເຮົາ​ຈະ​ມີ​ແສງ​ບ້າງ​ໃນ​ເວລາ​ກາງຄືນ. ແລະ​ພະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໃຫ້​ເປັນ​ທີ່​ຢູ່​ອາໄສ​ສຳລັບ​ພວກ​ເຮົາ.

ແຕ່​ວ່າ​ດວງ​ຕາເວັນ ດວງ​ເດືອນ​ດວງ​ດາວ​ທັງ​ຫຼາຍ​ແລະ​ແຜ່ນດິນ​ໂລກ​ບໍ່​ແມ່ນ​ສິ່ງ​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ. ເຈົ້າ​ຮູ້​ບໍ​ວ່າ​ແມ່ນ​ຫຍັງ​ເປັນ​ສິ່ງ​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ? ທຳອິດ​ພະເຈົ້າ​ໄດ້​ສ້າງ​ຜູ້​ມີ​ບຸກຄະລິກ​ຄ້າຍ​ກັນ​ກັບ​ພະອົງ​ເອງ. ພວກ​ເຮົາ​ບໍ່​ສາມາດ​ເຫັນ​ພວກ​ເຫຼົ່າ​ນີ້​ໄດ້ ເຊັ່ນ​ທີ່​ເຮົາ​ບໍ່​ສາມາດ​ເຫັນ​ພະເຈົ້າ​ໄດ້. ໃນ​ພະ​ຄຳພີ​ພວກ​ເຫຼົ່າ​ນີ້​ຖືກ​ເອີ້ນ​ວ່າ​ທູດ​ສະຫວັນ. ພະເຈົ້າ​ໄດ້​ສ້າງ​ພວກ​ທູດ​ສະຫວັນ​ເພື່ອ​ໃຫ້​ຢູ່​ກັບ​ພະອົງ​ໃນ​ສະຫວັນ.

ທູດ​ສະຫວັນ​ອົງ​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ​ເປັນ​ອົງ​ພິເສດ​ແທ້ໆ. ພະອົງ​ເປັນ​ພະ​ບຸດ​ຫົວປີ​ຂອງ​ພະເຈົ້າ ແລະ​ພະອົງ​ໄດ້​ຮ່ວມ​ເຮັດ​ວຽກ​ງານ​ກັບ​ພະ​ບິດາ​ຂອງ​ພະອົງ. ພະອົງ​ໄດ້​ຊ່ວຍ​ພະເຈົ້າ​ສ້າງ​ສິ່ງ​ອື່ນໆທັງ​ໝົດ. ພະອົງ​ໄດ້​ຊ່ວຍ​ພະເຈົ້າ​ສ້າງ​ດວງ​ອາທິດ ດວງ​ຈັນ ດວງ​ດາວ​ຕ່າງໆແລະ​ແຜ່ນດິນ​ໂລກ​ຂອງ​ເຮົາ​ດ້ວຍ.

ຕອນ​ນັ້ນ​ແຜ່ນດິນ​ໂລກ​ຄ້າຍ​ກັນ​ກັບ​ຫຍັງ? ໃນ​ຕອນ​ເລີ່ມ​ຕົ້ນ​ບໍ່​ມີ​ຜູ້​ໃດ​ສາມາດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໄດ້. ທີ່​ນັ້ນ​ບໍ່​ມີ​ຫຍັງ​ເລີຍ ນອກ​ຈາກ​ມະຫາ​ສະຫມຸດ​ອັນ​ກວ້າງ​ໃຫຍ່​ປົກ​ຄຸມ​ທົ່ວ​ແຜ່ນດິນ. ແຕ່​ພະເຈົ້າ​ຢາກ​ໃຫ້​ມີ​ຜູ້​ຄົນ​ອາໄສ​ຢູ່​ເທິງ​ແຜ່ນດິນ. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ເລີ່ມ​ຕົ້ນ​ກະກຽມ​ສິ່ງ​ຕ່າງໆໄວ້​ພ້ອມ​ສຳລັບ​ພວກ​ເຮົາ. ພະອົງ​ໄດ້​ເຮັດ​ສິ່ງ​ໃດ?

ເອົາ​ລະ ກ່ອນ​ອື່ນ​ແຜ່ນດິນ​ໂລກ​ຕ້ອງການ​ໄດ້​ຮັບ​ແສງ​ສະຫວ່າງ. ດັ່ງ​ນັ້ນ​ພະເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ແສງ​ສະຫວ່າງ​ຈາກ​ດວງ​ອາທິດ​ສ່ອງ​ແສງ​ໄປ​ເທິງ​ແຜ່ນດິນ​ໂລກ. ພະອົງ​ໄດ້​ເຮັດ​ເຊັ່ນ​ນີ້​ເພື່ອ​ຈະ​ໄດ້​ມີ​ທັງ​ກາງເວັນ​ແລະ​ກາງຄືນ. ຕໍ່​ມາ​ພະເຈົ້າ​ກະທຳ​ໃຫ້​ດິນ​ໂຜ່​ຂຶ້ນ​ເທິງ​ນ້ຳ​ທະເລ.

ຕອນ​ທຳອິດ​ນັ້ນ​ບໍ່​ມີ​ສິ່ງ​ໃດ​ເທິງ​ພື້ນ​ດິນ. ພື້ນ​ດິນ​ຈຶ່ງ​ເປັນ​ຄື​ຮູບ​ທີ່​ເຈົ້າ​ເຫັນ​ທີ່​ນີ້. ບໍ່​ມີ​ດອກ​ໄມ້ ຕົ້ນ​ໄມ້​ຫຼື​ສັດ. ແມ່ນ​ແຕ່​ປາ​ກໍ່​ບໍ່​ມີ​ໃນ​ມະຫາ​ສະຫມຸດ. ພະເຈົ້າ​ຍັງ​ມີ​ວຽກ​ງານ​ອີກ​ຫຼາຍ​ທີ່​ຈະ​ກະທຳ​ເພື່ອ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ເປັນ​ແຫຼ່ງ​ທີ່​ດີ​ແທ້ໆສຳລັບ​ສັດ​ແລະ​ມະນຸດ​ທີ່​ຈະ​ອາໄສ​ຢູ່.

ເຢເຣມີ 10:12; ໂກໂລດ 1:​15-17; ຕົ້ນເດິມ 1:​1-10.