ຊີວິດຍາກລຳບາກເລີ່ມຕົ້ນ
ບົດ 5
ຊີວິດຍາກລຳບາກເລີ່ມຕົ້ນ
ຂ້າງນອກສວນເອເດນ ອາດາມແລະເອວາມີຄວາມຍາກລຳບາກຫຼາຍຢ່າງ. ເຂົາຕ້ອງເຮັດວຽກໜັກເພື່ອຈະໄດ້ອາຫານມາສຳລັບເຂົາເຈົ້າ. ແທນທີ່ຈະມີຕົ້ນໄມ້ອັນສວຍງາມທີ່ມີໝາກໄມ້ເຂົາກັບເຫັນຕົ້ນໄມ້ຫຼືເຄືອທີ່ມີໜາມງອກຂຶ້ນຮອບໆຕົວເຂົາ. ນີ້ແຫຼະຄືສິ່ງທີ່ເກີດຂຶ້ນໃນເມື່ອອາດາມແລະເອວາບໍ່ເຊື່ອຟັງພະເຈົ້າແລະເລີກເປັນມິດຂອງພະອົງ.
ແຕ່ຍິ່ງຮ້າຍກວ່ານີ້ ອາດາມແລະເອວາກໍ່ເລີ່ມຈະຕາຍ. ຢ່າລືມວ່າພະເຈົ້າໄດ້ເຕືອນເຂົາເຈົ້າທີ່ວ່າເຂົາຈະຕາຍຖ້າຫາກວ່າເຂົາກິນໝາກໄມ້ຈາກຕົ້ນໄມ້ຕົ້ນນັ້ນ. ເອົາລະ ໃນມື້ນັ້ນແຫຼະທີ່ເຂົາກິນເຂົ້າໄປເຂົາກໍ່ເລີ່ມຕົ້ນຈະຕາຍ. ເປັນການບໍ່ສະຫຼາດແທ້ໆທີ່ພວກເຂົາບໍ່ໄດ້ເຊື່ອຟັງຄວາມພະເຈົ້າ!
ລູກໆຂອງອາດາມແລະເອວາທັງໝົດເກີດມາຫຼັງຈາກພະເຈົ້າຂັບໄລ່ພໍ່ແມ່ຂອງເຂົາອອກຈາກສວນເອເດນ. ເຫດນີ້ກໍ່ໝາຍຄວາມວ່າລູກໆຈະຕ້ອງເຖົ້າແກ່ລົງແລະຕາຍໄປເຊັ່ນກັນ.
ຖ້າຫາກວ່າອາດາມແລະເອວາໄດ້ເຊື່ອຟັງພະເຈົ້າ ຊີວິດຂອງເຂົາແລະລູກໆຂອງເຂົາກໍ່ຈະມີຄວາມສຸກເບີກບານ. ພວກເຂົາທຸກຄົນຄົງສາມາດມີຊີວິດຢູ່ໄດ້ຕະຫຼອດໄປດ້ວຍຄວາມສຸກເທິງແຜ່ນດິນໂລກ. ຈະບໍ່ມີຜູ້ໃດເລີຍຕ້ອງເຖົ້າແກ່ລົງ ຕ້ອງເຈັບໄຂ້ໄດ້ປ່ວຍ ແລະຕາຍໄປ.
ພະເຈົ້າປາຖະໜາໃຫ້ຄົນເຮົາມີຊີວິດຢູ່ຕະຫຼອດໄປດ້ວຍຄວາມສຸກ ແລະພະອົງສັນຍາວ່າໃນມື້ນຶ່ງຂ້າງໜ້າພວກເຂົາຈະມີຊີວິດຢູ່ໄດ້ຕະຫຼອດໄປ. ບໍ່ພຽງແຕ່ແຜ່ນດິນໂລກທັງໂລກຈະສວຍງາມເທົ່ານັ້ນ ແຕ່ປະຊາຊົນເຮົາທຸກຄົນຈະມີສຸຂະພາບດີ. ແລະທຸກໆຄົນເທິງແຜ່ນດິນໂລກຈະເປັນເພື່ອນທີ່ດີຕໍ່ກັນແລະກັນແລະກັບພະເຈົ້າ.
ແຕ່ເອວາບໍ່ເປັນເພື່ອນກັບພະເຈົ້າຕໍ່ໄປ. ດັ່ງນັ້ນເມື່ອນາງຄອດລູກໆນັ້ນຈຶ່ງບໍ່ເປັນການງ່າຍສຳລັບນາງ. ນາງໄດ້ຮັບຄວາມເຈັບປວດ. ການທີ່ບໍ່ເຊື່ອຟັງພະເຢໂຫວາຈຶ່ງໄດ້ນຳຄວາມເສົ້າໂສກເສຍໃຈແກ່ນາງຢ່າງມາກຫຼາຍ ເຈົ້າເຫັນພ້ອມບໍ?
ອາດາມແລະເອວາໄດ້ມີລູກຊາຍແລະລູກຍິງຫຼາຍຄົນ. ເມື່ອລູກຊາຍກົກຂອງເຂົາເກີດ ເຂົາຕັ້ງຊື່ໃຫ້ລູກວ່າກາອີນ. ເຂົາຕັ້ງຊື່ໃຫ້ລູກຄົນທີສອງວ່າອາເບນ. ມີຫຍັງເກີດຂຶ້ນກັບພວກເຂົາ? ເຈົ້າຮູ້ບໍ?
ຕົ້ນເດິມ 3:16-23; 4:1, 2; ຄຳປາກົດ 21:3, 4.