ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລູກຊາຍທີ່ດີ ແລະລູກຊາຍທີ່ບໍ່ດີ

ລູກຊາຍທີ່ດີ ແລະລູກຊາຍທີ່ບໍ່ດີ

ບົດ 6

ລູກ​ຊາຍ​ທີ່​ດີ ແລະ​ລູກ​ຊາຍ​ທີ່​ບໍ່​ດີ

ບັດ​ນີ້​ຂໍ​ແລ​ເບິ່ງ​ກາອີນ​ແລະ​ອາເບນ. ເຂົາ​ທັງ​ສອງ​ເຕີບໂຕ​ເປັນ​ຜູ້​ໃຫຍ່​ແລ້ວ. ກາອີນ​ເປັນ​ຄົນ​ເຮັດ​ໄຮ່​ເຮັດ​ນາ. ເຂົາ​ເພາະ​ປູກ​ເຂົ້າ​ແລະ​ຕົ້ນ​ໝາກ​ໄມ້​ແລະ​ພືດ​ຜັກ​ຕ່າງໆ.

ອາເບນ​ເປັນ​ຄົນ​ລ້ຽງ​ແກະ. ເຂົາ​ມັກ​ເບິ່ງ​ແຍງ​ລ້ຽງ​ດູ​ແກະ​ນ້ອຍໆ. ລູກ​ແກະ​ເຕີບໂຕ​ຂຶ້ນ​ເປັນ​ແກະ​ໃຫຍ່ ແລະ​ດັ່ງ​ນັ້ນ​ບໍ່​ຊ້າ​ອາເບນ​ກໍ່​ມີ​ຝູງ​ແກະ​ທີ່​ຈະ​ດູ​ແລ​ເອົາໃຈໃສ່.

ມື້​ນຶ່ງ​ກາອີນ​ແລະ​ອາເບນ​ນຳ​ເອົາ​ຂອງ​ຂວັນ​ມາ​ຖວາຍ​ແກ່​ພະເຈົ້າ. ກາອີນ​ໄດ້​ນຳ​ເອົາ​ພືດ​ຜົນ​ບາງ​ຢ່າງ​ທີ່​ເຂົາ​ໄດ້​ປູກ​ມາ​ຖວາຍ. ແລະ​ອາເບນ​ນຳ​ເອົາ​ແກະ​ທີ່​ດີ​ທີ່​ສຸດ​ທີ່​ເຂົາ​ມີ​ມາ​ຖວາຍ. ພະ​ເຢໂຫວາ​ພໍ​ໃຈ​ກັບ​ອາເບນ​ແລະ​ຂອງ​ຖວາຍ​ຂອງ​ເຂົາ. ແຕ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ກັບ​ກາອີນ​ແລະ​ຂອງ​ຖວາຍ​ຂອງ​ເຂົາ. ເປັນ​ຫຍັງ​ເຈົ້າ​ຮູ້​ບໍ?

ບໍ່​ແມ່ນ​ພຽງ​ແຕ່​ເພາະ​ຂອງ​ຖວາຍ​ຂອງ​ອາເບນ​ນັ້ນ​ດີ​ກວ່າ​ຂອງ​ຖວາຍ​ຂອງ​ກາອີນ. ແຕ່​ເພາະ​ວ່າ​ອາເບນ​ເປັນ​ຄົນ​ດີ. ເຂົາ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ອ້າຍ​ຂອງ​ເຂົາ. ສ່ວນ​ກາອີນ​ເປັນ​ຄົນ​ບໍ່​ດີ; ເຂົາ​ບໍ່​ຮັກ​ນ້ອງ​ຊາຍ​ຂອງ​ເຂົາ.

ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ບອກ​ໃຫ້​ກາອີນ​ປ່ຽນ​ນິດໄສ​ຂອງ​ຕົນ. ແຕ່​ກາອີນ​ບໍ່​ຟັງ. ເຂົາ​ຄຽດ​ຫຼາຍ⁠ເພາະ​ວ່າ​ພະເຈົ້າ​ພໍ​ໃຈ​ອາເບນ​ຫຼາຍ​ກວ່າ. ເຊັ່ນ​ນັ້ນ ກາອີນ​ຈຶ່ງ​ເວົ້າ​ກັບ​ອາເບນ​ວ່າ: ‘ໃຫ້​ເຮົາ​ໄປ​ທີ່​ທົ່ງ​ນາ​ນຳ​ກັນ.’ ຂະນະ​ທີ່​ເຂົາ​ທັງ​ສອງ​ຢູ່​ທີ່​ນັ້ນ​ຕາມ​ລຳພັງ ກາອີນ​ຈຶ່ງ​ທຸບ​ຕີ​ອາເບນ​ນ້ອງ​ຊາຍ​ຂອງ​ຕົນ. ເຂົາ​ທຸບ​ຕີ​ສຸດ​ແຮງ​ຈົນ​ເຖິງ​ອາເບນ​ຕາຍ. ການ​ທີ່⁠ກາອີນ​ເຮັດ​ເຊັ່ນ​ນັ້ນ​ເປັນ​ສິ່ງ​ຮ້າຍ​ຂາດ​ແມ່ນ​ບໍ?

ເຖິງ​ແມ່ນ​ວ່າ​ອາເບນ​ຕາຍ​ໄປ​ກໍ່​ຕາມ ພະເຈົ້າ​ຍັງ​ຄົງ​ລະລຶກ​ເຖິງ​ເຂົາ​ຢູ່. ອາເບນ​ເປັນ​ຄົນ​ດີ ແລະ​ພະ​ເຢໂຫວາ​ບໍ່​ລືມ​ຄົນ​ຢ່າງ​ນັ້ນ​ຈັກ​ເທື່ອ. ຈະ​ມີ​ມື້​ນຶ່ງ​ຊຶ່ງ​ພະ​ເຢໂຫວາ​ຈະ​ນຳ​ອາເບນ​ໃຫ້​ກັບ​ຄືນ​ມີ​ຊີວິດ​ອີກ. ສະໄໝ​ນັ້ນ​ອາເບນ​ຈະ​ບໍ່​ຕ້ອງ​ຕາຍ​ອີກ​ເລີຍ. ເຂົາ​ຈະ​ສາມາດ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ຕະຫຼອດ​ໄປ. ຈະ​ເປັນ​ການ​ດີ​ຫຼາຍ​ປານ​ໃດ​ທີ່​ຈະ​ຮູ້​ຈັກ​ກັບ​ຄົນ​ເຊັ່ນ​ອາເບນ?

ແຕ່​ພະເຈົ້າ​ບໍ່​ພໍ​ໃຈ​ກັບ​ຄົນ​ແບບ​ກາອີນ. ຫຼັງ​ຈາກ​ກາອີນ​ຂ້າ​ນ້ອງ​ຊາຍ​ຂອງ​ຕົນ ພະເຈົ້າ​ລົງໂທດ​ເຂົາ​ໂດຍ​ສົ່ງ​ເຂົາ​ໄປ​ຢູ່​ຫ່າງ​ໄກ​ຈາກ​ຄອບຄົວ​ຂອງ​ເຂົາ. ເມື່ອ​ກາອີນ​ໄປ​ຢູ່​ອີກ​ສ່ວນ​ນຶ່ງ​ຂອງ​ໂລກ ເຂົາ​ນຳ​ນ້ອງ​ສາວ​ຂອງ​ຕົນ​ໄປ​ດ້ວຍ​ແລະ​ນາງ​ໄດ້​ກາຍ​ເປັນ​ເມຍ​ຂອງ​ເຂົາ.

ເວລາ​ຕໍ່​ມາ​ກາອີນ​ແລະ​ເມຍ​ຂອງ​ເຂົາ​ກໍ່​ມີ​ລູກ. ຝ່າຍ​ລູກ​ຊາຍ​ແລະ​ລູກ​ຍິງ​ອື່ນໆຂອງ​ອາດາມ​ແລະ​ເອວາ​ຕ່າງ​ກໍ່​ໄດ້​ແຕ່ງ​ດອງ​ກັນ ແລະ​ພວກ​ເຂົາ​ກໍ່​ມີ​ລູກໆເຊັ່ນ​ກັນ. ບໍ່​ຊ້າ​ບໍ່​ນານ​ຈຶ່ງ​ມີ​ຜູ້​ຄົນ​ຫຼາຍ​ເທິງ​ແຜ່ນດິນ​ໂລກ. ໃຫ້​ເຮົາ​ມາ​ຮຽນ​ຮູ້​ກ່ຽວ​ກັບ​ບາງ​ຄົນ​ໃນ​ພວກ​ເຂົາ.

ຕົ້ນເດິມ 4:​2-26; 1 ໂຍຮັນ 3:11, 12; ໂຍຮັນ 11:⁠25.