ຄົນຮ່າງຍັກທີ່ແຜ່ນດິນໂລກ
ບົດ 8
ຄົນຮ່າງຍັກທີ່ແຜ່ນດິນໂລກ
ເຈົ້າຈະຄິດຢ່າງໃດ ຖ້າມີໃຜຄົນນຶ່ງຍ່າງເຂົ້າມາຫາເຈົ້າແລະຄົນນັ້ນສູງຈົນຫົວຈຸເພດານເຮືອນຂອງເຈົ້າ? ຄົນນັ້ນຈະຕ້ອງເປັນຄົນຂະໜາດຍັກ ໃນສະໄໝນຶ່ງເຄີຍມີຄົນຮ່າງກາຍຂະໜາດຍັກແທ້ໆເທິງແຜ່ນດິນໂລກ. ພະຄຳພີເປີດເຜີຍວ່າພໍ່ຂອງພວກເຫຼົ່ານີ້ຄືພວກທູດສະຫວັນທີ່ມາຈາກສະຫວັນ. ເລື່ອງເຊັ່ນນັ້ນເປັນໄປໄດ້ຢ່າງໃດ?
ຢ່າລືມວ່າ ຊາຕານທູດສະຫວັນຊົ່ວນັ້ນໄດ້ເຂົ້າໄປກໍ່ກວນໃຫ້ເກີດຄວາມຫຍຸ້ງຍາກ. ມັນຍັງໄດ້ພະຍາຍາມຊັກຊວນໃຫ້ທູດສະຫວັນຂອງພະເຈົ້າເຮັດຊົ່ວດ້ວຍ. ຕໍ່ມາ ທູດສະຫວັນເຫຼົ່ານີ້ບາງອົງເລີ່ມຕົ້ນຟັງຄວາມຊາຕານ. ເຂົາເລີກເຮັດການງານທີ່ພະເຈົ້າໄດ້ມອບໝາຍໃຫ້ເຂົາເຮັດໃນສະຫວັນ. ແລ້ວພວກເຂົາໄດ້ລົງມາຍັງແຜ່ນດິນໂລກນີ້ແລະໄດ້ແປງກາຍເປັນຮ່າງກາຍມະນຸດ. ເຈົ້າຮູ້ບໍວ່າເປັນຫຍັງ?
ພະຄຳພີບອກວ່າ ເພາະລູກຊາຍເຫຼົ່ານີ້ຂອງພະເຈົ້າແລເຫັນພວກຜູ້ຍິງທາງແຜ່ນດິນໂລກນີ້ງາມ ແລະຕ້ອງການສົມສູ່ຢູ່ກິນກັບເຂົາ. ດັ່ງນັ້ນ ພວກເຂົາໄດ້ລົງມາເທິງແຜ່ນດິນໂລກແລະໄດ້ແຕ່ງດອງກັບຜູ້ຍິງເຫຼົ່ານີ້. ພະຄຳພີກ່າວວ່າການເຮັດເຊັ່ນນີ້ເປັນການຜິດ ເພາະວ່າພະເຈົ້າໄດ້ສ້າງພວກທູດສະຫວັນເພື່ອໃຫ້ຢູ່ໃນສະຫວັນ.
ຄັນພວກທູດສະຫວັນແລະເມຍຂອງເຂົາມີລູກ ພວກລູກໆເຫຼົ່ານີ້ໄດ້ແຕກຕ່າງອອກໄປ. ທຳອິດພວກເຂົາອາດເບິ່ງບໍ່ແຕກຕ່າງອອກໄປຫຼາຍປານໃດ. ເວັ້ນແຕ່ພວກເຂົາເຕີບໂຕຂຶ້ນເລື້ອຍໆແລະມີກຳລັງແຂງແຮງຂຶ້ນເລື້ອຍໆ ຈົນກະທັ່ງເປັນຄົນມີຮູບຮ່າງໃຫຍ່ໂຕຜິດປົກກະຕິຫຼືເປັນຍັກ.
ພວກຍັກເຫຼົ່ານີ້ເປັນຄົນຊົ່ວ. ເພາະເຂົາມີຮູບຮ່າງໃຫຍ່ໂຕແລະແຂງແຮງ ເຂົາເຮັດໃຫ້ຜູ້ອື່ນບາດເຈັບ. ເຂົາພະຍາຍາມບັງຄັບໃຫ້ທຸກຄົນເປັນຄົນຊົ່ວຄືພວກເຂົາເອງ.
ເຫນົກຕາຍໄປແລ້ວ ແຕ່ເວລານັ້ນຍັງມີຊາຍຄົນນຶ່ງທີ່ເປັນຄົນດີເທິງແຜ່ນດິນໂລກ. ຊາຍຄົນນີ້ມີຊື່ວ່າໂນເອ. ເຂົາໄດ້ເຮັດສິ່ງທີ່ພະເຈົ້າຕ້ອງການໃຫ້ເຂົາເຮັດຢູ່ສະເໝີ.
ມື້ນຶ່ງພະເຢໂຫວາໄດ້ບອກໂນເອວ່າເຖິງເວລາທີ່ພະອົງຈະທຳລາຍຄົນຊົ່ວທັງໝົດ. ແຕ່ພະເຈົ້າຈະຊ່ວຍຊີວິດໂນເອ ຄອບຄົວຂອງທ່ານແລະສັດຈຳນວນຫຼາຍ. ໃຫ້ເຮົາເບິ່ງວ່າພະເຈົ້າໄດ້ເຮັດການນີ້ຢ່າງໃດ.