ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນ້ຳຖ້ວມໂລກຈົນເຖິງການຊ່ວຍໃຫ້ພົ້ນຈາກປະເທດອີຢີບ

ນ້ຳຖ້ວມໂລກຈົນເຖິງການຊ່ວຍໃຫ້ພົ້ນຈາກປະເທດອີຢີບ

ພາກ 2

ນ້ຳ​ຖ້ວມ​ໂລກ​ຈົນ​ເຖິງ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປະເທດ​ອີຢີບ

ພຽງ​ແຕ່​ແປດ​ຄົນ​ເທົ່າ​ນັ້ນ​ທີ່​ລອດ​ຕາຍ​ຈາກ​ນ້ຳ​ຖ້ວມ​ໂລກ ແຕ່​ໃນ​ເວລາ​ຕໍ່​ມາ​ພວກ​ເຂົາ​ກໍ່​ທະວີ​ຈຳນວນ​ຂຶ້ນ​ຫຼາຍ​ພັນ​ຄົນ. ຄັນ​ຕໍ່​ມາ ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ 352 ປີ ອັບລາຫາມ​ມາ​ເກີດ. ເຮົາ​ຮຽນ​ຮູ້​ວ່າ​ພະເຈົ້າ​ໄດ້​ຮັກສາ​ຄຳ​ສັນຍາ​ຂອງ​ພະອົງ​ໂດຍ​ປະທານ​ໃຫ້​ອັບລາຫາມ​ມີ​ບຸດ​ຊາຍ​ມີ​ຊື່​ວ່າ​ອີຊາກ. ຄັນ​ແລ້ວ ຈາກ​ລູກ​ຊາຍ​ສອງ​ຄົນ​ຂອງ​ອີຊາກ ພະເຈົ້າ​ໄດ້​ເລືອກ​ເອົາ​ຍາໂຄບ.

ຍາໂຄບ​ມີ​ຄອບຄົວ​ໃຫຍ່​ຄື​ມີ​ລູກ​ຊາຍ 12 ຄົນ​ແລະ​ມີ​ລູກ​ຍິງ​ບາງ​ຄົນ. ພວກ​ລູກ 10 ຄົນ​ຂອງ​ຍາໂຄບ​ກຽດ​ຊັງ​ໂຍເຊບ​ແລະ​ໄດ້​ຂາຍ​ເຂົາ​ໄປ​ເປັນ​ທາດ​ໃນ​ອີຢີບ. ຕໍ່​ມາ ໂຍເຊບ​ໄດ້​ເປັນ​ຜູ້​ປົກຄອງ​ຄົນ​ສຳຄັນ​ຄົນ​ນຶ່ງ​ໃນ​ອີຢີບ. ເມື່ອ​ເກີດ​ການ​ອຶດຢາກ​ອາຫານ​ຢ່າງ​ໜັກ​ໂຍເຊບ​ໄດ້​ທົດລອງ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ຕົນ​ໄດ້​ປ່ຽນ​ໃຈ​ແລ້ວ​ຫຼື​ບໍ່. ໃນ​ທີ່​ສຸດ ຄອບຄົວ​ທັງ​ໝົດ​ຂອງ​ຍາໂຄບ ຄື​ພວກ​ຍິດສະລາເອນ​ໄດ້​ຍ້າຍ​ໄປ​ຢູ່​ປະເທດ​ອີຢີບ. ເຫດການ​ນີ້​ເກີດ​ຂຶ້ນ 290 ປີ​ຫຼັງ​ຈາກ​ອັບລາຫາມ​ເກີດ.

ເປັນ​ເວລາ 215 ປີ​ຕໍ່​ໄປ​ພວກ​ຍິດສະລາເອນ​ໄດ້​ອາໄສ​ຢູ່​ໃນ​ອີຢີບ. ພວກ​ເຂົາ​ໄດ້​ກາຍ​ເປັນ​ທາດ​ຢູ່​ທີ່​ນັ້ນ​ຫຼັງ​ຈາກ​ໂຍເຊບ​ຕາຍ​ໄປ​ແລ້ວ. ເມື່ອ​ເວລາ​ຜ່ານ​ໄປ ໂມເຊ​ກໍ່​ໄດ້​ເກີດ​ມາ ແລະ​ພະເຈົ້າ​ໄດ້​ໃຊ້​ເຂົາ​ໃຫ້​ຊ່ວຍ​ພວກ​ຍິດສະລາເອນ​ໃຫ້​ຫລຸດ​ພົ້ນ​ຈາກ​ອີຢີບ. ປະຫວັດສາດ​ທີ່​ມີ​ກ່າວ​ເຖິງ​ໃນ​ພາກ​ສອງ​ນີ້​ຮ່ວມ​ເອົາ​ເວລາ​ທັງ​ໝົດ 857 ປີ.

 

ໃນຕອນນີ້