ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຸ້ງມີຂຶ້ນເປັນເທື່ອທຳອິດ

ຮຸ້ງມີຂຶ້ນເປັນເທື່ອທຳອິດ

ບົດ 11

ຮຸ້ງ​ມີ​ຂຶ້ນ​ເປັນ​ເທື່ອ​ທຳອິດ

ເມື່ອ​ໂນເອ​ແລະ​ຄອບຄົວ​ຂອງ​ເຂົາ​ອອກ​ຈາກ​ຫີບ​ຫຼື​ນາວາ​ນັ້ນ ສິ່ງ​ທຳອິດ​ທີ່​ເຂົາ​ໄດ້​ເຮັດ​ຄື​ຫຍັງ ເຈົ້າ​ຮູ້​ບໍ? ເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຫຼື​ຂອງ​ຂວັນ​ແກ່​ພະເຈົ້າ. ເຈົ້າ​ຈະ​ເຫັນ​ເຂົາ​ເຮັດ​ເຊັ່ນ​ນີ້​ໃນ​ຮູບ​ຂ້າງ​ລຸ່ມ​ນີ້. ໂນເອ​ເອົາ​ສັດ​ມາ​ຖວາຍ​ຢ່າງ​ນີ້​ເພື່ອ​ເປັນ​ການ​ຂອບຄຸນ​ພະເຈົ້າ ສຳລັບ​ການ​ຊ່ວຍ​ຊີວິດ​ຄອບຄົວ​ຂອງ​ເຂົາ​ໄວ້​ຈາກ​ນ້ຳ​ຖ້ວມ​ໃຫຍ່.

ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຍິນດີ​ກັບ​ຂອງ​ຖວາຍ​ນັ້ນ​ບໍ? ແມ່ນ​ແລ້ວ ພະອົງ​ຍິນດີ. ແລະ​ສັນ​ນັ້ນ​ພະອົງ​ຈຶ່ງ​ໄດ້​ສັນຍາ​ກັບ​ໂນເອ​ທີ່​ວ່າ​ພະອົງ​ຈະ​ບໍ່​ທຳລາຍ​ໂລກ​ໂດຍ​ນ້ຳ​ຖ້ວມ​ອີກ​ຈັກ​ເທື່ອ.

ອີກ​ບໍ່​ດົນ​ແຜ່ນດິນ​ກໍ່​ແຫ້ງ​ທົ່ວ​ໄປ ແລະ​ໂນເອ​ພ້ອມ​ກັບ​ຄອບຄົວ​ຂອງ​ເຂົາ​ຈຶ່ງ​ເລີ່ມ​ຕົ້ນ​ຊີວິດ​ຢູ່​ພາຍ​ນອກ​ເຮືອ​ນາວາ. ພະເຈົ້າ​ໄດ້​ອວຍ​ພອນ​ແກ່​ພວກ​ເຂົາ​ແລະ​ບອກ​ພວກ​ເຂົາ​ວ່າ: ‘ເຈົ້າ​ຈຳຕ້ອງ​ບັງເກີດ​ລູກ​ຫຼານ​ຫຼາຍໆ. ເຈົ້າ​ຈຳຕ້ອງ​ເພີ່ມ​ຈຳນວນ​ໃຫ້​ມາກ​ຫຼາຍ​ຂຶ້ນ ຈົນ​ກວ່າ​ຈະ​ມີ​ຝູງ​ຊົນ​ຢູ່​ອາໄສ​ຕະຫຼອດ​ທົ່ວ​ແຜ່ນດິນ​ໂລກ.’

ແຕ່​ຕໍ່​ມາ ເມື່ອ​ຝູງ​ຊົນ​ຈະ​ໄດ້​ຍິນ​ໄດ້​ຟັງ​ເຖິງ​ເລື່ອງ​ນ້ຳ​ຖ້ວມ​ໃຫຍ່ ພວກ​ເຂົາ​ອາດ​ມີ​ຄວາມ​ຢ້ານ​ກົວ​ວ່າ​ຈະ​ເກີດ​ນ້ຳ​ຖ້ວມ​ຢ່າງ​ນັ້ນ​ອີກ. ດັ່ງ​ນັ້ນ​ພະເຈົ້າ​ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ບາງ​ຢ່າງ​ປາກົດ​ຂຶ້ນ​ເພື່ອ​ເຕືອນ​ໃຈ​ຊາວ​ຊົນ​ເຖິງ​ຄຳ​ສັນຍາ​ຂອງ​ພະອົງ​ທີ່​ວ່າ​ຈະ​ບໍ່​ໃຫ້​ມີ​ນ້ຳ​ຖ້ວມ​ແຜ່ນດິນ​ໂລກ​ທັງ​ໝົດ​ອີກ​ຕໍ່​ໄປ. ເຈົ້າ​ຮູ້​ບໍ​ວ່າ​ພະອົງ​ໄດ້​ໃຫ້​ສິ່ງ​ໃດ​ເພື່ອ​ເຕືອນ​ໃຈ​ພວກ​ເຂົາ? ສິ່ງ​ນັ້ນ​ກໍ່​ຄື​ຮຸ້ງ.

ຫຼາຍ​ເທື່ອ​ເຮົາ​ຈະ​ເຫັນ​ຮຸ້ງ​ປາກົດ​ໃນ​ທ້ອງຟ້າ​ເມື່ອ​ດວງ​ອາທິດ​ສ່ອງ​ແສງ​ຫຼັງ​ຈາກ​ຝົນ​ຕົກ. ຮຸ້ງ​ອາດ​ມີ​ສີ​ງາມໆຫຼາຍ​ສີ. ເຈົ້າ​ເຄີຍ​ເຫັນ​ຮຸ້ງ​ມາ​ແລ້ວ​ບໍ? ເຈົ້າ​ເຫັນ​ຮຸ້ງ​ໃນ​ຮູບ​ນີ້​ບໍ?

ນີ້​ຄື​ສິ່ງ​ທີ່​ພະເຈົ້າ​ໄດ້​ກ່າວ​ໄວ້: ‘ເຮົາ​ສັນຍາ​ວ່າ​ຈະ​ບໍ່​ທຳລາຍ​ບັນດາ​ມະນຸດ​ແລະ​ສັດ​ໂດຍ​ນ້ຳ​ຖ້ວມ​ໃຫຍ່​ອີກ​ຈັກ​ເທື່ອ. ເຮົາ​ຕັ້ງ​ຮຸ້ງ​ຂອງ​ເຮົາ​ໄວ້​ໃນ​ເມກ. ແລະ​ເມື່ອ​ໃດ​ຮຸ້ງ​ປາກົດ​ຂຶ້ນ​ເຮົາ​ຈະ​ເຫັນ​ຮຸ້ງ​ນັ້ນ​ແລະ​ຈະ​ລະນຶກ​ເຖິງ​ຄຳ​ສັນຍາ​ຂອງ​ເຮົາ.’

ດັ່ງ​ນັ້ນ​ເມື່ອ​ແລ​ເຫັນ​ຮຸ້ງ ຮຸ້ງ​ນັ້ນ​ຄວນ​ຈະ​ເຕືອນ​ໃຈ​ໃຫ້​ລະນຶກ​ເຖິງ​ສິ່ງ​ໃດ? ແມ່ນ​ແລ້ວ ລະລຶກ​ເຖິງ​ຄຳ​ສັນຍາ​ຂອງ​ພະເຈົ້າ​ທີ່​ວ່າ​ພະອົງ​ຈະ​ບໍ່​ທຳລາຍ​ໂລກ​ອີກ​ຈັກ​ເທື່ອ​ດ້ວຍ​ນ້ຳ​ຖ້ວມ​ໃຫຍ່.

ຕົ້ນເດິມ 8:​18-22; 9:​9-17.