ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອັບລາຫາມ—ເພື່ອນຂອງພະເຈົ້າ

ອັບລາຫາມ—ເພື່ອນຂອງພະເຈົ້າ

ບົດ 13

ອັບລາຫາມ—ເພື່ອນ​ຂອງ​ພະເຈົ້າ

ບ່ອນ​ນຶ່ງ​ຊຶ່ງ​ຜູ້​ຄົນ​ໄປ​ອາໄສ​ຢູ່​ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ​ຊື່​ວ່າ​ອູເຣ. ບ່ອນ​ນີ້​ກາຍ​ເປັນ​ເມືອງ​ສຳຄັນ​ພ້ອມ​ກັບ​ມີ​ເຮືອນ​ສວຍ​ງາມ. ແຕ່​ຜູ້​ຄົນ​ໃນ​ເມືອງ​ນັ້ນ​ນະມັດສະການ​ພະເຈົ້າ​ປອມ. ຄື​ກັບ​ເຂົາ​ໄດ້​ເຮັດ​ກັນ​ໃນ​ເມືອງ​ບາເບນ​ດ້ວຍ. ຜູ້​ຄົນ​ໃນ​ເມືອງ​ອູເຣ​ແລະ​ເມືອງ​ບາເບນ​ບໍ່​ຄື​ກັບ​ໂນເອ​ແລະ​ເຊມ​ລູກ​ຊາຍ​ຂອງ​ເຂົາ ຜູ້​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ.

ໃນ​ທີ່​ສຸດ 350 ປີ​ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ​ໂນເອ​ຜູ້​ສັດ​ຊື່​ກໍ່​ຕາຍ​ໄປ. ພຽງ​ແຕ່​ສອງ​ປີ​ຕໍ່​ມາ​ຜູ້​ຊາຍ​ທີ່​ເຈົ້າ​ເຫັນ​ໃນ​ຮູບ​ນີ້​ກໍ່​ເກີດ​ມາ. ເຂົາ​ເປັນ​ຄົນ​ພິເສດ​ແທ້ໆຕໍ່​ພະເຈົ້າ. ເຂົາ​ຊື່​ວ່າ​ອັບລາຫາມ. ເຂົາ​ຢູ່​ກັບ​ຄອບຄົວ​ຂອງ​ເຂົາ​ໃນ​ເມືອງ​ອູເຣ.

ມື້​ນຶ່ງ​ພະ​ເຢໂຫວາ​ບອກ​ອັບລາຫາມ​ວ່າ: ‘ເຈົ້າ​ຈົ່ງ​ອອກ​ຈາກ​ເມືອງ​ອູເຣ​ແລະ​ຈາກ​ຍາດ​ພີ່​ນ້ອງ​ແລະ​ໄປ​ເຖິງ​ດິນແດນ​ທີ່​ເຮົາ​ຈະ​ຊີ້​ໃຫ້​ເຈົ້າ​ເຫັນ.’ ອັບລາຫາມ​ໄດ້​ເຊື່ອ​ຟັງ​ພະເຈົ້າ​ແລະ​ປະ​ຖິ້ມ​ຄວາມ​ສະດວກ​ສະບາຍ​ທຸກ​ຢ່າງ​ໄວ້​ໃນ​ເມືອງ​ອູເຣ​ບໍ? ແມ່ນ​ແລ້ວ ເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ. ແລະ​ເພາະ​ວ່າ​ອັບລາຫາມ​ໄດ້​ເຊື່ອ​ຟັງ​ພະເຈົ້າ​ສະເໝີ​ມາ​ເຂົາ​ຈຶ່ງ​ເປັນ​ທີ່​ຮູ້​ຈັກ​ທົ່ວ​ໄປ​ວ່າ​ເປັນ​ເພື່ອນ​ຂອງ​ພະເຈົ້າ.

ບາງ​ຄົນ​ໃນ​ຄອບຄົວ​ຂອງ​ອັບລາຫາມ​ໄດ້​ເດີນ​ທາງ​ໄປ​ກັບ​ເຂົາ​ເມື່ອ​ອອກ​ຈາກ​ເມືອງ​ອູເຣ. ເຕຣາກ​ພໍ່​ຂອງ​ເຂົາ​ກໍ່​ໄດ້​ໄປ. ໂລດ​ຫຼານ​ຊາຍ​ກໍ່​ໄປ​ດ້ວຍ. ແນ່ນອນ ຊາລາ​ເມຍ​ຂອງ​ອັບລາຫາມ​ກໍ່​ໄປ​ດ້ວຍ. ພໍ​ເຖິງ​ເວລາ​ພວກ​ເຂົາ​ກໍ່​ມາ​ເຖິງ​ບ່ອນ​ນຶ່ງ​ທີ່​ເອີ້ນ​ວ່າ​ຄາຣານ ໃນ​ທີ່​ນີ້​ເອງ​ເຕຣາກ​ຕາຍ​ໄປ. ພວກ​ເຂົາ​ຢູ່​ໄກ​ຈາກ​ເມືອງ​ອູເຣ.

ຫຼັງ​ຈາກ​ນັ້ນ​ບໍ່​ນານ​ອັບລາຫາມ​ກັບ​ຄອບຄົວ​ກໍ່​ອອກ​ຈາກ​ເມືອງ​ຄາຣານ​ແລະ​ມາ​ເຖິງ​ແຜ່ນດິນ​ການາອານ. ທີ່​ນັ້ນ​ພະ​ເຢໂຫວາ​ກ່າວ​ວ່າ: ‘ແຜ່ນດິນ​ນີ້​ແຫຼະ​ເຮົາ​ຈະ​ຍົກ​ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ເຈົ້າ.’ ອັບລາຫາມ​ຕັ້ງ​ກະໂຈມ​ຜ້າ​ຂຶ້ນ​ເປັນ​ທີ່​ຢູ່​ອາໄສ​ໃນ​ການາອານ.

ພະເຈົ້າ​ເລີ່ມ​ຕົ້ນ​ຊ່ວຍ​ອັບລາຫາມ​ຈົນ​ກະທັ່ງ​ເຂົາ​ມີ​ຝູງ​ແກະ​ຫຼວງ​ຫຼາຍ​ແລະ​ສັດ​ຊະນິດ​ອື່ນໆ ແລະ​ຄົນ​ຮັບໃຊ້​ຫຼາຍ​ຮ້ອຍ​ຄົນ. ແຕ່​ເຂົາ​ແລະ​ຊາລາ​ບໍ່​ມີ​ລູກ​ຂອງ​ຕົນ​ເອງ.

ເມື່ອ​ອັບລາຫາມ​ມີ​ອາຍຸ 99 ປີ ພະ​ເຢໂຫວາ​ບອກ​ວ່າ: ‘ເຮົາ​ສັນຍາ​ວ່າ​ເຈົ້າ​ຈະ​ກາຍ​ເປັນ​ພໍ່​ຂອງ​ຊົນຊາດ​ເປັນ​ອັນ​ມາກ.’ ແຕ່​ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ ເນື່ອງ​ຈາກ​ວ່າ​ອັບລາຫາມ​ແລະ​ຊາລາ​ບັດ​ນີ້​ກໍ່​ມີ​ອາຍຸ​ແກ່​ເກີນ​ໄປ​ທີ່​ຈະ​ມີ​ລູກ​ແລ້ວ?

ຕົ້ນເດິມ 11:​27-32; 12:​1-7; 17:​1-8, 15-17; 18:​9-19.