ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ
ບົດ 15
ເມຍຂອງໂລດຫຼຽວໄປເບິ່ງຂ້າງຫຼັງ
ໂລດແລະຄອບຄົວອາໄສຢູ່ດ້ວຍກັນກັບອັບລາຫາມໃນແຜ່ນດິນການາອານ. ມື້ນຶ່ງອັບລາຫາມກ່າວແກ່ໂລດວ່າ: ‘ທີ່ນີ້ບໍ່ມີທີ່ດິນພຽງພໍສຳລັບຝູງສັດທັງຫຼາຍຂອງເຮົາ. ຂໍໃຫ້ເຮົາແຍກຈາກກັນເຖີດ. ຖ້າເຈົ້າໄປທາງນຶ່ງ ແລ້ວເຮົາກໍ່ຈະໄປອີກທາງນຶ່ງ.’
ໂລດແຫງນຕາສຳຫຼວດເບິ່ງແຜ່ນດິນ. ເຂົາໄດ້ເຫັນແຖບນຶ່ງຂອງປະເທດສວຍງາມດີມີນ້ຳບໍລິບູນແລະອຸດົມດ້ວຍຫຍ້າສຳລັບສັດຂອງເຂົາ. ແຖບນີ້ຄືທີ່ຮາບຮິມແມ່ນ້ຳຢູລະເດນ. ດັ່ງນັ້ນໂລດຍົກຍ້າຍຄອບຄົວແລະຝູງສັດໄປຢູ່ທີ່ນັ້ນ. ໃນທີ່ສຸດເຂົາໄດ້ຕັ້ງບ້ານເຮືອນຂອງເຂົາຢູ່ໃນເມືອງຊໍດົມ.
ຜູ້ຄົນຊາວເມືອງຊໍດົມຊົ່ວຫຼາຍ. ສະພາບການເຊັ່ນນີ້ເຮັດໃຫ້ໂລດເປັນທຸກໃຈ ເພາະວ່າເຂົາເປັນຄົນດີ. ພະເຈົ້າກໍ່ຮູ້ສຶກເຄືອງໃຈດ້ວຍ. ໃນທີ່ສຸດ ພະເຈົ້າໄດ້ສົ່ງທູດສະຫວັນສອງອົງໄປເຕືອນໂລດວ່າ ພະອົງຈະທຳລາຍເມືອງຊໍດົມແລະເມືອງໂຄໂມລາທີ່ໃກ້ຄຽງເພາະເຫດຄວາມຊົ່ວຂອງເຂົາ.
ທູດສະຫວັນບອກໂລດວ່າ: ‘ຮີບໜີໄປເຖີດ! ຈົ່ງເອົາເມຍແລະລູກສາວສອງຄົນຂອງເຈົ້າອອກໄປຈາກທີ່ນີ້!’ ໂລດແລະຄອບຄົວຍັງຊັກຊ້າຢູ່ ທູດສະຫວັນຈຶ່ງຈັບມືຈູງເຂົາອອກໄປພາຍນອກເມືອງນັ້ນ. ຄັນແລ້ວທູດສະຫວັນອົງນຶ່ງກ່າວວ່າ: ‘ຈົ່ງໜີເອົາຊີວິດໃຫ້ພົ້ນເຖີດ ຢ່າຫຼຽວເບິ່ງເບື້ອງຫຼັງ. ຈົ່ງແລ່ນໜີໄປເນີນພູເຂົາເພື່ອເຈົ້າຈະບໍ່ຖືກຂ້າຕາຍ.’
ໂລດແລະລູກສາວເຊື່ອຟັງແລະແລ່ນໜີອອກໄປຈາກເມືອງຊໍດົມ. ເຂົາບໍ່ໄດ້ຢຸດແມ່ນແຕ່ຊົ່ວຂະນະດຽວ ແລະບໍ່ໄດ້ຫຼຽວຫຼັງ. ແຕ່ເມຍຂອງໂລດບໍ່ເຊື່ອຟັງ. ຫຼັງຈາກເຂົາອອກຈາກເມືອງຊໍດົມໄລຍະນຶ່ງ ນາງໄດ້ຢຸດແລະຫຼຽວເບິ່ງຂ້າງຫຼັງ. ຄັນແລ້ວເມຍຂອງໂລດກາຍເປັນເສົາເກືອ. ເຈົ້າເຫັນນາງຢູ່ໃນຮູບນີ້ບໍ?
ເຮົາສາມາດຮຽນບົດຮຽນຢ່າງດີຈາກເລື່ອງນີ້ໄດ້. ເລື່ອງນີ້ສະແດງໃຫ້ເຫັນວ່າພະເຈົ້າຊ່ວຍຊີວິດຄົນເຫຼົ່ານັ້ນທີ່ເຊື່ອຟັງພະອົງ ແຕ່ຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງພະອົງຈະເສຍຊີວິດຂອງເຂົາ.
ຕົ້ນເດິມ 13:5-13; 18:20-33; 19:1-29; ລຶກາ 17:28-32; 2 ເປໂຕ 2:6-8.