ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ລູກຝາແຝດທີ່ແຕກຕ່າງກັນ

ລູກຝາແຝດທີ່ແຕກຕ່າງກັນ

ບົດ 17

ລູກ​ຝາແຝດ​ທີ່​ແຕກຕ່າງ​ກັນ

ເດັກ​ຊາຍ​ສອງ​ຄົນ​ທີ່​ນີ້​ແຕກຕ່າງ​ກັນ​ຫຼາຍ​ແມ່ນ​ບໍ? ເຈົ້າ​ຮູ້​ຈັກ​ຊື່​ເຂົາ​ບໍ? ຄົນ​ລ່າ​ສັດ​ນັ້ນ​ແມ່ນ​ເອຊາອື​ແລະ​ຜູ້​ທີ່​ດູ​ແລ​ຝູງ​ແກະ​ຄື​ຍາໂຄບ.

ເອຊາອື​ແລະ​ຍາໂຄບ​ເປັນ​ລູກ​ຝາແຝດ​ຂອງ​ອີຊາກ​ແລະ​ເລເບກາ. ອີຊາກ​ຜູ້​ເປັນ​ພໍ່​ພໍ​ໃຈ​ນຳ​ເອຊາອື​ຫຼາຍ ເພາະ​ເຂົາ​ເປັນ​ຄົນ​ລ່າ​ສັດ​ເກ່ງ​ແລະ​ເອົາ​ອາຫານ​ມາ​ໃຫ້​ຄອບຄົວ​ກິນ. ແຕ່​ເລເບກາ​ພໍ​ໃຈ​ກັບ​ຍາໂຄບ​ຫຼາຍ​ທີ່​ສຸດ ເພາະ​ວ່າ​ເຂົາ​ເປັນ​ຄົນ​ສະຫງົບ​ສະຫງຽມ.

ອັບລາຫາມ​ຜູ້​ເປັນ​ປູ່​ຍັງ​ມີ​ຊີວິດ​ຢູ່ ແລະ​ເຮົາ​ພໍ​ຈະ​ນຶກ​ພາບ​ໄດ້​ວ່າ​ຍາໂຄບ​ດີໃຈ​ແທ້ໆທີ່​ປູ່​ຈະ​ເລົ່າ​ເລື່ອງ​ພະ​ເຢໂຫວາ​ໃຫ້​ຟັງ. ໃນ​ທີ່​ສຸດ​ອັບລາຫາມ​ກໍ່​ຕາຍ​ໄປ ເມື່ອ​ອາຍຸ​ໄດ້ 175 ປີ ຂະນະ​ທີ່​ລູກ​ຝາແຝດ​ມີ​ອາຍຸ 15 ປີ.

ເມື່ອ​ເອຊາອື​ອາຍຸ​ໄດ້ 40 ປີ ເຂົາ​ໄດ້​ແຕ່ງ​ດອງ​ກັບ​ຜູ້​ຍິງ​ສອງ​ຄົນ​ຊາວ​ແຜ່ນດິນ​ການາອານ ຊຶ່ງ​ເຮັດ​ໃຫ້​ອີຊາກ​ແລະ​ເລເບກາ​ເສົ້າ​ເສຍໃຈ​ຫຼາຍ ເນື່ອງ​ຈາກ​ວ່າ​ຜູ້​ຍິງ​ເຫຼົ່າ​ນີ້​ບໍ່​ນະມັດສະການ​ພະ​ເຢໂຫວາ.

ມື້​ນຶ່ງ​ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ທີ່​ໄດ້​ເຮັດ​ໃຫ້​ເອຊາອື​ໂກດ​ແຄ້ນ​ຫຼາຍ​ກັບ​ຍາໂຄບ​ນ້ອງ​ຊາຍ​ຂອງ​ເຂົາ. ເຖິງ​ເວລາ​ແລ້ວ​ທີ່​ອີຊາກ​ຈະ​ອວຍ​ພອນ​ລູກ​ກົກ​ຂອງ​ຕົນ. ໂດຍ​ເຫດ​ວ່າ​ເອຊາອື​ແກ່​ກວ່າ​ຍາໂຄບ ເອຊາອື​ຈຶ່ງ​ຄາດ​ໝາຍ​ທີ່​ຈະ​ໄດ້​ຮັບ​ພອນ​ນີ້. ແຕ່​ກ່ອນ​ໜ້າ​ນີ້​ເອຊາອື​ໄດ້​ຂາຍ​ສິດທິ​ທີ່​ຈະ​ໄດ້​ຮັບ​ພອນ​ໃຫ້​ແກ່​ຍາໂຄບ​ແລ້ວ. ນອກ​ຈາກ​ນັ້ນ ເມື່ອ​ເດັກ​ສອງ​ຄົນ​ນັ້ນ​ເກີດ​ມາ​ພະເຈົ້າ​ກ່າວ​ວ່າ​ຍາໂຄບ​ຈະ​ເປັນ​ຜູ້​ໄດ້​ຮັບ​ພອນ. ແລະ​ກໍ່​ເປັນ​ດັງ​ນັ້ນ. ອີຊາກ​ໄດ້​ໃຫ້​ພອນ​ນັ້ນ​ແກ່​ຍາໂຄບ​ລູກ​ຊາຍ​ຂອງ​ຕົນ.

ຕໍ່​ມາ​ເມື່ອ​ເອຊາອື​ຮູ້​ຈັກ​ກ່ຽວ​ກັບ​ເລື່ອງ​ນີ້​ເຂົາ​ຈຶ່ງ​ໂກດ​ແຄ້ນ​ກັບ​ຍາໂຄບ​ຜູ້​ເປັນ​ນ້ອງ. ເອຊາອື​ຄຽດ​ແຄ້ນ​ຢ່າງ​ຮ້າຍແຮງ​ຈົນ​ເຖິງ​ເຂົາ​ກ່າວ​ວ່າ​ເຂົາ​ຈະ​ຂ້າ​ຍາໂຄບ. ເມື່ອ​ເລເບກາ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້ ນາງ​ເປັນ​ກັງວົນ​ຫຼາຍ. ດັ່ງ​ນັ້ນ​ນາງ​ຈຶ່ງ​ໄດ້​ເວົ້າ​ກັບ​ຜົວ​ວ່າ: ‘ມັນ​ຈະ​ບໍ່​ດີ​ແທ້ໆຖ້າ​ຫາກ​ວ່າ​ຍາໂຄບ​ຈະ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຊາວ​ການາອານ​ນີ້​ຜູ້​ນຶ່ງ​ດ້ວຍ.’

ດັ່ງ​ນັ້ນ​ອີຊາກ​ຈຶ່ງ​ເອີ້ນ​ຍາໂຄບ​ລູກ​ຊາຍ​ໃຫ້​ມາ​ແລະ​ບອກ​ເຂົາ​ວ່າ: ‘ຢ່າ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ຊາວ​ການາອານ. ຈົ່ງ​ໄປ​ຫາ​ບ້ານ​ພໍ່​ເຖົ້າ​ເບທຶເອນ​ຂອງ​ເຈົ້າ​ທີ່​ເມືອງ​ຮາລານ. ຈົ່ງ​ແຕ່ງ​ດອງ​ກັບ​ລູກ​ສາວ​ຄົນ​ນຶ່ງ​ແຫ່ງ​ລາບານ​ລູກ​ຊາຍ​ຂອງ​ພໍ່​ເຖົ້າ.’

ຍາໂຄບ​ເຊື່ອ​ຟັງ​ຄວາມ​ພໍ່​ຂອງ​ຕົນ ແລະ​ໃນ​ທັນໃດ​ນັ້ນ​ກໍ່​ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ໄປ​ຫາ​ຍາດ​ພີ່​ນ້ອງ​ຂອງ​ຕົນ​ທີ່​ອາໄສ​ຢູ່​ເມືອງ​ຮາລານ.

ຕົ້ນເດິມ 25:​5-11, 20-34; 26:34, 35; 27:​1-46; 28:​1-5; ເຫບເລິ 12:16, 17.