ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຍາໂຄບໄປເມືອງຮາລານ

ຍາໂຄບໄປເມືອງຮາລານ

ບົດ 18

ຍາໂຄບ​ໄປ​ເມືອງ​ຮາລານ

ເຈົ້າ​ຮູ້​ບໍ​ວ່າ​ຄົນ​ເຫຼົ່າ​ນີ້​ທີ່​ຍາໂຄບ​ພວມ​ເວົ້າ​ນຳ​ນັ້ນ​ແມ່ນ​ໃຜ? ຫຼັງ​ຈາກ​ເດີນ​ທາງ​ໄດ້​ຫຼາຍ​ມື້ ຍາໂຄບ​ໄດ້​ພົບ​ພວກ​ເຂົາ​ທີ່​ນ້ຳ​ສ້າງ​ແຫ່ງ​ນຶ່ງ. ພວກ​ເຂົາ​ລ້ຽງ​ຝູງ​ແກະ​ຂອງ​ເຂົາ. ຍາໂຄບ​ຖາມ​ວ່າ: ‘ພວກ​ທ່ານ​ມາ​ຈາກ​ໃສ?’

ເຂົາ​ກ່າວ​ວ່າ: ‘ມາ​ຈາກ​ເມືອງ​ຮາລານ.’

ຍາໂຄບ​ຖາມ​ຕໍ່​ໄປ​ວ່າ: ‘ເຈົ້າ​ຮູ້​ຈັກ​ລາບານ​ບໍ?’

ພວກ​ເຂົາ​ຕອບ​ວ່າ: ‘ຮູ້​ຈັກ ເບິ່ງ​ທີ່​ນັ້ນ​ແດ່​ຄື​ລູກ​ສາວ​ຂອງ​ເຂົາ​ຊື່​ລາເຊນ​ພວມ​ມາ​ກັບ​ຝູງ​ແກະ​ຂອງ​ເຂົາ.’ ເຈົ້າ​ເຫັນ​ລາເຊນ​ບໍ​ລະ ພວມ​ຍ່າງ​ມາ​ແຕ່​ໄກ?

ເມື່ອ​ຍາໂຄບ​ເຫັນ​ລາເຊນ​ກັບ​ຝູງ​ແກະ​ຂອງ​ລາບານ​ລຸງ​ຂອງ​ຕົນ ເຂົາ​ກໍ່​ໄປ​ກິ້ງ​ກ້ອນ​ຫີນ​ອອກ​ຈາກ​ນ້ຳ​ສ້າງ​ໃຫ້​ແກະ​ດື່ມ. ຄັນ​ແລ້ວ​ຍາໂຄບ​ກໍ່​ຈູບ​ລາເຊນ​ແລະ​ບອກ​ໃຫ້​ເຂົາ​ຮູ້​ວ່າ​ເຂົາ​ເປັນ​ຜູ້​ໃດ. ລາເຊນ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ແລະ​ເຂົາ​ແລ່ນ​ເມືອ​ເຮືອນ​ແລະ​ບອກ​ລາບານ​ພໍ່​ຂອງ​ຕົນ.

ລາບານ​ດີໃຈ​ຫຼາຍ​ທີ່​ມີ​ຍາໂຄບ​ມາ​ຢູ່​ດ້ວຍ. ແລະ​ເມື່ອ​ຍາໂຄບ​ຂໍ​ແຕ່ງ​ດອງ​ກັບ​ລາເຊນ ລາບານ​ຮູ້ສຶກ​ຍິນດີ. ຢ່າງ​ໃດ​ກໍ່​ດີ ເຂົາ​ໄດ້​ຂໍຮ້ອງ​ໃຫ້​ຍາໂຄບ​ເຮັດ​ວຽກ​ໃນ​ທົ່ງ​ນາ​ໃຫ້​ເຂົາ​ເຖິງ​ເຈັດ​ປີ​ເພື່ອ​ແລກ​ກັບ​ລາເຊນ. ເພາະ​ຍາໂຄບ​ຮັກ​ລາເຊນ​ຫຼາຍ​ຈຶ່ງ​ຍອມ​ເຮັດ​ຕາມ. ແຕ່​ຄັນ​ເຖິງ​ເວລາ​ທີ່​ຈະ​ແຕ່ງ​ດອງ​ກັນ ເຈົ້າ​ຮູ້​ບໍ​ມີ​ອັນ​ໃດ​ເກີດ​ຂຶ້ນ?

ລາບານ​ຍົກ​ເລອາ​ລູກ​ສາວ​ຄົນ​ໂຕ​ໃຫ້​ຍາໂຄບ​ແທນ​ລາເຊນ. ເມື່ອ​ຍາໂຄບ​ຕົກ​ລົງ​ທີ່​ຈະ​ເຮັດ​ວຽກ​ໃຫ້​ລາບານ​ອີກ​ເຈັດ​ປີ ລາບານ​ກໍ່​ຍົກ​ລາເຊນ​ໃຫ້​ເປັນ​ເມຍ​ຂອງ​ເຂົາ​ອີກ​ດ້ວຍ. ໃນ​ສະໄໝ​ນັ້ນ​ພະເຈົ້າ​ອະນຸຍາດ​ໃຫ້​ຜູ້​ຊາຍ​ມີ​ເມຍ​ຫຼາຍ​ກວ່າ​ຄົນ​ນຶ່ງ. ແຕ່​ໃນ​ສະໄໝ​ນີ້ ພະ​ຄຳພີ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ ຜູ້​ຊາຍ​ຄວນ​ຈະ​ມີ​ເມຍ​ຄົນ​ດຽວ.

ຕົ້ນເດິມ 29:​1-30.