ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຍາໂຄບມີຄອບຄົວໃຫຍ່

ຍາໂຄບມີຄອບຄົວໃຫຍ່

ບົດ 19

ຍາໂຄບ​ມີ​ຄອບຄົວ​ໃຫຍ່

ຈົ່ງ​ເບິ່ງ​ຄອບຄົວ​ໃຫຍ່​ນີ້. ຄົນ​ເຫຼົ່າ​ນີ້​ເປັນ​ລູກ​ຊາຍ 12 ຄົນ​ຂອງ​ຍາໂຄບ. ແລະ​ເຂົາ​ມີ​ລູກ​ສາວ​ດ້ວຍ. ເຈົ້າ​ຮູ້​ຈັກ​ຊື່​ລູກ​ຄົນ​ໃດ​ຄົນ​ນຶ່ງ​ບໍ? ໃຫ້​ເຮົາ​ຮຽນ​ຮູ້​ຈັກ​ຊື່​ບາງ​ຄົນ​ໃນ​ພວກ​ເຂົາ.

ເລອາ​ໃຫ້​ກຳເນີດ​ລູເບນ ຊີເມໂອນ ເລວີ​ແລະ​ຢູດາ. ເມື່ອ​ລາເຊນ​ເຫັນ​ວ່າ​ຕົນ​ບໍ່​ມີ​ລູກ ນາງ​ຮູ້ສຶກ​ເສົ້າ​ເສຍໃຈ. ດັ່ງ​ນັ້ນ​ນາງ​ໄດ້​ຍົກ​ບີລາທາ​ສາວ​ໃຊ້​ຂອງ​ນາງ​ໃຫ້​ຍາໂຄບ ແລະ​ບີລາທາ​ມີ​ລູກ​ສອງ​ຄົນ​ຊື່​ດານ​ແລະ​ເນບທາລີ. ຕໍ່​ມາ​ເລອາ​ໄດ້​ຍົກ​ຊີລາຟາ​ສາວ​ໃຊ້​ຂອງ​ຕົນ​ໃຫ້​ຍາໂຄບ ແລະ​ຊີລາຟາ​ໄດ້​ໃຫ້​ກຳເນີດ​ຄາດ​ແລະ​ອາເຊນ. ໃນ​ທີ່​ສຸດ​ເລອາ​ໄດ້​ລູກ​ຊາຍ​ຕື່ມ​ອີກ​ສອງ​ຄົນ ອີຊາຄາ​ແລະ​ຊາບູໂລນ.

ໃນ​ທີ່​ສຸດ​ລາເຊນ​ສາມາດ​ໄດ້​ລູກ​ຄົນ​ນຶ່ງ. ນາງ​ຕັ້ງ​ຊື່​ເຂົາ​ວ່າ​ໂຍເຊບ. ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ເລື່ອງ​ອີກ​ກ່ຽວ​ກັບ​ໂຍເຊບ ເພາະ​ວ່າ​ໂຍເຊບ​ໄດ້​ກາຍ​ເປັນ​ບຸກຄົນ​ສຳຄັນ​ຫຼາຍ. ລູກ​ຊາຍ 11 ຄົນ​ເຫຼົ່າ​ນີ້​ໄດ້​ເກີດ​ແກ່​ຍາໂຄບ​ເມື່ອ​ເຂົາ​ຢູ່​ນຳ​ລາບານ​ພໍ່​ຂອງ​ລາເຊນ.

ຍາໂຄບ​ມີ​ລູກ​ສາວ​ບາງ​ຄົນ​ຄື​ກັນ ແຕ່​ພະ​ຄຳພີ​ກ່າວ​ເຖິງ​ຊື່​ຂອງ​ຄົນ​ດຽວ​ເທົ່າ​ນັ້ນ. ເຂົາ​ຊື່​ດີນາ.

ເວລາ​ມາ​ເຖິງ​ເມື່ອ ຍາໂຄບ​ຕັດສິນ​ໃຈ​ລາ​ລາບານ​ແລະ​ເມືອ​ແຜ່ນດິນ​ການາອານ. ດັ່ງ​ນັ້ນ​ເຂົາ​ໄດ້​ລວບລວມ​ຄອບຄົວ​ໃຫຍ່​ຂອງ​ເຂົາ​ແລະ​ຝູງ​ແກະ​ແລະ​ຝູງ​ສັດ​ລ້ຽງ​ມາກ​ຫຼາຍ ແລະ​ເລີ່ມ​ອອກ​ເດີນ​ທາງ​ໄກ.

ຫຼັງ​ຈາກ​ຍາໂຄບ​ແລະ​ຄອບຄົວ​ໄດ້​ເມືອ​ແຜ່ນດິນ​ການາອານ​ບໍ່​ດົນ​ປານ​ໃດ ລາເຊນ​ໄດ້​ໃຫ້​ກຳເນີດ​ລູກ​ຊາຍ​ອີກ​ຄົນ​ນຶ່ງ. ການ​ນີ້​ເກີດ​ຂຶ້ນ​ຂະນະ​ທີ່​ເຂົາ​ພວມ​ເດີນ​ທາງ. ລາເຊນ​ຄອດ​ລູກ​ຍາກ​ຫຼາຍ ແລະ​ໃນ​ທີ່​ສຸດ​ນາງ​ກໍ່​ຕາຍ​ໃນ​ລະຫວ່າງ​ການ​ຄອດ. ແຕ່​ວ່າ​ທາລົກ​ຊາຍ​ປອດໄພ. ຍາໂຄບ​ໃຫ້​ຊື່​ທາລົກ​ນັ້ນ​ວ່າ​ເບນຍາມີນ.

ພວກ​ເຮົາ​ຢາກ​ຈື່​ຊື່​ລູກ​ຊາຍ 12 ຄົນ​ຂອງ​ຍາໂຄບ​ເພາະ​ວ່າ​ຊົນຊາດ​ຍິດສະລາເອນ​ທັງ​ຊາດ​ໄດ້​ອອກ​ມາ​ຈາກ​ພວກ​ນີ້. ທີ່​ຈິງ​ແລ້ວ ຊົນຊາດ​ຍິດສະລາເອນ 12 ກະກູນ​ໄດ້​ຊື່​ຕາມ​ລູກ 10 ຄົນ​ຂອງ​ຍາໂຄບ​ແລະ​ລູກ​ຊາຍ 2 ຄົນ​ຂອງ​ໂຍເຊບ. ອີຊາກ​ມີ​ຊີວິດ​ຢູ່​ເປັນ​ເວລາ​ຫຼາຍ​ປີ​ຫຼັງ​ຈາກ​ເດັກ​ນ້ອຍ​ຜູ້​ຊາຍ​ເຫຼົ່າ​ນີ້​ເກີດ​ມາ ແລະ​ເຂົາ​ຄົງ​ມີ​ຄວາມ​ຍິນດີ​ທີ່​ມີ​ຫຼານ​ຫຼາຍໆຄົນ​ດ້ວຍ. ແຕ່​ໃຫ້​ເຮົາ​ເບິ່ງ​ຕໍ່​ໄປ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ດີນາ​ຫຼານ​ສາວ​ຂອງ​ເຂົາ.

ຕົ້ນເດິມ 29:​32-35; 30:​1-26; 35:​16-19; 37:⁠35.