ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ດີນາຕົກຢູ່ໃນຄວາມຫຍຸ້ງຍາກ

ດີນາຕົກຢູ່ໃນຄວາມຫຍຸ້ງຍາກ

ບົດ 20

ດີນາ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ

ເຈົ້າ​ເຫັນ​ບໍ​ວ່າ​ດີນາ​ພວມ​ໄປ​ຢາມ​ໃຜ? ເຂົາ​ພວມ​ໄປ​ຫາ​ພວກ​ຍິງ​ສາວ​ໄວຮຸ່ນ​ບາງ​ຄົນ​ຊຶ່ງ​ຢູ່​ໃນ​ແຜ່ນດິນ​ການາອານ. ຍາໂຄບ​ພໍ່​ຂອງ​ເຂົາ​ຈະ​ມີ​ຄວາມ​ຍິນດີ​ໃນ​ເລື່ອງ​ນີ້​ບໍ? ເພື່ອ​ຊ່ວຍ​ຕອບ​ຄຳຖາມ​ຂໍ້​ນີ້ ຈົ່ງ​ພະຍາຍາມ​ລະນຶກ​ເຖິງ​ສິ່ງ​ທີ່​ອັບລາຫາມ​ແລະ​ອີຊາກ​ຄິດ​ນຶກ​ກ່ຽວ​ກັບ​ພວກ​ຜູ້​ຍິງ​ຊາວ​ແຜ່ນດິນ​ການາອານ.

ອັບລາຫາມ​ຢາກ​ໃຫ້​ອີຊາກ​ລູກ​ຊາຍ​ຂອງ​ລາວ​ເຂົາ​ແຕ່ງ​ດອງ​ກັບ​ຜູ້​ສາວ​ຊາວ​ແຜ່ນດິນ​ການາອານ​ບໍ? ບໍ່ ລາວ​ບໍ່​ຕ້ອງການ​ເລີຍ. ອີຊາກ​ແລະ​ເລເບກາ​ຢາກ​ໃຫ້​ຍາໂຄບ​ລູກ​ຊາຍ​ຂອງ​ຕົນ​ແຕ່ງ​ດອງ​ກັບ​ຜູ້​ສາວ​ຊາວ​ແຜ່ນດິນ​ການາອານ​ບໍ? ບໍ່ ເຂົາ​ບໍ່​ຢາກ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ. ເຈົ້າ​ຮູ້​ບໍ​ວ່າ​ເພາະ​ເຫດ​ໃດ?

ເພາະ​ວ່າ​ຜູ້​ຄົນ​ເຫຼົ່າ​ນີ້​ໃນ​ແຜ່ນດິນ​ການາອານ​ນະມັດສະການ​ພະເຈົ້າ​ປອມ. ພວກ​ເຂົາ​ບໍ່​ເປັນ​ຄົນ​ສົມຄວນ​ທີ່​ຈະ​ເອົາ​ມາ​ເປັນ​ຜົວ​ແລະ​ເມຍ ແລະ​ເຂົາ​ບໍ່​ເປັນ​ຄົນ​ດີ​ທີ່​ຄວນ​ຈະ​ຄົບ​ຫາ​ສະມາຄົມ​ເປັນ​ເພື່ອນ​ສະນິດ. ດັ່ງ​ນັ້ນ​ເຮົາ​ສາມາດ​ແນ່​ໃຈ​ໄດ້​ວ່າ​ຍາໂຄບ​ຈະ​ບໍ່​ພໍ​ໃຈ​ທີ່​ລູກ​ສາວ​ຂອງ​ຕົນ​ໄປ​ເປັນ​ເພື່ອນ​ກັບ​ພວກ​ຜູ້​ສາວ​ຊາວ​ການາອານ​ເຫຼົ່າ​ນີ້.

ຈິງ​ແທ້ ດີນາ​ຕົກ​ເຂົ້າ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ເດືອດຮ້ອນ. ເຈົ້າ​ເຫັນ​ຜູ້​ຊາຍ​ຊາວ​ການາອານ​ໃນ​ຮູບ​ນີ້​ບໍ​ຜູ້​ທີ່​ພວມ​ຈ້ອງ​ຕາ​ເບິ່ງ​ນາງ​ດີນາ? ເຂົາ​ຊື່​ຊີເຄມ. ມື້​ນຶ່ງ​ຂະນະ​ທີ່​ດີນາ​ມາ​ຢາມ⁠ນັ້ນ ຊີເຄມ​ໄດ້​ກຸມ​ດີນາ​ແລະ​ໃຊ້​ກຳລັງ​ບັງຄັບ​ນາງ​ໃຫ້​ນອນ​ນຳ​ຕົນ. ການ​ເຮັດ​ຢ່າງ​ນີ້​ເປັນ​ການ​ຜິດ ເພາະ​ພຽງ​ແຕ່​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ແຕ່ງ​ດອງ​ກັນ​ແລ້ວ​ເທົ່າ​ນັ້ນ​ທີ່​ຄວນ​ນອນ​ນຳ​ກັນ​ໄດ້. ສິ່ງ​ບໍ່​ດີ​ທີ່​ຊີເຄມ​ເຮັດ​ຕໍ່​ດີນາ​ໄດ້​ນຳ​ໄປ​ສູ່​ຄວາມ​ລຳບາກ​ເດືອດຮ້ອນ​ຢ່າງ​ມາກ​ຫຼາຍ.

ເມື່ອ​ພວກ​ອ້າຍ​ຂອງ​ດີນາ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ ພວກ​ເຂົາ​ມີ​ຄວາມ​ໂກດ​ແຄ້ນ​ຫຼາຍ. ຊີເມໂອນ​ແລະ​ເລວີ​ສອງ​ຄົນ​ໃນ​ພວກ​ເຂົາ​ມີ​ຄວາມ​ຄຽດ​ແຄ້ນ​ຢ່າງ​ຮ້າຍແຮງ​ຈົນ​ເຖິງ​ກັບ​ໄດ້​ຖື​ດາບ​ພາ​ກັນ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ຈັບ​ພວກ​ຜູ້​ຊາຍ​ໄວ້​ທີ່​ບໍ່​ທັນ​ຮູ້​ຕົວ. ເຂົາ​ທັງ​ສອງ​ແລະ​ພວກ​ພີ່​ນ້ອງ​ພາ​ກັນ​ຂ້າ​ຊີເຄມ​ແລະ​ຊາຍ​ອື່ນໆທຸກ​ຄົນ​ດ້ວຍ. ຍາໂຄບ​ມີ​ຄວາມ​ຄຽດ​ຫຼາຍ​ເພາະ​ພວກ​ລູກ​ຊາຍ​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ຊົ່ວ​ຢ່າງ​ນີ້.

ຄວາມ​ຫຍຸ້ງຍາກ​ເດືອດຮ້ອນ​ທັງ​ໝົດ​ນີ້​ເລີ່ມ​ຕົ້ນ​ຂຶ້ນ​ຢ່າງ​ໃດ? ນັ້ນ​ກໍ່​ເພາະ​ວ່າ​ດີນາ​ໄດ້​ໄປ​ຄົບ​ຫາ​ເປັນ​ເພື່ອນ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະເຈົ້າ. ເຮົາ​ບໍ່​ຄວນ​ປາຖະໜາ​ຈະ​ຄົບ​ຫາ​ເປັນ​ເພື່ອນ​ກັບ​ຄົນ​ແບບ​ນັ້ນ ແມ່ນ​ບໍ?

ຕົ້ນເດິມ 34:​1-31.