ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຍເຊບຖືກຂັງຢູ່ໃນຄຸກ

ໂຍເຊບຖືກຂັງຢູ່ໃນຄຸກ

ບົດ 22

ໂຍເຊບ​ຖືກ​ຂັງ​ຢູ່​ໃນ​ຄຸກ

ໂຍເຊບ​ມີ​ອາຍຸ​ພຽງ​ແຕ່ 17 ປີ​ເທົ່າ​ນັ້ນ​ເມື່ອ​ຖືກ​ພາ​ໄປ​ຍັງ​ອີຢີບ. ນະ​ທີ່​ນັ້ນ ເຂົາ​ຖືກ​ຂາຍ​ໃຫ້​ຊາຍ​ຄົນ​ນຶ່ງ​ຊື່​ໂປຕີຟາ. ໂປຕີຟາ​ເຮັດ​ການ​ໃຫ້​ກະສັດ​ແຫ່ງ​ອີຢີບ ຜູ້​ມີ​ຊື່​ວ່າ​ຟາໂລ.

ໂຍເຊບ​ເຮັດ​ການ​ໜັກ​ໃຫ້​ແກ່​ໂປຕີຟາ​ນາຍ​ຂອງ​ຕົນ. ດັ່ງ​ນັ້ນ​ເມື່ອ​ໂຍເຊບ​ເຕີບໂຕ​ຂຶ້ນ ໂປຕີຟາ​ຕັ້ງ​ເຂົາ​ໃຫ້​ເປັນ​ຜູ້​ດູ​ແລ​ການ​ງານ​ໃນ​ເຮືອນ​ຂອງ​ຕົນ​ທັງ​ໝົດ. ແຕ່​ເປັນ​ຫຍັງ​ໂຍເຊບ​ຈຶ່ງ​ຖືກ​ຂັງ​ຢູ່​ໃນ​ຄຸກ? ທັງ​ນີ້​ກໍ່​ເພາະ​ເມຍ​ຂອງ​ໂປຕີຟາ​ນັ້ນ​ເອງ.

ໂຍເຊບ​ໃຫຍ່​ຂຶ້ນ​ເປັນ​ຄົນ​ຮູບ​ຮ່າງ​ໜ້າ​ຕາ​ງາມ ແລະ​ເມຍ​ຂອງ​ໂປຕີຟາ​ຕ້ອງການ​ໃຫ້​ເຂົາ​ນອນ​ກັບ​ຕົນ. ແຕ່​ໂຍເຊບ​ຮູ້​ການ​ເຮັດ​ເຊັ່ນ​ນີ້​ເປັນ​ການ​ຜິດ ແລະ​ເຂົາ​ຈຶ່ງ​ບໍ່​ຍອມ​ເຮັດ. ເມຍ​ຂອງ​ໂປຕີຟາ​ມີ​ຄວາມ​ໂກດ​ແຄ້ນ​ຫຼາຍ. ເມື່ອ​ຜົວ​ຂອງ​ນາງ​ກັບ​ບ້ານ ນາງ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ເຂົາ​ແລະ​ກ່າວ​ວ່າ: ‘ໂຍເຊບ​ຕົວ​ຊົ່ວ​ນັ້ນ​ໄດ້​ພະຍາຍາມ​ນອນ​ນຳ​ເຂົາ’ ໂປຕີຟາ​ເຊື່ອ​ເມຍ​ຂອງ​ຕົນ ຈຶ່ງ​ຄຽດ​ຫຼາຍ​ນຳ​ໂຍເຊບ. ດັ່ງ​ນັ້ນ ຈຶ່ງ​ເອົາ​ໂຍເຊບ​ໄປ​ຂັງ​ໄວ້​ໃນ​ຄຸກ.

ບໍ່​ດົນ​ຜູ້​ຈັດການ​ຄຸກ​ເຫັນ​ວ່າ​ໂຍເຊບ​ເປັນ​ຄົນ​ດີ. ຈຶ່ງ​ຕັ້ງ​ເຂົາ​ໃຫ້​ເປັນ​ຄົນ​ດູ​ແລ​ນັກ​ໂທດ​ທັງ​ໝົດ. ຕໍ່​ມາ​ຟາໂລ​ມີ​ຄວາມ​ໂກດ​ຮ້າຍ​ຕໍ່​ພະນັກງານ​ນ້ຳ​ອະງຸ່ນ​ແລະ​ພະນັກງານ​ເຮັດ​ເຂົ້າຈີ່​ຂອງ​ທ່ານ ແລະ​ຈັບ​ພະນັກງານ​ທັງ​ສອງ​ຂັງ​ຄຸກ. ຄືນ​ນຶ່ງ​ພະນັກງານ​ສອງ​ຄົນ​ນັ້ນ​ຕ່າງ​ກໍ່​ມີ​ຄວາມ​ຝັນ​ພິເສດ ແຕ່​ພວກ​ເຂົາ​ບໍ່​ຮູ້​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ຂອງ​ເຂົາ. ມື້​ຕໍ່​ມາ​ໂຍເຊບ​ບອກ​ວ່າ: ‘ຈົ່ງ​ເລົ່າ​ຄວາມ​ຝັນ​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຟັງ​ເຖີດ.’ ແລະ​ເມື່ອ​ເຂົາ​ໄດ້​ເລົ່າ​ໃຫ້​ຟັງ​ແລ້ວ ໂດຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຈົ້າ ໂຍເຊບ​ກໍ່​ອະທິບາຍ​ຄວາມ​ໝາຍ​ແຫ່ງ​ຄວາມ​ຝັນ​ໃຫ້​ຟັງ.

ໂຍເຊບ​ກ່າວ​ແກ່​ພະນັກງານ​ນ້ຳ​ອະງຸ່ນ​ວ່າ: ‘ພາຍ​ໃນ​ສາມ​ມື້​ເຈົ້າ​ຈະ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ແລະ​ເຈົ້າ​ຈະ​ເປັນ​ພະນັກງານ​ນ້ຳ​ອະງຸ່ນ​ຂອງ​ຟາໂລ​ຄື​ເດີມ​ອີກ.’ ໂຍເຊບ​ກ່າວ​ເພີ່ມ​ວ່າ: ‘ເມື່ອ​ເຈົ້າ​ອອກ​ແລ້ວ ຈົ່ງ​ແຈ້ງ​ໃຫ້​ຟາໂລ​ຊາບ​ເຖິງ​ຂ້ອຍ ແລະ​ຊ່ວຍ​ຂ້ອຍ​ໃຫ້​ອອກ​ຈາກ​ສະຖານ​ທີ່​ນີ້​ດ້ວຍ.’ ໂຍເຊບ​ກ່າວ​ແກ່​ພະນັກງານ​ເຮັດ​ເຂົ້າຈີ່​ວ່າ: ‘ພາຍ​ໃນ​ສາມ​ມື້​ຟາໂລ​ຈະ​ຕັດ​ຫົວ​ຂອງ​ເຈົ້າ​ອອກ.’

ພາຍ​ໃນ​ສາມ​ມື້​ກໍ່​ເກີດ​ຂຶ້ນ​ຈິງ​ຕາມ​ທີ່​ໂຍເຊບ​ບອກ​ໄວ້. ຟາໂລ​ໃຫ້​ຕັດ​ຫົວ​ຂອງ​ພະນັກງານ​ເຮັດ​ເຂົ້າຈີ່. ພະນັກງານ​ນ້ຳ​ອະງຸ່ນ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ແລະ​ເລີ່ມ​ຮັບໃຊ້​ກະສັດ​ອີກ. ແຕ່​ພະນັກງານ​ນ້ຳ​ອະງຸ່ນ​ລືມ​ເລື່ອງ​ຂອງ​ໂຍເຊບ​ເສຍ! ເຂົາ​ບໍ່​ໄດ້​ເລົ່າ​ໃຫ້​ຟາໂລ​ຟັງ​ເຖິງ​ເລື່ອງ​ໂຍເຊບ ແລະ​ໂຍເຊບ​ກໍ່​ຕ້ອງ​ຢູ່​ໃນ​ຄຸກ​ຕໍ່​ໄປ.

ຕົ້ນເດິມ 39:​1-23; 40:​1-23.