ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມຝັນຂອງຟາໂລ

ຄວາມຝັນຂອງຟາໂລ

ບົດ 23

ຄວາມ​ຝັນ​ຂອງ​ຟາໂລ

ສອງ​ປີ​ຜ່ານ​ໄປ ແລະ​ໂຍເຊບ​ຍັງ​ຄົງ​ຢູ່​ໃນ​ຄຸກ. ພະນັກງານ​ນ້ຳ​ອະງຸ່ນ​ບໍ່​ໄດ້​ລະນຶກ​ເຖິງ​ເຂົາ​ເລີຍ. ຄັນ​ຄືນ​ນຶ່ງ​ຟາໂລ​ໄດ້​ຝັນ​ກ່ຽວ​ກັບ​ເລື່ອງ​ພິເສດ​ສອງ​ເລື່ອງ ແລະ​ກະສັດ​ກໍ່​ຮູ້ສຶກ​ສະຫງົນ​ວ່າ​ຄວາມ​ຝັນ​ນັ້ນ​ຈະ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ? ເຈົ້າ​ເຫັນ​ທ່ານ​ພວມ​ນອນ​ຫຼັບ​ຢູ່​ທີ່​ນັ້ນ​ບໍ? ຕອນ​ເຊົ້າ​ມື້​ໜ້າ​ນັ້ນ​ຟາໂລ​ເອີ້ນ​ພວກ​ໂໜ​ແລະ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ເຂົາ​ຟັງ. ແຕ່​ພວກ​ເຂົາ​ບໍ່​ສາມາດ​ບອກ​ຄວາມ​ໝາຍ​ແຫ່ງ​ຄວາມ​ຝັນ​ຂອງ​ທ່ານ​ໄດ້.

ໃນ​ທີ່​ສຸດ​ຕອນ​ນີ້​ພະນັກງານ​ນ້ຳ​ອະງຸ່ນ​ສຳນຶກ​ເຖິງ​ໂຍເຊບ​ຂຶ້ນ​ມາ​ໄດ້. ເຂົາ​ຈຶ່ງ​ຫຼອງ​ຟາໂລ​ວ່າ: ‘ເມື່ອ​ຂ້າພະເຈົ້າ​ຢູ່​ໃນ​ຄຸກ ມີ​ຊາຍ​ຄົນ​ນຶ່ງ​ທີ່​ນັ້ນ​ຜູ້​ສາມາດ​ບອກ​ເຖິງ​ຄວາມ​ໝາຍ​ແຫ່ງ​ຄວາມ​ຝັນ​ໄດ້.’ ຟາໂລ​ໄດ້​ສັ່ງ​ໃຫ້​ເອົາ​ໂຍເຊບ​ອອກ​ມາ​ຈາກ​ຄຸກ​ທັນທີ.

ຟາໂລ​ເລົ່າ​ຄວາມ​ຝັນ​ຂອງ​ທ່ານ​ໃຫ້​ໂຍເຊບ​ຟັງ: ‘ເຮົາ​ໄດ້​ເຫັນ​ງົວ​ອ້ວນ​ງາມ​ໜ້າ​ເບິ່ງ 7 ຕົວ. ຄັນ​ແລ້ວ​ເຮົາ​ໄດ້​ເຫັນ​ງົວ​ຈ່ອຍ​ໜ້າ​ກຽດ​ມີ​ແຕ່​ກະດູກ 7 ຕົວ. ແລະ​ງົວ​ຈ່ອຍ​ໄດ້​ກິນ​ງົວ​ອ້ວນ​ນັ້ນ​ທັງ​ໝົດ.

‘ໃນ​ຄວາມ​ຝັນ​ເທື່ອ​ທີ​ສອງ​ຂອງ​ເຮົາ​ນັ້ນ​ເຮົາ​ໄດ້​ເຫັນ​ຮວງ​ເຂົ້າ 7 ຮວງ​ເປັນ​ເມັດ​ເຕັມ​ງາມ​ດີ​ງອກ​ຂຶ້ນ​ມາ​ຈາກ​ຕົ້ນ​ດຽວ. ແລ້ວ​ເຮົາ​ກໍ່​ເຫັນ​ຮວງ​ເຂົ້າ​ຫ່ຽວ​ແຫ້ງ​ລີບ 7 ຮວງ. ແລະ​ຮວງ​ເຂົ້າ​ລີບ​ນັ້ນ​ໄດ້​ກືນ​ກິນ​ຮວງ​ເຂົ້າ​ດີ 7 ຮວງ.’

ໂຍເຊບ​ທູນ​ຟາໂລ​ວ່າ: ‘ຄວາມ​ຝັນ​ທັງ​ສອງ​ມີ​ຄວາມ​ໝາຍ​ຢ່າງ​ດຽວ​ກັນ. ງົວ​ອ້ວນ​ເຈັດ​ຕົວ​ແລະ​ຮວງ​ເຂົ້າ​ເມັດ​ເຕັມ​ເຈັດ​ຮວງ​ນັ້ນ​ໝາຍ​ເຖິງ​ເຈັດ​ປີ ແລະ​ງົວ​ຈ່ອຍ​ເຈັດ​ຕົວ​ແລະ​ຮວງ​ເຂົ້າ​ລີບ​ເຈັດ​ຮວງ​ໝາຍ​ເຖິງ​ອີກ​ເຈັດ​ປີ. ຈະ​ເປັນ​ເວລາ​ອີກ​ເຈັດ​ປີ​ທີ່​ຈະ​ມີ​ອາຫານ​ບໍລິບູນ​ໃນ​ປະເທດ​ອີຢີບ. ຄັນ​ແລ້ວ​ອີກ​ເຈັດ​ປີ​ພາຍ​ຫຼັງ​ນັ້ນ​ຈະ​ມີ​ການ​ອຶດ​ອາຫານ​ຢ່າງ​ໜັກ.’

ດັ່ງ​ນັ້ນ​ໂຍເຊບ​ຈຶ່ງ​ທູນ​ຟາໂລ​ວ່າ: ‘ຈົ່ງ​ເລືອກ​ເອົາ​ຄົນ​ທີ່​ມີ​ສະຕິ​ປັນຍາ​ແລະ​ຕັ້ງ​ໃຫ້​ເຂົາ​ດູ​ແລ​ຈັດການ​ທ້ອນ​ໂຮມ​ອາຫານ​ໄວ້​ໃນ​ລະຫວ່າງ​ເຈັດ​ປີ​ທີ່​ອຸດົມ​ສົມບູນ. ດັ່ງ​ນັ້ນ​ຜູ້​ຄົນ​ຈະ​ບໍ່​ອຶດ​ອາຫານ​ໃນ​ລະຫວ່າງ​ເຈັດ​ປີ​ທີ່​ຂາດ​ອາຫານ.’

ຟາໂລ​ເຫັນ​ຊອບ​ໃນ​ຄວາມ​ຄິດ​ເຊັ່ນ​ນັ້ນ. ແລະ​ກະສັດ​ໄດ້​ເລືອກ​ຕັ້ງ​ໂຍເຊບ​ເປັນ​ຜູ້​ລວບລວມ​ອາຫານ ແລະ​ເກັບ​ໄວ້​ໃນ​ສາງ. ໂຍເຊບ​ໄດ້​ກາຍ​ເປັນ​ບຸກຄົນ​ສຳຄັນ​ທີ່​ສຸດ​ໃນ​ອີຢີບ ຮອງ​ຈາກ​ຟາໂລ.

ພາຍ​ຫຼັງ​ແປດ​ປີ ໃນ​ລະຫວ່າງ​ການ​ອຶດ​ອາຫານ ໂຍເຊບ​ເຫັນ​ຜູ້​ຊາຍ​ຫມູ່​ນຶ່ງ​ເດີນ​ທາງ​ມາ. ເຈົ້າ​ຮູ້​ບໍ​ພວກ​ເຂົາ​ແມ່ນ​ໃຜ? ພວກ​ນັ້ນ​ຄື ພວກ​ອ້າຍ 10 ຄົນ​ຂອງ​ເຂົາ! ຍາໂຄບ​ພໍ່​ຂອງ​ເຂົາ​ສົ່ງ​ໃຫ້​ໄປ​ອີຢີບ​ເພາະ​ອາ⁠ຫານ​ທີ່​ບ້ານ​ໃນ​ແຜ່ນດິນ​ການາອານ​ຈວນ​ຈະ​ໝົດ​ແລ້ວ. ໂຍເຊບ​ຈື່​ໜ້າ​ພວກ​ອ້າຍ​ຂອງ​ຕົນ​ໄດ້ ແຕ່​ພວກ​ອ້າຍ​ຈື່​ເຂົາ​ບໍ່​ໄດ້. ເຈົ້າ​ຮູ້​ບໍ່​ວ່າ​ເພາະ​ເຫດ​ໃດ? ກໍ່​ເພາະ​ວ່າ​ໂຍເຊບ​ເປັນ​ຜູ້​ໃຫຍ່​ແລ້ວ ແລະ​ເຂົາ​ໄດ້​ແຕ່ງ​ຕົວ​ດ້ວຍ​ເຄື່ອງ​ນຸ່ງ​ຫົ່ມ​ທີ່​ແຕກຕ່າງ​ໄປ.

ໂຍເຊບ​ສຳນຶກ​ໄດ້​ວ່າ​ເມື່ອ​ເຂົາ​ເປັນ​ເດັກ​ຢູ່​ຕົນ​ໄດ້​ຝັນ​ເຫັນ​ພວກ​ອ້າຍ​ເຂົ້າ​ມາ​ກົ້ມ​ຕົວ​ລົງ​ໄຫວ້​ຕົນ. ເຈົ້າ​ຈື່​ໄດ້​ບໍ່​ຕອນ​ທີ່​ອ່ານ​ເຖິງ​ເລື່ອງ​ນັ້ນ. ດັ່ງ​ນັ້ນ​ໂຍເຊບ​ໄດ້​ເຂົ້າ​ໃຈ​ວ່າ​ແມ່ນ​ພະເຈົ້າ​ແທ້​ທີ່​ໄດ້⁠ສົ່ງ​ເຂົາ​ໄປ​ອີຢີບ ແລະ​ເພື່ອ​ເຫດຜົນ​ທີ່​ດີ. ເຈົ້າ​ຄິດ​ວ່າ​ໂຍເຊບ​ໄດ້​ເຮັດ​ຢ່າງ​ໃດ? ໃຫ້​ເຮົາ​ຮຽນ​ຮູ້​ຕໍ່​ໄປ.

ຕົ້ນເດິມ 41:​1-57; 42:​1-8; 50:⁠20.