ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຍເຊບທົດລອງພວກອ້າຍຂອງຕົນ

ໂຍເຊບທົດລອງພວກອ້າຍຂອງຕົນ

ບົດ 24

ໂຍເຊບ​ທົດລອງ​ພວກ​ອ້າຍ​ຂອງ​ຕົນ

ໂຍເຊບ​ຢາກ​ຮູ້​ຖ້າ​ຫາກ​ວ່າ​ພວກ​ອ້າຍ 10 ຄົນ​ຂອງ​ຕົນ​ຍັງ​ເປັນ​ຄົນ​ມຸ່ງ​ຮ້າຍ​ແລະ​ໄຮ້​ຄວາມ​ກະລຸນາ​ຢູ່. ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກ່າວ​ວ່າ: ‘ຫມູ່​ເຈົ້າ​ແມ່ນ​ຄົນ​ສອດແນມ. ຫມູ່​ເຈົ້າ​ມາ​ເພື່ອ​ຈະ​ສືບ​ເບິ່ງ​ວ່າ​ປະເທດ​ຂອງ​ເຮົາ​ອ່ອນແອ​ບ່ອນ​ໃດ.’

ພວກ​ເຂົາ​ຕອບ​ວ່າ: ‘ບໍ່ ບໍ່​ແມ່ນ​ຢ່າງ​ນັ້ນ. ພວກ​ຂ້າພະເຈົ້າ​ເປັນ​ຄົນ​ສັດ​ຊື່. ພວກ​ຂ້າພະເຈົ້າ​ເປັນ​ພີ່​ນ້ອງ​ກັນ​ທັງ​ໝົດ. ພວກ​ເຮົາ​ເຄີຍ​ມີ​ອ້າຍ​ນ້ອງ 12 ຄົນ. ແຕ່​ນ້ອງ​ຜູ້​ນຶ່ງ​ເສຍ​ແລ້ວ ແລະ​ນ້ອງ​ຫຼ້າ​ຢູ່​ເຮືອນ​ນຳ​ພໍ່​ຂອງ​ພວກ​ຂ້າພະເຈົ້າ.’

ໂຍເຊບ​ເຮັດ​ທ່າ​ບໍ່​ເຊື່ອ​ພວກ​ເຂົາ. ເຂົາ​ຈຶ່ງ​ກັກ​ອ້າຍ​ຊື່​ຊີເມໂອນ​ໄວ້​ໃນ​ຄຸກ ແລະ​ໃຫ້​ຄົນ​ອື່ນ​ນັ້ນ​ເອົາ​ອາຫານ​ກັບ​ບ້ານ. ແຕ່​ບອກ​ພວກ​ເຂົາ​ວ່າ: ‘ເມື່ອ​ກັບ​ມາ ຈົ່ງ​ພາ​ນ້ອງ​ຊາຍ​ຫຼ້າ​ມາ​ກັບ​ພວກ​ເຈົ້າ.’

ເມື່ອ​ກັບ​ບ້ານ​ເຖິງ​ການາອານ ເຂົາ​ກໍ່​ເລົ່າ​ເຫດການ​ທຸກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃຫ້​ແກ່​ພໍ່​ຟັງ. ຍາໂຄບ​ຮູ້ສຶກ​ເສົ້າໃຈ​ຫຼາຍ ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: ‘ໂຍເຊບ​ເສຍ​ໄປ​ແລ້ວ​ແລະ​ບັດ​ນີ້​ກໍ່​ເສຍ​ຊີເມໂອນ​ໄປ​ອີກ. ເຮົາ​ຈະ​ບໍ່​ໃຫ້​ພວກ​ເຈົ້າ​ເອົາ​ລູກ​ຫຼ້າ​ເບນຍາມີນ​ຂອງ​ເຮົາ​ໄປ.’ ແຕ່​ເມື່ອ​ອາຫານ​ເກືອບ​ຈະ​ໝົດ ຍາໂຄບ​ຍອມ​ໃຫ້​ເຂົາ​ພາ​ເບນຍາມີນ​ໄປ​ອີຢີບ​ເພື່ອ​ຈະ​ໄດ້​ອາຫານ​ອີກ.

ເທື່ອ​ນີ້​ໂຍເຊບ​ເຫັນ​ພວກ​ອ້າຍ​ພວມ​ມາ. ເຂົາ​ດີໃຈ​ຫຼາຍ​ທີ່​ໄດ້​ເຫັນ​ເບນຍາມີນ​ນ້ອງ​ຊາຍ​ຂອງ​ຕົນ. ແນ່ນອນ ບໍ່​ມີ​ໃຜ​ຮູ້​ວ່າ​ບຸກຄົນ​ສຳຄັນ​ຜູ້​ນີ້​ຄື​ໂຍເຊບ. ຕອນ​ນີ້​ໂຍເຊບ​ເຮັດ​ບາງ​ຢ່າງ​ເພື່ອ​ທົດລອງ​ອ້າຍ 10 ຄົນ​ຕ່າງ​ແມ່​ຂອງ​ຕົນ.

ເຂົາ​ໃຫ້​ພວກ​ຜູ້​ຮັບໃຊ້​ຈັດ​ອາຫານ​ໃສ່​ກະໂລງ​ຂອງ​ພວກ​ເຂົາ​ຈົນ​ເຕັມ. ແຕ່​ເຂົາ​ຍັງ​ໄດ້​ໃຫ້​ເອົາ​ຈອກ​ເງິນ​ພິເສດ​ຂອງ​ຕົນ​ໃສ່​ໄວ້​ໃນ​ກະໂລງ​ຂອງ​ເບນຍາມີນ​ອີກ​ດ້ວຍ​ໂດຍ​ບໍ່​ໃຫ້​ພວກ​ເຂົາ​ຮູ້. ຫຼັງ​ຈາກ​ທີ່​ພວກ​ເຂົາ​ທຸກ​ຄົນ​ອອກ​ເດີນ​ທາງ​ໄປ​ໄດ້​ບໍ່​ໄກ​ເທົ່າ​ໃດ ໂຍເຊບ​ສົ່ງ​ຜູ້​ຮັບໃຊ້​ໃຫ້​ໄປ​ຕາມ​ພວກ​ເຂົາ. ຄັນ​ໄປ​ທັນ​ພວກ​ເຂົາ​ແລ້ວ ຜູ້​ຮັບໃຊ້​ຈຶ່ງ​ກ່າວ​ວ່າ: ‘ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ລັກ​ເອົາ​ຈອກ​ເງິນ​ຂອງ​ນາຍ​ເຮົາ​ມາ?’

ອ້າຍ​ທຸກ​ຄົນ​ບອກ​ວ່າ: ‘ພວກ​ຂ້າພະເຈົ້າ​ບໍ່​ໄດ້​ລັກ​ເອົາ​ຈອກ​ຂອງ​ທ່ານ​ເລີຍ’ ອ້າຍ​ທຸກ​ຄົນ​ບອກ​ວ່າ: ‘ຖ້າ​ທ່ານ​ພົບ​ຈອກ​ນັ້ນ​ກັບ​ຜູ້​ໃດ​ໃນ​ພວກ​ຂ້າພະເຈົ້າ ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ປະຫານ​ຊີວິດ​ເຖີດ.’

ດັ່ງ​ນັ້ນ​ພວກ​ຜູ້​ຮັບໃຊ້​ຄົ້ນ​ເບິ່ງ​ກະໂລງ​ທັງ​ໝົດ ແລະ​ກໍ່​ພົບ​ຈອກ​ໃນ​ກະໂລງ​ຂອງ​ເບນຍາມີນ ຕາມ​ທີ່​ເຈົ້າ​ເຫັນ​ຢູ່​ນະ​ທີ່​ນີ້. ພວກ​ຜູ້​ຮັບໃຊ້​ເວົ້າ​ວ່າ: ‘ພວກ​ເຈົ້າ​ທຸກ​ຄົນ​ໄປ​ໄດ້ ແຕ່​ເບນຍາມີນ​ຕ້ອງ​ມາ​ກັບ​ພວກ​ເຮົາ.’ ຕອນ​ນີ້​ພວກ​ອ້າຍ 10 ຄົນ​ຕ່າງ​ແມ່​ຈະ​ເຮັດ​ຢ່າງ​ໃດ?

ພວກ​ເຂົາ​ທັງ​ໝົດ​ພ້ອມ​ເບນຍາມີນ​ຈຶ່ງ​ກັບ​ໄປ​ເຖິງ​ເຮືອນ​ຂອງ​ໂຍເຊບ. ໂຍເຊບ​ບອກ​ພວກ​ອ້າຍ​ຂອງ​ຕົນ​ວ່າ: ‘ເຈົ້າ​ທັງ​ໝົດ​ກັບ​ບ້ານ​ໄດ້ ແຕ່​ເບນຍາມີນ​ຈະ​ຕ້ອງ​ຢູ່​ທີ່​ນີ້​ເປັນ​ທາດ​ຂອງ​ເຮົາ.’

ຍູເດ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ: ‘ຖ້າ​ຂ້າພະເຈົ້າ​ກັບ​ບ້ານ​ປັດສະຈາກ​ເດັກ​ຫນຸ່ມ​ນີ້​ໄປ​ດ້ວຍ ພໍ່​ຂ້າພະເຈົ້າ​ຈະ​ຕາຍ​ເປັນ​ແນ່​ເພາະ​ທ່ານ​ຮັກ​ເຂົາ​ຫຼາຍໆ. ຂໍ​ໂປດ​ກັກ​ຕົວ​ຂ້າພະເຈົ້າ​ໄວ້​ເປັນ​ທາດ​ຂອງ​ທ່ານ​ທີ່​ນີ້​ເຖີດ ແຕ່​ຂໍ​ໃຫ້​ເດັກ​ຊາຍ​ນີ້​ໄດ້​ກັບ​ເມືອ​ບ້ານ.’

ໂຍເຊບ​ສາມາດ​ເຫັນ​ໄດ້​ວ່າ​ພວກ​ອ້າຍ​ຂອງ​ຕົນ​ໄດ້​ປ່ຽນ. ເຂົາ​ບໍ່​ແມ່ນ​ເປັນ​ຄົນ​ມຸ່ງ​ຮ້າຍ​ແລະ​ໄຮ້​ຄວາມ​ກະລຸນາ​ອີກ​ຕໍ່​ໄປ. ໃຫ້​ເຮົາ​ກວດ​ສອບ​ຕໍ່​ໄປ​ວ່າ​ຕອນ​ນີ້​ໂຍເຊບ​ເຮັດ​ປະການ​ໃດ.

ຕົ້ນເດິມ 42:​9-38; 43:​1-34; 44:​1-34