ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຍ້າຍຄອບຄົວໄປຢູ່ປະເທດອີຢີບ

ຍ້າຍຄອບຄົວໄປຢູ່ປະເທດອີຢີບ

ບົດ 25

ຍ້າຍ​ຄອບຄົວ​ໄປ​ຢູ່​ປະເທດ​ອີຢີບ

ໂຍເຊບ​ບໍ່​ສາມາດ​ບັງຄັບ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ໄວ້​ໄດ້​ອີກ​ຕໍ່​ໄປ. ເຂົາ​ບອກ​ໃຫ້​ຄົນ​ຮັບໃຊ້​ທັງ​ໝົດ​ຂອງ​ຕົນ​ອອກ​ໄປ​ຈາກ​ຫ້ອງ. ຂະນະ​ທີ່​ຢູ່​ກັບ​ພວກ​ອ້າຍ​ຂອງ​ຕົນ​ຕາມ​ລຳພັງ ໂຍເຊບ​ເລີ່ມ​ຮ້ອງໄຫ້. ເຮົາ​ສາມາດ​ນຶກ​ພາບ​ໄດ້​ວ່າ​ພວກ​ອ້າຍ​ຈະ​ຮູ້ສຶກ​ແປກ​ໃຈ​ເຖິງ​ຂະໜາດ​ໃດ ເພາະ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ໄດ້​ຮ້ອງໄຫ້. ໃນ​ທີ່​ສຸດ​ເຂົາ​ກໍ່​ບອກ​ວ່າ: ‘ຂ້ອຍ​ຄື​ໂຍເຊບ. ພໍ່​ຂອງ​ຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ບໍ?’

ພວກ​ອ້າຍ​ຕ່າງ​ກໍ່​ແປກ​ໃຈ​ແທ້ໆຈົນ​ເຖິງ​ກັບ​ເວົ້າ​ບໍ່​ອອກ. ພວກ​ເຂົາ​ຕົກໃຈ​ຢ້ານ. ແຕ່​ໂຍເຊບ​ກ່າວ​ວ່າ: ‘ເຊີນ​ເຂົ້າ​ມາ​ໃກ້ໆ.’ ເມື່ອ​ພວກ​ເຂົາ​ເຂົ້າ​ມາ​ໃກ້​ແລ້ວ ໂຍເຊບ​ຈຶ່ງ​ບອກ​ວ່າ: ‘ຂ້ອຍ​ຄື​ໂຍເຊບ​ນ້ອງ​ຊາຍ​ຂອງ​ພວກ​ເຈົ້າ ຜູ້​ທີ່​ເຈົ້າ​ໄດ້​ຂາຍ​ມາ​ຍັງ​ອີຢີບ​ນີ້​ແຫຼະ.’

ໂຍເຊບ​ກ່າວ​ຕໍ່​ໄປ​ດ້ວຍ​ຄວາມ​ກະລຸນາ​ດັ່ງ​ນີ້: ‘ຢ່າ​ຕິຕຽນ​ຕົວ​ເອງ​ເລີຍ​ທີ່​ຂາຍ​ຂ້ອຍ​ມາ​ທີ່​ນີ້. ແທ້​ຈິງ​ແລ້ວ​ແມ່ນ​ພະເຈົ້າ​ທີ່​ສົ່ງ​ຂ້ອຍ​ມາ​ຍັງ​ອີຢີບ​ເພື່ອ​ຊ່ວຍ​ຊີວິດ​ຜູ້​ຄົນ. ຟາໂລ​ໄດ້​ຕັ້ງ​ຂ້ອຍ​ໃຫ້​ເປັນ​ຜູ້​ປົກຄອງ​ປະເທດ​ນີ້​ທັງ​ໝົດ. ເພາະ​ສະນັ້ນ​ບັດ​ນີ້​ຈົ່ງ​ຮີບ​ກັບ​ບ້ານ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ແລະ​ບອກ​ເພິ່ນ​ກ່ຽວ​ກັບ​ເລື່ອງ​ນີ້. ແລະ​ບອກ​ເພິ່ນ​ໃຫ້​ມາ​ຢູ່​ທີ່​ນີ້.’

ແລ້ວ​ໂຍເຊບ​ກໍ່​ເອົາ​ແຂນ​ໂອບ​ຮອບ​ພວກ​ອ້າຍ ທັງ​ກອດ​ແລະ​ຈູບ​ພວກ​ເຂົາ​ທຸກ​ຄົນ. ເມື່ອ​ຟາໂລ​ໄດ້​ຂ່າວ​ວ່າ​ພວກ​ພີ່​ນ້ອງ​ຂອງ​ໂຍເຊບ​ມາ ທ່ານ​ຈຶ່ງ​ບອກ​ໂຍເຊບ​ວ່າ: ‘ຈົ່ງ​ໃຫ້​ພວກ​ເຂົາ​ເອົາ​ລົດ​ມ້າ​ໄປ​ແລະ​ຮັບ​ພໍ່​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ດ້ວຍ​ແລະ​ກັບ​ມາ​ຢູ່​ທີ່​ນີ້. ເຮົາ​ຈະ​ປະທານ​ທີ່​ດິນ​ດີ​ທີ່​ສຸດ​ໃນ​ປະເທດ​ອີຢີບ​ໃຫ້​ພວກ​ເຂົາ.’

ພວກ​ເຂົາ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ. ຢູ່​ລຸ່ມ​ນີ້​ເຈົ້າ​ຈະ​ເຫັນ​ຕອນ​ທີ່​ໂຍເຊບ​ພົບ​ພໍ່​ຂະນະ​ທີ່​ລາວ​ມາ​ເຖິງ​ອີຢີບ​ພ້ອມ​ດ້ວຍ​ຄອບຄົວ​ທັງ​ໝົດ.

ຄອບຄົວ​ຂອງ​ຍາໂຄບ​ໄດ້​ກາຍ​ເປັນ​ຄອບຄົວ​ໃຫຍ່​ຫຼາຍ. ທັງ​ໝົດ​ລວມ​ກັນ​ແລ້ວ​ໄດ້ 70 ຄົນ​ເມື່ອ​ພວກ​ເຂົາ​ຍ້າຍ​ໄປ​ຢູ່​ອີຢີບ ນັບ​ຍາໂຄບ​ທັງ​ລູກໆແລະ​ຫຼານໆຂອງ​ເຂົາ. ແຕ່​ກໍ່​ຍັງ​ມີ​ພວກ​ເມຍ​ເຂົາ ແລະ​ຄົງ​ຈະ​ມີ​ຄົນ​ໃຊ້​ຫຼາຍ​ຄົນ​ດ້ວຍ. ຄົນ​ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ອີຢີບ. ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຊົນ​ຍິດສະລາເອນ ເພາະ​ວ່າ​ພະເຈົ້າ​ໄດ້​ປ່ຽນ​ຊື່​ຍາໂຄບ​ເປັນ​ຍິດສະລາເອນ. ຊົນ​ຍິດສະລາເອນ​ໄດ້​ກາຍ​ເປັນ​ຊົນຊາດ​ພິເສດ​ຂອງ​ພະເຈົ້າ ດັ່ງ​ທີ່​ເຮົາ​ຈະ​ໄດ້​ຮູ້​ພາຍ​ຫຼັງ.

ຕົ້ນເດິມ 45:​1-28; 46:​1-27.