ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຢບສັດຊື່ຕໍ່ພະເຈົ້າ

ໂຢບສັດຊື່ຕໍ່ພະເຈົ້າ

ບົດ 26

ໂຢບ​ສັດ​ຊື່​ຕໍ່​ພະເຈົ້າ

ເຈົ້າ​ຮູ້ສຶກ​ສົງສານ​ຜູ້​ຊາຍ​ເຈັບ​ປ່ວຍ​ຄົນ​ນີ້​ບໍ? ເຂົາ​ຊື່​ໂຢບ. ແລະ​ຜູ້​ຍິງ​ຄົນ​ນັ້ນ​ຄື​ເມຍ​ຂອງ​ເຂົາ. ເຈົ້າ​ຮູ້​ບໍ​ວ່າ​ນາງ​ເວົ້າ​ຫຍັງ​ກັບ​ໂຢບ? ‘ຈົ່ງ​ປ່ອຍ​ດ່າ​ພະເຈົ້າ​ແລະ​ຕາຍ​ເຖີດ.’ ຈົ່ງ​ໃຫ້​ເຮົາ​ເບິ່ງ​ວ່າ​ເປັນ​ຫຍັງ​ນາງ​ເວົ້າ​ຢ່າງ​ນັ້ນ ແລະ​ເປັນ​ຫຍັງ​ໂຢບ​ຈຶ່ງ​ຮັບ​ຄວາມ​ທຸກ​ທໍລະມານ​ຫຼາຍ​ເຊັ່ນ​ນັ້ນ.

ໂຢບ​ເປັນ​ຄົນ​ສັດ​ຊື່​ຜູ້​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ. ເຂົາ​ອາໄສ​ໃນ​ແຜ່ນດິນ​ອຶດເຊ​ບໍ່​ໄກ​ຈາກ​ການາອານ. ພະ​ເຢໂຫວາ​ຮັກ​ໂຢບ​ຫຼາຍ ແຕ່​ມີ​ຜູ້​ນຶ່ງ​ທີ່​ກຽດ​ຊັງ​ເຂົາ. ເຈົ້າ​ຮູ້​ບໍ​ແມ່ນ​ໃຜ?

ຜູ້​ນັ້ນ​ຄື​ຊາຕານ​ພະຍາມານ. ຈື່​ໄວ້​ວ່າ ຊາຕານ​ເປັນ​ທູດ​ສະຫວັນ​ຊົ່ວ​ທີ່​ກຽດ​ຊັງ​ພະ​ເຢໂຫວາ. ມັນ​ສາມາດ​ຊັກຊວນ​ໃຫ້​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ແລະ​ມັນ​ຄິດ​ວ່າ​ມັນ​ສາມາດ​ຈະ​ຊັກຊວນ​ຄົນ​ອື່ນ​ທຸກ​ຄົນ​ບໍ່​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ​ໄດ້​ດ້ວຍ. ແຕ່​ມັນ​ສາມາດ​ເຮັດ​ໄດ້​ບໍ? ບໍ່​ໄດ້. ຂໍ​ໃຫ້​ນຶກ​ເຖິງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ສັດ​ຊື່​ຈຳນວນ​ຫຼາຍ​ທີ່​ພວກ​ເຮົາ​ໄດ້​ຮຽນ​ຮູ້​ມາ​ແລ້ວ. ເຈົ້າ​ສາມາດ​ບອກ​ຊື່​ໄດ້​ຈັກ​ຄົນ?

ຫຼັງ​ຈາກ​ຍາໂຄບ​ແລະ​ໂຍເຊບ​ຕາຍ​ໃນ​ອີຢີບ ໂຢບ​ເປັນ​ຜູ້​ສັດ​ຊື່​ທີ່​ສຸດ​ຕໍ່​ພະ​ເຢໂຫວາ​ໃນ​ແຜ່ນດິນ​ໂລກ​ທັງ​ໝົດ. ພະ​ເຢໂຫວາ​ຕ້ອງການ​ໃຫ້​ຊາຕານ​ຮູ້​ວ່າ​ມັນ​ບໍ່​ສາມາດ​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ຄົນ​ຊົ່ວ ດັ່ງ​ນັ້ນ​ພະອົງ​ຈຶ່ງ​ກ່າວ​ວ່າ: ‘ຈົ່ງ​ເບິ່ງ​ໂຢບ. ເຂົາ​ສັດ​ຊື່​ຕໍ່​ເຮົາ​ພຽງ​ໃດ?’

ຊາຕານ​ໂຕ້​ຖຽງ​ວ່າ: ‘ເຂົາ​ສັດ​ຊື່​ກໍ່​ເພາະ​ພະອົງ​ອວຍ​ພອນ​ເຂົາ​ແລະ​ໃຫ້​ເຂົາ​ມີ​ສິ່ງ​ທີ່​ດີ​ຫຼາຍໆສິ່ງ. ແຕ່​ຫາກ​ພະອົງ​ເອົາ​ສິ່ງ​ເຫຼົ່າ​ນີ້​ໄປ ເຂົາ​ຈະ​ປ້ອຍ​ດ່າ​ພະອົງ​ທັນທີ.’

ດັ່ງ​ນັ້ນ​ພະ​ເຢໂຫວາ​ກ່າວ​ວ່າ: ‘ເຊີນ​ເຖີດ. ເອົາ​ສິ່ງ​ຂອງ​ເຫຼົ່າ​ນັ້ນ​ໄປ​ໄດ້. ເຈົ້າ​ເຮັດ​ທຸກ​ຢ່າງ​ທີ່​ຊົ່ວ​ຕໍ່​ໂຢບ​ຕາມ​ຄວາມ​ຕ້ອງການ​ໄດ້. ເຮົາ​ຈຶ່ງ​ຈະ​ຮູ້​ໄດ້​ວ່າ​ເຂົາ​ຈະ​ສາບ​ແຊ່ງ​ເຮົາ​ຫຼື​ບໍ. ພຽງ​ແຕ່​ເຈົ້າ​ຢ່າ​ຂ້າ​ເຂົາ​ເປັນ​ອັນ​ຂາດ.’

ທຳອິດ ຊາຕານ​ເຮັດ​ໃຫ້​ຄົນ​ມາ​ລັກ​ເອົາ​ຝູງ​ງົວ​ແລະ​ຝູງ​ອູດ​ຂອງ​ໂຢບ. ແລະ​ຝູງ​ແກະ​ຂອງ​ເຂົາ​ຖືກ​ຂ້າ​ຕາຍ. ແລ້ວ​ມັນ​ກໍ່​ຂ້າ​ລູກ​ຊາຍ​ແລະ​ລູກ​ສາວ 10 ຄົນ​ຂອງ​ໂຢບ​ດ້ວຍ​ລົມ​ພາຍຸ​ອັນ​ແຮງ​ກ້າ. ຖັດ​ຈາກ​ນັ້ນ ຊາຕານ​ໄດ້​ຕີ​ໂຢບ​ດ້ວຍ​ຝີ​ຮ້າຍ​ຢ່າງ​ໜັກ. ໂຢບ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຢ່າງ​ຍິ່ງ. ໂດຍ​ເຫດ​ນັ້ນ​ເມຍ​ຂອງ​ໂຢບ​ບອກ​ເຂົາ​ວ່າ: ‘ຈົ່ງ​ປ້ອຍ​ດ່າ​ພະເຈົ້າ​ແລ້ວ​ຕາຍ​ເສຍ​ເຖີດ.’ ແຕ່​ໂຢບ​ບໍ່​ຍອມ​ເຮັດ​ເຊັ່ນ​ນັ້ນ. ນອກ​ຈາກ​ນີ້​ຍັງ​ມີ​ເພື່ອນ​ປອມ​ສາມ​ຄົນ​ມາ​ແລະ​ບອກ​ວ່າ ເຂົາ​ເຄີຍ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ບໍ່​ດີ​ມາ​ກ່ອນ. ແຕ່​ໂຢບ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຢູ່​ຕໍ່​ໄປ.

ທັງ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ ແລະ​ຫຼັງ​ຈາກ​ນັ້ນ​ພະອົງ​ອວຍ​ພອນ​ໂຢບ ຕາມ​ທີ່​ເຈົ້າ​ເຫັນ​ໃນ​ຮູບ​ຢູ່​ຂ້າງ​ລຸ່ມ​ນີ້. ພະເຈົ້າ​ໄດ້​ປິ່ນປົວ​ເຂົາ​ໃຫ້​ຫາຍ​ຈາກ​ພະຍາດ​ຝີ​ຮ້າຍ​ນັ້ນ. ໂຢບ​ໄດ້​ລູກ​ສວຍ​ງາມ​ອີກ 10 ຄົນ ມີ​ຝູງ​ງົວ ຝູງ​ແກະ​ແລະ​ຝູງ​ອູດ​ຫຼາຍ​ກວ່າ​ທີ່​ເຄີຍ​ມີ​ເຖິງ​ສອງ​ເທົ່າ.

ເຈົ້າ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຢູ່​ເລື້ອຍໆຄື​ກັນ​ກັບ​ໂຢບ​ບໍ? ຖ້າ​ເຈົ້າ​ສັດ​ຊື່​ອີ່ຫຼີ ພະເຈົ້າ​ຈະ​ອວຍ​ພອນ​ເຈົ້າ​ດ້ວຍ. ເຈົ້າ​ຈະ​ສາມາດ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ເມື່ອ​ແຜ່ນດິນ​ໂລກ​ນີ້​ທັງ​ໝົດ​ຈະ​ຖືກ​ເຮັດ​ໃຫ້​ສວຍ​ງາມ​ຄື​ກັນ​ກັບ​ສວນ​ເອເດນ.

ໂຢບ 1:​1-22; 2:​1-13; 42:​10-17.