ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະສັດບໍ່ດີປົກຄອງປະເທດອີຢີບ

ກະສັດບໍ່ດີປົກຄອງປະເທດອີຢີບ

ບົດ 27

ກະສັດ​ບໍ່​ດີ​ປົກຄອງ​ປະເທດ​ອີຢີບ

ຜູ້​ຄົນ​ທີ່​ນີ້​ບັງຄັບ​ປະຊາຊົນ​ໃຫ້​ເຮັດ​ວຽກ. ເບິ່ງ​ຊາຍ​ຄົນ​ນຶ່ງ​ພວມ​ໃຊ້​ໄມ້​ແສ້​ຂ້ຽນ​ຄົນ​ງານ! ຄົນ​ງານ​ເຫຼົ່າ​ນີ້​ຄື​ຄອບຄົວ​ຂອງ​ຍາໂຄບ ແລະ​ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຊົນ​ຍິດສະລາເອນ. ແລະ​ຄົນ​ທີ່​ບັງຄັບ​ເຂົາ​ໃຫ້​ເຮັດ​ວຽກ​ນັ້ນ​ແມ່ນ​ຊາວ​ອີຢີບ. ຊົນ​ຍິດສະລາເອນ​ໄດ້​ກາຍ​ເປັນ​ທາດ​ຂອງ​ຊາວ​ອີຢີບ. ເຫດການ​ນີ້​ເກີດ​ຂຶ້ນ​ຢ່າງ​ໃດ?

ຄອບຄົວ​ໃຫຍ່​ຂອງ​ຍາໂຄບ​ໄດ້​ອາໄສ​ຢູ່​ໃນ​ອີຢີບ​ດ້ວຍ​ຄວາມ​ສະຫງົບ​ສຸກ​ເປັນ​ເວລາ​ຫຼາຍ​ປີ. ໂຍເຊບ​ຄົນ​ສຳຄັນ​ທີ່​ສຸດ​ໃນ​ອີຢີບ​ຮອງ​ຈາກ​ກະສັດ​ຟາໂລ ໄດ້​ເບິ່ງ​ແຍງ​ພວກ​ເຂົາ. ແຕ່​ຕໍ່​ມາ​ໂຍເຊບ​ຕາຍ. ແລະ​ຟາໂລ​ຄົນ​ໃໝ່​ຜູ້​ບໍ່​ມັກ​ຊົນ​ຍິດສະລາເອນ​ໄດ້​ຂຶ້ນ​ຄອບຄອງ​ເປັນ​ກະສັດ​ໃນ​ອີຢີບ.

ດັ່ງ​ນັ້ນ​ຟາໂລ​ບໍ່​ດີ​ອົງ​ນີ້​ເຮັດ​ໃຫ້​ຊົນ​ຍິດສະລາເອນ​ເປັນ​ທາດ. ແລະ​ຕັ້ງ​ພວກ​ຄົນ​ໃຈ​ໂຫດ​ຮ້າຍ​ທາລຸນ​ເປັນ​ຄົນ​ຄວບຄຸມ​ຊົນ​ເຫຼົ່າ​ນີ້. ເຂົາ​ບັງຄັບ​ຊົນ​ຍິດສະລາເອນ​ໃຫ້​ເຮັດ​ວຽກ​ຢ່າງ​ໜັກ​ຫຼາຍ​ເພື່ອ​ສ້າງ​ເມືອງ​ໃຫ້​ຟາໂລ. ແຕ່​ຊົນ​ຍິດສະລາເອນ​ເພີ່ມ​ຈຳນວນ​ຂຶ້ນ​ເລື້ອຍໆ ຕໍ່​ມາ​ບໍ່​ດົນ​ຊາວ​ອີຢີບ​ຢ້ານ​ຊົນ​ຍິດສະລາເອນ​ຈະ​ທະວີ​ຂຶ້ນ​ຫຼາຍ​ໂພດ​ແລະ​ຈະ​ເຂັ້ມແຂງ​ເກີນ​ໄປ.

ເຈົ້າ​ຮູ້​ບໍ​ວ່າ​ຟາໂລ​ເຮັດ​ແນວ​ໃດ? ກະສັດ​ອອກ​ຄຳ​ສັ່ງ​ແກ່​ພວກ​ຜູ້​ຍິງ​ທີ່​ເປັນ​ຜູ້​ຊ່ວຍເຫຼືອ​ຊົນ​ຍິດສະລາເອນ​ຜູ້​ເປັນ​ແມ່ ເມື່ອ​ເຂົາ​ຄອດ​ລູກ​ນັ້ນ​ວ່າ: ‘ເຈົ້າ​ຕ້ອງ​ຂ້າ​ເດັກ​ຊາຍ​ອ່ອນ​ທຸກ​ຄົນ​ທີ່​ຄອດ​ອອກ​ມາ​ນັ້ນ.’ ແຕ່​ພວກ​ຜູ້​ຍິງ​ນີ້​ເປັນ​ຄົນ​ດີ ແລະ​ເຂົາ​ບໍ່​ຍອມ​ຂ້າ​ເດັກ​ຊາຍ​ອ່ອນ​ເຫຼົ່າ​ນັ້ນ.

ດັ່ງ​ນັ້ນ​ຟາໂລ​ຈຶ່ງ​ໃຫ້​ຄຳ​ສັ່ງ​ແກ່​ປະຊາຊົນ​ທັງ​ໝົດ​ຂອງ​ຕົນ​ວ່າ: ‘ໃຫ້​ເອົາ​ເດັກ​ຊາຍ​ອ່ອນ​ທຸກ​ຄົນ​ຂອງ​ຊົນ​ຍິດສະລາເອນ​ແລະ​ຂ້າ​ເຂົາ​ຖິ້ມ. ໃຫ້​ແຕ່​ເດັກ​ຜູ້​ຍິງ​ເທົ່າ​ນັ້ນ​ມີ​ຊີວິດ​ຢູ່.’ ນັ້ນ​ເປັນ​ຄຳ​ສັ່ງ​ທີ່​ຮ້າຍກາດ​ເຫຼືອ​ເກີນ​ແມ່ນ​ບໍ? ໃຫ້​ເຮົາ​ຮຽນ​ຮູ້​ຕໍ່​ໄປ​ວ່າ​ເດັກ​ອ່ອນ​ນ້ອຍ​ຊາຍ​ຄົນ​ນຶ່ງ​ລອດ​ຊີວິດ​ໄດ້​ຢ່າງ​ໃດ.

ອຸປະຍົກໜີ 1:​6-22