ວິທີທີ່ເດັກອ່ອນນ້ອຍໂມເຊໄດ້ຮັບການຊ່ວຍຊີວິດ
ບົດ 28
ວິທີທີ່ເດັກອ່ອນນ້ອຍໂມເຊໄດ້ຮັບການຊ່ວຍຊີວິດ
ເບິ່ງເດັກອ່ອນນ້ອຍທີ່ຮ້ອງໄຫ້ແລະຈັບນິ້ວມືສຸພາບສະຕີນັ້ນຄົນນຶ່ງໄວ້ແດ່. ນີ້ຄືໂມເຊ. ເຈົ້າຮູ້ບໍວ່າສຸພາບສະຕີງາມຄົນນີ້ແມ່ນໃຜ? ນາງຄືເຈົ້າຍິງຊາວອີຢີບ ເປັນທິດາຂອງຟາໂລ.
ແມ່ຂອງໂມເຊເຊື່ອງລູກອ່ອນຂອງເຂົາໄວ້ຈົນເຖິງອາຍຸໄດ້ສາມເດືອນ ເພາະເຂົາບໍ່ຢາກໃຫ້ພວກອີຢີບຂ້າເສຍ. ແຕ່ເຂົາຮູ້ວ່າອາດຈະມີຄົນມາພົບເຫັນໂມເຊກໍ່ໄດ້ ດັ່ງນັ້ນນີ້ຄືວິທີທີ່ເຂົາໄດ້ເຮັດເພື່ອຊ່ວຍຊີວິດເດັກນ້ອຍນັ້ນ.
ເຂົາເອົາກະຕ່າໃບນຶ່ງແລະກັນເພື່ອບໍ່ໃຫ້ນ້ຳຮົ່ວເຂົ້າ. ແລ້ວນາງກໍ່ວາງໂມເຊລົງໃນກະຕ່ານັ້ນແລະເອົາກະຕ່ານັ້ນໄປວາງໄວ້ໃນທີ່ກໍຫຍ້າສູງຮິມແມ່ນ້ຳໄນ. ແລ້ວສັ່ງມີລິອາມເອື້ອຍຂອງໂມເຊ ໃຫ້ໄປຢືນຍາມແລະເບິ່ງວ່າຈະມີສິ່ງໃດເກີດຂຶ້ນ.
ບໍ່ຊ້າທິດາຂອງຟາໂລໄດ້ລົງມາອາບນ້ຳທີ່ແມ່ນ້ຳໄນ. ທັນໃດນັ້ນນາງເຫັນກະຕ່າໃນທີ່ກໍຫຍ້າສູງ. ນາງຈຶ່ງເອີ້ນສາວໃຊ້ມາຮັບສັ່ງວ່າ: ‘ຈົ່ງໄປເອົາກະຕ່າມາໃຫ້ເຮົາ.’ ເມື່ອເປີດກະຕ່າ ນາງເຫັນທາລົກງາມໜ້າຮັກຄົນນຶ່ງ! ໂມເຊເດັກອ່ອນນ້ອຍຮ້ອງໄຫ້ຢູ່ ແລະເຈົ້າຍິງກໍ່ຮູ້ສຶກອີດູເດັກອ່ອນນັ້ນ. ນາງບໍ່ຢາກໃຫ້ທາລົກນັ້ນຖືກຂ້າ.
ຄັນແລ້ວມີລິອາມກໍ່ເຂົ້າມາ. ເຈົ້າເຫັນລາວໃນຮູບນີ້. ມີລິອາມໄດ້ທູນຖາມທິດາຟາໂລວ່າ: ‘ຈະໃຫ້ຂ້ານ້ອຍໄປຫາແມ່ນົມຜູ້ນຶ່ງຈາກຍິງຊົນຍິດສະລາເອນມາລ້ຽງນົມເດັກອ່ອນຄົນນີ້ສຳລັບເຈົ້າຍິງບໍ?’
ເຈົ້າຍິງກ່າວວ່າ: ‘ຈົ່ງໄປຫາເຖີດ’
ດັ່ງນັ້ນມີລິອາມຟ້າວແລ່ນໄປບອກແມ່. ຄັນແມ່ຂອງໂມເຊມາຫາເຈົ້າຍິງແລ້ວ ເຈົ້າຍິງໄດ້ຮັບສັ່ງວ່າ: ‘ຈົ່ງເອົາເດັກອ່ອນນີ້ໄປລ້ຽງໃຫ້ເຮົາ ແລະເຮົາຈະຈ່າຍຄ່າຈ້າງໃຫ້ເຈົ້າ.’
ດັ່ງນັ້ນແມ່ຂອງໂມເຊຈຶ່ງໄດ້ລ້ຽງດູລູກຂອງຕົນເອງ. ພາຍຫຼັງເມື່ອໂມເຊໃຫຍ່ພຽງພໍແລ້ວ ແມ່ກໍ່ນຳເອົາເຂົາໄປໃຫ້ທິດາຂອງຟາໂລ ແລະນາງກໍ່ຮັບເຂົາໄວ້ຄືເປັນບຸດຂອງຕົນເອງ. ໂດຍເຫດນີ້ແຫຼະ ໂມເຊຈຶ່ງໄດ້ເຕີບໂຕຂຶ້ນໃນລາຊະວັງຂອງຟາໂລ.